ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄິດຕຶກຕອງຢູ່ສະເໝີກ່ຽວກັບວິທີເສີມສ້າງຄວາມເຊື່ອ

ຄິດຕຶກຕອງຢູ່ສະເໝີກ່ຽວກັບວິທີເສີມສ້າງຄວາມເຊື່ອ

“ຈົ່ງຕັ້ງໃຈຄຶດໄວ້ໃນສິ່ງທັງຫຼາຍນີ້ ຈົ່ງຕັ້ງຕົວໄວ້ໃນການນີ້ທີດຽວ ເພື່ອຄວາມຈຳເລີນຂຶ້ນດີຂອງທ່ານຈະໄດ້ປາກົດແກ່ຄົນທັງປວງ.”—1 ຕີໂມເຕ 4:15

ເພງ: 57, 52

1, 2. ສິ່ງໃດທີ່ເຮັດໃຫ້ມະນຸດແຕກຕ່າງຈາກສັດ?

ສະໝອງຂອງມະນຸດເປັນສິ່ງທີ່ພິເສດທີ່ສຸດ. ຕົວຢ່າງເຊັ່ນ: ມະນຸດມີຄວາມສາມາດທີ່ຈະຮຽນພາສາ ແລະພາສາເຮັດໃຫ້ເຮົາອ່ານອອກ ຂຽນໄດ້ ເວົ້າເປັນ ແລະຟັງເຂົ້າໃຈ. ນອກຈາກນັ້ນ ພາສາຍັງເຮັດໃຫ້ເຮົາອະທິດຖານແລະຮ້ອງເພງສັນລະເສີນພະເຢໂຫວາໄດ້. ຄວາມສາມາດທັງໝົດນີ້ເຮັດໃຫ້ເຮົາແຕກຕ່າງແທ້ໆຈາກສັດ. ນັກວິທະຍາສາດບໍ່ສາມາດເຂົ້າໃຈຢ່າງເຕັມທີກ່ຽວກັບວິທີທີ່ສະໝອງສາມາດເຮັດສິ່ງທີ່ໜ້າງຶດງໍ້ນີ້ໄດ້.

2 ຄວາມສາມາດທາງດ້ານພາສາເປັນຂອງຂວັນທີ່ມາຈາກພະເຢໂຫວາ. (ຄຳເພງ 139:14; ຄຳປາກົດ 4:11) ພະອົງຍັງໃຫ້ສິ່ງອື່ນອີກເປັນຂອງຂວັນເຊິ່ງເຮັດໃຫ້ເຮົາແຕກຕ່າງຈາກສັດ ນັ້ນຄື ມະນຸດເຮົາຖືກສ້າງ “ຕາມຮູບຂອງພະເຈົ້າ.” ເຮົາມີສິດໃນການເລືອກດ້ວຍຕົວເອງ ແລະເຮົາສາມາດເລືອກທີ່ຈະໃຊ້ພາສາເພື່ອຮັບໃຊ້ແລະສັນລະເສີນພະເຢໂຫວາ.—ຕົ້ນເດີມ 1:27

3. ພະເຢໂຫວາຈັດໃຫ້ເຮົາມີຫຍັງເພື່ອເຮັດໃຫ້ເຮົາເປັນຄົນສຸຂຸມ?

3 ໂດຍທາງຄຳພີໄບເບິນ ພະເຢໂຫວາໄດ້ບອກໃຫ້ເຮົາຮູ້ຈັກວິທີທີ່ຈະຮັບໃຊ້ແລະສັນລະເສີນພະອົງ. ຄຳພີໄບເບິນທີ່ມີຄົບທຸກພະທຳຫຼືທີ່ມີບາງພະທຳ ມີໃຫ້ອ່ານໃນຫຼາຍກວ່າ 2.800 ພາສາ. ເມື່ອເຮົາຄິດຕຶກຕອງໃນສິ່ງທີ່ຄຳພີໄບເບິນບອກໄວ້ ເຮົາສາມາດເລີ່ມຄິດໃນແບບທີ່ພະເຢໂຫວາຄິດ. (ຄຳເພງ 40:5; 92:5; 139:17) ເພາະການຄິດແບບພະເຢໂຫວາຈະເຮັດໃຫ້ເຮົາເປັນຄົນສຸຂຸມແລະພາເຮົາໄປເຖິງຊີວິດຕະຫຼອດໄປ.—ອ່ານ 2 ຕີໂມເຕ 3:14-17

4. ການຄິດຕຶກຕອງໝາຍຄວາມວ່າແນວໃດ ແລະເຮົາຈະພິຈາລະນາຄຳຖາມຫຍັງແດ່?

4 ການຄິດຕຶກຕອງໝາຍເຖິງການເອົາໃຈໃສ່ຕໍ່ບາງສິ່ງແລະຄິດຢ່າງເລິກເຊິ່ງແລະຢ່າງລະມັດລະວັງກ່ຽວກັບເລື່ອງນັ້ນ. (ຄຳເພງ 77:12; ສຸພາສິດ 24:1, 2) ເຮົາໄດ້ຮັບປະໂຫຍດຫຼາຍທີ່ສຸດເມື່ອເຮົາຄິດຕຶກຕອງໃນສິ່ງທີ່ເຮົາໄດ້ຮຽນຮູ້ກ່ຽວກັບພະເຢໂຫວາແລະພະເຍຊູ. (ໂຢຮັນ 17:3) ໃນບົດຄວາມນີ້ເຮົາຈະຕອບຄຳຖາມຕໍ່ໄປນີ້: ເຮົາຈະອ່ານແບບໃດເພື່ອໃຫ້ຄິດຕຶກຕອງໄດ້ງ່າຍຂຶ້ນ? ເຮົາສາມາດຄິດຕຶກຕອງໃນເລື່ອງໃດແດ່? ແລະສິ່ງໃດຈະຊ່ວຍເຮົາໃຫ້ຄິດຕຶກຕອງເປັນປະຈຳແລະທັງມ່ວນນຳອີກ?

ຕ້ອງແນ່ໃຈວ່າເຈົ້າໄດ້ຮັບປະໂຫຍດຈາກສິ່ງທີ່ສຶກສາ

5, 6. ສິ່ງໃດຈະຊ່ວຍເຈົ້າໃຫ້ຈື່ແລະເຂົ້າໃຈຫຼາຍຂຶ້ນໃນເລື່ອງທີ່ອ່ານ?

5 ເຈົ້າເຄີຍສັງເກດບໍວ່າມີບາງສິ່ງທີ່ເຈົ້າເຮັດໂດຍບໍ່ຕ້ອງຄິດກ່ຽວກັບສິ່ງເຫຼົ່ານັ້ນ ເຊັ່ນ: ການຫາຍໃຈ ການຍ່າງ ຫຼືການຖີບລົດ? ບາງຄັ້ງເຈົ້າອາດຈະອ່ານໂດຍບໍ່ໄດ້ຄິດຊໍ້າ. ບາງທີເຈົ້າອາດຈະເລີ່ມຄິດກ່ຽວກັບເລື່ອງອື່ນໃນຂະນະທີ່ກຳລັງອ່ານ. ເຈົ້າຈະເຮັດແນວໃດເພື່ອບໍ່ໃຫ້ເປັນແບບນີ້? ສຳຄັນຫຼາຍທີ່ຈະຈົດຈໍ່ໃນເລື່ອງທີ່ກຳລັງອ່ານແລະຄິດກ່ຽວກັບຄວາມໝາຍຂອງເລື່ອງນັ້ນ. ຈາກນັ້ນ ເມື່ອອ່ານຮອດຕອນທ້າຍຂອງຫຍໍ້ໜ້າຫຼືຮອດຕອນທ້າຍຂອງຫົວຂໍ້ຍ່ອຍໃນປຶ້ມ ໃຫ້ຢຸດແລະຄິດຕຶກຕອງໃນເລື່ອງທີ່ຫາກໍອ່ານໄປນັ້ນ. ໃຫ້ຄິດກ່ຽວກັບເລື່ອງທີ່ເຈົ້າໄດ້ຮຽນຮູ້ ແລະຕ້ອງແນ່ໃຈວ່າເຈົ້າເຂົ້າໃຈເລື່ອງນັ້ນແທ້ໆ.

ການອ່ານຄຳພີໄບເບິນແບບອອກສຽງຈະຊ່ວຍເຈົ້າໃຫ້ຈົດຈໍ່ໄດ້ຫຼາຍຂຶ້ນແລະຈື່ໄດ້ດີຂຶ້ນ

6 ນັກວິທະຍາສາດຄົ້ນພົບວ່າການອ່ານອອກສຽງຈະເຮັດໃຫ້ເຮົາຈື່ໄດ້ງ່າຍຂຶ້ນ. ຜູ້ສ້າງເຮົາກໍຮູ້ໃນເລື່ອງນີ້ ແລະດ້ວຍເຫດນີ້ພະອົງຈຶ່ງບອກໂຢຊວຍໃຫ້ອ່ານປຶ້ມກົດໝາຍແບບ “ຄຶດຕຶກຕອງ” ເຊິ່ງກໍຄືການອ່ານອອກສຽງຄ່ອຍໆ. (ອ່ານໂຢຊວຍ 1:8) ການອ່ານຄຳພີໄບເບິນແບບອອກສຽງຍັງຈະຊ່ວຍເຈົ້າໃຫ້ຈົດຈໍ່ໄດ້ຫຼາຍຂຶ້ນແລະຈື່ໄດ້ດີຂຶ້ນ.

7. ຕອນໃດເປັນເວລາທີ່ດີທີ່ສຸດທີ່ຈະຄິດຕຶກຕອງກ່ຽວກັບຄຳພີໄບເບິນ? (ເບິ່ງຮູບທຳອິດ)

7 ເພື່ອຈະຄິດຕຶກຕອງ ເຮົາຕ້ອງໄດ້ພະຍາຍາມຈົດຈໍ່ໃນເລື່ອງທີ່ເຮົາສຶກສາ. ດ້ວຍເຫດນັ້ນ ເວລາທີ່ດີທີ່ສຸດທີ່ຈະຄິດຕຶກຕອງແມ່ນຕອນທີ່ເຈົ້າບໍ່ອິດເມື່ອຍແລະໃນບ່ອນທີ່ງຽບໆເຊິ່ງບໍ່ມີສິ່ງລົບກວນ. ດາວິດຜູ້ຂຽນຄຳເພງໄດ້ຄິດຕຶກຕອງໃນຂະນະທີ່ຮູ້ເມື່ອໃນເວລາກາງຄືນ. (ຄຳເພງ 63:6) ພະເຍຊູເຊິ່ງເປັນຄົນສົມບູນແບບໄດ້ເລືອກບ່ອນທີ່ງຽບໆເພື່ອຄິດຕຶກຕອງແລະອະທິດຖານ.—ລືກາ 6:12

ສິ່ງດີໆທີ່ສາມາດຕຶກຕອງໄດ້

8. (ກ) ເຮົາສາມາດຄິດຕຶກຕອງເຖິງເລື່ອງໃດແດ່? (ຂ) ພະເຢໂຫວາຮູ້ສຶກແນວໃດເມື່ອເຮົາລົມກັນກ່ຽວກັບເລື່ອງຂອງພະອົງ?

8 ນອກຈາກສິ່ງທີ່ອ່ານໃນຄຳພີໄບເບິນແລ້ວ ຍັງມີສິ່ງອື່ນອີກທີ່ເຈົ້າສາມາດຄິດຕຶກຕອງເຖິງ. ຕົວຢ່າງເຊັ່ນ: ເມື່ອເຫັນສິ່ງອັດສະຈັນທີ່ພະເຢໂຫວາໄດ້ສ້າງ ໃຫ້ຢຸດແລະຖາມຕົວເອງວ່າ: ‘ສິ່ງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?’ ແນ່ນອນວ່າການຄິດແບບນັ້ນຈະກະຕຸ້ນເຈົ້າໃຫ້ຂອບໃຈພະເຢໂຫວາໃນຄຳອະທິດຖານ. ຖ້າຢູ່ກັບຄົນອື່ນ ເຈົ້າຄົງຈະຢາກເວົ້າເຖິງຄວາມຮູ້ສຶກນັ້ນໃຫ້ເຂົາເຈົ້າຟັງ. (ຄຳເພງ 104:24; ກິດຈະການ 14:17) ພະເຢໂຫວາສົນໃຈແລະພໍໃຈເມື່ອເຮົາຄິດຕຶກຕອງ ອະທິດຖານ ແລະລົມກັນກ່ຽວກັບເລື່ອງຂອງພະອົງ. ຄຳພີໄບເບິນຮັບຮອງກັບເຮົາວ່າ: “ມີໜັງສືທີ່ລະນຶກຂຽນໄວ້ຕໍ່ໜ້າພະອົງສຳລັບຄົນທັງຫຼາຍທີ່ຢ້ານຢຳພະເຢໂຫວາແລະສຳລັບຄົນທັງຫຼາຍທີ່ຄຶດ [ຕຶກຕອງ] ເຖິງນາມຊື່ຂອງພະອົງ.”—ມາລາກີ 3:16

ເຈົ້າຄິດຕຶກຕອງເຖິງວິທີທີ່ຈະຊ່ວຍນັກສຶກສາຂອງເຈົ້າບໍ? (ເບິ່ງຂໍ້ 9)

9. (ກ) ໂປໂລບອກຕີໂມເຕໃຫ້ຄິດຕຶກຕອງເຖິງສິ່ງໃດ? (ຂ) ເມື່ອກຽມຕົວສຳລັບການປະກາດ ເຮົາສາມາດຄິດຕຶກຕອງໃນເລື່ອງໃດແດ່?

9 ອັກຄະສາວົກໂປໂລບອກຕີໂມເຕໃຫ້ຄິດຕຶກຕອງກ່ຽວກັບວິທີທີ່ລາວເວົ້າ ປະພຶດ ແລະສອນ ເພາະສິ່ງເຫຼົ່ານັ້ນມີຜົນກະທົບຕໍ່ຄົນອື່ນ. (ອ່ານ 1 ຕີໂມເຕ 4:12-16) ເຈົ້າກໍຄືກັນສາມາດຄິດຕຶກຕອງເຖິງສິ່ງເຫຼົ່ານີ້ໄດ້. ຕົວຢ່າງເຊັ່ນ: ເຈົ້າຕ້ອງມີເວລາເພື່ອຄິດຕຶກຕອງເມື່ອກຽມຕົວສຳລັບການສຶກສາຄຳພີໄບເບິນ. ໃຫ້ຄິດເຖິງຄົນທີ່ເຈົ້າສຶກສາຄຳພີໄບເບິນນຳ ແລະພະຍາຍາມທີ່ຈະຕັ້ງຄຳຖາມຫຼືຍົກຕົວຢ່າງປຽບທຽບເຊິ່ງຈະຊ່ວຍລາວໃຫ້ກ້າວໜ້າຕໍ່ໄປ. ເມື່ອກຽມຕົວສຳລັບການສຶກສາດ້ວຍວິທີນີ້ ຄວາມເຊື່ອຂອງເຈົ້າກໍຈະເຂັ້ມແຂງຂຶ້ນແລະເຈົ້າຈະສອນຄຳພີໄບເບິນໄດ້ດີຂຶ້ນແລະກະຕືລືລົ້ນຫຼາຍຂຶ້ນ. ເຈົ້າຍັງຈະໄດ້ຮັບປະໂຫຍດເມື່ອຄິດຕຶກຕອງກ່ອນທີ່ຈະອອກໄປເຮັດວຽກປະກາດ. (ອ່ານເອເຊດຣາເຊ 7:10) ບາງທີເຈົ້າສາມາດອ່ານບົດໜຶ່ງຈາກພະທຳກິດຈະການເພື່ອຈະຊ່ວຍເຈົ້າໃຫ້ກະຕືລືລົ້ນໃນການປະກາດ ແລະເຈົ້າຍັງສາມາດຄິດຕຶກຕອງກ່ຽວກັບຂໍ້ພະຄຳພີຕ່າງໆທີ່ເຈົ້າຄິດຈະໃຊ້ແລະປຶ້ມທີ່ເຈົ້າຈະສະເໜີໃນມື້ນັ້ນ. (2 ຕີໂມເຕ 1:6) ໃຫ້ຄິດເຖິງຄົນທີ່ຢູ່ໃນເຂດປະກາດ ແລະເລື່ອງທີ່ເຈົ້າຈະເວົ້າເພື່ອໃຫ້ເຂົາເຈົ້າສົນໃຈ. ເມື່ອກຽມຕົວແບບນີ້ ເຈົ້າກໍຈະໃຊ້ຄຳພີໄບເບິນຢ່າງເກີດຜົນໃນການປະກາດ.—1 ໂກລິນໂທ 2:4

ໃຫ້ເວລາເພື່ອສິ່ງທີ່ເຈົ້າອ່ານຈະເຂົ້າໄປໃນຫົວໃຈ ແລະໃຫ້ມີເວລາທີ່ຈະອະທິດຖານຂອບໃຈພະເຢໂຫວາສຳລັບສິ່ງດີໆທີ່ເຈົ້າກຳລັງຮຽນຮູ້

10. ມີສິ່ງດີໆເລື່ອງໃດອີກທີ່ເຮົາສາມາດຄິດຕຶກຕອງເຖິງ?

10 ເຈົ້າສາມາດຄິດຕຶກຕອງເຖິງເລື່ອງໃດອີກ? ຖ້າເຈົ້າຈົດບັນທຶກໃນລະຫວ່າງທີ່ຟັງຄຳບັນລະຍາຍສາທາລະນະ ການປະຊຸມໝວດ ແລະການປະຊຸມພາກ ໃຫ້ໃຊ້ເວລາເພື່ອທວນຄືນເລື່ອງເຫຼົ່ານັ້ນ. ໃນຂະນະທີ່ເຮັດເຊັ່ນນັ້ນ ໃຫ້ຖາມຕົວເອງວ່າ: ‘ຂ້ອຍຮຽນຮູ້ຫຍັງຈາກຄຳພີໄບເບິນແລະຈາກອົງການຂອງພະເຢໂຫວາ?’ ເຈົ້າຍັງສາມາດຄິດຕຶກຕອງກ່ຽວກັບຂໍ້ມູນທີ່ອອກແຕ່ລະເດືອນໃນວາລະສານຫໍສັງເກດການ ແລະຕື່ນເຖີດ! ແລະໃນປຶ້ມຕ່າງໆທີ່ອອກໃໝ່ຫຼ້າສຸດຢູ່ທີ່ການປະຊຸມພາກ. ເມື່ອອ່ານປຶ້ມປະຈຳປີ ໃຫ້ຢຸດຫຼັງຈາກທີ່ອ່ານປະສົບການໜຶ່ງຈົບ ໃຫ້ຄິດກ່ຽວກັບເລື່ອງນັ້ນເພື່ອໃຫ້ສິ່ງນັ້ນຊຶມຊັບເຂົ້າໄປໃນຫົວໃຈຂອງເຈົ້າ. ເມື່ອອ່ານປຶ້ມຕ່າງໆຂອງເຮົາ ເຈົ້າອາດຂີດກ້ອງຄວາມຄິດຫຼັກ ຫຼືຈົດບັນທຶກໄວ້ຢູ່ໃນຂອບຂອງໜ້າເຈ້ຍ. ການເຮັດແບບນີ້ຈະຊ່ວຍເຈົ້າເມື່ອກຽມຕົວສຳລັບການກັບໄປຢ້ຽມຢາມ ການບຳລຸງລ້ຽງ ຫຼືການໃຫ້ຄຳບັນລະຍາຍ. ສຳຄັນທີ່ສຸດ ເມື່ອເຈົ້າຢຸດແລະຄິດຕຶກຕອງໃນເລື່ອງທີ່ອ່ານ ເຈົ້າໃຫ້ເວລາເພື່ອສິ່ງນັ້ນຈະເຂົ້າໄປໃນຫົວໃຈ ແລະໃຫ້ມີເວລາທີ່ຈະອະທິດຖານຂອບໃຈພະເຢໂຫວາສຳລັບສິ່ງດີໆທີ່ເຈົ້າກຳລັງຮຽນຮູ້.

ການຄິດຕຶກຕອງໃນຄຳພີໄບເບິນທຸກໆມື້

11. ປຶ້ມຫົວໃດເປັນປຶ້ມທີ່ສຳຄັນທີ່ສຸດເຊິ່ງເຮົາຄວນຄິດຕຶກຕອງເຖິງ ແລະການເຮັດແບບນີ້ຈະຊ່ວຍເຮົາແນວໃດ? (ເບິ່ງຂໍ້ຄວາມໄຂເງື່ອນ)

11 ແນ່ນອນ ຄຳພີໄບເບິນເປັນປຶ້ມທີ່ສຳຄັນທີ່ສຸດເຊິ່ງເຮົາຄວນຄິດຕຶກຕອງເຖິງ. ແຕ່ຖ້າໃນມື້ໜຶ່ງມີການຫ້າມບໍ່ໃຫ້ເຈົ້າມີຄຳພີໄບເບິນເດ? * (ເບິ່ງໄຂເງື່ອນ) ຢ່າລືມວ່າບໍ່ມີໃຜສາມາດຂັດຂວາງເຈົ້າບໍ່ໃຫ້ຄິດຕຶກຕອງເຖິງສິ່ງທີ່ຢູ່ໃນຄວາມຊົງຈຳຂອງເຈົ້າ ເຊັ່ນ: ຂໍ້ພະຄຳພີຕ່າງໆຫຼືເພງລາຊະອານາຈັກທີ່ເຈົ້າມັກທີ່ສຸດ. (ກິດຈະການ 16:25) ພະລັງຂອງພະເຈົ້າຈະຊ່ວຍເຈົ້າໃຫ້ຈື່ສິ່ງຕ່າງໆທີ່ໄດ້ຮຽນຮູ້ໄປແລ້ວເຊິ່ງສິ່ງນັ້ນຈະເຮັດໃຫ້ເຈົ້າຮັກສາຄວາມສັດຊື່ໄວ້ໄດ້.—ໂຢຮັນ 14:26

12. ອັນໃດແມ່ນວິທີໜຶ່ງທີ່ເຈົ້າສາມາດວາງແຜນສຳລັບການອ່ານຄຳພີໄບເບິນທຸກໆມື້?

12 ອັນໃດແມ່ນວິທີໜຶ່ງທີ່ເຈົ້າສາມາດວາງແຜນສຳລັບການອ່ານຄຳພີໄບເບິນທຸກໆມື້? ບາງມື້ໃນລະຫວ່າງອາທິດ ບາງທີເຈົ້າສາມາດອ່ານແລະຄິດຕຶກຕອງໃນການອ່ານຄຳພີໄບເບິນປະຈຳອາທິດສຳລັບໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ. ໃນມື້ອື່ນໆເຈົ້າສາມາດອ່ານໃນພະທຳກິດຕິຄຸນຕ່າງໆເຊັ່ນ: ມັດທາຍ ມາລະໂກ ລືກາ ແລະໂຢຮັນ ແລ້ວຈາກນັ້ນໃຫ້ຄິດຕຶກຕອງໃນສິ່ງທີ່ພະເຍຊູເວົ້າແລະປະຕິບັດ. (ໂລມ 10:17; ເຫບເລີ 12:2; 1 ເປໂຕ 2:21) ນອກຈາກນັ້ນ ເຮົາຍັງມີປຶ້ມທີ່ອະທິບາຍກ່ຽວກັບເຫດການຕ່າງໆທີ່ໄດ້ເກີດຂຶ້ນໃນຊີວິດຂອງພະເຍຊູຕາມລຳດັບເວລາ. ປຶ້ມນີ້ສາມາດຊ່ວຍເຈົ້າໃຫ້ໄດ້ຮັບປະໂຫຍດຢ່າງເຕັມທີຫຼາຍຂຶ້ນຈາກການອ່ານພະທຳກິດຕິຄຸນຕ່າງໆ.—ໂຢຮັນ 14:6

ເປັນຫຍັງການຄິດຕຶກຕອງຈຶ່ງສຳຄັນ?

13, 14. ເປັນຫຍັງການຄິດຕຶກຕອງຕໍ່ໆໄປກ່ຽວກັບພະເຢໂຫວາແລະພະເຍຊູຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ ແລະສິ່ງນີ້ຈະກະຕຸ້ນເຮົາໃຫ້ເຮັດຫຍັງ?

13 ການຄິດຕຶກຕອງກ່ຽວກັບພະເຢໂຫວາແລະພະເຍຊູສາມາດຊ່ວຍຄົນຜູ້ໜຶ່ງໃຫ້ເປັນຄລິດສະຕຽນທີ່ອາວຸໂສແລະຮັກສາຄວາມເຊື່ອໃຫ້ເຂັ້ມແຂງໄວ້ໄດ້. (ເຫບເລີ 5:14; 6:1) ຖ້າຄົນຜູ້ໜຶ່ງໃຊ້ເວລາພຽງໜ້ອຍດຽວເພື່ອຄິດກ່ຽວກັບພະເຢໂຫວາ ລາວຈະຄ່ອຍໆສູນເສຍສາຍສຳພັນກັບພະອົງຫຼືເຖິງຂັ້ນປະຕິເສດພະອົງດ້ວຍຊໍ້າ. (ເຫບເລີ 2:1; 3:12) ພະເຍຊູເຕືອນວ່າຖ້າເຮົາບໍ່ຟັງຫຼືບໍ່ຍອມຮັບພະຄຳຂອງພະເຈົ້າ ‘ໄວ້ໃນໃຈທີ່ສັດຊື່ແລະໃນໃຈທີ່ດີ’ ເຮົາກໍຈະບໍ່ໄດ້ “ຖືເອົາພະຄຳນັ້ນໄວ້.” ດັ່ງນັ້ນຈຶ່ງເປັນເລື່ອງງ່າຍທີ່ “ຄວາມອຸກໃຈແລະເຂົ້າຂອງເງິນຄຳແລະຄວາມສະໜຸກແຫ່ງຊີວິດ” ຈະຫຸ້ມຮັດເຮົາໄວ້.—ລືກາ 8:14, 15

14 ດັ່ງນັ້ນ ຂໍໃຫ້ເຮົາຄິດຕຶກຕອງຕໍ່ໆໄປກ່ຽວກັບຄຳພີໄບເບິນແລະຮູ້ຈັກພະເຢໂຫວາໃຫ້ຫຼາຍຂຶ້ນ. ສິ່ງນີ້ຈະກະຕຸ້ນເຮົາໃຫ້ຮຽນແບບຄຸນລັກສະນະແລະນິດໄສໃຈຄໍຂອງພະອົງໃຫ້ໄດ້ໃກ້ຄຽງຫຼາຍຂຶ້ນ. (2 ໂກລິນໂທ 3:18) ເຮົາສາມາດຮຽນຮູ້ຫຼາຍຂຶ້ນຕໍ່ໆໄປກ່ຽວກັບພໍ່ຂອງເຮົາທີ່ຢູ່ທາງພາກສະຫວັນແລະຮຽນແບບພະອົງຕະຫຼອດໄປ. ນີ້ເປັນກຽດທີ່ຍິ່ງໃຫຍ່ທີ່ສຸດ!—ຜູ້ເທສະໜາປ່າວປະກາດ 3:11

ການຄິດຕຶກຕອງກ່ຽວກັບພະເຢໂຫວາແລະພະເຍຊູສາມາດຊ່ວຍເຈົ້າໃຫ້ກະຕືລືລົ້ນສະເໝີໃນເລື່ອງຄວາມຈິງ

15, 16. (ກ) ເຈົ້າໄດ້ຮັບປະໂຫຍດແນວໃດຈາກການຄິດຕຶກຕອງກ່ຽວກັບພະເຢໂຫວາແລະພະເຍຊູ? (ຂ) ເປັນຫຍັງບາງຄັ້ງຈຶ່ງອາດເປັນເລື່ອງຍາກທີ່ຈະຄິດຕຶກຕອງ ແຕ່ເປັນຫຍັງເຮົາຄວນພະຍາຍາມຕໍ່ໆໄປ?

15 ການຄິດຕຶກຕອງກ່ຽວກັບພະເຢໂຫວາແລະພະເຍຊູສາມາດຊ່ວຍເຈົ້າໃຫ້ກະຕືລືລົ້ນສະເໝີໃນເລື່ອງຄວາມຈິງ. ຄວາມກະຕືລືລົ້ນຂອງເຈົ້າຈະໃຫ້ກຳລັງໃຈພີ່ນ້ອງແລະຄົນທີ່ເຈົ້າພົບໃນເຂດປະກາດ. ເມື່ອຄິດຕຶກຕອງເຖິງສິ່ງທີ່ພະເຢໂຫວາເຮັດສຳລັບເຈົ້າໂດຍຈັດໃຫ້ມີຄ່າໄຖ່ຂອງພະເຍຊູ ເຈົ້າຈະຮູ້ຄຸນຄ່າຕໍ່ໆໄປທີ່ເຈົ້າໄດ້ມີສາຍສຳພັນກັບພະອົງ. (ໂລມ 3:24; ຢາໂກໂບ 4:8) ມາກເຊິ່ງເປັນພີ່ນ້ອງຊາຍຈາກປະເທດອາຝຼິກກາໃຕ້ໄດ້ຕິດຄຸກສາມປີຍ້ອນຄວາມເຊື່ອ ລາວເວົ້າວ່າ: “ການຄິດຕຶກຕອງສົມທຽບໄດ້ກັບການປະຈົນໄພທີ່ໜ້າຕື່ນເຕັ້ນ. ແຮ່ງເຮົາຄິດຕຶກຕອງກ່ຽວກັບຄວາມຮູ້ໃນຄຳພີໄບເບິນຫຼາຍເທົ່າໃດ ເຮົາກໍແຮ່ງຈະຄົ້ນພົບສິ່ງໃໝ່ໆກ່ຽວກັບພະເຢໂຫວາຫຼາຍຂຶ້ນເທົ່ານັ້ນ. ເມື່ອຂ້ອຍທໍ້ໃຈພຽງແຕ່ໜ້ອຍໜຶ່ງຫຼືກັງວົນກ່ຽວກັບອະນາຄົດ ຂ້ອຍກໍຈະຈັບເອົາຄຳພີໄບເບິນມາອ່ານແລະຄິດຕຶກຕອງກ່ຽວກັບເລື່ອງທີ່ຢູ່ໃນພະຄຳພີ. ຂ້ອຍຮູ້ສຶກໄດ້ວ່າການເຮັດແບບນັ້ນຊ່ວຍຂ້ອຍໃຫ້ສະຫງົບໃຈໄດ້ແທ້ໆ.”

16 ຊີວິດໃນໂລກນີ້ມີແຕ່ສິ່ງທີ່ດຶງດູດໃຈເຊິ່ງເຮັດໃຫ້ຍາກທີ່ຈະມີເວລາເພື່ອຄິດຕຶກຕອງກ່ຽວກັບຄຳພີໄບເບິນ. ພີ່ນ້ອງແພັດທຣິກຈາກປະເທດອາຝຼິກກາເວົ້າວ່າ: “ຄວາມຄິດຂອງຂ້ອຍເປັນຄືກັບກ່ອງຈົດໝາຍທີ່ເຕັມໄປດ້ວຍຂໍ້ມູນທີ່ຫຼາກຫຼາຍ ມີທັງສິ່ງທີ່ຕ້ອງການແລະສິ່ງທີ່ບໍ່ຕ້ອງການເຊິ່ງຕ້ອງໄດ້ຄັດແຍກທຸກໆມື້. ໃນຂະນະທີ່ຂ້ອຍຄົ້ນເບິ່ງສິ່ງທີ່ຢູ່ໃນຄວາມຄິດ ຫຼາຍຄັ້ງຂ້ອຍພົບວ່າມີ ‘ຄວາມຄິດທີ່ເຮັດໃຫ້ວຸ່ນວາຍໃຈ’ ແລະຂ້ອຍຈຳເປັນຕ້ອງໄດ້ອະທິດຖານເຖິງພະເຢໂຫວາກ່ຽວກັບເລື່ອງນັ້ນເພື່ອໃຫ້ຄວາມຄິດປອດໂປ່ງກ່ອນທີ່ຈະຄິດຕຶກຕອງເລື່ອງໃນຄຳພີໄບເບິນ. ເຖິງວ່າການເຮັດແບບນີ້ອາດຕ້ອງໄດ້ໃຊ້ເວລາໜ້ອຍໜຶ່ງ ແຕ່ຂ້ອຍຮູ້ສຶກໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ການເຮັດແບບນີ້ຊ່ວຍເປີດຄວາມຄິດຂອງຂ້ອຍໃຫ້ເຂົ້າໃຈຄວາມຈິງໄດ້ດີຂຶ້ນ.” (ຄຳເພງ 94:19) ແມ່ນແລ້ວ ເຮົາໄດ້ຮັບປະໂຫຍດໃນຫຼາຍໆດ້ານເມື່ອເຮົາອ່ານແລະຄິດຕຶກຕອງກ່ຽວກັບຄຳພີໄບເບິນທຸກໆມື້.—ກິດຈະການ 17:11

ເຮັດແນວໃດຈະມີເວລາ?

17. ເຈົ້າຈະເຮັດແນວໃດຈຶ່ງຈະມີເວລາເພື່ອຄິດຕຶກຕອງ?

17 ບາງຄົນລຸກແຕ່ເຊົ້າເພື່ອອ່ານ ຄິດຕຶກຕອງ ແລະອະທິດຖານ. ສ່ວນຄົນອື່ນເຮັດເຊັ່ນນັ້ນໃນເວລາທີ່ພັກກິນເຂົ້າທ່ຽງ. ບາງທີເວລາທີ່ເໝາະທີ່ສຸດສຳລັບເຈົ້າທີ່ຈະອ່ານຄຳພີໄບເບິນແມ່ນຕອນຄໍ່າຫຼືກ່ອນທີ່ຈະເຂົ້ານອນ. ບາງຄົນມັກເຮັດເຊັ່ນນັ້ນໃນຕອນເຊົ້າແລະອ່ານອີກກ່ອນທີ່ຈະເຂົ້ານອນ. (ໂຢຊວຍ 1:8) ສິ່ງທີ່ສຳຄັນແມ່ນໃຫ້ ‘ຊື້ເວລາທີ່ສົມຄວນໃຊ້’ ນັ້ນໝາຍເຖິງການຍາດເອົາເວລາຈາກສິ່ງທີ່ສຳຄັນໜ້ອຍກວ່າເພື່ອເຈົ້າຈະສາມາດຄິດຕຶກຕອງກ່ຽວກັບຄຳພີໄບເບິນໄດ້ທຸກໆມື້.—ເອເຟດ 5:15, 16

18. ຄຳພີໄບເບິນມີຄຳສັນຍາຫຍັງສຳລັບຄົນທີ່ຄິດຕຶກຕອງກ່ຽວກັບພະຄຳຂອງພະເຈົ້າແລະນຳໃຊ້ສິ່ງທີ່ໄດ້ຮຽນຮູ້ນັ້ນ?

18 ຄຳພີໄບເບິນສັນຍາວ່າ ພະເຢໂຫວາຈະອວຍພອນທຸກຄົນທີ່ຄິດຕຶກຕອງໃນພະຄຳຂອງພະອົງແລະທີ່ພະຍາຍາມນຳໃຊ້ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້. (ອ່ານຄຳເພງ 1:1-3) ພະເຍຊູກ່າວວ່າ: “ຄົນທັງຫຼາຍທີ່ຟັງພະຄຳຂອງພະເຈົ້າແລະຂັບຕາມພະຄຳນັ້ນກໍເປັນສຸກຫຼາຍ.” (ລືກາ 11:28) ແຕ່ສິ່ງທີ່ສຳຄັນທີ່ສຸດ ການຄິດຕຶກຕອງກ່ຽວກັບພະຄຳຂອງພະເຢໂຫວາທຸກໆມື້ຈະຊ່ວຍເຮົາໃຫ້ເຮັດສິ່ງທີ່ຈະເຮັດໃຫ້ພະອົງໄດ້ຮັບກຽດ. ເມື່ອເຮັດເຊັ່ນນັ້ນ ພະເຢໂຫວາຈະໃຫ້ລາງວັນເຮົາຄືໃຫ້ມີຄວາມສຸກໃນຕອນນີ້ແລະມີຊີວິດຕະຫຼອດໄປໃນໂລກໃໝ່.—ຢາໂກໂບ 1:25; ຄຳປາກົດ 1:3

^ ຂໍ້ 11 ຂໍໃຫ້ເບິ່ງບົດຄວາມ “ເຮົາຕໍ່ສູ້ເພື່ອຄົງຄວາມເຂັ້ມແຂງຝ່າຍວິນຍານ” ໃນຫໍສັງເກດການ 1 ທັນວາ 2006.