ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຈົ່ງນັບຖືຄົນຢ່າງນັ້ນ”

“ຈົ່ງນັບຖືຄົນຢ່າງນັ້ນ”

ນັບຕັ້ງແຕ່ປີ 1992 ຄະນະກຳມະການປົກຄອງໄດ້ແຕ່ງຕັ້ງຜູ້ເຖົ້າແກ່ທີ່ມີປະສົບການແລະອາວຸໂສໃຫ້ຊ່ວຍເຫຼືອຄະນະກຳມະການຕ່າງໆເພື່ອໃຫ້ວຽກງານຂອງເຂົາເຈົ້າໄດ້ຮັບຜົນສຳເລັດ. * (ເບິ່ງໄຂເງື່ອນ) ຜູ້ຊ່ວຍເຫຼົ່ານີ້ທີ່ເປັນ “ແກະອື່ນ” ໄດ້ໃຫ້ການສະໜັບສະໜູນທີ່ມີຄ່າຕໍ່ຄະນະກຳມະການປົກຄອງ. (ໂຢຮັນ 10:16) ເຂົາເຈົ້າເຂົ້າຮ່ວມການປະຊຸມປະຈຳອາທິດຂອງຄະນະກຳມະການທີ່ຕົນເອງໄດ້ຮັບມອບໝາຍໃຫ້ເຮັດວຽກນຳ. ໜ້າທີ່ຂອງຜູ້ຊ່ວຍແມ່ນຈັດຫາຂໍ້ມູນຕ່າງໆທີ່ຕ້ອງການແລະສະເໜີຄຳຄິດເຫັນໃຫ້ກັບຄະນະຂອງເຂົາເຈົ້າ. ສະມາຊິກຂອງຄະນະກຳມະການປົກຄອງຈະເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແລະຈາກນັ້ນຜູ້ຊ່ວຍເຫຼົ່ານັ້ນກໍຈະເບິ່ງວ່າມີການເຮັດສອດຄ່ອງຕາມທີ່ໄດ້ຕັດສິນໃຈໄປແລ້ວ. ພີ່ນ້ອງຊາຍເຫຼົ່ານີ້ເຕັມໃຈເຮັດທຸກໆວຽກທີ່ເຂົາເຈົ້າໄດ້ຮັບມອບໝາຍ. ເຂົາເຈົ້າເດີນທາງໄປກັບສະມາຊິກຂອງຄະນະກຳມະການປົກຄອງເພື່ອເຂົ້າຮ່ວມການປະຊຸມພາກພິເສດແລະການປະຊຸມນາໆຊາດ. ນອກຈາກນັ້ນ ເຂົາເຈົ້າອາດໄດ້ຮັບມອບໝາຍໃຫ້ໄປຢ້ຽມຢາມສຳນັກງານສາຂາຕ່າງໆໃນຖານະເປັນຕົວແທນຈາກສຳນັກງານໃຫຍ່.

ພີ່ນ້ອງຊາຍຄົນໜຶ່ງທີ່ຮັບໃຊ້ເປັນຜູ້ຊ່ວຍຕັ້ງແຕ່ປີ 1992 ລາວເວົ້າວ່າ: “ເມື່ອຂ້ອຍເຮັດວຽກຕາມທີ່ໄດ້ຮັບມອບໝາຍ ຄະນະກຳມະການປົກຄອງກໍສາມາດເອົາໃຈໃສ່ໃນເລື່ອງຕ່າງໆກ່ຽວກັບການບຳລຸງລ້ຽງຄວາມເຊື່ອຂອງພີ່ນ້ອງໄດ້ຢ່າງເຕັມທີຫຼາຍຂຶ້ນ.” ພີ່ນ້ອງຊາຍອີກຄົນໜຶ່ງທີ່ຮັບໃຊ້ເປັນຜູ້ຊ່ວຍໄດ້ 20 ປີແລ້ວ ລາວເວົ້າວ່າ: “ນີ້ເປັນສິດທິພິເສດທີ່ເກີນຄວາມຄາດຫວັງຂອງຂ້ອຍ.”

ຄະນະກຳມະການປົກຄອງໄດ້ມອບໝາຍໜ້າທີ່ຮັບຜິດຊອບຫຼາຍຢ່າງໃຫ້ກັບຜູ້ຊ່ວຍເຫຼົ່ານັ້ນແລະກໍຮູ້ຄຸນຄ່າການເຮັດວຽກໜັກຂອງພີ່ນ້ອງຊາຍເຫຼົ່ານີ້ທີ່ພັກດີ. ຂໍໃຫ້ເຮົາທຸກຄົນ “ຈົ່ງນັບຖືຄົນຢ່າງນັ້ນ.”—ຟີລິບ 2:29

^ ຂໍ້ 2 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໜ້າທີ່ຮັບຜິດຊອບຂອງຄະນະກຳມະການທັງຫົກຄະນະຂອງຄະນະກຳມະການປົກຄອງ ຂໍໃຫ້ເບິ່ງບົດທີ 12 ຂອງປຶ້ມລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! (ພາສາໄທ) ໃນຂອບ “ວິທີທີ່ຄະນະກຳມະການປົກຄອງດູແລງານຂອງລາຊະອານາຈັກ”.