ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັບໃຊ້ພະເຢໂຫວາໂດຍບໍ່ໃຫ້ສິ່ງໃດມາດຶງຄວາມສົນໃຈ | ສະບັບສຶກສາ

ຮັບໃຊ້ພະເຢໂຫວາໂດຍບໍ່ໃຫ້ສິ່ງໃດມາດຶງຄວາມສົນໃຈ | ສະບັບສຶກສາ

“ມາລີ . . . [ຕັ້ງໃຈ] ຟັງພະອົງ [ພະເຍຊູ] ສອນ. ສ່ວນມາທານັ້ນມົວແຕ່ວຸ່ນວາຍຢູ່ກັບວຽກບ້ານການເຮືອນ.”—ລືກາ 10:39, 40, ທ.ປ.

ເພງ: 94, 134

1, 2. ຍ້ອນຫຍັງພະເຍຊູຈຶ່ງຮັກມາທາ ແຕ່ລາວໄດ້ເຮັດສິ່ງໃດທີ່ຜິດພາດເຊິ່ງສະແດງວ່າລາວເປັນຄົນທີ່ບໍ່ສົມບູນແບບ?

ເມື່ອຄິດເຖິງມາທາເອື້ອຍຂອງລາຊະໂລ ເຈົ້ານຶກພາບວ່າລາວເປັນຄົນແນວໃດ? ຄຳພີໄບເບິນສະແດງໃຫ້ເຫັນວ່າມາທາເປັນໝູ່ທີ່ພະເຍຊູສະໜິດຫຼາຍ ແລະຍັງບອກວ່າພະອົງຮັກມາທາ. ແນ່ນອນ ຜູ້ຍິງທີ່ພະອົງຮັກແລະນັບຖືບໍ່ໄດ້ມີພຽງມາທາເທົ່ານັ້ນ. ຕົວຢ່າງເຊັ່ນ: ມາລີນ້ອງສາວຂອງມາທາກໍເປັນໝູ່ທີ່ສະໜິດຂອງພະອົງຄືກັນ. ນອກຈາກນັ້ນ ພະເຍຊູກໍຮັກມາລີຜູ້ເປັນແມ່ຂອງພະອົງ. (ໂຢຮັນ 11:5; 19:25-27) ແຕ່ເປັນຫຍັງພະເຍຊູຈຶ່ງຮັກມາທາ?

2 ພະເຍຊູຮັກມາທາກໍຍ້ອນວ່າລາວມີຄວາມກະລຸນາ ມີຄວາມເອື້ອເຟື້ອເພື່ອແຜ່ ແລະຍັງເປັນຄົນດຸໝັ່ນນຳອີກ. ແຕ່ສິ່ງສຳຄັນທີ່ສຸດ ພະເຍຊູຮັກມາທາຍ້ອນລາວມີຄວາມເຊື່ອທີ່ເຂັ້ມແຂງ. ລາວເຊື່ອໃນທຸກສິ່ງທີ່ພະອົງສອນ ແລະລາວບໍ່ມີຂໍ້ສົງໄສໃດໆທີ່ວ່າພະເຍຊູເປັນເມຊີຕາມທີ່ສັນຍາໄວ້. (ໂຢຮັນ 11:21-27) ມາທາເປັນມະນຸດທີ່ບໍ່ສົມບູນແບບ ຄືກັບພວກເຮົາທຸກຄົນ ລາວເຮັດຜິດພາດໄດ້ຄືກັນ. ຕົວຢ່າງເຊັ່ນ: ມີຄັ້ງໜຶ່ງທີ່ພະເຍຊູໄປຢາມເຂົາເຈົ້າ ມາທາບໍ່ພໍໃຈຕໍ່ມາລີ ແລະບອກໃຫ້ພະອົງແກ້ໄຂລາວ. ມາທາເວົ້າວ່າ: “ພະອົງເຈົ້າຂ້າ ພະອົງບໍ່ໄດ້ເອົາໃຈໃສ່ ໃຫ້ນ້ອງຂ້າພະເຈົ້າປະຂ້າພະເຈົ້າກະທຳການບົວລະບັດແຕ່ຜູ້ດຽວຫຼື? ເຊີນບອກເພິ່ນມາຊ່ອຍຂ້າພະເຈົ້າແດ່.” (ອ່ານລືກາ 10:38-42) ເປັນຫຍັງມາທາຈຶ່ງເວົ້າແນວນັ້ນ ແລະເຮົາໄດ້ບົດຮຽນຫຍັງຈາກຄຳຕອບຂອງພະເຍຊູ?

ມາທາໃຫ້ສິ່ງອື່ນດຶງຄວາມສົນໃຈອອກໄປ

3, 4. ມາລີໄດ້ເຮັດຫຍັງເຊິ່ງເຮັດໃຫ້ພະເຍຊູພໍໃຈລາວ ແລະມາທາໄດ້ບົດຮຽນຫຍັງຈາກເລື່ອງນີ້? (ເບິ່ງຮູບທຳອິດ)

3 ພະເຍຊູຮູ້ສຶກຂອບໃຈທີ່ມາທາແລະມາລີໄດ້ເຊີນພະອົງໃຫ້ມາເຮືອນຂອງເຂົາເຈົ້າ ແລະພະອົງຕ້ອງການໃຊ້ເວລານັ້ນເພື່ອສອນທັງສອງຄົນໃຫ້ຮູ້ຄວາມຈິງທີ່ມີຄ່າຫຼາຍ. ທັນທີທັນໃດ ມາລີກໍນັ່ງລົງຢູ່ທາງຂ້າງພະເຍຊູ ແລະໄດ້ “ຟັງຖ້ອຍຄຳຂອງພະອົງ.” ມາລີຕ້ອງການຮຽນຮູ້ທຸກສິ່ງທີ່ສາມາດຮຽນໄດ້ຈາກຄູຜູ້ຍິ່ງໃຫຍ່. ມາທາກໍສາມາດເລືອກທີ່ຈະຟັງພະເຍຊູໄດ້ຄືກັນ ແລະພະອົງຄົງຈະຊົມເຊີຍລາວທີ່ໄດ້ປະສິ່ງທີ່ກຳລັງເຮັດຢູ່ນັ້ນເພື່ອມາຕັ້ງໃຈຟັງພະອົງ.

4 ແຕ່ມາທາໃຫ້ສິ່ງອື່ນດຶງຄວາມສົນໃຈຂອງລາວອອກໄປ. ລາວຫຍຸ້ງຢູ່ກັບການກຽມອາຫານຄາບພິເສດສຳລັບພະເຍຊູແລະເຮັດສິ່ງອື່ນໆອີກຫຼາຍຢ່າງເພື່ອໃຫ້ດີທີ່ສຸດສຳລັບພະອົງ. ເມື່ອເຫັນວ່າມາລີບໍ່ໄດ້ມາຊ່ວຍ ມາທາກໍບໍ່ພໍໃຈແລ້ວຈົ່ມກັບພະເຍຊູ. ພະອົງຮູ້ວ່າມາທາກຳລັງພະຍາຍາມເຮັດອາຫານຫຼາຍຢ່າງໂພດ ດັ່ງນັ້ນພະອົງຈຶ່ງເວົ້າດ້ວຍຄວາມກະລຸນາວ່າ: “ມາທາ ມາທາເອີຍ ນາງໄດ້ອຸກໃຈແລະ . . . ລຳບາກດ້ວຍການຫຼາຍປະການ.” ພະອົງຍັງແນະນຳລາວໃຫ້ເຮັດອາຫານທີ່ທຳມະດາ ບາງທີອາຫານພຽງຢ່າງດຽວກໍພໍແລ້ວ. ຈາກນັ້ນ ພະເຍຊູໄດ້ຊົມເຊີຍມາລີທີ່ຕັ້ງໃຈຟັງພະອົງເປັນຢ່າງດີ. ພະອົງກ່າວວ່າ: “ນາງມາລີໄດ້ເລືອກເອົາສ່ວນອັນດີນັ້ນທີ່ຈະບໍ່ຍົກເອົາໄປຈາກນາງ.” ມາລີອາດຈະລືມອາຫານທີ່ຕົນກິນໃນຄາບນັ້ນ ແຕ່ແນ່ນອນວ່າລາວຈະບໍ່ມີມື້ລືມສິ່ງທີ່ໄດ້ຮຽນຮູ້ຈາກພະເຍຊູແລະວິທີທີ່ພະອົງໄດ້ຊົມເຊີຍລາວ. ຫຼາຍກວ່າ 60 ປີຜ່ານໄປ ອັກຄະສາວົກໂຢຮັນໄດ້ຂຽນວ່າ: “ພະເຍຊູໄດ້ຮັກນາງມາທາກັບນ້ອງສາວ.” (ໂຢຮັນ 11:5) ຖ້ອຍຄຳເຫຼົ່ານີ້ສະແດງໃຫ້ເຫັນວ່າມາທາໄດ້ຍອມຮັບເອົາການແກ້ໄຂທີ່ປ່ຽມດ້ວຍຄວາມຮັກຂອງພະເຍຊູ ຍ້ອນແນວນັ້ນລາວຈຶ່ງຮັບໃຊ້ພະເຢໂຫວາຢ່າງສັດຊື່ຕະຫຼອດຊີວິດຂອງລາວ.

5. ເປັນຫຍັງໃນທຸກມື້ນີ້ຈຶ່ງຍາກເປັນພິເສດທີ່ຈະຈົດຈໍ່ຢູ່ກັບສິ່ງທີ່ສຳຄັນກວ່າ ແລະຈະມີການຕອບຄຳຖາມຫຍັງໃນບົດຄວາມນີ້?

5 ເມື່ອສົມທຽບກັບສະໄໝທີ່ຂຽນຄຳພີໄບເບິນ ເຮົາເຫັນວ່າທຸກມື້ນີ້ມີຫຼາຍສິ່ງກວ່ານັ້ນອີກທີ່ສາມາດດຶງຄວາມສົນໃຈຂອງເຮົາອອກໄປຈາກການຮັບໃຊ້ພະເຢໂຫວາ. ຫໍສັງເກດການ 15 ກັນຍາ 1958 (ພາສາອັງກິດ) ເຕືອນພີ່ນ້ອງຊາຍຍິງວ່າ: ຢ່າປ່ອຍໃຫ້ເຕັກໂນໂລຊີດຶງຄວາມສົນໃຈຂອງເຂົາເຈົ້າອອກໄປຈາກການຮັບໃຊ້ພະເຢໂຫວາ. ໃນຕອນນັ້ນ ເບິ່ງຄືວ່າທຸກໆມື້ມີສິ່ງທີ່ອອກມາໃໝ່ ເຊັ່ນ: ວາລະສານຕ່າງໆ ວິທະຍຸ ໜັງ ແລະໂທລະທັດເຊິ່ງສິ່ງເຫຼົ່ານີ້ເປັນທີ່ນິຍົມຫຼາຍ. ຫໍສັງເກດການ ສະບັບນັ້ນຍັງບອກວ່າ: ເມື່ອເຮົາຫຍັບເຂົ້າໃກ້ອະວະສານຂອງລະບົບນີ້ຫຼາຍຂຶ້ນ “ເບິ່ງຄືວ່າສິ່ງທີ່ດຶງຄວາມສົນໃຈຂອງເຮົາກໍມີເພີ່ມຂຶ້ນ.” ໃນທຸກມື້ນີ້ ແຮ່ງມີຫຼາຍສິ່ງກວ່າແຕ່ກ່ອນອີກທີ່ດຶງຄວາມສົນໃຈຂອງເຮົາ. ແຕ່ເຮົາສາມາດເຮັດຫຍັງໄດ້ແດ່ເພື່ອຈະເປັນຄືກັບມາລີແລະຈົດຈໍ່ສະເໝີຢູ່ທີ່ການນະມັດສະການພະເຢໂຫວາ?

ຢ່າໃຊ້ໂລກນີ້ຢ່າງເຕັມທີ

6. ປະຊາຊົນຂອງພະເຢໂຫວາໄດ້ໃຊ້ເຕັກໂນໂລຊີແນວໃດ?

6 ປະຊາຊົນຂອງພະເຢໂຫວາໄດ້ໃຊ້ເຕັກໂນໂລຊີຂອງໂລກນີ້ເພື່ອປະກາດຂ່າວດີ. ຕົວຢ່າງເຊັ່ນ: ໃນລະຫວ່າງສົງຄາມໂລກຄັ້ງທີໜຶ່ງແລະກ່ອນໜ້ານັ້ນ ເຂົາເຈົ້າໄດ້ສາຍ “ພາບພະຍົນເລື່ອງການສ້າງ.” ໂດຍການໃຊ້ພາບເລື່ອນແລະໜັງສັ້ນໆທີ່ເປັນຮູບສີເຊິ່ງມີສຽງປະກອບນຳ ເຂົາເຈົ້າໄດ້ປະກາດກັບຫຼາຍລ້ານຄົນໃນຫຼາຍປະເທດ. ໃນຕອນທ້າຍຂອງ “ພາບພະຍົນ” ມີການພັນລະນາເຖິງໄລຍະເວລາທີ່ສະຫງົບສຸກເມື່ອພະເຍຊູຄລິດຈະປົກຄອງໂລກນີ້. ໃນເວລາຕໍ່ມາປະຊາຊົນຂອງພະເຢໂຫວາໄດ້ໃຊ້ວິທະຍຸເພື່ອກະຈາຍຂ່າວສານເລື່ອງລາຊະອານາຈັກອອກສູ່ຫຼາຍລ້ານຄົນໃນທົ່ວໂລກ. ໃນທຸກມື້ນີ້ ເຮົາໃຊ້ຄອມພິວເຕີແລະອິນເຕີເນັດເພື່ອເຂົ້າເຖິງຜູ້ຄົນໃນທຸກຫົນທຸກແຫ່ງ ແມ່ນແຕ່ໃນເຂດທີ່ຫ່າງໄກສອກຫຼີກ.

ຢ່າຍອມໃຫ້ສິ່ງຕ່າງໆທີ່ບໍ່ສຳຄັນມາດຶງຄວາມສົນໃຈຂອງເຮົາອອກໄປຈາກການນະມັດສະການພະເຢໂຫວາ (ເບິ່ງຂໍ້ 7)

7. (ກ) ເປັນຫຍັງການໃຊ້ປະໂຫຍດຈາກໂລກນີ້ຢ່າງເຕັມທີຈຶ່ງເປັນເລື່ອງອັນຕະລາຍ? (ຂ) ເຮົາຄວນລະວັງເປັນພິເສດໃນເລື່ອງໃດ? (ເບິ່ງຂໍ້ຄວາມໄຂເງື່ອນ)

7 ຄຳພີໄບເບິນເຕືອນເຮົາວ່າບໍ່ໃຫ້ໃຊ້ປະໂຫຍດຈາກໂລກນີ້ຢ່າງເຕັມທີ. ໃນນີ້ລວມເຖິງການໃຊ້ເວລາຫຼາຍເກີນໄປກັບສິ່ງທີ່ໂລກນີ້ສະເໜີໃຫ້. (ອ່ານ 1 ໂກລິນໂທ 7:29-31) ສິ່ງເຫຼົ່ານີ້ບາງຢ່າງກໍບໍ່ໄດ້ເປັນສິ່ງທີ່ຜິດ ແຕ່ມັນເຮັດໃຫ້ເຮົາເສຍເວລາຫຼາຍ. ຕົວຢ່າງເຊັ່ນ: ເຮົາອາດຈະມ່ວນຊື່ນກັບການເຮັດສິ່ງທີ່ເຮົາມັກເຮັດໃນຍາມວ່າງ ການອ່ານປຶ້ມ ການເບິ່ງໂທລະທັດ ການໄປທ່ຽວສະຖານທີ່ທີ່ໜ້າສົນໃຈ ການຊື້ເຄື່ອງ ແລະການຊອກເບິ່ງເຄື່ອງອຸປະກອນເອເລັກໂຕຣນິກທີ່ອອກໃໝ່ຫຼ້າສຸດຫຼືທີ່ຫຼູຫຼາທີ່ສຸດ. ຫຼາຍຄົນມັກລົມກັນທາງອອນລາຍ ສົ່ງຂໍ້ຄວາມແລະສົ່ງອີເມວ ກວດເບິ່ງຂ່າວຫຼືຜົນການແຂ່ງຂັນກິລາປະເພດຕ່າງໆ. ແຕ່ບາງຄົນເຮັດສິ່ງເຫຼົ່ານີ້ຈົນຕິດ. * (ເບິ່ງໄຂເງື່ອນ) (ຜູ້ເທສະໜາປ່າວປະກາດ 3:1, 6) ຖ້າເຮົາໃຊ້ເວລາຫຼາຍກັບສິ່ງຕ່າງໆທີ່ບໍ່ສຳຄັນ ເຮົາອາດຈະບໍ່ໄດ້ເອົາໃຈໃສ່ຢ່າງພຽງພໍກັບສິ່ງທີ່ສຳຄັນທີ່ສຸດ ນັ້ນຄືການນະມັດສະການພະເຢໂຫວາ.—ອ່ານເອເຟດ 5:15-17

8. ເປັນຫຍັງຈຶ່ງສຳຄັນຫຼາຍທີ່ເຮົາຈະບໍ່ຮັກສິ່ງຂອງໃນໂລກນີ້?

8 ຊາຕານເຮັດທຸກສິ່ງທີ່ສາມາດເຮັດໄດ້ເພື່ອໃຫ້ເຮົາສົນໃຈສິ່ງຕ່າງໆທີ່ຢູ່ໃນໂລກຂອງມັນ ແລະດຶງຄວາມສົນໃຈຂອງເຮົາອອກໄປຈາກການຮັບໃຊ້ພະເຢໂຫວາ. ຊາຕານເຮັດແບບນີ້ໃນສະຕະວັດທຳອິດ ແລະມັນເຮັດຫຼາຍການັ້ນອີກໃນປັດຈຸບັນນີ້. (2 ຕີໂມເຕ 4:10) ດັ່ງນັ້ນ ເຮົາຄວນກວດສອບເບິ່ງຕົວເອງຢ່າງສະໝໍ່າສະເໝີວ່າເຮົາຮູ້ສຶກແນວໃດກ່ຽວກັບສິ່ງຕ່າງໆໃນໂລກນີ້ ແລະໃຫ້ເຮັດການປັບປ່ຽນເມື່ອເຫັນວ່າຈຳເປັນ. ຄຳພີໄບເບິນບອກເຮົາວ່າ ຢ່າຮັກສິ່ງຂອງໃນໂລກນີ້. ແຕ່ໃຫ້ເຮົາຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ເຂັ້ມແຂງ. ຖ້າເຮົາເຮັດເຊັ່ນນັ້ນ ກໍຈະງ່າຍຂຶ້ນທີ່ເຮົາຈະເຊື່ອຟັງແລະໃກ້ຊິດກັບພະເຢໂຫວາຢູ່ສະເໝີ.—1 ໂຢຮັນ 2:15-17

ຈົດຈໍ່ຕໍ່ໆໄປໃນສິ່ງທີ່ສຳຄັນທີ່ສຸດ

9. ພະເຍຊູສອນພວກລູກສິດໃຫ້ຈົດຈໍ່ຢູ່ທີ່ສິ່ງໃດ ແລະໃນເລື່ອງນີ້ພະອົງໄດ້ວາງແບບຢ່າງໄວ້ແນວໃດ?

9 ຄືກັບທີ່ພະເຍຊູສອນມາທາຢ່າງກະລຸນາວ່າບໍ່ຄວນໃຫ້ສິ່ງໃດໆມາຂັດຂວາງລາວ ພະອົງກໍໄດ້ສອນພວກລູກສິດໃນບົດຮຽນດຽວກັນນັ້ນ. ພະເຍຊູກະຕຸ້ນເຂົາເຈົ້າໃຫ້ຈົດຈໍ່ຕໍ່ໆໄປທີ່ການຮັບໃຊ້ພະເຢໂຫວາແລະທີ່ລາຊະອານາຈັກຂອງພະອົງ. (ອ່ານມັດທາຍ 6:22, 33) ພະເຍຊູເອງໄດ້ວາງແບບຢ່າງທີ່ດີເລີດໃນເລື່ອງນີ້. ພະອົງບໍ່ມີສິ່ງຂອງຫຼາຍຢ່າງ ແລະບໍ່ມີເຮືອນຫຼືດິນເປັນຂອງຕົວເອງເລີຍ.—ລືກາ 9:58; 19:33-35

10. ພະເຍຊູໄດ້ວາງແບບຢ່າງທີ່ດີແນວໃດສຳລັບເຮົາ?

10 ພະເຍຊູບໍ່ຍອມໃຫ້ສິ່ງໃດມາດຶງຄວາມສົນໃຈຂອງພະອົງອອກໄປຈາກວຽກປະກາດ. ຕົວຢ່າງເຊັ່ນ: ບໍ່ດົນຫຼັງຈາກທີ່ພະເຍຊູເລີ່ມວຽກປະກາດ ຝູງຄົນໃນເມືອງກັບເອນາອູມຕ້ອງການໃຫ້ພະອົງໃຊ້ເວລາຢູ່ທີ່ເມືອງຂອງເຂົາເຈົ້າຕື່ມອີກ. ພະເຍຊູເຮັດແນວໃດ? ພະອົງຈົດຈໍ່ຢູ່ສະເໝີກັບວຽກທີ່ໄດ້ຮັບມອບໝາຍ. ພະອົງກ່າວວ່າ: ‘ເຮົາຕ້ອງເທສະໜາປ່າວປະກາດລາຊະອານາຈັກຂອງພະເຈົ້າໃນເມືອງອື່ນທັງຫຼາຍດ້ວຍ ເຫດວ່າເຮົາໄດ້ມາຮັບໃຊ້ສຳລັບການນັ້ນ.’ (ລືກາ 4:42-44) ພະເຍຊູຍ່າງເປັນໄລຍະທາງໄກໆເພື່ອປະກາດຂ່າວດີແລະສອນຫຼາຍຄົນເທົ່າທີ່ຈະຫຼາຍໄດ້. ພະເຍຊູເປັນມະນຸດທີ່ສົມບູນແບບ ແຕ່ກໍຍັງຮູ້ສຶກອິດເມື່ອຍແລະຕ້ອງການພັກຜ່ອນຍ້ອນວ່າພະອົງເຮັດວຽກໜັກຫຼາຍ.—ລືກາ 8:23; ໂຢຮັນ 4:6

ພະເຍຊູສອນວ່າ ຖ້າເຮົາຈົດຈໍ່ຢູ່ກັບການມີສິ່ງຕ່າງໆຕື່ມອີກ ສິ່ງເຫຼົ່ານັ້ນສາມາດດຶງຄວາມສົນໃຈຂອງເຮົາອອກໄປຈາກການຮັບໃຊ້ພະເຈົ້າ

11. ພະເຍຊູໄດ້ເຮັດຫຍັງເມື່ອຜູ້ຊາຍຄົນໜຶ່ງຂໍໃຫ້ພະອົງແກ້ໄຂເລື່ອງບັນຫາສ່ວນຕົວ? ພະເຍຊູໄດ້ສອນບົດຮຽນອັນໃດໃຫ້ພວກລູກສິດຂອງພະອົງ?

11 ຕໍ່ມາເມື່ອພະເຍຊູກຳລັງສອນບົດຮຽນທີ່ສຳຄັນໃຫ້ພວກລູກສິດ ມີຊາຍຄົນໜຶ່ງເຂົ້າມາຂັດຈັງຫວະແລະເວົ້າວ່າ: “ອາຈານເຈົ້າຂ້າ ເຊີນບອກອ້າຍຂອງຂ້າພະເຈົ້າໃຫ້ເພິ່ນປັນມູນລະດົກກັບຂ້າພະເຈົ້າ.” ພະເຍຊູບໍ່ໄດ້ພະຍາຍາມແກ້ໄຂບັນຫາສ່ວນຕົວຂອງຜູ້ຊາຍຄົນນັ້ນ. ພະອົງບໍ່ຍອມໃຫ້ສິ່ງໃດມາດຶງຄວາມສົນໃຈຂອງພະອົງອອກໄປຈາກການສອນພວກລູກສິດ. ທີ່ຈິງ ພະເຍຊູໄດ້ໃຊ້ໂອກາດນີ້ເພື່ອສອນວ່າ ຖ້າເຂົາເຈົ້າຈົດຈໍ່ຢູ່ກັບການທີ່ມີສິ່ງຂອງຕ່າງໆຕື່ມອີກ ສິ່ງເຫຼົ່ານັ້ນສາມາດດຶງຄວາມສົນໃຈຂອງເຂົາເຈົ້າໃຫ້ອອກໄປຈາກການຮັບໃຊ້ພະເຈົ້າ.—ລືກາ 12:13-15

12, 13. (ກ) ພະເຍຊູໄດ້ເຮັດຫຍັງເຊິ່ງປະທັບໃຈຄົນເກັຣກບາງຄົນທີ່ຢູ່ໃນເມືອງເຢຣຶຊາເລມ? (ຂ) ພະເຍຊູມີທ່າທີແນວໃດເມື່ອຟີລິບຂໍໃຫ້ພະອົງພົບກັບຄົນເຫຼົ່ານັ້ນ?

12 ພະເຍຊູເຄັ່ງຕຶງຫຼາຍໃນສອງສາມມື້ສຸດທ້າຍກ່ອນທີ່ຈະເສຍຊີວິດ. (ມັດທາຍ 26:38; ໂຢຮັນ 12:27) ພະອົງຮູ້ວ່າຈະຕ້ອງປະສົບຄວາມທຸກທໍລະມານຢ່າງໜັກໜ່ວງແລ້ວກໍຕ້ອງເສຍຊີວິດ. ນອກຈາກນັ້ນ ພະອົງຮູ້ວ່າມີຫຼາຍວຽກທີ່ຕ້ອງເຮັດກ່ອນຈະເຖິງມື້ນັ້ນ. ຕົວຢ່າງເຊັ່ນ: ໃນວັນອາທິດ ທີ 9 ເດືອນ ນີຊານ ພະເຍຊູໄດ້ຂີ່ລາເຂົ້າເມືອງເຢຣຶຊາເລມ. ຝູງຄົນໄດ້ຕ້ອນຮັບພະອົງໃນຖານະເປັນກະສັດຂອງເຂົາເຈົ້າ. (ລືກາ 19:38) ມື້ຕໍ່ມາ ດ້ວຍຄວາມກ້າຫານ ພະເຍຊູໄດ້ໄລ່ພວກພໍ່ຄ້າທີ່ໂລບມາກໃຫ້ອອກຈາກວິຫານ ພວກເຂົາຂາຍເຄື່ອງຂອງໃນລາຄາທີ່ແພງຫຼາຍແລະນັ້ນເທົ່າກັບວ່າປຸ້ນເອົາຈາກປະຊາຊົນ.—ລືກາ 19:45, 46

13 ຄົນເກັຣກບາງຄົນທີ່ມາເມືອງເຢຣຶຊາເລມເພື່ອເຂົ້າຮ່ວມການສະຫຼອງປັດສະຄາໄດ້ເຫັນສິ່ງທີ່ພະເຍຊູເຮັດແລະເຂົາເຈົ້າກໍຮູ້ສຶກປະທັບໃຈ. ດັ່ງນັ້ນ ເຂົາເຈົ້າຈຶ່ງຂໍກັບອັກຄະສາວົກຟີລິບເພື່ອຈະພົບກັບພະອົງ. ແຕ່ພະເຍຊູບໍ່ໄດ້ກຳລັງຊອກຫາຄົນທີ່ຈະມາສະໜັບສະໜູນແລະປົກປ້ອງພະອົງຈາກພວກສັດຕູຂອງພະອົງ. ພະເຍຊູຮູ້ວ່າສິ່ງໃດສຳຄັນກວ່າ. ພະອົງຈົດຈໍ່ຢູ່ທີ່ຈຸດປະສົງທີ່ພະເຢໂຫວາມີຕໍ່ພະອົງ ນັ້ນຄືການສະລະຊີວິດເພື່ອເປັນຄ່າໄຖ່. ສະນັ້ນ ພະເຍຊູຈຶ່ງເຕືອນພວກລູກສິດວ່າອີກບໍ່ດົນພະອົງຈະຕ້ອງເສຍຊີວິດແລະທຸກຄົນທີ່ຕິດຕາມພະອົງກໍຕ້ອງເຕັມໃຈສະລະຊີວິດຄືກັນ. ພະອົງກ່າວວ່າ: “ຜູ້ທີ່ແພງຊີວິດແຫ່ງຕົນຫຼາຍກໍຈະເສຍຊີວິດ ແລະຜູ້ທີ່ຊັງຊີວິດແຫ່ງຕົນໃນໂລກນີ້ກໍຈະຮັກສາຊີວິດສຳລັບຊີວິດອັນຕະຫຼອດໄປເປັນນິດ.” ແຕ່ພະເຍຊູຍັງສັນຍາວ່າ: ‘ບິດາຂອງເຮົາຈະໃຫ້ກຽດ’ ຜູ້ທີ່ຕິດຕາມລູກຊາຍຂອງພະອົງແລະຈະໃຫ້ເຂົາເຈົ້າມີຊີວິດຕະຫຼອດໄປ. ຟີລິບສາມາດບອກຂ່າວສານທີ່ໃຫ້ກຳລັງໃຈນີ້ກັບຄົນເກັຣກເຫຼົ່ານັ້ນ.—ໂຢຮັນ 12:20-26

14. ເຖິງວ່າພະເຍຊູຈັດໃຫ້ວຽກປະກາດເປັນສິ່ງທຳອິດໃນຊີວິດ ພະອົງໄດ້ຈັດເວລາໄວ້ສຳລັບເຮັດຫຍັງ?

14 ຕອນທີ່ຢູ່ໃນໂລກນີ້ ວຽກຫຼັກຂອງພະເຍຊູແມ່ນການປະກາດເລື່ອງຂ່າວດີ. ເຖິງວ່າຊີວິດຂອງພະອົງຈົດຈໍ່ຢູ່ກັບການປະກາດ ແຕ່ພະອົງຄິດເຖິງວຽກຕະຫຼອດເວລາ. ຕົວຢ່າງເຊັ່ນ: ຢ່າງໜ້ອຍພະອົງໄດ້ໄປຮ່ວມໃນງານແຕ່ງດອງງານໜຶ່ງເຊິ່ງພະອົງໄດ້ປ່ຽນນໍ້າໃຫ້ເປັນເຫຼົ້າອະງຸ່ນຢ່າງດີ. (ໂຢຮັນ 2:2, 6-10) ນອກຈາກນັ້ນ ພະອົງຍັງໄປກິນເຂົ້າຢູ່ເຮືອນໝູ່ຂອງພະອົງແລະເຮືອນຂອງຄົນທີ່ສົນໃຈເລື່ອງຂ່າວດີ. (ລືກາ 5:29; ໂຢຮັນ 12:2) ສຳຄັນກວ່ານັ້ນອີກ ພະເຍຊູໄດ້ຈັດເວລາໄວ້ເປັນປະຈຳເພື່ອອະທິດຖານ ຄິດຕຶກຕອງ ແລະພັກຜ່ອນ.—ມັດທາຍ 14:23; ມາລະໂກ 1:35; 6:31, 32

“ຂອງໜັກທຸກສິ່ງ . . . ຈົ່ງຖິ້ມເສຍ”

15. ອັກຄະສາວົກໂປໂລເວົ້າວ່າຄລິດສະຕຽນຕ້ອງເຮັດຫຍັງ ແລະລາວໄດ້ວາງແບບຢ່າງທີ່ດີແນວໃດໃນເລື່ອງນີ້?

15 ອັກຄະສາວົກໂປໂລເວົ້າວ່າຄລິດສະຕຽນເປັນຄືກັບນັກແລ່ນໃນການແລ່ນແຂ່ງໄລຍະທາງໄກ ແລະເພື່ອຈະໄປເຖິງເສັ້ນໄຊເຂົາເຈົ້າຕ້ອງຖິ້ມສິ່ງທີ່ຈະເຮັດໃຫ້ແລ່ນຊ້າລົງຫຼືທີ່ເຮັດໃຫ້ເຂົາເຈົ້າເຊົາແລ່ນຕໍ່ໄປ. (ອ່ານເຫບເລີ 12:1) ໂປໂລໄດ້ວາງແບບຢ່າງທີ່ດີໃນເລື່ອງນີ້. ລາວສາມາດເປັນຄົນຮັ່ງມີແລະມີຊື່ສຽງໃນຖານະເປັນຜູ້ນຳທາງສາສະໜາຂອງຊາວຢິວ ແຕ່ລາວປະຖິ້ມອາຊີບນັ້ນເພື່ອຈົດຈໍ່ໃນ “ສິ່ງທີ່ສຳຄັນກວ່າ, ລ.ມ.” ລາວເຮັດວຽກໜັກໃນການປະກາດແລະເດີນທາງໄປຫຼາຍແຫ່ງລວມເຖິງແຂວງຊີລີ ເຂດອາຊີນ້ອຍ ແຂວງມາເຊໂດເນຍ ແລະແຂວງຢູເດ. ໂປໂລເບິ່ງໄປທີ່ລາງວັນທີ່ຍູ່ຂ້າງໜ້າເຊິ່ງກໍຄືຊີວິດຕະຫຼອດໄປໃນສະຫວັນ. ລາວເວົ້າວ່າ ໃຫ້ “ລືມສິ່ງທີ່ຢູ່ເບື້ອງຫຼັງ ແລະບຸກຕົວເຕັມກຳລັງເພື່ອຈະໄປເຖິງສິ່ງທີ່ຢູ່ເບື້ອງໜ້າ. ສະນັ້ນ ເຮົາຈຶ່ງແລ່ນບາກບັ່ນມຸ່ງໜ້າໄປສູ່ຫຼັກໄຊເພື່ອຈະໄດ້ຮັບລາງວັນ, ທ.ປ.” (ຟີລິບ 1:10; 3:8, 13, 14) ໂປໂລບໍ່ເຄີຍແຕ່ງດອງ ແລະດັ່ງນັ້ນລາວຈຶ່ງ “ບົວລະບັດພະອົງເຈົ້າປາສະຈາກຄວາມວິຕົກລຳຄານໃຈ ຫຼື ‘ປາສະຈາກສິ່ງທີ່ດຶງຄວາມສົນໃຈ.’”—1 ໂກລິນໂທ 7:32-35

ໂປໂລປະຖິ້ມອາຊີບນັ້ນເພື່ອຈົດຈໍ່ໃນ “ສິ່ງທີ່ສຳຄັນກວ່າ”

16, 17. ບໍ່ວ່າແຕ່ງດອງແລ້ວຫຼືເປັນໂສດ ເຮົາສາມາດເຮັດຕາມແບບຢ່າງຂອງໂປໂລໄດ້ແນວໃດ? ມາກແລະແຄໄດ້ເຮັດແນວໃດໃນເລື່ອງນີ້?

16 ຄືກັບໂປໂລ ຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນໃນທຸກມື້ນີ້ເລືອກທີ່ຈະບໍ່ແຕ່ງດອງເພື່ອເຂົາເຈົ້າສາມາດເຮັດຫຼາຍຂຶ້ນໃນການຮັບໃຊ້ພະເຢໂຫວາ. (ມັດທາຍ 19:11, 12) ສ່ວນຫຼາຍ ຄົນທີ່ເປັນໂສດຈະມີຄວາມຮັບຜິດຊອບທາງດ້ານຄອບຄົວໜ້ອຍກວ່າຄົນທີ່ແຕ່ງດອງແລ້ວ. ບໍ່ວ່າຈະແຕ່ງດອງແລ້ວຫຼືຍັງເປັນໂສດຢູ່ ເຮົາທຸກຄົນສາມາດ “ຖິ້ມ” ຂອງໜັກທຸກຢ່າງທີ່ດຶງຄວາມສົນໃຈຂອງເຮົາອອກໄປຈາກການຮັບໃຊ້ພະເຢໂຫວາ. ເຮົາອາດຈຳເປັນຕ້ອງປ່ຽນນິດໄສຕ່າງໆເພື່ອຈະບໍ່ເສຍເວລາໄປກັບສິ່ງເຫຼົ່ານັ້ນແລະເພື່ອຈະຮັບໃຊ້ພະອົງໄດ້ຫຼາຍຂຶ້ນ.

17 ຕົວຢ່າງເຊັ່ນ: ມາກແລະແຄເຊິ່ງເຕີບໃຫຍ່ຂຶ້ນໃນປະເທດເວວ ເຂົາເຈົ້າເລີ່ມຕົ້ນເປັນໄພໂອເນຍຫຼັງຈາກທີ່ຮຽນຈົບແລ້ວ. ທັງສອງຍັງເປັນໄພໂອເນຍຕໍ່ໄປຫຼັງຈາກທີ່ແຕ່ງດອງກັນແລ້ວ. ຢ່າງໃດກໍຕາມ ເຂົາເຈົ້າຕ້ອງການເຮັດຫຼາຍກວ່ານັ້ນອີກ. ມາກອະທິບາຍວ່າ: “ພວກເຮົາສາມາດຈັດຊີວິດໃຫ້ຮຽບງ່າຍກວ່າເກົ່າໂດຍສະລະເຮືອນທີ່ມີສາມຫ້ອງນອນແລະວຽກທີ່ພວກເຮົາເຮັດບໍ່ເຕັມເວລາຢູ່ແລ້ວເພື່ອຈະສາມາດເຂົ້າຮ່ວມໃນໂຄງການກໍ່ສ້າງນາໆຊາດ.” ໃນໄລຍະ 20 ປີທີ່ຜ່ານມາ ເຂົາເຈົ້າໄດ້ເດີນທາງໄປຫຼາຍເຂດໃນປະເທດອາຝຼິກກາເພື່ອຊ່ວຍໃນການສ້າງຫໍປະຊຸມລາຊະອານາຈັກ. ບາງເທື່ອເຂົາເຈົ້າມີເງິນພຽງໜ້ອຍດຽວ ແຕ່ພະເຢໂຫວາໄດ້ເບິ່ງແຍງເຂົາເຈົ້າສະເໝີ. ແຄເວົ້າວ່າ: “ພວກເຮົາຮູ້ສຶກອີ່ມໃຈທີ່ໄດ້ຮັບໃຊ້ພະເຢໂຫວາທຸກໆມື້. ພວກເຮົາໄດ້ໝູ່ຫຼາຍຄົນໃນທຸກບ່ອນທີ່ພວກເຮົາໄປ ແລະພວກເຮົາບໍ່ເຄີຍຂາດເຂີນສິ່ງໃດເລີຍ. ສິ່ງເລັກໆນ້ອຍໆທີ່ພວກເຮົາເສຍສະລະໄປທຽບບໍ່ໄດ້ກັບຄວາມສຸກທີ່ພວກເຮົາໄດ້ຈາກການຮັບໃຊ້ພະເຢໂຫວາໃນຮູບແບບເຕັມເວລາ.” ຜູ້ຮັບໃຊ້ເຕັມເວລາຫຼາຍຄົນກໍຮູ້ສຶກໃນແບບດຽວກັນນັ້ນ. * (ເບິ່ງໄຂເງື່ອນ)

18. ມີຄຳຖາມຫຍັງແດ່ທີ່ເຮົາສາມາດຖາມຕົວເອງ?

18 ໃນການຮັບໃຊ້ພະເຢໂຫວາ ເຈົ້າຮູ້ສຶກວ່າຈະກະຕືລືລົ້ນຫຼາຍຂຶ້ນອີກໄດ້ບໍ? ມີສິ່ງໃດບໍທີ່ດຶງຄວາມສົນໃຈຂອງເຈົ້າອອກໄປຈາກການເຮັດສິ່ງທີ່ສຳຄັນກວ່າ? ຖ້າເປັນເຊັ່ນນັ້ນ ເຈົ້າຈະເຮັດຫຍັງໄດ້ແດ່? ບາງທີເຈົ້າສາມາດປັບປຸງວິທີການອ່ານແລະການສຶກສາຄຳພີໄບເບິນເປັນສ່ວນຕົວໃຫ້ດີຂຶ້ນ. ໃນບົດຄວາມຕໍ່ໄປຈະອະທິບາຍວິທີທີ່ເຈົ້າຈະເຮັດແບບນັ້ນໄດ້.

^ ຂໍ້ 7 ຂໍໃຫ້ເບິ່ງບົດຄວາມ “ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້.”

^ ຂໍ້ 17 ຂໍໃຫ້ອ່ານເລື່ອງຊີວິດຈິງຂອງເຮເດນແລະເມໂລດີ ແຊນເດີສັນ ໃນບົດຄວາມ “ຮູ້ວ່າອັນໃດຖືກຕ້ອງ ແລ້ວເຮັດສິ່ງນັ້ນ.” (ຫໍສັງເກດການ 1 ມີນາ 2006) ທຸລະກິດຂອງເຂົາເຈົ້າດຳເນີນໄປໄດ້ດີຫຼາຍໃນປະເທດອົດສະຕຣາລີ ແຕ່ເຂົາເຈົ້າໄດ້ສະລະສິ່ງນັ້ນເພື່ອເຂົ້າສູ່ການຮັບໃຊ້ໃນຮູບແບບເຕັມເວລາ. ຂໍໃຫ້ອ່ານສິ່ງທີ່ເກີດຂຶ້ນຫຼັງຈາກທີ່ເຂົາເຈົ້າບໍ່ມີເງິນໃນຂະນະທີ່ຮັບໃຊ້ປະເທດອິນເດຍ.