ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ “ຮັກເພື່ອນບ້ານເໝືອນຮັກຕົວເອງ” ບໍ

ເຈົ້າ “ຮັກເພື່ອນບ້ານເໝືອນຮັກຕົວເອງ” ບໍ

“ເຈົ້າຕ້ອງຮັກເພື່ອນບ້ານເໝືອນຮັກຕົວເອງ.”—ມັດທາຍ 22:39

ເພງ: 73, 36

1, 2. ພະຄຳພີສະແດງໃຫ້ເຫັນແນວໃດວ່າຄວາມຮັກສຳຄັນ?

ຄວາມຮັກເປັນຄຸນລັກສະນະທີ່ເດັ່ນທີ່ສຸດຂອງພະເຢໂຫວາ. (1 ໂຢຮັນ 4:16) ພະອົງສ້າງພະເຍຊູກ່ອນທຸກສິ່ງ ລູກຊາຍຜູ້ນີ້ຢູ່ໃນສະຫວັນກັບພໍ່ເປັນເວລາຫຼາຍພັນລ້ານປີ ແລະໄດ້ຮຽນຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກແທ້ໆ. (ໂກໂລດ 1:15) ພະເຍຊູສະແດງຄວາມຮັກແບບດຽວກັບພໍ່ຂອງພະອົງຕະຫຼອດໄລຍະເວລາທີ່ພະອົງມີຊີວິດຢູ່ໃນສະຫວັນແລະທີ່ໂລກນີ້. ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າທັງພະເຢໂຫວາແລະພະເຍຊູຈະປົກຄອງດ້ວຍຄວາມຮັກສະເໝີ.

2 ເມື່ອມີຄົນໜຶ່ງຖາມພະເຍຊູວ່າຄຳສັ່ງຂໍ້ໃດສຳຄັນທີ່ສຸດ ພະອົງຈຶ່ງຕອບວ່າ: “‘ເຈົ້າຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າ ເຈົ້າຈົ່ງຮັກດ້ວຍສຸດໃຈ ແລະດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ ຂໍ້ນີ້ເປັນຂໍ້ອັນຕົ້ນແລະຂໍ້ອັນໃຫຍ່. ແລະຂໍ້ທີ 2 ກໍສະເໝີກັນ ‘ເຈົ້າຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.’”—ມັດທາຍ 22:37-39

3. ໃຜເປັນ “ເພື່ອນບ້ານ” ຂອງເຮົາ?

3 ເປັນເລື່ອງສຳຄັນທີ່ເຮົາຕ້ອງສະແດງຄວາມຮັກຕໍ່ທຸກໆຄົນທີ່ເຮົາພົວພັນນຳ. ພະເຍຊູບອກວ່າເຮົາຕ້ອງຮັກພະເຢໂຫວາແລະຮັກເພື່ອນບ້ານຂອງເຮົາ. ແຕ່ໃຜເປັນ “ເພື່ອນບ້ານ” ຂອງເຮົາ? ຖ້າເຮົາແຕ່ງດອງແລ້ວ ເພື່ອນບ້ານທີ່ໃກ້ຊິດທີ່ສຸດກໍແມ່ນຜົວຫຼືເມຍຂອງເຮົາ. ນອກຈາກນັ້ນ ເພື່ອນບ້ານຂອງເຮົາຍັງລວມເຖິງພີ່ນ້ອງຊາຍຍິງທີ່ຢູ່ໃນປະຊາຄົມແລະຄົນທີ່ເຮົາພົບເຫັນໃນການປະກາດນຳອີກ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວິທີທີ່ເຮົາສາມາດສະແດງຄວາມຮັກຕໍ່ເພື່ອນບ້ານຂອງເຮົາ.

ຮັກຄົນທີ່ເປັນຄູ່ຊີວິດຂອງເຈົ້າ

4. ຊີວິດຄູ່ຈະປະສົບຜົນສຳເລັດໄດ້ແນວໃດເຖິງວ່າຜົວແລະເມຍເປັນຄົນທີ່ບໍ່ສົມບູນແບບ?

4 ພະເຢໂຫວາໄດ້ສ້າງອາດາມແລະເອວາ ແລ້ວກໍໃຫ້ເຂົາເຈົ້າມາຢູ່ນຳກັນ. ດັ່ງນັ້ນ ເຂົາເຈົ້າຈຶ່ງເປັນຄູ່ແຕ່ງດອງຄູ່ທຳອິດ. ພະເຢໂຫວາຕ້ອງການໃຫ້ເຂົາເຈົ້າມີຊີວິດຄູ່ທີ່ມີຄວາມສຸກແລະໃຫ້ເຂົາເຈົ້າມີລູກມີຫຼານຈົນເຕັມແຜ່ນດິນໂລກ. (ຕົ້ນເດີມ 1:27, 28) ຢ່າງໃດກໍຕາມ ຫຼັງຈາກທີ່ອາດາມແລະເອວາບໍ່ເຊື່ອຟັງພະເຢໂຫວາ ຊີວິດຄູ່ຂອງເຂົາເຈົ້າກໍໄດ້ຮັບຄວາມເສຍຫາຍ ແລ້ວບາບແລະຄວາມຕາຍໄດ້ຕົກມາເຖິງພວກເຮົາທຸກຄົນ. (ໂລມ 5:12) ເຖິງຈະເປັນເຊັ່ນນັ້ນ ພວກເຮົາກໍສາມາດມີຊີວິດຄູ່ທີ່ປະສົບຜົນສຳເລັດໄດ້. ພະເຢໂຫວາຜູ້ຈັດໃຫ້ມີການແຕ່ງດອງ ພະອົງໄດ້ໃຫ້ຄຳແນະນຳທີ່ດີທີ່ສຸດໄວ້ໃນຄຳພີໄບເບິນສຳລັບຜູ້ເປັນຜົວແລະຜູ້ເປັນເມຍ.—ອ່ານ 2 ຕີໂມເຕ 3:16, 17

ພະເຢໂຫວາຄາດໝາຍໃຫ້ຜົວເປັນປະມຸກຄອບຄົວທີ່ມີຄວາມຮັກ

5. ໃນຊີວິດຄູ່ ຄວາມຮັກມີຄວາມສຳຄັນຫຼາຍສໍ່າໃດ?

5 ຄຳພີໄບເບິນສະແດງໃຫ້ເຫັນວ່າຄວາມຮັກທີ່ອົບອຸ່ນແລະອ່ອນໂຍນເປັນສິ່ງສຳຄັນຫຼາຍເພື່ອຄົນເຮົາຈະຢູ່ຮ່ວມກັນຢ່າງມີຄວາມສຸກ. ເປັນເຊັ່ນນັ້ນແທ້ໆໃນຊີວິດຄູ່. ອັກຄະສາວົກໂປໂລໄດ້ພັນລະນາເຖິງຄວາມຮັກທີ່ແທ້ຈິງເມື່ອລາວເວົ້າວ່າ: “ຄວາມຮັກກໍອົດທົນດົນນານແລະເຕັມດ້ວຍຄວາມດີ [ກະລຸນາ]. ຄວາມຮັກບໍ່ຫຶງສາ ບໍ່ອວດຕົວ ບໍ່ຈອງຫອງ ບໍ່ກະທຳເປັນທີ່ໜ້າລັກອາຍ ບໍ່ຊອກຫາສ່ວນຂອງຕົນເອງ ບໍ່ຮ້າຍງ່າຍ. ບໍ່ຄຶດສົງໄສໃນການຊົ່ວ. ບໍ່ມີຄວາມຍິນດີໃນການບໍ່ຊອບທຳ ແຕ່ວ່າມີຄວາມຍິນດີໃນຄວາມຈິງ. ແລະປົກອັດສັບພະທຸກສິ່ງ ແລະເຊື່ອສັບພະທຸກສິ່ງ ແລະໄວ້ໃຈໃນສັບພະທຸກສິ່ງ ແລະອົດທົນສັບພະທຸກສິ່ງ. ຄວາມຮັກສູນເສຍບໍ່ໄດ້.” (1 ໂກລິນໂທ 13:4-8) ຖ້າເຮົາຄິດເຖິງຄຳເວົ້ານີ້ຂອງໂປໂລແລະເອົາໄປນຳໃຊ້ ເຮົາສາມາດມີຊີວິດຄູ່ທີ່ມີຄວາມສຸກ.

ຄຳພີໄບເບິນສະແດງໃຫ້ເຫັນວິທີທີ່ຈະມີຊີວິດຄູ່ທີ່ປະສົບຜົນສຳເລັດ (ເບິ່ງຂໍ້ 6, 7)

6, 7. (ກ) ຄຳພີໄບເບິນເວົ້າແນວໃດໃນເລື່ອງການເປັນປະມຸກ? (ຂ) ຜົວທີ່ເປັນຄລິດສະຕຽນຕ້ອງປະຕິບັດຕໍ່ເມຍແນວໃດ?

6 ພະເຢໂຫວາໄດ້ກຳນົດໄວ້ແລ້ວວ່າໃຜຄວນເປັນຫົວຫຼືປະມຸກຂອງຄອບຄົວ. ໂປໂລອະທິບາຍວ່າ: “ເຮົາຢາກໃຫ້ທ່ານທັງຫຼາຍຮູ້ວ່າພະຄລິດເປັນຫົວຂອງຜູ້ຊາຍທຸກຄົນ ແລະຜູ້ຊາຍເປັນຫົວຂອງຜູ້ຍິງ ແລະຫົວຂອງພະຄລິດເປັນພະເຈົ້າ.” (1 ໂກລິນໂທ 11:3) ພະເຢໂຫວາຄາດໝາຍໃຫ້ຜົວເປັນປະມຸກຂອງຄອບຄົວໃນແບບທີ່ມີຄວາມຮັກ ບໍ່ໃຫ້ເຫັນແກ່ຕົວ ຫຼືໂຫດຮ້າຍ. ພະເຢໂຫວາກໍເປັນປະມຸກທີ່ກະລຸນາແລະບໍ່ເຫັນແກ່ຕົວ. ດ້ວຍເຫດນີ້ ພະເຍຊູຈຶ່ງນັບຖືສິດອຳນາດທີ່ປ່ຽມດ້ວຍຄວາມຮັກຂອງພະເຢໂຫວາ. ດັ່ງນັ້ນ ພະເຍຊູຈຶ່ງກ່າວວ່າ: “ເຮົາຮັກພະບິດາ.” (ໂຢຮັນ 14:31) ພະເຍຊູຈະບໍ່ຮູ້ສຶກແບບນັ້ນຖ້າພະເຢໂຫວາເປັນປະມຸກທີ່ໂຫດຮ້າຍ.

7 ເຖິງວ່າຜົວເປັນປະມຸກຂອງເມຍ ແຕ່ຄຳພີໄບເບິນບອກຜູ້ເປັນຜົວວ່າ ລາວຕ້ອງໃຫ້ກຽດເມຍ. (1 ເປໂຕ 3:7) ຜົວຈະເຮັດແບບນັ້ນໄດ້ແນວໃດ? ຜົວຄວນຄິດເຖິງຄວາມຕ້ອງການຂອງເມຍແລະນັບຖືສິດໃນການເລືອກຂອງເມຍ. ຄຳພີໄບເບິນກ່າວວ່າ: “ທ່ານທັງຫຼາຍຜູ້ເປັນຜົວ ຈົ່ງຮັກເມຍຂອງຕົນເອງເໝືອນດັ່ງພະຄລິດໄດ້ຮັກພວກຊຸມນຸມແລະໄດ້ມອບພະອົງເອງໄວ້ແທນພວກຊຸມນຸມນັ້ນ.” (ເອເຟດ 5:25) ແມ່ນແລ້ວ ພະເຍຊູຮັກພວກລູກສິດຫຼາຍຈົນເຖິງຂັ້ນວ່າໄດ້ຕາຍແທນເຂົາເຈົ້າ. ເມື່ອຜົວເປັນຫົວໜ້າຄອບຄົວທີ່ມີຄວາມຮັກຄືກັບພະເຍຊູ ນັ້ນຈຶ່ງງ່າຍສຳລັບເມຍທີ່ຈະຮັກ ນັບຖື ແລະໃຫ້ກຽດໃນການຕັດສິນໃຈຂອງຜົວ.—ອ່ານຕິໂຕ 2:3-5

ມີຄວາມຮັກຕໍ່ພີ່ນ້ອງຊາຍຍິງ

8. ເຮົາຄວນຮູ້ສຶກແນວໃດຕໍ່ພີ່ນ້ອງຊາຍຍິງຂອງເຮົາ?

8 ທຸກມື້ນີ້ ມີຫຼາຍລ້ານຄົນໃນທົ່ວໂລກກຳລັງນະມັດສະການພະເຢໂຫວາແລະເຂົາເຈົ້າເປັນພີ່ນ້ອງຊາຍຍິງຂອງເຮົາ. ເຮົາຄວນຮູ້ສຶກແນວໃດຕໍ່ເຂົາເຈົ້າ? ຄຳພີໄບເບິນກ່າວວ່າ: “ໃຫ້ເຮົາເຮັດດີຕໍ່ທຸກຄົນ ໂດຍສະເພາະຕໍ່ຜູ້ທີ່ມີຄວາມເຊື່ອເຊັ່ນດຽວກັບເຮົາ.” (ຄາລາຊີ 6:10, ລ.ມ.; ອ່ານໂລມ 12:10) ອັກຄະສາວົກເປໂຕຂຽນໄວ້ວ່າ: ‘ການເຊື່ອຟັງຄວາມຈິງ’ ຄວນສົ່ງຜົນໃຫ້ເຮົາມີຄວາມຈິງໃຈໃນ “ຄວາມຮັກແກ່ພວກພີ່ນ້ອງ.” ເປໂຕຍັງບອກເພື່ອນຮ່ວມຄວາມເຊື່ອວ່າ: “ສຳຄັນທີ່ສຸດຄື ຈົ່ງມີຄວາມຮັກຢ່າງແຮງກ້າຕໍ່ກັນ.”—1 ເປໂຕ 1:22; 4:8, ລ.ມ.

9, 10. ຍ້ອນຫຍັງປະຊາຊົນຂອງພະເຢໂຫວາຈຶ່ງເປັນນໍ້າໜຶ່ງໃຈດຽວກັນ?

9 ອົງການຂອງເຮົາເປັນອົງການລະດັບໂລກແລະໂດດເດັ່ນແທ້ໆ. ຍ້ອນຫຍັງ? ຍ້ອນເຮົາມີຄວາມຮັກທີ່ເລິກເຊິ່ງແລະທີ່ຈິງໃຈຕໍ່ພີ່ນ້ອງຊາຍຍິງຂອງເຮົາ. ສຳຄັນກວ່ານັ້ນອີກແມ່ນຍ້ອນເຮົາຮັກພະເຢໂຫວາແລະເຮົາເຊື່ອຟັງກົດໝາຍຂອງພະອົງ. ພະເຢໂຫວາສະໜັບສະໜູນເຮົາໂດຍທາງພະລັງບໍລິສຸດຂອງພະອົງເຊິ່ງເປັນພະລັງທີ່ມີລິດເດດຍິ່ງໃຫຍ່ທີ່ສຸດໃນເອກະພົບ. ພະລັງບໍລິສຸດຂອງພະເຢໂຫວາຊ່ວຍເຮົາໃຫ້ເປັນສັງຄົມພີ່ນ້ອງທົ່ວໂລກທີ່ເປັນນໍ້າໜຶ່ງໃຈດຽວກັນ.—ອ່ານ 1 ໂຢຮັນ 4:20, 21

10 ໂປໂລເນັ້ນວ່າຄລິດສະຕຽນຕ້ອງມີຄວາມຮັກແທ້ຕໍ່ກັນ ເມື່ອລາວຂຽນວ່າ: ‘ຈົ່ງເອົາຄວາມອີ່ດູ ຄວາມກະລຸນາ ຄວາມຖ່ອມຕົວ ຄວາມອ່ອນໂຍນ ຄວາມອົດທົນມາຫົ່ມຕົວໄວ້. ຈົ່ງອົດກັ້ນໄວ້ກັນແລະກັນ ແລະຍົກໂທດໃຫ້ກັນແລະກັນຖ້າແມ່ນຜູ້ໃດມີສາເຫດທີ່ຈະຈົ່ມຕໍ່ຄົນອື່ນ. ພະເຢໂຫວາໄດ້ໂຜດຍົກໂທດຂອງທ່ານທັງຫຼາຍຢ່າງໃດ ທ່ານຈົ່ງກະທຳຢ່າງນັ້ນດ້ວຍ. ແລະຈົ່ງເອົາຄວາມຮັກຫົ່ມທາງເທິງສິ່ງທັງປວງນີ້ ຄວາມຮັກນັ້ນເປັນເຄື່ອງຜູກມັດຜູ້ຄົນໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ.’ (ໂກໂລດ 3:12-14) ເຮົາຮູ້ສຶກຂອບໃຈແທ້ໆທີ່ເຮົາມີຄວາມຮັກ ‘ເປັນເຄື່ອງຜູກມັດ . . . ໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ’ ໃນທ່າມກາງພວກເຮົາບໍ່ວ່າຈະມາຈາກໃສກໍຕາມ!

ຄວາມຮັກແລະຄວາມເປັນນໍ້າໜຶ່ງໃຈດຽວກັນເປັນສິ່ງລະບຸຕົວພະຍານພະເຢໂຫວາວ່າເປັນລູກສິດແທ້ຂອງພະຄລິດ ເຊິ່ງເປັນຄົນທີ່ພະເຈົ້າກຳລັງໃຊ້ເພື່ອປະກາດຂ່າວດີເລື່ອງລາຊະອານາຈັກໄປທົ່ວໂລກ

11. ສິ່ງໃດລະບຸອົງການຂອງພະເຢໂຫວາ?

11 ຄວາມຮັກແທ້ແລະຄວາມເປັນນໍ້າໜຶ່ງໃຈດຽວກັນຂອງຜູ້ຮັບໃຊ້ພະເຢໂຫວາເປັນສິ່ງລະບຸວ່າເຂົາເຈົ້າເປັນກຸ່ມຄົນທີ່ນັບຖືສາສະໜາແທ້. ພະເຍຊູກ່າວວ່າ: “ຄົນທັງປວງຈະຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.” (ໂຢຮັນ 13:34, 35) ອັກຄະສາວົກໂຢຮັນກໍໄດ້ຂຽນໄວ້ວ່າ: ‘ດ້ວຍຂໍ້ນີ້ຈຶ່ງໄດ້ປາກົດແຈ້ງວ່າໃຜເປັນລູກແຫ່ງພະເຈົ້າແລະໃຜເປັນລູກຂອງພະຍາມານ ຄືວ່າຄົນທຸກຄົນທີ່ບໍ່ກະທຳຕາມຄວາມຊອບທຳແລະບໍ່ຮັກພີ່ນ້ອງແຫ່ງຕົນກໍບໍ່ແມ່ນລູກພະເຈົ້າ. ເຫດວ່າອັນນີ້ເປັນຄຳສັ່ງສອນທີ່ທ່ານທັງຫຼາຍໄດ້ຍິນຕັ້ງແຕ່ຕົ້ນເດີມ ຄືວ່າໃຫ້ເຮົາທັງຫຼາຍຮັກກັນແລະກັນ.’ (1 ໂຢຮັນ 3:10, 11) ຄວາມຮັກແລະຄວາມເປັນນໍ້າໜຶ່ງໃຈດຽວກັນເປັນສິ່ງລະບຸຕົວພະຍານພະເຢໂຫວາວ່າເປັນລູກສິດແທ້ຂອງພະຄລິດ ເຊິ່ງເປັນຄົນທີ່ພະເຢໂຫວາກຳລັງໃຊ້ເພື່ອປະກາດຂ່າວດີເລື່ອງລາຊະອານາຈັກໄປທົ່ວໂລກ.—ມັດທາຍ 24:14

ການລວບລວມ “ຝູງຄົນເປັນອັນມາກ”

12, 13. ໃນທຸກມື້ນີ້ ຄົນເຫຼົ່ານີ້ທີ່ເປັນ “ຝູງຄົນເປັນອັນມາກ” ກຳລັງເຮັດຫຍັງ ແລະອີກບໍ່ດົນເຂົາເຈົ້າຈະປະສົບກັບເຫດການອັນໃດ?

12 ໃນທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາສ່ວນຫຼາຍເປັນສ່ວນໜຶ່ງຂອງ “ຝູງຄົນເປັນອັນມາກ” ເຊິ່ງມາຈາກສ່ວນຕ່າງໆໃນໂລກນີ້ ແລະເຂົາເຈົ້າສະແດງໃຫ້ເຫັນວ່າເຂົາເຈົ້າສະໜັບສະໜູນລາຊະອານາຈັກຂອງພະເຈົ້າ. ຄົນ “ທັງຫຼາຍນີ້ເປັນຄົນທີ່ມາຈາກຄວາມທຸກທໍລະມານມາກຫຼາຍນັ້ນ ແລະໄດ້ລ້າງເສື້ອຊັ້ນຍາວຂອງເຂົາແລະກະທຳໃຫ້ຂາວໃນເລືອດຂອງລູກແກະ.” ໂດຍການສະແດງຄວາມເຊື່ອໃນຄ່າໄຖ່ຂອງພະເຍຊູ. “ຝູງຄົນເປັນອັນມາກ” ເຫຼົ່ານີ້ຮັກພະເຢໂຫວາແລະພະເຍຊູ ແລະເຂົາເຈົ້ານະມັດສະການພະເຢໂຫວາ “ທັງກາງເວັນທັງກາງຄືນ.”—ຄຳປາກົດ 7:9, 14, 15

13 ອີກບໍ່ດົນພະເຢໂຫວາຈະທຳລາຍໂລກຊົ່ວນີ້ໃນ “ຄວາມທຸກທໍລະມານມາກຫຼາຍ.” (ມັດທາຍ 24:21; ອ່ານເຢເຣມີ 25:32, 33) ແຕ່ພະເຢໂຫວາຈະປົກປ້ອງແລະຊີ້ນຳຜູ້ຮັບໃຊ້ຂອງພະອົງໃຫ້ເຂົ້າໄປໃນໂລກໃໝ່ ເພາະພະອົງຮັກເຂົາເຈົ້າ. ດັ່ງທີ່ພະເຢໂຫວາໄດ້ສັນຍາໄວ້ເກືອບ 2.000 ປີມາແລ້ວວ່າ ພະອົງ “ຈະເຊັດນໍ້າຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກ ແລະຮ້ອງໄຫ້ ແລະເຈັບປວດຈະບໍ່ມີຕໍ່ໄປ. ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍລ່ວງໄປແລ້ວ.” ເຈົ້າຄອຍຖ້າທີ່ຈະມີຊີວິດຢູ່ໃນໂລກໃໝ່ບໍ ເຊິ່ງຢູ່ທີ່ນັ້ນຈະບໍ່ມີຄວາມຊົ່ວຮ້າຍ ຄວາມທຸກທໍລະມານ ແລະຄວາມຕາຍ?—ຄຳປາກົດ 21:4

14. ຝູງຄົນເປັນອັນມາກມີຈຳນວນຫຼາຍເທົ່າໃດ?

14 ສະໄໝສຸດທ້າຍເລີ່ມຕົ້ນໃນປີ 1914 ເຊິ່ງຕອນນັ້ນທົ່ວໂລກມີຜູ້ຮັບໃຊ້ຂອງພະເຢໂຫວາພຽງສອງສາມພັນຄົນເທົ່ານັ້ນ. ຍ້ອນຮັກເພື່ອນບ້ານແລະຍ້ອນການຊ່ວຍເຫຼືອຈາກພະລັງບໍລິສຸດ ຄົນກຸ່ມນ້ອຍເຊິ່ງປະກອບດ້ວຍຊາຍຍິງທີ່ເປັນຜູ້ຖືກເຈີມໄດ້ປະກາດຂ່າວດີເລື່ອງລາຊະອານາຈັກທັ່ງໆທີ່ມີຄວາມຫຍຸ້ງຍາກ. ຜົນເປັນແນວໃດ? ໃນທຸກມື້ນີ້ ມີການລວບລວມຝູງຄົນເປັນອັນມາກເຊິ່ງມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້. ເຂົາເຈົ້າມີປະມານ 8.000.000 ຄົນ ໃນຫຼາຍກວ່າ 115.400 ປະຊາຄົມຢູ່ທົ່ວໂລກ ແລະຕົວເລກນີ້ນັບມື້ນັບຈະເພີ່ມຂຶ້ນເລື້ອຍໆ. ຕົວຢ່າງເຊັ່ນ: ໃນປີການຮັບໃຊ້ 2014 ໄດ້ມີຫຼາຍກວ່າ 275.000 ຄົນທີ່ຮັບບັບເຕມາເປັນພະຍານພະເຢໂຫວາ. ນັ້ນໝາຍຄວາມວ່າໃນແຕ່ລະອາທິດມີຄົນຮັບບັບເຕມາປະມານ 5.300 ຄົນ.

15. ໃນທຸກມື້ນີ້ ຫຼາຍຄົນໄດ້ຍິນເລື່ອງຂ່າວດີໄດ້ແນວໃດ?

15 ເປັນເລື່ອງໜ້າອັດສະຈັນແທ້ໆທີ່ເຫັນວ່າມີຫຼາຍຄົນໄດ້ຍິນຂ່າວດີເລື່ອງລາຊະອານາຈັກ. ປັດຈຸບັນນີ້ ເຮົາມີສິ່ງພິມຕ່າງໆຫຼາຍກວ່າ 700 ພາສາ. ຫໍສັງເກດການ ເປັນວາລະສານທີ່ມີການແຈກຢາຍຫຼາຍທີ່ສຸດໃນທົ່ວໂລກ. ແຕ່ລະເດືອນມີການພິມວາລະສານນີ້ຫຼາຍກວ່າ 52.000.000 ສະບັບ ແລະພິມໃນ 247 ພາສາ. ມີການແປປຶ້ມຄູ່ມືຮຽນຄຳພີໄບເບິນທີ່ຊື່ ຄຳພີໄບເບິນສອນແນວໃດແທ້ໆ? ໃນຫຼາຍກວ່າ 250 ພາສາ. ຈົນເຖິງປັດຈຸບັນນີ້ ມີການພິມປຶ້ມຄູ່ມືນີ້ຫຼາຍກວ່າ 200.000.000 ຫົວ.

16. ເປັນຫຍັງອົງການຂອງພະເຢໂຫວາຈຶ່ງເຕີບໂຕຂຶ້ນເລື້ອຍໆ?

16 ອົງການຂອງພວກເຮົາເຕີບໂຕຂຶ້ນເລື້ອຍໆເພາະພວກເຮົາມີຄວາມເຊື່ອໃນພະເຢໂຫວາແລະເຮົາຍອມຮັບວ່າຄຳພີໄບເບິນເປັນພະຄຳທີ່ຂຽນໂດຍການດົນໃຈຈາກພະອົງ. (1 ເທຊະໂລນີກ 2:13) ພະເຢໂຫວາຍັງອວຍພອນພວກເຮົາຕໍ່ໆໄປເຖິງວ່າຊາຕານຈະກຽດຊັງແລະຕໍ່ຕ້ານພວກເຮົາກໍຕາມ.—2 ໂກລິນໂທ 4:4

ຮັກຄົນອື່ນສະເໝີ

17, 18. ພະເຢໂຫວາຄາດໝາຍໃຫ້ເຮົາຮູ້ສຶກແນວໃດຕໍ່ກັບຄົນທີ່ບໍ່ນະມັດສະການພະອົງ?

17 ຜູ້ຄົນຕອບຮັບຕໍ່ການປະກາດຂອງເຮົາໃນແບບທີ່ແຕກຕ່າງກັນ. ບາງຄົນມັກຟັງຂ່າວສານຂອງເຮົາແລະບາງຄົນກໍບໍ່ມັກ. ແຕ່ພະເຢໂຫວາຄາດໝາຍໃຫ້ເຮົາຮູ້ສຶກແນວໃດຕໍ່ກັບຄົນທີ່ບໍ່ນະມັດສະການພະອົງ? ບໍ່ວ່າຜູ້ຄົນຈະມີທ່າທີແນວໃດຕໍ່ຂ່າວສານຂອງເຮົາ ເຮົາຍັງຕ້ອງເຮັດຕາມຄຳແນະນຳທີ່ຢູ່ໃນຄຳພີໄບເບິນເຊິ່ງກ່າວວ່າ: “ໃຫ້ຄຳເວົ້າຂອງທ່ານທັງຫຼາຍເປັນຄຳເວົ້າທີ່ສະແດງຄວາມກະລຸນາສະເໝີ ເໝືອນອາຫານທີ່ປຸງດ້ວຍເກືອ.” (ໂກໂລດ 4:6, ລ.ມ.) ທຸກຄັ້ງທີ່ເຮົາປົກປ້ອງຄວາມເຊື່ອຂອງເຮົາ ເຮົາຕ້ອງການຈະເຮັດ ‘ດ້ວຍຄວາມອ່ອນຫວານແລະດ້ວຍຄວາມນັບຖືຢ່າງຍິ່ງ’ ເພາະເຮົາຮັກເພື່ອນບ້ານຂອງເຮົາ.—1 ເປໂຕ 3:15

18 ເຖິງວ່າຜູ້ຄົນຈະໃຈຮ້າຍແລະປະຕິເສດຂ່າວສານຂອງເຮົາ ແຕ່ເຮົາກໍຍັງຕ້ອງສະແດງຄວາມຮັກຕໍ່ເພື່ອນບ້ານແລະເຮັດຕາມຕົວຢ່າງຂອງພະເຍຊູ. ເພາະວ່າເມື່ອພະອົງຖືກ ‘ກ່າວຄຳໝິ່ນປະໝາດ . . . ພະອົງບໍ່ໄດ້ກ່າວຄຳໝິ່ນປະໝາດຕອບແທນສັກເທື່ອ. ເມື່ອພະອົງໄດ້ທົນທຸກ ພະອົງບໍ່ໄດ້ກ່າວຄຳຂູ່.’ (1 ເປໂຕ 2:23) ດັ່ງນັ້ນໃນທຸກໆເວລາ ເຮົາຈຶ່ງຄວນສະແດງຄວາມຖ່ອມໃຈແລະນຳໃຊ້ຄຳແນະນຳທີ່ບອກວ່າ: “ຢ່າປ້ອຍດ່າຕອບແທນຄຳດ່າ ແຕ່ວ່າຈົ່ງອວຍພອນ.”—1 ເປໂຕ 3:8, 9

ເຮົາຕ້ອງຮັກສັດຕູຂອງເຮົາບໍ່ວ່າເຂົາເຈົ້າຈະປະຕິບັດຕໍ່ເຮົາແບບໃດກໍຕາມ

19. ເຮົາຄວນປະຕິບັດຕໍ່ສັດຕູຂອງເຮົາແນວໃດ?

19 ຄວາມຖ່ອມໃຈຊ່ວຍເຮົາໃຫ້ເຊື່ອຟັງຫຼັກການສຳຄັນທີ່ພະເຍຊູໄດ້ໃຫ້ໄວ້. ພະອົງອະທິບາຍວ່າ: “ທ່ານທັງຫຼາຍໄດ້ຍິນວ່າມີຄຳກ່າວໄວ້ວ່າ ‘ທ່ານຈົ່ງຮັກເພື່ອນບ້ານແລະຊັງສັດຕູຂອງທ່ານ.’ ແຕ່ວ່າຝ່າຍເຮົາ ເຮົາກ່າວແກ່ທ່ານທັງຫຼາຍວ່າ ຈົ່ງຮັກສັດຕູທັງຫຼາຍຂອງທ່ານ ຈົ່ງອວຍພອນ [ອ້ອນວອນ] ໃຫ້ຄົນທັງຫຼາຍທີ່ປ້ອຍດ່າ [ຂົ່ມເຫງ] ທ່ານ . . . ເພື່ອທ່ານທັງຫຼາຍຈະເປັນລູກແຫ່ງພະບິດາຂອງທ່ານຜູ້ຢູ່ໃນສະຫວັນ ເຫດວ່າພະອົງໃຫ້ຕາເວັນແຫ່ງພະອົງອອກຂຶ້ນເທິງຄົນຊົ່ວແລະເທິງຄົນດີ ແລະໃຊ້ຝົນແຫ່ງພະອົງຕົກເທິງຄົນຊອບທຳແລະເທິງຄົນບໍ່ຊອບທຳ.” (ມັດທາຍ 5:43-45) ໃນຖານະທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາຕ້ອງຮັກສັດຕູຂອງເຮົາບໍ່ວ່າເຂົາເຈົ້າຈະປະຕິບັດຕໍ່ເຮົາແບບໃດກໍຕາມ.

20. ເຮົາຮູ້ໄດ້ແນວໃດວ່າຄວາມຮັກທີ່ມີຕໍ່ພະເຢໂຫວາແລະເພື່ອນບ້ານຈະເຕັມໂລກນີ້? (ເບິ່ງຮູບທຳອິດ)

20 ເຮົາຕ້ອງສະແດງໃຫ້ເຫັນຕະຫຼອດເວລາວ່າເຮົາຮັກພະເຢໂຫວາແລະເພື່ອນບ້ານ. ເຖິງວ່າຜູ້ຄົນຕໍ່ຕ້ານເຮົາແລະບໍ່ຟັງຂ່າວສານຂອງເຮົາ ແຕ່ເມື່ອເຂົາເຈົ້າມີຄວາມຈຳເປັນ ເຮົາກໍຍັງຊ່ວຍເຫຼືອເຂົາເຈົ້າ. ອັກຄະສາວົກໂປໂລຂຽນວ່າ: “ຢ່າເປັນໜີ້ສິ່ງໜຶ່ງສິ່ງໃດແກ່ຜູ້ໜຶ່ງຜູ້ໃດສັກເທື່ອເທົ່າເວັ້ນໄວ້ໃນການຮັກກັນແລະກັນ ເພາະວ່າຜູ້ທີ່ຮັກຄົນອື່ນທັງຫຼາຍກໍກະທຳພະບັນຍັດໃຫ້ສຳເລັດແລ້ວ. ເຫດວ່າ . . . [ມີຄຳສັ່ງວ່າ] “ຢ່າຫຼິ້ນຊູ້ສູ່ຜົວເມຍທ່ານ ຢ່າຂ້າຄົນ ຢ່າລັກຂອງ ຢ່າຄຶດຢາກໄດ້” ແລະຖ້າມີຄຳສັ່ງອື່ນກໍລວບລວມເຂົ້າໃນຂໍ້ນີ້ຄືວ່າ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.” ຄວາມຮັກບໍ່ກະທຳຮ້າຍແກ່ເພື່ອນບ້ານ ເຫດສັນນີ້ຄວາມຮັກເປັນທີ່ໃຫ້ພະບັນຍັດສຳເລັດ.” (ໂລມ 13:8-10) ໃນໂລກທີ່ຊາຕານປົກຄອງເຊິ່ງມີການແບ່ງແຍກ ມີຄວາມຮຸນແຮງ ແລະມີຄວາມຊົ່ວຮ້າຍ ຜູ້ຮັບໃຊ້ຂອງພະເຢໂຫວາຍັງສະແດງຄວາມຮັກທີ່ຈິງໃຈຕໍ່ເພື່ອນບ້ານ. (1 ໂຢຮັນ 5:19) ຫຼັງຈາກທີ່ພະເຢໂຫວາທຳລາຍຊາຕານ ພວກຜີປີສາດຂອງມັນ ແລະໂລກທີ່ຊົ່ວຮ້າຍນີ້ແລ້ວ ໃນທີ່ສຸດ ຄວາມຮັກກໍຈະເຕັມໂລກນີ້. ນີ້ຈະເປັນພະພອນແທ້ໆ ເມື່ອທຸກຄົນໃນໂລກນີ້ຈະຮັກທັງພະເຢໂຫວາແລະຮັກເພື່ອນບ້ານຂອງເຂົາເຈົ້າ!