ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຝຶກສອນລູກໄວຮຸ່ນໃຫ້ຮັບໃຊ້ພະເຢໂຫວາ

ຝຶກສອນລູກໄວຮຸ່ນໃຫ້ຮັບໃຊ້ພະເຢໂຫວາ

“ພະເຍຊູໄດ້ຈຳເລີນຂຶ້ນໃນສະຕິປັນຍາແລະໃນ . . . ຮູບຮ່າງ ແລະເປັນທີ່ຊອບໃຈແກ່ພະເຈົ້າແລະແກ່ຄົນທັງຫຼາຍ.”—ລືກາ 2:5

ເພງ: 41, 89

1, 2. (ກ) ພໍ່ແມ່ທີ່ມີລູກເປັນໄວຮຸ່ນເປັນຫ່ວງໃນເລື່ອງໃດ? (ຂ) ລູກຈະໄດ້ຮັບປະໂຫຍດແນວໃດໃນໄລຍະທີ່ເຂົາເຈົ້າເປັນໄວຮຸ່ນ?

ການເຫັນລູກຮັບບັບເຕມາ ເປັນເວລາທີ່ພໍ່ແມ່ມີຄວາມສຸກທີ່ສຸດ. ເບເຣນິດສມີລູກສີ່ຄົນເຊິ່ງແຕ່ລະຄົນຮັບບັບເຕມາກ່ອນອາຍຸ 14 ປີ. ລາວເລົ່າວ່າ: “ການທີ່ລູກຮັບບັບເຕມາເຮັດໃຫ້ພວກເຮົາຮູ້ສຶກຕື່ນເຕັ້ນແທ້ໆ. ແນ່ນອນ ພວກເຮົາດີໃຈຫຼາຍທີ່ລູກຕ້ອງການຮັບໃຊ້ພະເຢໂຫວາ. ແຕ່ພວກເຮົາກໍຍັງຮູ້ວ່າ ເຂົາເຈົ້າຈະປະສົບກັບຂໍ້ທ້າທາຍຫຼາຍຢ່າງເນື່ອງຈາກເປັນໄວຮຸ່ນ.” ເຈົ້າເອງກໍອາດເປັນຫ່ວງກ່ຽວກັບເລື່ອງນີ້ຖ້າເຈົ້າມີລູກຊາຍຫຼືລູກສາວທີ່ເປັນໄວຮຸ່ນຫຼືກຳລັງຈະເປັນໄວຮຸ່ນ.

2 ຜູ້ຊ່ຽວຊານຄົນໜຶ່ງໃນເລື່ອງການຈະເລີນເຕີບໂຕຂອງເດັກນ້ອຍເວົ້າວ່າ: ໄລຍະທີ່ເປັນໄວຮຸ່ນເປັນເວລາທີ່ຍາກຫຼາຍສຳລັບພໍ່ແມ່ແລະລູກ ແຕ່ພໍ່ແມ່ບໍ່ຄວນຄິດວ່າລູກທີ່ຢູ່ໃນໄວນີ້ເຮັດຕົວແປກໆແລະບໍ່ຮູ້ຈັກໃຫຍ່. ຜູ້ຊ່ຽວຊານຄົນນີ້ເວົ້າຕື່ມອີກວ່າ: ໄວຮຸ່ນມີຫົວຄິດປະດິດສ້າງ ມີຄວາມຮູ້ສຶກທີ່ເລິກເຊິ່ງ ແລະມັກໃຊ້ເວລາຢູ່ກັບໝູ່. ດັ່ງນັ້ນ ໃນຂະນະທີ່ເປັນໄວຮຸ່ນ ລູກຂອງເຈົ້າສາມາດພັດທະນາຄວາມໃກ້ຊິດກັບພະເຢໂຫວາ ຄືກັບທີ່ພະເຍຊູໄດ້ເຮັດຕອນທີ່ພະອົງຍັງເປັນໄວຮຸ່ນ. (ອ່ານລືກາ 2:52) ນອກຈາກນັ້ນ ໄວຮຸ່ນຍັງສາມາດປັບປຸງຄວາມສາມາດໃນການປະກາດແລະພັດທະນາຄວາມປາຖະໜາທີ່ແຮງກ້າເພື່ອຈະເຮັດຫຼາຍຂຶ້ນໃນການຮັບໃຊ້ພະເຢໂຫວາ. ເຂົາເຈົ້າສາມາດຕັດສິນໃຈດ້ວຍຕົວເອງ ເຊັ່ນ: ເລື່ອງການອຸທິດຊີວິດໃຫ້ກັບພະເຢໂຫວາແລະການເຊື່ອຟັງພະອົງ. ແຕ່ເນື່ອງຈາກເປັນພໍ່ແມ່ ເຈົ້າຈະຝຶກສອນລູກໄວຮຸ່ນແນວໃດໃຫ້ຮັບໃຊ້ພະເຢໂຫວາ? ເຈົ້າສາມາດຮຽນຮູ້ຈາກວິທີທີ່ພະເຍຊູໄດ້ຝຶກສອນພວກລູກສິດຂອງພະອົງດ້ວຍການສະແດງຄວາມຮັກ ຄວາມຖ່ອມຕົວ ແລະຄວາມເຂົ້າໃຈທີ່ເລິກເຊິ່ງ.

ສະແດງຄວາມຮັກຕໍ່ລູກໄວຮຸ່ນ

3. ພວກອັກຄະສາວົກຮູ້ໄດ້ແນວໃດວ່າພະເຍຊູເປັນໝູ່ກັບເຂົາເຈົ້າ?

3 ພະເຍຊູບໍ່ພຽງແຕ່ເປັນເຈົ້ານາຍຂອງພວກອັກຄະສາວົກ ພະອົງຍັງເປັນໝູ່ກັບເຂົາເຈົ້ານຳອີກ. (ອ່ານໂຢຮັນ 15:15) ໃນສະໄໝທີ່ຂຽນຄຳພີໄບເບິນ ຕາມທຳມະດາແລ້ວຄົນທີ່ເປັນເຈົ້ານາຍຈະບໍ່ບອກຄົນຮັບໃຊ້ຂອງຕົນໃຫ້ຮູ້ວ່າລາວຄິດຫຍັງແລະຮູ້ສຶກແນວໃດ. ແຕ່ພະເຍຊູບໍ່ໄດ້ປະຕິບັດກັບພວກອັກຄະສາວົກແບບນັ້ນ. ພະອົງຮັກເຂົາເຈົ້າແລະໃຊ້ເວລາກັບເຂົາເຈົ້າ. ພະອົງມີຄວາມສຸກທີ່ໄດ້ບອກໃຫ້ພວກອັກຄະສາວົກຮູ້ຄວາມຄິດແລະຄວາມຮູ້ສຶກຂອງພະອົງ ແລະພະອົງກໍຕັ້ງໃຈຟັງເມື່ອເຂົາເຈົ້າບອກໃຫ້ພະອົງຮູ້ກ່ຽວກັບຄວາມຄິດແລະຄວາມຮູ້ສຶກຂອງເຂົາເຈົ້າ. (ມາລະໂກ 6:30-32) ການເວົ້າລົມກັນແບບນີ້ເຮັດໃຫ້ພະເຍຊູແລະພວກອັກຄະສາວົກເປັນໝູ່ທີ່ໃກ້ຊິດກັນຫຼາຍແລະເປັນການກຽມເຂົາເຈົ້າໄວ້ສຳລັບວຽກທີ່ຈະເຮັດໃນອະນາຄົດ.

4. ພໍ່ແມ່ທັງຫຼາຍ ເຈົ້າຈະເປັນໝູ່ກັບລູກໄດ້ແນວໃດ? (ເບິ່ງຮູບທຳອິດ)

4 ເຖິງວ່າເຈົ້າມີສິດອຳນາດເໜືອລູກ ແຕ່ເຈົ້າກໍສາມາດເປັນໝູ່ກັບເຂົາເຈົ້າໄດ້. ຄົນທີ່ເປັນໝູ່ກັນຈະໃຊ້ເວລານຳກັນ. ເພື່ອຈະມີເວລາຫຼາຍຂຶ້ນກັບລູກ ບາງທີເຈົ້າສາມາດໃຊ້ເວລາໜ້ອຍລົງໃນການເຮັດວຽກຫຼືໃນການເຮັດສິ່ງອື່ນ. ນີ້ເປັນສິ່ງທີ່ເຈົ້າຄວນອະທິດຖານຂໍແລະຄິດຢ່າງຈິງຈັງ. ຄົນທີ່ເປັນໝູ່ກັນຍັງມັກສິ່ງທີ່ຄ້າຍໆກັນ. ດັ່ງນັ້ນ ໃຫ້ພໍ່ແມ່ຊອກຮູ້ໃນສິ່ງທີ່ລູກມັກທີ່ສຸດກ່ຽວກັບເພງ ໜັງ ຫຼືກິລາຕ່າງໆ. ຈາກນັ້ນ ໃຫ້ພະຍາຍາມມັກໃນສິ່ງທີ່ລູກມັກ. ອິລາເຣຍເຊິ່ງອາໄສຢູ່ປະເທດອີຕາລີ ລາວເລົ່າວ່າ: “ພໍ່ແມ່ສະແດງຄວາມສົນໃຈໃນເພງທີ່ຂ້ອຍຟັງ. ທີ່ຈິງ ພໍ່ເປັນໝູ່ທີ່ດີທີ່ສຸດຂອງຂ້ອຍ ແລະຂ້ອຍຮູ້ສຶກສະດວກໃຈທີ່ຈະລົມກັບເພິ່ນແມ່ນແຕ່ໃນເລື່ອງທີ່ອ່ອນໄຫວທີ່ສຸດ.” ການເປັນໝູ່ກັບລູກແລະຊ່ວຍລູກໃຫ້ເປັນໝູ່ກັບພະເຢໂຫວາ ບໍ່ໄດ້ເຮັດໃຫ້ພໍ່ແມ່ສູນເສຍສິດອຳນາດຂອງຕົນ. (ຄຳເພງ 25:14) ລູກຈະເຫັນວ່າເຈົ້າຮັກແລະນັບຖືເຂົາເຈົ້າ ແລະນັ້ນຈະງ່າຍຂຶ້ນສຳລັບເຂົາເຈົ້າທີ່ຈະລົມກັບເຈົ້າໃນທຸກເລື່ອງ.

5. ເພື່ອຈະມີຄວາມສຸກ ພວກລູກສິດຂອງພະເຍຊູຕ້ອງຮັບໃຊ້ພະເຢໂຫວາແນວໃດ?

5 ພະເຍຊູຮູ້ວ່າຖ້າພວກລູກສິດກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາແລະຫຍຸ້ງຢູ່ສະເໝີໃນການປະກາດຂ່າວດີ ເຂົາເຈົ້າກໍຈະມີຄວາມສຸກແທ້. ດັ່ງນັ້ນ ພະອົງຈຶ່ງກະຕຸ້ນພວກລູກສິດໃຫ້ດຸໝັ່ນໃນການປະກາດ ແລະພະອົງຍັງໄດ້ສັນຍາວ່າຈະຊ່ວຍເຂົາເຈົ້າ.—ມັດທາຍ 28:19, 20

6, 7. ເຈົ້າສະແດງຄວາມຮັກຕໍ່ລູກແນວໃດ ເມື່ອສອນເຂົາເຈົ້າໃຫ້ມີກິດຈະກຳທີ່ເຮັດເປັນປະຈຳໃນການນະມັດສະການພະເຢໂຫວາ?

6 ເຈົ້າຕ້ອງການໃຫ້ລູກໃກ້ຊິດກັບພະເຢໂຫວາຢູ່ສະເໝີ ແລະພະອົງກໍຕ້ອງການໃຫ້ເຈົ້າຝຶກສອນແລະຕີສອນເຂົາເຈົ້າ. ເພື່ອຈະເຮັດເຊັ່ນນັ້ນ ພະອົງໄດ້ໃຫ້ສິດອຳນາດແກ່ເຈົ້າ. (ເອເຟດ 6:4) ດັ່ງນັ້ນ ເຈົ້າຕ້ອງແນ່ໃຈວ່າເຈົ້າໄດ້ຝຶກສອນລູກເປັນປະຈຳ. ຕົວຢ່າງເຊັ່ນ: ເຈົ້າຕ້ອງໃຫ້ລູກໄດ້ເຂົ້າໂຮງຮຽນ ເພາະເຈົ້າຮູ້ວ່າການສຶກສາເປັນສິ່ງສຳຄັນແລະເຈົ້າຕ້ອງການໃຫ້ລູກມ່ວນກັບການຮຽນຮູ້ສິ່ງໃໝ່ໆ. ຄ້າຍຄືກັນ ເຈົ້າກໍຕ້ອງຊ່ວຍລູກໃຫ້ເຂົ້າຮ່ວມການປະຊຸມປະຈຳປະຊາຄົມ ການປະຊຸມໃຫຍ່ ແລະການນະມັດສະການປະຈຳຄອບຄົວ. ໃນທີ່ສຸດ ການສຶກສາທີ່ລູກໄດ້ຮັບຈາກພະເຢໂຫວາຈະປົກປ້ອງຊີວິດຂອງເຂົາເຈົ້າໄວ້. ດັ່ງນັ້ນ ຈົ່ງຊ່ວຍລູກໃຫ້ມ່ວນໃນການຮຽນຮູ້ກ່ຽວກັບພະເຢໂຫວາແລະຊ່ວຍລູກໃຫ້ສຳນຶກວ່າພະອົງສາມາດສອນເຂົາເຈົ້າໃຫ້ເປັນຄົນທີ່ມີສະຕິປັນຍາແທ້. (ສຸພາສິດ 24:14) ນອກຈາກນັ້ນ ຈົ່ງຝຶກສອນລູກໃຫ້ອອກປະກາດເປັນປະຈຳ. ຂໍໃຫ້ເຈົ້າຮຽນແບບພະເຍຊູໂດຍຊ່ວຍລູກໃຫ້ມ່ວນໃນການສອນຄຳພີໄບເບິນ.

7 ກິດຈະກຳຕ່າງໆທີ່ເຮັດເປັນປະຈຳໃນການນະມັດສະການພະເຢໂຫວາ ເຊັ່ນ: ການສຶກສາສ່ວນຕົວ ການປະຊຸມ ແລະການປະກາດຈະຊ່ວຍລູກໄວຮຸ່ນໄດ້ແນວໃດ? ເອຣິນເຊິ່ງອາໄສຢູ່ປະເທດອາຝຼິກກາໃຕ້ ລາວເລົ່າວ່າ: “ຕອນທີ່ເປັນເດັກນ້ອຍ ຫຼາຍຄັ້ງພວກເຮົາຈົ່ມແລະບໍ່ພໍໃຈກ່ຽວກັບການສຶກສາຄຳພີໄບເບິນ ການເຂົ້າຮ່ວມການປະຊຸມຕ່າງໆ ແລະການປະກາດ. ບາງຄັ້ງພວກເຮົາກໍຕັ້ງໃຈຊອກເຮັດສິ່ງທີ່ຈະຂັດຂວາງບໍ່ໃຫ້ມີການສຶກສາປະຈຳຄອບຄົວເພື່ອພວກເຮົາຈະໄດ້ເຮັດສິ່ງອື່ນ. ແຕ່ພໍ່ແມ່ກໍຍັງບໍ່ຍົກເລີກການສຶກສາ.” ເອຣິນຮູ້ສຶກຂອບໃຈພໍ່ແມ່ ເພາະເຂົາເຈົ້າຊ່ວຍລາວໃຫ້ສຳນຶກວ່າສິ່ງເຫຼົ່ານັ້ນສຳຄັນຫຼາຍ. ຕອນນີ້ເມື່ອໃດທີ່ຂາດການປະຊຸມຫຼືບໍ່ສາມາດອອກໄປປະກາດໄດ້ ເອຣິນກໍຈະພະຍາຍາມກັບໄປເຮັດກິດຈະກຳນັ້ນໃຫ້ໄວເທົ່າທີ່ເປັນໄປໄດ້.

ສະແດງຄວາມຖ່ອມຕົວ

8. (ກ) ພະເຍຊູສະແດງໃຫ້ເຫັນແນວໃດວ່າພະອົງເປັນຄົນຖ່ອມຕົວ? (ຂ) ຄວາມຖ່ອມຕົວຂອງພະເຍຊູຊ່ວຍພວກລູກສິດແນວໃດ?

8 ເຖິງວ່າພະເຍຊູເປັນມະນຸດທີ່ສົມບູນແບບ ແຕ່ພະອົງກໍເປັນຄົນຖ່ອມຕົວແລະໄດ້ບອກພວກລູກສິດວ່າພະອົງຕ້ອງການໃຫ້ພະເຢໂຫວາຊ່ວຍ. (ອ່ານໂຢຮັນ 5:19) ການເຮັດແນວນີ້ເຮັດໃຫ້ພວກລູກສິດນັບຖືພະເຍຊູໜ້ອຍລົງບໍ? ບໍ່ເລີຍ. ແຮ່ງເຂົາເຈົ້າເຫັນວ່າພະເຍຊູໝາຍເພິ່ງໃນພະເຢໂຫວາຫຼາຍເທົ່າໃດ ເຂົາເຈົ້າກໍແຮ່ງໄວ້ວາງໃຈໃນພະເຍຊູຫຼາຍເທົ່ານັ້ນ. ຕໍ່ມາພວກລູກສິດໄດ້ຮຽນແບບຄວາມຖ່ອມຕົວຂອງພະເຍຊູ.—ກິດຈະການ 3:12, 13, 16

ເມື່ອເຈົ້າຍອມຮັບກ່ຽວກັບຄວາມຜິດພາດຂອງຕົວເອງລູກຈະນັບຖືເຈົ້າ

9. ເມື່ອເຈົ້າຍອມຮັບຄວາມຜິດພາດແລະເວົ້າຄຳຂໍໂທດ ສິ່ງນີ້ຈະຊ່ວຍລູກທີ່ເປັນໄວຮຸ່ນໄດ້ແນວໃດ?

9 ບໍ່ຄືກັບພະເຍຊູ ເຮົາເປັນມະນຸດທີ່ບໍ່ສົມບູນແບບແລະເຮັດຜິດພາດໄດ້. ດັ່ງນັ້ນ ຈົ່ງເປັນຄົນຖ່ອມຕົວ. ໃຫ້ສຳນຶກວ່າມີຫຼາຍສິ່ງທີ່ເຈົ້າບໍ່ສາມາດເຮັດໄດ້ ແລະໃຫ້ຍອມຮັບຄວາມຜິດພາດຂອງຕົວເອງ. (1 ໂຢຮັນ 1:8) ຈາກນັ້ນ ລູກທີ່ເປັນໄວຮຸ່ນກໍຈະຮຽນຮູ້ທີ່ຈະຍອມຮັບຄວາມຜິດພາດຂອງຕົວເອງ ແລະຈະນັບຖືເຈົ້າຫຼາຍຂຶ້ນ. ລອງຄິດເບິ່ງວ່າ ເຈົ້າຈະນັບຖືໃຜຫຼາຍກວ່າກັນລະຫວ່າງຫົວໜ້າທີ່ຍອມຮັບຜິດເມື່ອເຮັດຜິດພາດຫຼືຫົວໜ້າທີ່ບໍ່ເຄີຍເວົ້າແມ່ນແຕ່ຄຳຂໍໂທດ? ໂຣດສະແມຣີເຊິ່ງມີລູກສາມຄົນໄດ້ບອກວ່າ ລາວກັບຜົວພ້ອມທີ່ຈະຍອມຮັບຄວາມຜິດພາດຂອງຕົວເອງ. ໂຣດສະແມຣີອະທິບາຍວ່າ: “ການເຮັດແບບນີ້ກະຕຸ້ນລູກໃຫ້ເປີດໃຈເວົ້າກັບພວກເຮົາເມື່ອເຂົາເຈົ້າມີບັນຫາ.” ລາວເວົ້າຕື່ມອີກວ່າ: “ພວກເຮົາສອນລູກໃຫ້ຮູ້ວ່າຈະພົບວີທີແກ້ໄຂບັນຫາທີ່ດີທີ່ສຸດໄດ້ຈາກໃສ. ທຸກຄັ້ງທີ່ລູກຕ້ອງການຄວາມຊ່ວຍເຫຼືອ ພວກເຮົາໃຫ້ລູກຄົ້ນຄວ້າເບິ່ງໃນໜັງສືຂອງອົງການຂອງເຮົາທີ່ອາໄສຄຳພີໄບເບິນເປັນຫຼັກ ແລະພວກເຮົາໄດ້ອະທິດຖານກັບເຂົາເຈົ້າ.”

10. ພະເຍຊູສະແດງຄວາມຖ່ອມຕົວແນວໃດເມື່ອພະອົງບອກພວກລູກສິດໃນສິ່ງທີ່ເຂົາເຈົ້າຄວນເຮັດ?

10 ພະເຍຊູມີສິດອຳນາດທີ່ຈະບອກພວກລູກສິດໃຫ້ເຮັດສິ່ງໃດກໍໄດ້. ແຕ່ຍ້ອນເປັນຄົນຖ່ອມຕົວ ຫຼາຍຄັ້ງພະອົງໄດ້ອະທິບາຍເຫດຜົນໃຫ້ເຂົາເຈົ້າຮູ້ວ່າເປັນຫຍັງຄວນເຮັດສິ່ງນັ້ນ. ຕົວຢ່າງເຊັ່ນ: ພະເຍຊູບໍ່ພຽງແຕ່ບອກພວກລູກສິດໃຫ້ຊອກຫາລາຊະອານາຈັກແລະຄວາມຊອບທຳຂອງພະເຈົ້າກ່ອນ ແຕ່ພະອົງຍັງບອກວ່າ: “ແລະສິ່ງຂອງທັງປວງ . . . ຈະເປັນທີ່ຕື່ມໃຫ້ແກ່ທ່ານທັງຫຼາຍ.” ເມື່ອພະເຍຊູບອກພວກລູກສິດໃຫ້ເຊົາຕັດສິນ ພະອົງໄດ້ອະທິບາຍວ່າ: “ຢ່າຊູ່ຕັດສິນ ເພື່ອທ່ານທັງຫຼາຍຈະບໍ່ຖືກຕັດສິນ ເພາະວ່າທ່ານຈະຕັດສິນຢ່າງໃດ ທ່ານຈະຖືກຕັດສິນຢ່າງນັ້ນ.”—ມັດທາຍ 6:31–7:2

11. ເຈົ້າຈະຊ່ວຍລູກໄວຮຸ່ນແນວໃດເມື່ອອະທິບາຍເຫດຜົນໃຫ້ລູກຮູ້ວ່າເປັນຫຍັງ ເຈົ້າຈຶ່ງຕັ້ງກົດລະບຽບຫຼືຕັດສິນໃຈແບບນັ້ນ?

11 ໃຫ້ຊອກໂອກາດທີ່ເໝາະສົມເພື່ອອະທິບາຍເຫດຜົນໃຫ້ລູກທີ່ເປັນໄວຮຸ່ນຮູ້ວ່າເປັນຫຍັງເຈົ້າຈຶ່ງຕັ້ງກົດລະບຽບຫຼືຕັດສິນໃຈແບບນັ້ນ. ເມື່ອລູກເຂົ້າໃຈເຫດຜົນ ເປັນໄປໄດ້ທີ່ລາວຈະເຊື່ອຟັງເຈົ້າ. ແບຣີເຊິ່ງລ້ຽງລູກສີ່ຄົນ ລາວເວົ້າວ່າ: “ການບອກລູກໄວຮຸ່ນໃຫ້ຮູ້ເຫດຜົນຕ່າງໆຈະຊ່ວຍລູກໃຫ້ໄວ້ວາງໃຈເຈົ້າ.” ລູກຈະເຫັນວ່າເຈົ້າບໍ່ໄດ້ຕັ້ງກົດລະບຽບຫຼືຕັດສິນໃຈແບບນັ້ນຍ້ອນມີສິດອຳນາດທີ່ຈະເຮັດເຊັ່ນນັ້ນ ແຕ່ຍ້ອນເຈົ້າມີເຫດຜົນທີ່ດີ. ນອກຈາກນັ້ນ ໃຫ້ຈື່ໄວ້ວ່າໄວຮຸ່ນບໍ່ແມ່ນເດັກນ້ອຍອີກຕໍ່ໄປ ເພາະເຂົາເຈົ້າເລີ່ມຮຽນຮູ້ທີ່ຈະຄິດດ້ວຍຕົວເອງ ແລະກໍຢາກຕັດສິນໃຈດ້ວຍຕົວເອງ. (ໂລມ 12:1) ແບຣີອະທິບາຍວ່າ: “ໄວຮຸ່ນຕ້ອງຮຽນຮູ້ທີ່ຈະຕັດສິນໃຈຕາມເຫດຜົນ ບໍ່ແມ່ນຕາມອາລົມຄວາມຮູ້ສຶກ.” (ຄຳເພງ 119:34) ດັ່ງນັ້ນ ໃຫ້ເປັນຄົນຖ່ອມຕົວແລະອະທິບາຍໃຫ້ລູກທີ່ເປັນໄວຮຸ່ນຮູ້ເຫດຜົນທີ່ເຈົ້າຕັດສິນໃຈແບບນັ້ນ. ໂດຍວິທີນັ້ນ ລູກກໍຈະຮຽນຮູ້ທີ່ຈະຕັດສິນໃຈດ້ວຍຕົວເອງ ນອກຈາກນັ້ນ ລູກຈະຮູ້ວ່າເຈົ້ານັບຖືລາວ ແລະລູກກໍຈະຮູ້ວ່າເຈົ້າສຳນຶກວ່າລາວກຳລັງເປັນຜູ້ໃຫຍ່.

ມີຄວາມເຂົ້າໃຈທີ່ເລິກເຊິ່ງ

12. ເນື່ອງຈາກມີຄວາມເຂົ້າໃຈທີ່ເລິກເຊິ່ງ ພະເຍຊູໄດ້ຊ່ວຍເປໂຕໂດຍວິທີໃດ?

12 ພະເຍຊູມີຄວາມເຂົ້າໃຈທີ່ເລິກເຊິ່ງແລະເຂົ້າໃຈວ່າພວກລູກສິດຕ້ອງການຄວາມຊ່ວຍເຫຼືອແບບໃດ. ຕົວຢ່າງເຊັ່ນ: ເມື່ອພະເຍຊູບອກພວກລູກສິດວ່າພະອົງຈະຖືກຂ້າ ເປໂຕຈຶ່ງບອກພະເຍຊູໃຫ້ສະແດງຄວາມກະລຸນາຕໍ່ຕົວເພິ່ນເອງ. ພະເຍຊູຮູ້ວ່າເປໂຕເວົ້າດ້ວຍຄວາມຮັກ ແຕ່ພະອົງກໍຍັງຮູ້ວ່າເປໂຕຫາເຫດຜົນໃນແບບທີ່ບໍ່ຖືກຕ້ອງ. ພະເຍຊູໄດ້ຊ່ວຍເປໂຕແລະລູກສິດຄົນອື່ນໆໂດຍວິທີໃດ? ທຳອິດ ພະອົງແກ້ໄຂເປໂຕ ຈາກນັ້ນ ພະເຍຊູກໍໄດ້ອະທິບາຍວ່າຈະເກີດຫຍັງຂຶ້ນກັບຄົນທີ່ບໍ່ເຮັດຕາມຈຸດປະສົງຂອງພະເຢໂຫວາເມື່ອການເຮັດເຊັ່ນນັ້ນເປັນເລື່ອງທີ່ຍາກ. ພະເຍຊູຍັງບອກວ່າພະເຢໂຫວາຈະໃຫ້ລາງວັນກັບຄົນທີ່ບໍ່ເຫັນແກ່ຕົວ. (ມັດທາຍ 16:21-27) ໃນທີ່ສຸດ ເປໂຕກໍໄດ້ຮຽນຮູ້ບົດຮຽນທີ່ສຳຄັນນີ້.—1 ເປໂຕ 2:20, 21

13, 14. (ກ) ສິ່ງໃດອາດສະແດງໃຫ້ເຫັນວ່າລູກທີ່ເປັນໄວຮຸ່ນຈຳເປັນຕ້ອງເສີມສ້າງຄວາມເຊື່ອໃຫ້ເຂັ້ມແຂງຂຶ້ນ? (ຂ) ເຈົ້າຈະຮູ້ໄດ້ແນວໃດວ່າລູກຊາຍຫຼືລູກສາວຂອງເຈົ້າຕ້ອງການຄວາມຊ່ວຍເຫຼືອແບບໃດແທ້ໆ?

13 ໃຫ້ອະທິດຖານຂໍຄວາມເຂົ້າໃຈທີ່ເລິກເຊິ່ງຈາກພະເຢໂຫວາເພື່ອເຈົ້າຈະເຂົ້າໃຈວ່າລູກທີ່ເປັນໄວຮຸ່ນຕ້ອງການຄວາມຊ່ວຍເຫຼືອແບບໃດ. (ຄຳເພງ 32:8) ບາງທີເຈົ້າເຫັນວ່າລູກບໍ່ມີຄວາມສຸກຄືແຕ່ກ່ອນ ຫຼືເວົ້າໃນແງ່ລົບກ່ຽວກັບພີ່ນ້ອງ. ເຈົ້າອາດຈະຮູ້ສຶກວ່າມີບາງເລື່ອງທີ່ລູກປິດບັງບໍ່ໃຫ້ເຈົ້າຮູ້. ຢ່າຟ້າວສະຫຼຸບວ່າລູກທີ່ເປັນໄວຮຸ່ນກຳລັງລັກເຮັດບາງສິ່ງທີ່ຜິດຫຼາຍ. * ແຕ່ກໍຢ່າຖືເບົາຕໍ່ກັບບັນຫານັ້ນແລະຢ່າຄາດໝາຍວ່າບັນຫານັ້ນຈະໝົດໄປເອງ. ເຈົ້າອາດຈຳເປັນຕ້ອງໄດ້ຊ່ວຍລູກໃຫ້ເສີມສ້າງຄວາມເຊື່ອຂອງລາວໃຫ້ເຂັ້ມແຂງຂຶ້ນ.

ຊ່ວຍລູກໃຫ້ມີໝູ່ທີ່ດີໃນປະຊາຄົມ (ເບິ່ງຂໍ້ 14)

14 ເພື່ອຈະຮູ້ວິທີຊ່ວຍລູກທີ່ເປັນໄວຮຸ່ນ ໃຫ້ຖາມລູກໂດຍໃຊ້ຄຳຖາມທີ່ສະແດງຄວາມກະລຸນາແລະຄວາມນັບຖື. ການໃຊ້ຄຳຖາມເປັນຄືກັບການຕັກນໍ້າຂຶ້ນຈາກສ້າງ. ຖ້າດຶງໄວໂພດ ເຈົ້າກໍຈະບໍ່ໄດ້ນໍ້າຫຼາຍຕາມທີ່ເຈົ້າຕ້ອງການ. ຄ້າຍຄືກັນ ຖ້າເຈົ້າບໍ່ມີຄວາມອົດທົນເມື່ອຖາມຄຳຖາມຫຼືພະຍາຍາມບັງຄັບໃຫ້ລູກເວົ້າກັບເຈົ້າ ເຈົ້າຈະບໍ່ຮູ້ໃນສິ່ງທີ່ລູກຄິດແລະສິ່ງທີ່ລູກຮູ້ສຶກແທ້ໆ. (ອ່ານສຸພາສິດ 20:5) ອິລາເຣຍຈື່ໄດ້ວ່າຕອນທີ່ເປັນໄວຮຸ່ນ ລາວຢາກໃຊ້ເວລາຫຼາຍຂຶ້ນກັບໝູ່ທີ່ຮຽນຢູ່ຫ້ອງດຽວກັນ ແຕ່ລາວກໍຮູ້ວ່າການເຮັດເຊັ່ນນັ້ນເປັນສິ່ງທີ່ຜິດ. ພໍ່ແມ່ສັງເກດເຫັນວ່າອິລາເຣຍກັງວົນກ່ຽວກັບບາງຢ່າງ. ອິລາເຣຍໄດ້ເວົ້າວ່າ: “ໃນຕອນແລງຂອງມື້ໜຶ່ງ ພໍ່ແມ່ໄດ້ເວົ້າວ່າພວກເພິ່ນສັງເກດເຫັນວ່າຂ້ອຍເຫງົາໜ້ອຍໜຶ່ງ ແລະໄດ້ຖາມວ່າມີບັນຫາຫຍັງບໍ. ຂ້ອຍຮ້ອງໄຫ້ທັນທີ ແລະບອກໃຫ້ພວກເພິ່ນຮູ້ກ່ຽວກັບບັນຫານັ້ນ ແລະຂ້ອຍໄດ້ຂໍຄວາມຊ່ວຍເຫຼືອຈາກພວກເພິ່ນ. ພໍ່ແມ່ຈຶ່ງກອດຂ້ອຍ ແລະເວົ້າວ່າເຂົ້າໃຈຂ້ອຍແລະສັນຍາວ່າຈະຊ່ວຍຂ້ອຍ.” ພໍ່ແມ່ຂອງອິລາເຣຍເລີ່ມຊ່ວຍລາວທັນທີໃຫ້ມີໝູ່ທີ່ດີໃນປະຊາຄົມ.

ໃຫ້ຊອກຫາຄຸນລັກສະນະທີ່ດີຂອງລູກແລະໃຫ້ຊົມເຊີຍລູກ

15. ມີຫຍັງອີກທີ່ພະເຍຊູສະແດງໃຫ້ເຫັນວ່າພະອົງມີຄວາມເຂົ້າໃຈທີ່ເລິກເຊິ່ງ?

15 ພະເຍຊູຍັງມີຄວາມເຂົ້າໃຈທີ່ເລິກເຊິ່ງເມື່ອພະອົງສັງເກດເຫັນຄຸນລັກສະນະທີ່ດີຂອງພວກລູກສິດ. ຕົວຢ່າງເຊັ່ນ: ເມື່ອນະທາເນເອນໄດ້ຍິນວ່າພະເຍຊູຈະມາຈາກເມືອງນາຊາເລດ ລາວໄດ້ຖາມວ່າ: ‘ສິ່ງດີຢ່າງໃດຢ່າງໜຶ່ງຈະມາແຕ່ເມືອງນາຊາເລດໄດ້ຫຼື?’ (ໂຢຮັນ 1:46) ຖ້າເຈົ້າຢູ່ທີ່ນັ້ນ ເຈົ້າອາດຈະຄິດວ່ານະທານາເອນມີຄວາມຄິດໃນແງ່ລົບ ມີອະຄະຕິ ຫຼືບໍ່ມີຄວາມເຊື່ອ. ແຕ່ພະເຍຊູບໍ່ໄດ້ຄິດແບບນັ້ນ. ພະອົງມີຄວາມເຂົ້າໃຈທີ່ເລິກເຊິ່ງແລະຮູ້ວ່ານະທານາເອນເປັນຄົນສັດຊື່. ດັ່ງນັ້ນ ພະອົງຈຶ່ງເວົ້າວ່າ: ‘ຜູ້ນີ້ເປັນຊາວອິດສະລາແອນແທ້ ບໍ່ມີຄວາມອຸບາຍໃນທ່ານ.’ (ໂຢຮັນ 1:47) ພະເຍຊູສາມາດອ່ານຫົວໃຈຄົນໄດ້ ແລະພະອົງໃຊ້ຄວາມສາມາດນັ້ນເພື່ອຊອກຫາຄຸນລັກສະນະທີ່ດີຂອງຜູ້ຄົນ.

16. ເຈົ້າຈະເຮັດແນວໃດເພື່ອສະໜັບສະໜູນລູກທີ່ເປັນໄວຮຸ່ນໃຫ້ປັບປຸງຕົວເອງ?

16 ເຖິງວ່າເຈົ້າບໍ່ສາມາດອ່ານໃຈຄົນໄດ້ຄືກັບພະເຍຊູ ແຕ່ເຈົ້າສາມາດມີຄວາມເຂົ້າໃຈທີ່ເລິກເຊິ່ງໄດ້. ພະເຢໂຫວາສາມາດຊ່ວຍເຈົ້າໃຫ້ຊອກເບິ່ງຄຸນລັກສະນະທີ່ດີຂອງລູກທີ່ເປັນໄວຮຸ່ນ. ເຖິງວ່າລູກເຮັດໃຫ້ເຈົ້າຜິດຫວັງ ແຕ່ຢ່າເວົ້າວ່າລາວເປັນຄົນຊົ່ວຫຼືເປັນຜູ້ສ້າງບັນຫາ. ຢ່າຄິດແບບນັ້ນກັບລູກ. ໃຫ້ບອກລູກວ່າເຈົ້າເຫັນຄຸນລັກສະນະທີ່ດີຂອງລາວແລະເຈົ້າກໍໝັ້ນໃຈວ່າລາວຕ້ອງການເຮັດໃນສິ່ງທີ່ຖືກຕ້ອງ. ໃຫ້ສັງເກດເບິ່ງສິ່ງທີ່ລູກໄດ້ເຮັດເພື່ອປັບປຸງຕົວເອງ ແລະໃຫ້ຊົມເຊີຍລາວ. ໃຫ້ຊ່ວຍລູກໃຫ້ພະຍາຍາມສະແດງຄຸນລັກສະນະທີ່ດີໂດຍມອບໜ້າທີ່ຮັບຜິດຊອບຫຼາຍຂຶ້ນເມື່ອເປັນໄປໄດ້. ພະເຍຊູເຮັດແບບນັ້ນກັບພວກລູກສິດ. ໜຶ່ງປີເຄິ່ງຫຼັງຈາກທີ່ພົບກັບນະທາເນເອນ (ຍັງເອີ້ນອີກຊື່ໜຶ່ງວ່າ ບາເທເລມີ) ພະເຍຊູໄດ້ມອບໜ້າທີ່ຮັບຜິດຊອບທີ່ສຳຄັນໃຫ້ລາວ. ພະອົງໄດ້ແຕ່ງຕັ້ງໃຫ້ນະທາເນເອນເປັນອັກຄະສາວົກ ແລະລາວກໍເຮັດວຽກນັ້ນຢ່າງສັດຊື່. (ລືກາ 6:13, 14; ກິດຈະການ 1:13, 14) ດັ່ງນັ້ນ ແທນທີ່ຈະເຮັດໃຫ້ລູກຮູ້ສຶກວ່າລາວເຮັດບໍ່ດີຈັກຢ່າງ ໃຫ້ຊົມເຊີຍແລະໜູນກຳລັງໃຈລູກ. ເຮັດໃຫ້ລູກຮູ້ສຶກວ່າລາວເຮັດໃຫ້ເຈົ້າແລະພະເຢໂຫວາມີຄວາມສຸກໄດ້ ແລະລາວສາມາດໃຊ້ຄວາມສາມາດທີ່ມີເພື່ອຮັບໃຊ້ພະເຢໂຫວາ.

ການຝຶກສອນລູກເຮັດໃຫ້ເຈົ້າມີຄວາມສຸກຫຼາຍ

17, 18. ຈະເກີດຜົນຄືແນວໃດ ຖ້າເຈົ້າຝຶກສອນລູກຕໍ່ໆໄປໃຫ້ຮັບໃຊ້ພະເຢໂຫວາ?

17 ເຈົ້າອາດຮູ້ສຶກຄືກັບອັກຄະສາວົກໂປໂລ. ລາວເປັນຫ່ວງຫຼາຍກ່ຽວກັບຄົນເຫຼົ່ານັ້ນທີ່ເປັນຄືກັບລູກຂອງລາວ. ໂປໂລໄດ້ຊ່ວຍເຂົາເຈົ້າໃຫ້ຮຽນຮູ້ເລື່ອງພະເຢໂຫວາ ແລະລາວຮັກເຂົ້າເຈົ້າຫຼາຍ. ດັ່ງນັ້ນ ໂປໂລຈະເຈັບປວດໃຈຫຼາຍເມື່ອຄິດວ່າບາງຄົນອາດຈະບໍ່ຮັບໃຊ້ພະເຢໂຫວາຕໍ່ໄປ. (1 ໂກລິນໂທ 4:15; 2 ໂກລິນໂທ 2:4) ວິກເຕີເຊິ່ງລ້ຽງລູກສາມຄົນ ລາວເວົ້າວ່າ: “ການລ້ຽງລູກໃນຕອນທີ່ເປັນໄວຮຸ່ນບໍ່ງ່າຍເລີຍ ແຕ່ນັ້ນກໍເປັນໄລຍະເວລາທີ່ດີເຊິ່ງສຳຄັນກວ່າບັນຫາຕ່າງໆທີ່ພວກເຮົາປະສົບ. ດ້ວຍການຊ່ວຍເຫຼືອຈາກພະເຢໂຫວາ ພວກເຮົາຈຶ່ງມີຄວາມສຸກທີ່ໄດ້ໃກ້ຊິດກັບລູກ.”

18 ພໍ່ແມ່ທັງຫຼາຍ ເພາະເຈົ້າຮັກລູກຫຼາຍ ເຈົ້າຈຶ່ງໄດ້ອອກຄວາມພະຍາຍາມຢ່າງໜັກເພື່ອຝຶກສອນເຂົາເຈົ້າ. ຂໍໃຫ້ເຈົ້າເຮັດເຊັ່ນນີ້ຕໍ່ໆ. ໃຫ້ຄິດເບິ່ງວ່າ ເຈົ້າຈະມີຄວາມສຸກຫຼາຍສໍ່າໃດເມື່ອລູກຕັດສິນໃຈທີ່ຈະຮັບໃຊ້ພະເຢໂຫວາແລະຮັບໃຊ້ພະອົງຢ່າງສັດຊື່ຕໍ່ໆໄປ.—3 ໂຢຮັນ 4

^ ຂໍ້ 13 ພໍ່ແມ່ອາດເຫັນວ່າເປັນປະໂຫຍດທີ່ຈະອ່ານປຶ້ມຄຳຖາມທີ່ໜຸ່ມສາວຖາມ ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມ 1 ໜ້າ 317 ແລະເຫຼັ້ມ 2 ໜ້າ 136-141.