ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະແດງຄວາມຮູ້ຄຸນຄ່າສຳລັບຄວາມເອື້ອເຟື້ອຂອງພະເຢໂຫວາ

ສະແດງຄວາມຮູ້ຄຸນຄ່າສຳລັບຄວາມເອື້ອເຟື້ອຂອງພະເຢໂຫວາ

ພະເຢໂຫວາເປັນພະເຈົ້າທີ່ມີຄວາມເອື້ອເຟື້ອ. (ຢາໂກໂບ 1:17) ເຮົາເຫັນຄວາມເອື້ອເຟື້ອຂອງພະອົງໄດ້ຈາກທຸກສິ່ງທີ່ພະອົງສ້າງ. ພະອົງໄດ້ສ້າງດວງດາວຕ່າງໆໃຫ້ເຕັມເອກະພົບແລະໃຫ້ມີຕົ້ນໄມ້ທີ່ສວຍງາມປົກຄຸມໜ້າດິນ.—ຄຳເພງ 65:12, 13; 147:7, 8; 148:3, 4

ຜູ້ຂຽນຄຳເພງບົດ 104 ຮູ້ສຶກຂອບໃຈຫຼາຍທີ່ພະເຢໂຫວາໄດ້ສ້າງທຸກສິ່ງ ດັ່ງນັ້ນ ລາວຈຶ່ງແຕ່ງເພງເພື່ອສັນລະເສີນພະອົງ. ເມື່ອອ່ານຄຳເພງ ເຈົ້າຮູ້ສຶກຂອບໃຈຄືກັບຜູ້ແຕ່ງຄຳເພງບໍ? ລາວເວົ້າວ່າ: “ຂ້ານ້ອຍຈະລຳເພງສຳລັບພະເຢໂຫວາເມື່ອຂ້ານ້ອຍຍັງມີຊີວິດຢູ່ ຂ້ານ້ອຍຈະລຳບົດເພງສຳລັບພະເຈົ້າຂອງຂ້ານ້ອຍຈົນສິ້ນຊີວິດຂອງຂ້ານ້ອຍ.” (ຄຳເພງ 104:33) ເຈົ້າຕ້ອງການເຮັດແບບດຽວກັນນັ້ນບໍ?

ແບບຢ່າງທີ່ດີທີ່ສຸດຂອງຄວາມເອື້ອເຟື້ອ

ພະເຢໂຫວາຕ້ອງການໃຫ້ເຮົາຮຽນແບບຄວາມເອື້ອເຟື້ອຂອງພະອົງ. ພະອົງໃຫ້ເຮົາມີເຫດຜົນທີ່ດີທີ່ຈະເປັນຄົນເອື້ອເຟື້ອ. ພະອົງດົນໃຈໃຫ້ອັກຄະສາວົກໂປໂລຂຽນແນະນຳວ່າ: ‘ຄົນທັງຫຼາຍທີ່ມັ່ງມີໃນຄາວນີ້ ທ່ານຈົ່ງສັ່ງວ່າຢ່າໃຫ້ເຂົາເປັນຄົນຖືຕົວ ແລະຢ່າໃຫ້ເຂົາໄວ້ໃຈໃນສິ່ງຂອງທີ່ບໍ່ໝັ້ນຄົງ ແຕ່ວ່າໃຫ້ເຂົາໄວ້ໃຈໃນພະເຈົ້າຜູ້ໄດ້ປະທານສິ່ງສາລະພັດໃຫ້ແກ່ເຮົາທັງຫຼາຍເປັນອັນບໍລິບູນສຳລັບຄວາມຍິນດີຂອງເຮົາທັງຫຼາຍ ທ່ານຈົ່ງສັ່ງເຂົາໃຫ້ກະທຳການດີ ໃຫ້ເປັນຄົນມັ່ງມີໃນການດີທັງຫຼາຍ ໃຫ້ມີໃຈພ້ອມທີ່ຈະໃຫ້ ແລະມີໃຈກວ້າງຂວາງໃຫ້ປັນກັນ ໃຫ້ໂຮມເອົາເຂົ້າຂອງແພງໄວ້ເພື່ອເປັນຮາກຖານອັນດີສຳລັບເຂົາເອງສຳລັບເວລາພາຍໜ້າເພື່ອຈະໄດ້ກຳເອົາຊີວິດອັນແທ້ນັ້ນ.’—1 ຕີໂມເຕ 6:17-19

ໃນຈົດໝາຍສະບັບທີສອງທີ່ຂຽນເຖິງພີ່ນ້ອງໃນເມືອງໂກລິນໂທ ໂປໂລອະທິບາຍວ່າເຈດຕະນາຂອງເຮົາຄວນເປັນແນວໃດເມື່ອເຮົາເປັນຜູ້ໃຫ້ຄົນອື່ນ. ລາວເວົ້າວ່າ: “ທ່ານທຸກຄົນຈົ່ງປະທານໃຫ້ຕາມທີ່ໄດ້ຄຶດໝາຍໄວ້ໃນໃຈ ບໍ່ໃຊ່ດ້ວຍຄຶດເສຍດາຍ ບໍ່ໃຊ່ດ້ວຍຂືນໃຈໃຫ້ ເຫດວ່າພະເຈົ້າຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.” (2 ໂກລິນໂທ 9:7) ເຮົາຊ່ວຍໃຜແດ່ເມື່ອເຮົາເປັນຄົນເອື້ອເຟື້ອ? ໂປໂລເວົ້າວ່າເຮົາຊ່ວຍຄົນອື່ນໂດຍໃຫ້ສິ່ງທີ່ເຂົາເຈົ້າຈຳເປັນ ແລະຍັງຊ່ວຍຕົວເຮົາເອງຄືກັນເພາະພະເຢໂຫວາຈະອວຍພອນເຮົາ.—2 ໂກລິນໂທ 9:11-14

ຈາກນັ້ນ ໂປໂລໄດ້ເວົ້າເຖິງຫຼັກຖານທີ່ຍິ່ງໃຫຍ່ທີ່ສຸດເຊິ່ງພິສູດເຖິງຄວາມເອື້ອເຟື້ອຂອງພະເຈົ້າເມື່ອລາວກ່າວວ່າ: “ຂອບຄຸນພະເຈົ້າສຳລັບຂອງປະທານໃຫ້ຂອງພະອົງທີ່ເຫຼືອຈະພັນລະນາໄດ້.” (2 ໂກລິນໂທ 9:15, ທ.ປ.) “ຂອງປະທານ” ຂອງພະເຢໂຫວາໝາຍລວມເຖິງສິ່ງດີທຸກຢ່າງທີ່ພະອົງໃຫ້ເຮົາໂດຍທາງພະເຍຊູຄລິດ. ເຮົາບໍ່ສາມາດພັນລະນາເປັນຄຳເວົ້າໄດ້ວ່າ ຂອງຂວັນນີ້ມີຄ່າຫຼາຍສໍ່າໃດ.

ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮູ້ສຶກຂອບໃຈສຳລັບທຸກສິ່ງທີ່ພະເຢໂຫວາແລະພະເຍຊູໄດ້ເຮັດແລ້ວເພື່ອເຮົາແລະສິ່ງທີ່ພະອົງທັງສອງຈະເຮັດສຳລັບເຮົາໃນອະນາຄົດ? ວິທີໜຶ່ງຂອງການເປັນຄົນເອື້ອເຟື້ອແມ່ນເຮົາສາມາດໃຫ້ເວລາ ກຳລັງ ແລະວັດຖຸສິ່ງຂອງຕ່າງໆເພື່ອນະມັດສະການພະເຢໂຫວາແລະຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະອົງ. ເຮົາສາມາດເຮັດສິ່ງນີ້ໄດ້ບໍ່ວ່າເຮົາຈະມີວັດຖຸຫຼາຍຫຼືໜ້ອຍກໍຕາມ.—1 ຂ່າວຄາວ 22:14; 29:3-5; ລືກາ 21:1-4

[ຂໍ້ຄວາມໄຂເງື່ອນ]

^ ຂໍ້ 11 ນິຕິບຸກຄົນໝາຍເຖິງອົງການຫຼືຄະນະບຸກຄົນທີ່ກົດໝາຍບັນຍັດໃຫ້ມີສິດແລະໜ້າທີ່.