ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຢໂຫວາເປັນພະເຈົ້າທີ່ມີການສື່ສານ

ພະເຢໂຫວາເປັນພະເຈົ້າທີ່ມີການສື່ສານ

‘ເຊີນພະອົງຟັງແລະຂ້ານ້ອຍຈະເວົ້າ.’—ໂຢບ 42:4

ເພງ: 113, 114

1-3. (ກ) ເປັນຫຍັງຄວາມຄິດແລະພາສາຂອງພະເຢໂຫວາຈຶ່ງເໜືອກວ່າຂອງມະນຸດ? (ຂ) ໃນບົດຄວາມນີ້ເຮົາຈະຮຽນຮູ້ເລື່ອງຫຍັງແດ່?

ພະເຢໂຫວາໄດ້ສ້າງທູດສະຫວັນ ແລະຕໍ່ມາກໍໄດ້ສ້າງມະນຸດ ກໍຍ້ອນວ່າພະອົງຕ້ອງການໃຫ້ຄົນອື່ນມີຊີວິດແລະມີຄວາມສຸກ. (ຄຳເພງ 36:9; 1 ຕີໂມເຕ 1:11) ທຳອິດ ພະເຢໂຫວາໄດ້ສ້າງຜູ້ໜຶ່ງທີ່ອັກຄະສາວົກໂຢຮັນເອີ້ນວ່າ “ພະຄຳ.” (ໂຢຮັນ 1:1; ຄຳປາກົດ 3:14) ພະເຢໂຫວາໄດ້ສື່ສານກັບຜູ້ນັ້ນເຊິ່ງກໍແມ່ນພະເຍຊູ ແລະພະເຢໂຫວາຍັງໄດ້ສະແດງໃຫ້ພະເຍຊູຮູ້ເຖິງຄວາມຄິດແລະຄວາມຮູ້ສຶກຂອງພະອົງ. (ໂຢຮັນ 1:14, 17; ໂກໂລດ 1:15) ອັກຄະສາວົກໂປໂລບອກວ່າພວກທູດສະຫວັນກໍມີການສື່ສານກັນແລະມີພາສາຂອງເຂົາເຈົ້າເອງ ເຊິ່ງແຕກຕ່າງຫຼາຍແທ້ໆຈາກພາສາຂອງມະນຸດ.—1 ໂກລິນໂທ 13:1

2 ພະເຢໂຫວາຮູ້ທຸກສິ່ງກ່ຽວກັບຜູ້ທີ່ພະອົງສ້າງທັງທີ່ເປັນມະນຸດແລະທັງທີ່ເປັນທູດສະຫວັນເຊິ່ງມີຈຳນວນຕື້ໆອົງ. ພະເຢໂຫວາສາມາດຟັງຄຳອະທິດຖານຂອງຫຼາຍລ້ານຄົນໃນເວລາດຽວກັນ ແລະພະອົງກໍເຂົ້າໃຈຄຳອະທິດຖານເຫຼົ່ານັ້ນບໍ່ວ່າເຂົາເຈົ້າຈະເວົ້າພາສາໃດກໍຕາມ. ໃນຂະນະທີ່ພະເຢໂຫວາກຳລັງຟັງຄຳອະທິດຖານທັງໝົດນັ້ນ ພະອົງໄດ້ສື່ສານແລະຊີ້ນຳພວກທູດສະຫວັນໄປພ້ອມໆກັນ. ເພື່ອຈະເຮັດໄດ້ແບບນັ້ນ ຄວາມຄິດແລະພາສາຂອງພະເຢໂຫວາຕ້ອງເໜືອກວ່າຄວາມຄິດແລະພາສາຂອງມະນຸດ. (ອ່ານເອຊາອີ 55:8, 9) ດັ່ງນັ້ນ ເມື່ອພະເຢໂຫວາສື່ສານກັບມະນຸດ ພະອົງໄດ້ເຮັດໃຫ້ຂ່າວສານຂອງພະອົງເປັນເລື່ອງງ່າຍໆເພື່ອພວກເຮົາຈະເຂົ້າໃຈໄດ້.

3 ໃນບົດຄວາມນີ້ ເຮົາຈະຮຽນຮູ້ວິທີທີ່ພະເຢໂຫວາສື່ສານກັບມະນຸດໃນແບບທີ່ຊັດເຈນ. ນອກຈາກນັ້ນ ເຮົາຈະເຫັນວິທີທີ່ພະເຢໂຫວາປ່ຽນແປງການສື່ສານຂອງພະອົງໂດຍອີງຕາມສະພາບການຕ່າງໆ.

ພະເຈົ້າສື່ສານກັບມະນຸດ

4. (ກ) ພະເຢໂຫວາໃຊ້ພາສາໃດເພື່ອສື່ສານກັບໂມເຊ ຊາເມືອນ ແລະດາວິດ? (ຂ) ຄຳພີໄບເບິນໄດ້ບັນທຶກເລື່ອງຫຍັງ?

4 ໃນສວນເອເດນ ອາດເປັນໄປໄດ້ທີ່ພະເຢໂຫວາໃຊ້ພາສາເຫບເລີບູຮານເມື່ອພະອົງສື່ສານກັບອາດາມມະນຸດຄົນທຳອິດ. ຕໍ່ມາພະເຢໂຫວາໄດ້ສື່ສານກັບມະນຸດຄົນອື່ນໆ ເຊັ່ນ: ໂມເຊ ຊາເມືອນ ແລະດາວິດ. ເຖິງວ່າເຂົາເຈົ້າໄດ້ຂຽນເປັນພາສາເຫບເລີແລະໃນຮູບແບບການຂຽນຂອງເຂົາເຈົ້າເອງ ແຕ່ທີ່ຈິງແລ້ວຄົນເຫຼົ່ານີ້ກຳລັງຂຽນຄວາມຄິດຂອງພະເຢໂຫວາ. ເຂົາເຈົ້າໄດ້ຂຽນຄຳເວົ້າທີ່ພະເຢໂຫວາບອກກັບເຂົາເຈົ້າໂດຍກົງ ແລະຍັງຂຽນປະຫວັດເລື່ອງສາຍສຳພັນທີ່ພະເຢໂຫວາມີກັບປະຊາຊົນຂອງພະອົງ. ຕົວຢ່າງເຊັ່ນ: ຄຳພີໄບເບິນໄດ້ບັນທຶກເລື່ອງຄວາມເຊື່ອແລະຄວາມຮັກທີ່ຄົນເຫຼົ່ານັ້ນມີຕໍ່ພະເຢໂຫວາ ນອກຈາກນັ້ນກໍຍັງບັນທຶກເລື່ອງຄວາມຜິດພາດແລະຄວາມບໍ່ສັດຊື່ຂອງເຂົາເຈົ້ານຳອີກ. ຂໍ້ມູນທັງໝົດນີ້ຂຽນໄວ້ກໍເພື່ອເປັນປະໂຫຍດສຳລັບເຮົາ.—ໂລມ 15:4

ຜູ້ຂຽນຄຳພີໄບເບິນໄດ້ຂຽນຄຳເວົ້າທີ່ພະເຢໂຫວາບອກກັບເຂົາເຈົ້າໂດຍກົງ ແລະຍັງຂຽນກ່ຽວກັບປະຫວັດເລື່ອງສາຍສຳພັນທີ່ພະເຢໂຫວາມີກັບປະຊາຊົນຂອງພະອົງ

5. ພະເຢໂຫວາໃຊ້ພຽງພາສາເຫບເລີເທົ່ານັ້ນບໍເພື່ອສື່ສານກັບມະນຸດ? ຂໍໃຫ້ອະທິບາຍ.

5 ພະເຢໂຫວາບໍ່ໄດ້ໃຊ້ພຽງພາສາເຫບເລີເທົ່ານັ້ນເພື່ອສື່ສານກັບມະນຸດ. ເມື່ອຊາວອິດສະລາແອນຫຼຸດພົ້ນຈາກການເປັນຊະເລີຍຂອງປະເທດບາບີໂລນ ປະຊາຊົນຈຳນວນໜຶ່ງໄດ້ເວົ້າພາສາອາຣະເມອິກໃນຊີວິດປະຈຳວັນຂອງເຂົາເຈົ້າ. ບາງທີນັ້ນອາດເປັນເຫດຜົນທີ່ດານຽນ ເຢເຣມີ ແລະເອເຊດຣາເຊໄດ້ຂຽນສ່ວນໜຶ່ງຂອງຄຳພີໄບເບິນເປັນພາສາອາຣະເມອິກ.

6. ເປັນຫຍັງຈຶ່ງມີການແປພະຄຳພີພາກພາສາເຫບເລີເປັນພາສາເກັຣກ?

6 ຕໍ່ມາ ອາເລັກຊານເດີຜູ້ຍິ່ງໃຫຍ່ໄດ້ພິຊິດດິນແດນສ່ວນໃຫຍ່ຂອງໂລກນີ້ ແລະພາສາເກັຣກທົ່ວໄປຫຼືພາສາເກັຣກຄີນີຈຶ່ງກາຍເປັນພາສາຫຼັກຂອງຫຼາຍປະເທດ. ຄົນຢິວສ່ວນຫຼາຍໄດ້ເລີ່ມເວົ້າພາສາເກັຣກ ແລະໃນທີ່ສຸດຈຶ່ງມີການແປພະຄຳພີພາກພາສາເຫບເລີເປັນພາສາເກັຣກ. ສະບັບແປນີ້ມີຊື່ວ່າເບຕົວຈິນ. ນີ້ເປັນສະບັບແປສະບັບທຳອິດຂອງຄຳພີໄບເບິນ ແລະເປັນສະບັບໜຶ່ງທີ່ສຳຄັນທີ່ສຸດ. ເພື່ອແປສະບັບເຊັບຕົວຈິນໃຫ້ສຳເລັດ ຜູ້ຊ່ຽວຊານເຊື່ອວ່າມີຜູ້ແປເຖິງ 72 ຄົນ * ຜູ້ແປບາງຄົນແປຈາກພະຄຳພີພາກພາສາເຫບເລີແບບຄຳຕໍ່ຄຳ ແຕ່ບາງຄົນກໍບໍ່ໄດ້ເຮັດແບບນັ້ນ. ເຖິງຢ່າງນັ້ນກໍຕາມ ຄົນຢິວທີ່ເວົ້າພາສາເກັຣກແລະຄລິດສະຕຽນທີ່ເວົ້າພາສາເກັຣກເຊື່ອວ່າສະບັບເຊັບຕົວຈິນ ເປັນພະຄຳຂອງພະເຈົ້າ.

7. ພະເຍຊູໄດ້ໃຊ້ພາສາໃດໃນການສອນພວກລູກສິດ?

7 ເມື່ອພະເຍຊູຢູ່ໃນໂລກນີ້ ອາດເປັນໄປໄດ້ທີ່ພະອົງເວົ້າພາສາເຫບເລີ. (ໂຢຮັນ 19:20; 20:16; ກິດຈະການ 26:14) ພະອົງອາດໃຊ້ບາງສຳນວນທີ່ເປັນພາສາອາຣະເມອິກທີ່ໃຊ້ກັນທົ່ວໄປໃນສະໄໝນັ້ນ. ນອກຈາກນັ້ນ ພະເຍຊູຍັງຮູ້ຈັກພາສາເຫບເລີບູຮານທີ່ໂມເຊແລະຜູ້ພະຍາກອນຄົນອື່ນໆເວົ້າ ເຊິ່ງໄດ້ມີການອ່ານບົດຂຽນຂອງເຂົາເຈົ້າໃນໂຮງທຳທຸກໆອາທິດ. (ລືກາ 4:17-19; 24:44, 45; ກິດຈະການ 15:21) ເຖິງວ່າໃນສະໄໝຂອງພະເຍຊູຈະມີການໃຊ້ພາສາເກັຣກແລະພາສາລາແຕງ ແຕ່ຄຳພີໄບເບິນກໍບໍ່ໄດ້ບອກວ່າພະເຍຊູເວົ້າພາສາເຫຼົ່ານັ້ນ.

8, 9. ເປັນຫຍັງຄລິດສະຕຽນຫຼາຍຄົນຈຶ່ງເວົ້າພາສາເກັຣກ ແລະເລື່ອງນີ້ສອນຫຍັງເຮົາກ່ຽວກັບພະເຢໂຫວາ?

8 ລູກສິດຮຸ່ນທຳອິດຂອງພະເຍຊູໄດ້ເວົ້າພາສາເຫບເລີ ແຕ່ຫຼັງຈາກທີ່ພະອົງເສຍຊີວິດແລ້ວ ເຂົາເຈົ້າກໍເວົ້າພາສາອື່ນ. (ອ່ານກິດຈະການ 6:1) ເມື່ອຂ່າວດີແຜ່ຂະຫຍາຍອອກໄປ ຄລິດສະຕຽນຫຼາຍຄົນໄດ້ເວົ້າພາສາເກັຣກຫຼາຍກວ່າພາສາເຫບເລີ. ເນື່ອງຈາກພາສາເກັຣກເປັນພາສາທີ່ໃຊ້ກັນທົ່ວໄປ ດັ່ງນັ້ນ ພະທຳມັດທາຍ ມາລະໂກ ລືກາ ແລະໂຢຮັນຈຶ່ງຖືກຂຽນເປັນພາສາເກັຣກ. * ນອກຈາກນັ້ນ ຈົດໝາຍຕ່າງໆຂອງອັກຄະສາວົກໂປໂລແລະພະທຳອື່ນໆທີ່ຢູ່ໃນຄຳພີໄບເບິນກໍໄດ້ຂຽນເປັນພາສາເກັຣກ.

9 ໜ້າສົນໃຈ ເມື່ອຜູ້ຂຽນພະຄຳພີພາກພາສາເກັຣກຍົກເອົາຄຳເວົ້າຈາກພະຄຳພີພາກພາສາເຫບເລີ ເຂົາເຈົ້າມັກໃຊ້ສະບັບເຊັບຕົວຈິນ. ຫຼາຍຄັ້ງຄຳເວົ້າທີ່ຍົກມານັ້ນແຕກຕ່າງກັນເລັກໜ້ອຍຈາກຄຳເວົ້າໃນຕົ້ນສະບັບທີ່ເປັນພາສາເຫບເລີ. ດັ່ງນັ້ນ ຜົນງານຂອງຜູ້ແປເຊິ່ງເປັນມະນຸດທີ່ບໍ່ສົມບູນແບບໄດ້ກາຍມາເປັນສ່ວນໜຶ່ງຂອງຄຳພີໄບເບິນທີ່ເຮົາມີໃນທຸກມື້ນີ້. ເລື່ອງນີ້ສອນເຮົາວ່າພະເຢໂຫວາບໍ່ໄດ້ຖືວ່າພາສາໃດໜຶ່ງຫຼືວັດທະນະທຳໃດໜຶ່ງດີກວ່າພາສາອື່ນຫຼືວັດທະນະທຳອື່ນ.—ອ່ານກິດຈະການ 10:34

ພະເຈົ້າບໍ່ໄດ້ຄາດໝາຍໃຫ້ເຮົາເວົ້າພາສາໃດໜຶ່ງສະເພາະເພື່ອຈະຮູ້ຈັກພະອົງຫຼືຈຸດປະສົງຂອງພະອົງ

10. ເຮົາໄດ້ຮຽນຮູ້ຫຍັງຈາກວິທີທີ່ພະເຢໂຫວາສື່ສານກັບມະນຸດ?

10 ເຮົາໄດ້ຮຽນຮູ້ວ່າພະເຢໂຫວາສື່ສານກັບມະນຸດໂດຍອີງຕາມສະພາບການຕ່າງໆ. ແຕ່ພະເຢໂຫວາບໍ່ໄດ້ຄາດໝາຍໃຫ້ເຮົາເວົ້າພາສາໃດໜຶ່ງສະເພາະເພື່ອຈະຮູ້ຈັກພະອົງຫຼືຈຸດປະສົງຂອງພະອົງ. (ອ່ານຊາກາລີ 8:23; ຄຳປາກົດ 7:9, 10) ນອກຈາກນັ້ນ ເຮົາຍັງຮຽນຮູ້ວ່າພະເຢໂຫວາໄດ້ຊີ້ນຳຜູ້ທີ່ຂຽນຄຳພີໄບເບິນ ແຕ່ພະອົງກໍຍອມໃຫ້ເຂົາເຈົ້າຂຽນຄວາມຄິດຂອງພະອົງເປັນຄຳເວົ້າຂອງເຂົາເຈົ້າເອງ.

ພະເຈົ້າປົກປັກຮັກສາຂ່າວສານຂອງພະອົງ

11. ການທີ່ມະນຸດໃຊ້ຫຼາຍພາສາທີ່ແຕກຕ່າງກັນ ເປັນຫຍັງຈຶ່ງບໍ່ເປັນອຸປະສັກສຳລັບພະເຢໂຫວາ?

11 ມະນຸດໃຊ້ຫຼາຍພາສາທີ່ແຕກຕ່າງກັນ ແຕ່ເລື່ອງນີ້ບໍ່ໄດ້ເປັນອຸປະສັກສຳລັບພະເຢໂຫວາ. ເຮົາຮູ້ໄດ້ແນວໃດ? ຄຳພີໄບເບິນມີຄຳເວົ້າຂອງພະເຍຊູພຽງບໍ່ເທົ່າໃດຄຳທີ່ເປັນພາສາດັ້ງເດີມເຊິ່ງພະອົງໄດ້ໃຊ້. (ມັດທາຍ 27:46; ມາລະໂກ 5:41; 7:34; 14:36) ແຕ່ພະເຢໂຫວາໄດ້ເຮັດໃຫ້ໝັ້ນໃຈວ່າມີການຂຽນແລະການແປຄຳເວົ້າຂອງພະເຍຊູອອກເປັນພາສາເກັຣກ ແລະໃນທີ່ສຸດກໍແປອອກເປັນພາສາອື່ນໆ. ນອກຈາກນັ້ນ ຍ້ອນຄົນຢິວແລະຄລິດສະຕຽນບາງຄົນໄດ້ກ່າຍຄືນຄຳພີໄບເບິນຫຼາຍຮອບ ດັ່ງນັ້ນ ຂ່າວສານຂອງພະເຈົ້າຈຶ່ງຖືກປົກປັກຮັກສາໄວ້ໄດ້. ຈາກນັ້ນຈຶ່ງມີການແປບົດເຫຼົ່ານັ້ນອອກເປັນຫຼາຍພາສາຕື່ມອີກ. ປະມານ 400 ປີຫຼັງຈາກທີ່ພະເຍຊູເກີດ ຈອນ ຄິດໂຊສະເຕີມໄດ້ເວົ້າວ່າ ມີການແປຄຳສອນຂອງພະເຍຊູອອກເປັນພາສາຊີເຣຍ ພາສາເອຢິບ ພາສາອິນເດຍ ພາສາເປີເຊຍ ພາສາເອທິໂອເປຍ ແລະອີກຫຼາຍພາສາ.

12. ມີການພະຍາຍາມເຮັດແນວໃດເພື່ອທຳລາຍຄຳພີໄບເບິນ?

12 ຕະຫຼອດປະຫວັດສາດ ຫຼາຍຄັ້ງໄດ້ມີການພະຍາຍາມທຳລາຍຄຳພີໄບເບິນ ຄົນທີ່ແປຄຳພີໄບເບິນ ແລະຄົນທີ່ແຈກຢາຍຄຳພີໄບເບິນ. ປະມານ 300 ປີຫຼັງຈາກທີ່ພະເຍຊູເກີດ ຈັກກະພັດໂລມທີ່ຊື່ ດິໂອເຄລຕຽນໄດ້ອອກຄຳສັ່ງໃຫ້ທຳລາຍສຳເນົາທີ່ມີການກ່າຍຄືນທັງໝົດຂອງຄຳພີໄບເບິນ. ປະມານ 1.200 ປີຕໍ່ມາ ວິນລຽມ ທິນເດີໄດ້ເລີ່ມຕົ້ນແປຄຳພີໄບເບິນຈາກພາສາເຫບເລີແລະພາສາເກັຣກເປັນພາສາອັງກິດ. ລາວເວົ້າວ່າຖ້າພະເຈົ້າຍອມໃຫ້ລາວມີຊີວິດຍືນຍາວ ລາວຈະເຮັດໃຫ້ເດັກນ້ອຍທີ່ເປັນຊາວນາໄດ້ຮູ້ຈັກຄຳພີໄບເບິນດີກວ່າທີ່ຄຸນພໍ່ຮູ້ຈັກດ້ວຍຊໍ້າ. ເນື່ອງຈາກການຂົ່ມເຫງ ວິນລຽມຈຳເປັນຕ້ອງໜີອອກຈາກປະເທດອັງກິດເພື່ອຈະສາມາດແປແລະພິມຄຳພີໄບເບິນໄດ້. ເຖິງວ່າພວກຄຸນພໍ່ພະຍາຍາມທີ່ຈະເຜົາສຳເນົາຄຳພີໄບເບິນທັງໝົດທີ່ເຂົາເຈົ້າພົບເຫັນ ແຕ່ພະຄຳພີສະບັບທີ່ວິນລຽມໄດ້ແປອອກມາ ກໍໄດ້ມີການແຈກຢາຍໃຫ້ກັບຫຼາຍຄົນ. ໃນທີ່ສຸດ ວິນລຽມກໍຖືກແຂວນຄໍແລະຖືກເຜົາເທິງຫຼັກເສົາ. ແຕ່ຄຳພີໄບເບິນສະບັບທີ່ວິນລຽມແປກໍລອດພົ້ນຈາກການທຳລາຍຂອງພວກຄຸນພໍ່ໄດ້ ແລະມີການໃຊ້ສະບັບແປນັ້ນເພື່ອກະກຽມສຳລັບການແປຄຳພີໄບເບິນສະບັບທີ່ຊື່ວ່າ ຄິງເຈມສ.ອ່ານ 2 ຕີໂມເຕ 2:9

13. ການສຶກສາຄົ້ນຄວ້າກ່ຽວກັບສຳເນົາຂອງຄຳພີໄບເບິນສະແດງໃຫ້ເຫັນຫຍັງ?

13 ເປັນຄວາມຈິງທີ່ວ່າສຳເນົາຈຳນວນໜຶ່ງທີ່ເກົ່າແກ່ທີ່ສຸດຂອງຄຳພີໄບເບິນມີຂໍ້ຜິດພາດແລະມີຄວາມແຕກຕ່າງກັນເລັກໜ້ອຍ. ຢ່າງໃດກໍຕາມ ຜູ້ຊ່ຽວຊານດ້ານຄຳພີໄບເບິນໄດ້ສຶກສາຄົ້ນຄວ້າຢ່າງຖີ່ຖ້ວນກ່ຽວກັບສຳເນົາຫຼາຍພັນສະບັບ ສ່ວນຕ່າງໆຂອງສຳເນົາ ແລະຄຳພີໄບເບິນສະບັບແປເກົ່າໆ. ຫຼັງຈາກທີ່ສົມທຽບກັນແລ້ວ ເຂົາເຈົ້າກໍເຫັນວ່າມີພຽງບໍ່ເທົ່າໃດຂໍ້ທີ່ຕ່າງກັນເລັກໜ້ອຍ ແລະຈຸດເຫຼົ່ານັ້ນກໍບໍ່ສຳຄັນຫຼາຍ. ເຖິງຢ່າງນັ້ນກໍຕາມຂ່າວສານໃນຄຳພີໄບເບິນບໍ່ໄດ້ປ່ຽນແປງ. ການສຶກສາຄົ້ນຄວ້າເຊັ່ນນັ້ນເສີມຄວາມໝັ້ນໃຈຂອງນັກສຶກສາຄຳພີໄບເບິນທີ່ມີຄວາມຈິງໃຈໃຫ້ຮູ້ວ່າຄຳພີໄບເບິນທີ່ເຂົາເຈົ້າມີໃນທຸກມື້ນີ້ແມ່ນພະຄຳທີ່ພະເຢໂຫວາໄດ້ດົນໃຈໃຫ້ຂຽນ.—ເອຊາອີ 40:8 *

14. ໃນທຸກມື້ນີ້ ຄຳພີໄບເບິນມີຈັກພາສາ?

14 ເຖິງວ່າມີຫຼາຍຄັ້ງທີ່ຜູ້ຄົນພະຍາຍາມຈະທຳລາຍຄຳພີໄບເບິນ ແຕ່ກໍຍັງມີການແປຄຳພີໄບເບິນໃນຫຼາຍກວ່າ 2.800 ພາສາ ເຊິ່ງໃນທຸກມື້ນີ້ບໍ່ມີປຶ້ມຫົວໃດທີ່ສາມາດແປໄດ້ຫຼາຍພາສາເທົ່ານີ້. ແມ່ນຢູ່ວ່າຫຼາຍຄົນບໍ່ມີຄວາມເຊື່ອໃນພະເຈົ້າ ແຕ່ກໍມີການແຈກຢາຍພະຄຳຂອງພະອົງອອກໄປຢ່າງກວ້າງຂວາງທີ່ສຸດໃນປະຫວັດສາດ. ໃນຂະນະທີ່ສະບັບແປຄຳພີໄບເບິນບາງສະບັບກໍອ່ານເຂົ້າໃຈຍາກຫຼືບໍ່ຖືກຕ້ອງປານໃດ ແຕ່ເກືອບໝົດທຸກສະບັບກໍໃຫ້ຂ່າວສານທີ່ເຂົ້າໃຈງ່າຍໃນເລື່ອງຄວາມຫວັງແລະເລື່ອງຊີວິດຕະຫຼອດໄປ.

ຈຳເປັນຕ້ອງມີຄຳພີໄບເບິນສະບັບແປໃໝ່

15. (ກ) ນັບແຕ່ປີ 1919 ປຶ້ມຂອງພວກເຮົາກ່ຽວກັບຄຳພີໄບເບິນມີການປ່ຽນແປງແນວໃດ? (ຂ) ເປັນຫຍັງປຶ້ມຂອງພວກເຮົາທຳອິດຈຶ່ງຂຽນເປັນພາສາອັງກິດ?

15 ໃນປີ 1919 ນັກສຶກສາຄຳພີໄບເບິນກຸ່ມນ້ອຍໆກຸ່ມໜຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນ ‘ຂ້າໃຊ້ຜູ້ສັດຊື່ແລະສຸຂຸມ.’ (ມັດທາຍ 24:45) ໃນເວລານັ້ນ ສ່ວນຫຼາຍແລ້ວຂ້າໃຊ້ຜູ້ສັດຊື່ໄດ້ສື່ສານກັບປະຊາຊົນຂອງພະເຈົ້າໂດຍໃຊ້ພາສາອັງກິດ. ແຕ່ໃນທຸກມື້ນີ້ ປຶ້ມກ່ຽວກັບຄຳພີໄບເບິນມີຫຼາຍກວ່າ 700 ພາສາ. ຄືກັບທີ່ມີການນຳໃຊ້ພາສາເກັຣກໃນອະດີດ ໃນທຸກມື້ນີ້ກໍມີການນຳໃຊ້ພາສາອັງກິດໃນແວດວົງທຸລະກິດ ແວດວົງການສຶກສາ ແລະຍັງເປັນພາສາທີ່ຜູ້ຄົນຮູ້ຈັກຢ່າງກວ້າງຂວາງ. ດັ່ງນັ້ນ ປຶ້ມຂອງອົງການຂອງພວກເຮົາທຳອິດຈຶ່ງຂຽນເປັນພາສາອັງກິດກ່ອນ ແລ້ວຈາກນັ້ນກໍແປເປັນພາສາອື່ນໆ.

16, 17. (ກ) ປະຊາຊົນຂອງພະເຈົ້າຈຳເປັນຕ້ອງມີຫຍັງ? (ຂ) ມີການເບິ່ງແຍງຄວາມຈຳເປັນນັ້ນແນວໃດ? (ຄ) ພີ່ນ້ອງນໍຣຕ້ອງການຫຍັງ?

16 ປຶ້ມທັງໝົດຂອງອົງການຂອງພວກເຮົາໄດ້ອາໄສຄຳພີໄບເບິນເປັນຫຼັກ. ໃນຕອນທຳອິດປະຊາຊົນຂອງພະເຈົ້າໃຊ້ຄຳພີໄບເບິນສະບັບຄິງເຈມສ ເຊິ່ງແປສຳເລັດໃນປີ 1611. ຢ່າງໃດກໍຕາມ ຄຳສັບທີ່ໃຊ້ໃນສະບັບແປນີ້ເປັນຄຳທີ່ເກົ່າແກ່ແລະເຂົ້າໃຈໄດ້ຍາກ. ເຖິງວ່າສຳເນົາທີ່ເກົ່າແກ່ຫຼາຍໄດ້ໃຊ້ຊື່ຂອງພະເຈົ້າຫຼາຍພັນເທື່ອ ແຕ່ໃນສະບັບຄິງເຈມສ ມີຊື່ຂອງພະເຈົ້າພຽງບໍ່ເທົ່າໃດເທື່ອເທົ່ານັ້ນ. ນອກຈາກນັ້ນ ສະບັບນີ້ຍັງແປຜິດແລະມີການຕື່ມຂໍ້ພະຄຳພີອື່ນໃສ່ເຊິ່ງບໍ່ມີໃນສຳເນົາທີ່ເກົ່າແກ່ທີ່ສຸດ. ຄຳພີໄບເບິນສະບັບແປອື່ນໆທີ່ເປັນພາສາອັງກິດກໍມີບັນຫາທີ່ຄ້າຍໆກັນ.

17 ເຫັນໄດ້ແຈ້ງວ່າປະຊາຊົນຂອງພະເຈົ້າຈຳເປັນຕ້ອງມີຄຳພີໄບເບິນສະບັບແປທີ່ຖືກຕ້ອງແລະເຂົ້າໃຈງ່າຍ. ດັ່ງນັ້ນຈຶ່ງມີການຕັ້ງຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ ແລະຕັ້ງແຕ່ປີ 1950 ເຖິງປີ 1960 ພີ່ນ້ອງທີ່ຢູ່ໃນຄະນະກຳມະການນີ້ໄດ້ອອກສ່ວນຕ່າງໆຂອງຄຳພີໄບເບິນ. ມີການອອກພະຄຳພີຫົກຊຸດທຳອິດຢູ່ການປະຊຸມພາກໃນວັນທີ 2 ສິງຫາ ປີ 1950. ໃນການປະຊຸມຄັ້ງນັ້ນ ພີ່ນ້ອງນໍຣເວົ້າວ່າ ປະຊາຊົນຂອງພະເຈົ້າຈຳເປັນຕ້ອງມີຄຳພີໄບເບິນສະບັບແປທີ່ທັນສະໄໝເຊິ່ງຖືກຕ້ອງແລະເຂົ້າໃຈງ່າຍ ແລະຊ່ວຍເຂົາເຈົ້າໃຫ້ຮຽນຮູ້ເລື່ອງຄວາມຈິງໄດ້ຈະແຈ້ງຂຶ້ນ. ປະຊາຊົນຂອງພະເຈົ້າຈຳເປັນຕ້ອງມີຄຳພີໄບເບິນສະບັບແປທີ່ອ່ານໄດ້ງ່າຍແລະເຂົ້າໃຈງ່າຍຄືກັບສະບັບດັ້ງເດີມທີ່ພວກລູກສິດຂອງພະເຍຊູຂຽນ. ພີ່ນ້ອງນໍຣຕ້ອງການໃຫ້ພະຄຳພີສະບັບແປໂລກໃໝ່ ຊ່ວຍຫຼາຍລ້ານຄົນໃຫ້ຮູ້ຈັກພະເຢໂຫວາ.

18. ມີການເຮັດຫຍັງເພື່ອຊ່ວຍໃນການແປຄຳພີໄບເບິນ?

18 ເມື່ອຮອດປີ 1963 ຄວາມຕ້ອງການຂອງພີ່ນ້ອງນໍຣໄດ້ກາຍເປັນຄວາມຈິງ. ພະຄຳພີສະບັບແປໂລກໃໝ່ ພາກພາສາເກັຣກໄດ້ແປອອກເປັນພາສາໂຮນລັງ ພາສາຝຣັ່ງ ພາສາເຢຍລະມັນ ພາສາອີຕາລີ ພາສາປອກຕຸຍການ ແລະພາສາແອດສະປາຍ. ໃນປີ 1989 ຄະນະກຳມະການປົກຄອງແຫ່ງພະຍານພະເຢໂຫວາໄດ້ຕັ້ງພະແນກໃໝ່ຢູ່ທີ່ສຳນັກງານໃຫຍ່ເພື່ອຊ່ວຍຜູ້ແປຄຳພີໄບເບິນ. ຈາກນັ້ນ ໃນປີ 2005 ໄດ້ມີການອະນຸຍາດໃຫ້ແປຄຳພີໄບເບິນເປັນພາສາອື່ນໆຕາມທີ່ໄດ້ມີການແປຫໍສັງເກດການ ແລ້ວ. ຜົນກໍຄື ໃນປັດຈຸບັນນີ້ມີຄຳພີໄບເບິນສະບັບແປໂລກໃໝ່ ທີ່ຄົບຊຸດຫຼືໃນບາງສ່ວນໃນຫຼາຍກວ່າ 130 ພາສາ.

19. ໃນປີ 2013 ມີເຫດການທີ່ສຳຄັນຫຍັງເກີດຂຶ້ນ ແລະໃນບົດຄວາມຕໍ່ໄປເຮົາຈະຮຽນຮູ້ຫຍັງ?

19 ນັບຕັ້ງແຕ່ມີການອອກພະຄຳພີສະບັບແປໂລກໃໝ່ ເປັນຄັ້ງທຳອິດຈົນມາຮອດທຸກມື້ນີ້ ພາສາອັງກິດກໍໄດ້ມີການປ່ຽນແປງຫຼາຍ ດັ່ງນັ້ນຈຶ່ງມີຄວາມຈຳເປັນທີ່ຕ້ອງໄດ້ປັບປ່ຽນຄຳສັບໃໝ່. ໃນວັນທີ 5 ແລະທີ 6 ຕຸລາ ປີ 2013 ທີ່ການປະຊຸມປະຈຳປີຄັ້ງທີ 129 ເຊິ່ງມີຜູ້ຟັງຈຳນວນ 1.413.676 ຄົນ ຈາກ 31 ປະເທດໄດ້ເຂົ້າຮ່ວມຫຼືເບິ່ງການຖ່າຍທອດສົດທາງອິນເຕີເນັດ. ສະມາຊິກຄົນໜຶ່ງຂອງຄະນະກຳມະການປົກຄອງໄດ້ປະກາດການອອກພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງໃນພາສາອັງກິດ. ຜູ້ທີ່ເຂົ້າຮ່ວມຮູ້ສຶກຕື່ນເຕັ້ນ ແລະຫຼາຍຄົນດີໃຈຈົນນໍ້າຕາໄຫຼເມື່ອເຂົາເຈົ້າໄດ້ຮັບພະຄຳພີສະບັບປັບປຸງໃໝ່ນີ້ຄົນລະເຫຼັ້ມ. ເມື່ອຜູ້ບັນລະຍາຍອ່ານຂໍ້ຕ່າງໆຈາກພະຄຳພີສະບັບນີ້ ທຸກຄົນເຫັນໄດ້ເລີຍວ່າພະຄຳພີສະບັບປັບປຸງໃໝ່ອ່ານງ່າຍກວ່າແລະເຂົ້າໃຈງ່າຍກວ່າ. ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ຕື່ມອີກກ່ຽວກັບພະຄຳພີສະບັບປັບປຸງນີ້ ແລະທັງຈະຮຽນຮູ້ວ່າກຳລັງມີການແປພະຄຳພີສະບັບປັບປຸງນີ້ອອກເປັນພາສາອື່ນໆໂດຍວິທີໃດ.

^ ຂໍ້ 6 ຄຳວ່າເຊັບຕົວຈິນ ໝາຍເຖິງ “ເຈັດສິບ.” ເບິ່ງຄືວ່າການແປນີ້ເລີ່ມຕົ້ນປະມານ 300 ປີກ່ອນພະຄລິດເກີດ ແລະແປແລ້ວໃນ 150 ປີຕໍ່ມາ. ໃນທຸກມື້ນີ້ ສະບັບແປນີ້ຍັງມີຄວາມສຳຄັນເພາະໄດ້ຊ່ວຍຜູ້ຊ່ຽວຊານໃຫ້ເຂົ້າໃຈຄຳສັບຫຼືຂໍ້ພະຄຳພີຕ່າງໆທີ່ເຂົ້າໃຈຍາກໃນພາສາເຫບເລີ.

^ ຂໍ້ 8 ບາງຄົນຮູ້ສຶກວ່າມັດທາຍໄດ້ຂຽນພະທຳມັດທາຍເປັນພາສາເຫບເລີແລ້ວຈາກນັ້ນກໍແປເປັນພາສາເກັຣກ ເຊິ່ງອາດຈະແມ່ນມັດທາຍເອງທີ່ເປັນຜູ້ແປ.

^ ຂໍ້ 13 ຂໍໃຫ້ເບິ່ງຈຸນລະສານໜັງສືສຳລັບທຸກຄົນ ທີ່ມີຫົວເລື່ອງວ່າ “ໜັງສືນີ້ຢູ່ລອດມາໄດ້ແນວໃດ” ໃນໜ້າ 7-9. (ພາສາໄທ)