ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ການແປພະຄຳຂອງພະເຈົ້າທີ່ຈະແຈ້ງແລະເຂົ້າໃຈງ່າຍ

ການແປພະຄຳຂອງພະເຈົ້າທີ່ຈະແຈ້ງແລະເຂົ້າໃຈງ່າຍ

“ພະຄຳຂອງພະເຈົ້າປະກອບດ້ວຍຊີວິດ.”—ເຫບເລີ 4:12

ເພງ: 37, 116

1. (ກ) ພະເຢໂຫວາໄດ້ມອບໝາຍໃຫ້ອາດາມເຮັດຫຍັງ? (ຂ) ຕັ້ງແຕ່ນັ້ນເປັນຕົ້ນມາ ປະຊາຊົນຂອງພະເຢໂຫວາໄດ້ໃຊ້ຄວາມສາມາດທາງດ້ານພາສາເພື່ອເຮັດຫຍັງ?

ພະເຢໂຫວາພະເຈົ້າໄດ້ສ້າງໃຫ້ມະນຸດມີຄວາມສາມາດທາງດ້ານພາສາ. ໃນສວນເອເດນ ພະເຢໂຫວາໄດ້ມອບໝາຍໃຫ້ອາດາມຕັ້ງຊື່ໃຫ້ສັດທຸກຕົວ. ອາດາມໄດ້ຕັ້ງຊື່ທີ່ມີຄວາມໝາຍໃຫ້ສັດແຕ່ລະຊະນິດ. (ຕົ້ນເດີມ 2:19, 20) ຕັ້ງແຕ່ນັ້ນເປັນຕົ້ນມາ ປະຊາຊົນຂອງພະເຢໂຫວາໄດ້ໃຊ້ຄວາມສາມາດທາງດ້ານພາສາເພື່ອສັນລະເສີນແລະບອກຄົນອື່ນກ່ຽວກັບພະອົງ. ບໍ່ດົນມານີ້ ປະຊາຊົນຂອງພະເຢໂຫວາໄດ້ໃຊ້ຄວາມສາມາດທາງດ້ານພາສາເຂົ້າໃນການແປຄຳພີໄບເບິນ ເພື່ອໃຫ້ມີຫຼາຍຄົນສາມາດຮຽນຮູ້ກ່ຽວກັບພະເຢໂຫວາ.

2. (ກ) ສະມາຊິກຂອງຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ໃຊ້ຫຼັກການຫຍັງແດ່ໃນວຽກທີ່ເຂົາເຈົ້າເຮັດ? (ຂ) ໃນບົດຄວາມນີ້ ເຮົາຈະຮຽນຮູ້ເລື່ອງໃດ?

2 ມີການແປຄຳພີໄບເບິນອອກເປັນຫຼາຍພັນສະບັບ ແຕ່ກໍມີບາງສະບັບທີ່ຖືກຕ້ອງກວ່າສະບັບອື່ນໆ. ເພື່ອຈະແປຄຳພີໄບເບິນໄດ້ຢ່າງຖືກຕ້ອງ ຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ໄດ້ຕັດສິນໃຈທີ່ຈະເຮັດຕາມສາມຫຼັກການທີ່ເປັນພື້ນຖານ ນັ້ນຄື: (1) ຍົກຍ້ອງຊື່ຂອງພະເຈົ້າແລະໃຊ້ຊື່ນັ້ນໃນຄຳພີໄບເບິນໃນບ່ອນທີ່ມີໃນຕົ້ນສະບັບໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. (ອ່ານມັດທາຍ 6:9) (2) ແປຄຳທີ່ມີໃນຕົ້ນສະບັບແບບຄຳຕໍ່ຄຳໃນບ່ອນທີ່ເປັນໄປໄດ້ ແຕ່ເມື່ອເປັນໄປບໍ່ໄດ້ກໍໃຫ້ແປຄວາມໝາຍທີ່ຖືກຕ້ອງ. (3) ໃຊ້ພາສາທີ່ອ່ານງ່າຍແລະເຂົ້າໃຈງ່າຍ. * (ອ່ານເນເຫມີ 8:8, 12) ຜູ້ແປພະຄຳພີສະບັບແປໂລກໃໝ່ ໃນຫຼາຍກວ່າ 130 ພາສາກໍນຳໃຊ້ສາມຫຼັກການນີ້. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວິທີໃຊ້ຫຼັກການເຫຼົ່ານີ້ໃນການແປພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013 ແລະຮຽນຮູ້ການແປພະຄຳພີສະບັບນີ້ໃນພາສາອື່ນເຊັ່ນດຽວກັນ.

ຄຳພີໄບເບິນທີ່ຍົກຍ້ອງຊື່ຂອງພະເຈົ້າ

3, 4. (ກ) ເຮົາພົບເທຣາກຳມາທອນໄດ້ຢູ່ໃສແດ່? (ຂ) ຜູ້ແປຄຳພີໄບເບິນຫຼາຍຄົນເຮັດແນວໃດກັບຊື່ຂອງພະເຈົ້າ?

3 ຊື່ຂອງພະເຈົ້າປະກອບດ້ວຍຕົວອັກສອນເຫບເລີສີ່ຕົວທີ່ເອີ້ນວ່າ ເທຣາກຳມາທອນ. ເຮົາສາມາດພົບເທຣາກຳມາທອນໃນສຳເນົາທີ່ເກົ່າແກ່ຫຼາຍສະບັບທີ່ເປັນພາສາເຫບເລີ ເຊັ່ນ: ໃນມ້ວນໜັງສືທະເລຕາຍ. ນອກຈາກນັ້ນ ເຮົາຍັງສາມາດພົບເທຣາກຳມາທອນໃນບົດທີ່ກ່າຍຄືນຂອງສະບັບເຊັບຕົວຈິນ ທີ່ເປັນພາສາເກັຣກ. ມີການແປບົດທີ່ກ່າຍຄືນເຫຼົ່ານີ້ໃນໄລຍະເວລາ 200 ປີກ່ອນພະເຍຊູເກີດຈົນເຖິງພາຍຫຼັງທີ່ພະເຍຊູເກີດໄດ້ 100 ປີ. ຫຼາຍຄົນປະທັບໃຈເມື່ອເຂົາເຈົ້າເຫັນວ່າມີຊື່ຂອງພະເຈົ້າປາກົດຫຼາຍຄັ້ງໃນສຳເນົາທີ່ເກົ່າແກ່.

ຫຼາຍຄົນປະທັບໃຈເມື່ອເຂົາເຈົ້າເຫັນວ່າມີຊື່ຂອງພະເຈົ້າປາກົດຫຼາຍຄັ້ງໃນສຳເນົາທີ່ເກົ່າແກ່

4 ເມື່ອເປັນເຊັ່ນນັ້ນຈຶ່ງເຫັນໄດ້ແຈ້ງວ່າຊື່ຂອງພະເຈົ້າຄວນມີຢູ່ໃນຄຳພີໄບເບິນ. ເຖິງຢ່າງນັ້ນກໍຕາມ ຜູ້ແປຫຼາຍຄົນກໍບໍ່ໄດ້ໃຊ້ຊື່ຂອງພະເຈົ້າ. ຕົວາງເຊັ່ນ: ຫຼັງຈາກທີ່ມີການອອກພະຄຳພີສະບັບແປໂລກໃໝ່ພາກພາສາເກັຣກ ໄດ້ພຽງສອງປີກໍມີການອອກພະຄຳພີສະບັບຣີໄວອະເມລິກັນສະແຕນດາດ. ພະຄຳພີສະບັບນີ້ທີ່ອອກໃນປີ 1901 ໄດ້ໃຊ້ຊື່ຂອງພະເຈົ້າ ແຕ່ສະບັບປັບປຸງທີ່ອອກໃນປີ 1952 ບໍ່ໄດ້ໃຊ້ຊື່ຂອງພະເຈົ້າ. ເປັນຫຍັງສະບັບນັ້ນຈຶ່ງບໍ່ໃຊ້ຊື່ຂອງພະເຈົ້າ? ຍ້ອນຜູ້ແປຮູ້ສຶກວ່າ “ເປັນເລື່ອງບໍ່ເໝາະສົມຢ່າງຍິ່ງ” ທີ່ຈະໃຊ້ຊື່ຂອງພະເຈົ້າ. ດັ່ງນັ້ນ ຜູ້ແປຫຼາຍຄົນລວມທັງຜູ້ທີ່ແປເປັນພາສາອັງກິດແລະເປັນພາສາອື່ນໆກໍເຮັດແບບດຽວກັນນັ້ນ.

5. ເປັນຫຍັງຈຶ່ງສຳຄັນທີ່ຈະໃຊ້ຊື່ຂອງພະເຈົ້າໃນຄຳພີໄບເບິນ?

5 ເປັນເລື່ອງສຳຄັນແທ້ໆບໍທີ່ຜູ້ແປຈະໃຊ້ຊື່ຂອງພະເຈົ້າຫຼືບໍ່? ສຳຄັນແທ້! ພະເຢໂຫວາຜູ້ປະພັນຄຳພີໄບເບິນຕ້ອງການໃຫ້ຜູ້ຄົນຮູ້ຈັກຊື່ຂອງພະອົງ. ຜູ້ແປທີ່ດີຄວນຮູ້ສິ່ງທີ່ຜູ້ປະພັນຕ້ອງການແລະສິ່ງນັ້ນຄວນສົ່ງຜົນກະທົບຕໍ່ການຕັດສິນໃຈຂອງລາວກ່ຽວກັບການແປ. ພະຄຳພີຫຼາຍຂໍ້ສະແດງໃຫ້ເຫັນວ່າຊື່ຂອງພະເຈົ້າສຳຄັນ ແລະຊື່ນັ້ນຕ້ອງໄດ້ຮັບການຍົກຍ້ອງ. (ອົບພະຍົບ 3:15; ຄຳເພງ 83:18; 148:13; ເອຊາອີ 42:8; 43:10; ໂຢຮັນ 17:6, 26; ກິດຈະການ 15:14) ພະເຢໂຫວາດົນໃຈໃຫ້ຜູ້ຂຽນຄຳພີໄບເບິນໃຊ້ຊື່ຂອງພະອົງຫຼາຍພັນຄັ້ງໃນສຳເນົາເກົ່າແກ່. (ອ່ານເອເຊກຽນ 38:23) ດັ່ງນັ້ນ ເມື່ອຜູ້ແປຕັດຊື່ຂອງພະເຈົ້າອອກ ເຂົາເຈົ້າກໍບໍ່ໄດ້ໃຫ້ຄວາມນັບຖືພະອົງ.

6. ເປັນຫຍັງຈຶ່ງຕື່ມຊື່ຂອງພະເຈົ້າໃສ່ຫົກບ່ອນໃນພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013 ?

6 ໃນທຸກມື້ນີ້ ມີຫຼັກຖານເພີ່ມເຕີມທີ່ພິສູດວ່າເຮົາຄວນໃຊ້ຊື່ຂອງພະເຢໂຫວາ. ພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013 ໃຊ້ຊື່ຂອງພະເຈົ້າໃນ 7.216 ບ່ອນ ແລະມີການໃສ່ຊື່ນັ້ນເຂົ້າໄປອີກ 6 ບ່ອນເມື່ອສົມທຽບກັບສະບັບກ່ອນ. ເນື່ອງຈາກວ່າໄດ້ພົບຊື່ຂອງພະເຈົ້າຢູ່ຫ້າບ່ອນໃນມ້ວນໜັງສືທະເລຕາຍທີ່ຖືກເຜີຍແຜ່ໃນມໍ່ໆນີ້ * ດັ່ງນັ້ນຈຶ່ງໄດ້ໃສ່ຊື່ຂອງພະເຈົ້າເຂົ້າໄປໃນບ່ອນເຫຼົ່ານັ້ນ. ຫ້າບ່ອນນີ້ພົບໃນ 1 ຊາເມືອນ 2:25; 6:3; 10:26; 23:14, 16. ບ່ອນທີຫົກແມ່ນໃນຜູ້ຕັດສິນ 19:18 ເຫດຜົນທີ່ເອົາມາໃສ່ຄືນກໍຍ້ອນວ່າມີການສຶກສາຄົ້ນຄວ້າເພີ່ມເຕີມໃນສຳເນົາຂອງຄຳພີໄບເບິນທີ່ເກົ່າແກ່ເຊິ່ງໄວ້ໃຈໄດ້.

7, 8. ຊື່ຂອງພະເຢໂຫວາມີຄວາມໝາຍວ່າແນວໃດ?

7 ຄລິດສະຕຽນແທ້ຮູ້ສຶກວ່າເປັນເລື່ອງສຳຄັນທີ່ຈະເຂົ້າໃຈຄວາມໝາຍທີ່ຄົບຖ້ວນກ່ຽວກັບຊື່ຂອງພະເຈົ້າ. ຊື່ເຢໂຫວາມີຄວາມໝາຍວ່າ “ພະອົງເຮັດໃຫ້ເປັນ.” * ໃນອະດີດ ສິ່ງພິມຕ່າງໆຂອງອົງການໄດ້ໃຊ້ອົບພະຍົບ 3:14 (ລ.ມ.) ເພື່ອອະທິບາຍຊື່ຂອງພະເຈົ້າ ຂໍ້ນີ້ບອກວ່າ “ເຮົາຈະເປັນທຸກຢ່າງທີ່ເຮົາຕ້ອງການຈະເປັນ.” ພະຄຳພີສະບັບປັບປຸງປີ 1984 ໄດ້ອະທິບາຍວ່າພະເຢໂຫວາເຮັດໃຫ້ຕົນເອງເປັນສິ່ງໃດກໍໄດ້ຕາມທີ່ພະອົງຕ້ອງການຈະເປັນເພື່ອເຮັດໃຫ້ຄຳສັນຍາຂອງພະອົງສຳເລັດ. ຢ່າງໃດກໍຕາມ ພະຄຳພີສະບັບປັບປຸງປີ 2013 ອະທິບາຍວ່າ: “ໃນຂະນະທີ່ຊື່ຂອງພະເຢໂຫວາອາດລວມເຖິງຄວາມຄິດນີ້ ແຕ່ຄວາມໝາຍຂອງຊື່ນີ້ບໍ່ໄດ້ຈຳກັດໄວ້ໃນສິ່ງທີ່ພະອົງຕ້ອງການຈະເປັນເທົ່ານັ້ນ. ຄວາມໝາຍຂອງຊື່ນີ້ຍັງລວມເຖິງສິ່ງທີ່ພະເຢໂຫວາເຮັດໃຫ້ເກີດຂຶ້ນເຊິ່ງກ່ຽວຂ້ອງກັບສິ່ງທີ່ພະອົງສ້າງແລະຄວາມສຳເລັດເປັນຈິງຂອງຈຸດປະສົງຂອງພະອົງ.”

8 ພະເຢໂຫວາເຮັດໃຫ້ສິ່ງທີ່ພະອົງສ້າງເປັນສິ່ງໃດກໍໄດ້ຕາມທີ່ພະອົງຕ້ອງການ. ຕົວຢ່າງເຊັ່ນ: ພະອົງເຮັດໃຫ້ໂນເອເປັນຜູ້ສ້າງເຮືອໃຫຍ່ ພະອົງເຮັດໃຫ້ເບຊາເລເອນເປັນຊ່າງທີ່ຊຳນານ ພະອົງເຮັດໃຫ້ເຄເດໂອນເປັນນັກຮົບຜູ້ຍິ່ງໃຫຍ່ ແລະພະອົງເຮັດໃຫ້ໂປໂລເປັນມິດຊັນນາລີ. ຊື່ຂອງພະເຈົ້າມີຄວາມໝາຍແທ້ໆຕໍ່ປະຊາຊົນຂອງພະອົງ ແລະນີ້ຈຶ່ງເປັນເຫດຜົນທີ່ຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ໄດ້ໃຊ້ຊື່ຂອງພະເຈົ້າໃນສະບັບແປນີ້.

9. ເປັນຫຍັງການແປຄຳພີໄບເບິນເປັນພາສາອື່ນໆຈຶ່ງມີຄວາມສຳຄັນຫຼາຍ?

9 ເມື່ອເວລາຜ່ານໄປກໍແຮ່ງມີການຕັດຊື່ສະເພາະຂອງພະເຈົ້າອອກຈາກສະບັບແປຕ່າງໆຂອງຄຳພີໄບເບິນຫຼາຍຂຶ້ນ. ເຂົາເຈົ້າໃຊ້ຄຳທີ່ເປັນຕຳແໜ່ງ ເຊັ່ນ: “ພະອົງເຈົ້າ” ຫຼືໃຊ້ຊື່ຂອງພະເຈົ້າໃນທ້ອງຖິ່ນແທນຊື່ສະເພາະຂອງພະເຈົ້າ. ນີ້ຈຶ່ງເປັນເຫດຜົນຫຼັກຢ່າງໜຶ່ງທີ່ວ່າເປັນຫຍັງຄະນະກຳມະການປົກຄອງຮູ້ສຶກວ່າເປັນເລື່ອງສຳຄັນຫຼາຍທີ່ຜູ້ຄົນໃນທຸກພາສາຄວນມີຄຳພີໄບເບິນທີ່ຍົກຍ້ອງຊື່ຂອງພະເຈົ້າ. (ອ່ານມາລາກີ 3:16) ມາເຖິງທຸກມື້ນີ້ ຊື່ຂອງພະເຢໂຫວາກຳລັງໄດ້ຮັບການຍົກຍ້ອງໃນພະຄຳພີສະບັບແປໂລກໃໝ່ ທີ່ມີໃນຫຼາຍກວ່າ 130 ພາສາ.

ການແປທີ່ຈະແຈ້ງແລະຖືກຕ້ອງ

10, 11. ມີຄວາມຫຍຸ້ງຍາກອັນໃດໃນຂະນະທີ່ແປພະຄຳພີສະບັບແປໂລກໃໝ່ ເປັນພາສາອື່ນໆ?

10 ນັບວ່າມີຄວາມຫຍຸ້ງຍາກໃນຂະນະທີ່ແປພະຄຳພີສະບັບແປໂລກໃໝ່ ທີ່ເປັນພາສາອັງກິດໃຫ້ເປັນພາສາອື່ນໆ. ຕົວຢ່າງເຊັ່ນ: ພະຄຳພີສະບັບພາສາອັງກິດໃຊ້ຄຳພາສາເຫບເລີ “ເຊໂອນ” ໃນຜູ້ເທສະໜາປ່າວປະກາດ 9:10 ແລະໃນຂໍ້ອື່ນໆ. ຄຳສັບນີ້ເຂົ້າໃຈໄດ້ໃນພະຄຳພີພາສາອັງກິດສະບັບແປອື່ນໆ. ຢ່າງໃດກໍຕາມ ບໍ່ສາມາດໃຊ້ຄຳນີ້ໄດ້ໃນຫຼາຍໆພາສາ ເພາະວ່າຜູ້ອ່ານສ່ວນຫຼາຍໃນພາສາເຫຼົ່ານີ້ບໍ່ໄດ້ຮູ້ຈັກຄຳພາສາເຫບເລີ “ເຊໂອນ.” ຄຳນີ້ບໍ່ມີໃນວັດຈະນານຸກົມຂອງເຂົາເຈົ້າ ແລະບາງຄົນເຖິງຂັ້ນຄິດວ່າຄຳນີ້ເປັນຊື່ສະເພາະຂອງສະຖານທີ່ໃດໜຶ່ງ. ດ້ວຍເຫດຜົນເຫຼົ່ານີ້ ຜູ້ແປຈຶ່ງໄດ້ຮັບອະນຸຍາດໃຫ້ແປຄຳພາສາເຫບເລີ “ເຊໂອນ” ແລະຄຳພາສາເກັຣກ “ຮາເດສ” ວ່າເປັນ “ບ່ອນຝັງສົບ.” ການແປແບບນີ້ຖືກຕ້ອງແລະເຮັດໃຫ້ເນື້ອໃນແຈ້ງຂຶ້ນ.

11 ນອກຈາກນັ້ນ ຄຳວ່າ “ຈິດວິນຍານ” ໃນພາສາເຫບເລີແລະພາສາເກັຣກເປັນຄຳທີ່ແປໄດ້ຍາກໃນບາງພາສາ. ໃນພາສາເຫຼົ່ານີ້ ຄຳວ່າ “ຈິດວິນຍານ” ຕາມປົກກະຕິແລ້ວມັກໝາຍເຖິງຜີຫຼືສິ່ງທີ່ອອກຈາກຮ່າງກາຍເມື່ອຕາຍແລ້ວ. ເພື່ອຫຼີກລ່ຽງການເຂົ້າໃຈຜິດແບບນີ້ ຜູ້ແປຈຶ່ງໄດ້ຮັບອະນຸຍາດໃຫ້ແປຄຳວ່າ “ຈິດວິນຍານ” ຕາມແວດບົດຂອງຄຳ. ມີການອະທິບາຍຄວາມໝາຍທີ່ຫຼາກຫຼາຍຂອງຄຳວ່າ “ຈິດວິນຍານ” ໃນພາກຜະໜວກຂອງພະຄຳພີບໍລິສຸດສະບັບແປໂລກໃໝ່—ພ້ອມຂໍ້ອ້າງອີງ (ພາສາອັງກິດ). ມີການໃສ່ຂໍ້ມູນທີ່ເປັນປະໂຫຍດກ່ຽວກັບຄຳສັບພາສາເຫບເລີແລະພາສາເກັຣກໃນຂໍ້ຄວາມໄຂເງື່ອນຂອງສະບັບປັບປຸງເພື່ອໃຫ້ຂໍ້ຄວາມໃນຄຳພີໄບເບິນອ່ານງ່າຍແລະເຂົ້າໃຈງ່າຍ.

ໃນໄລຍະທີ່ເຮັດການປັບປຸງນັ້ນ ຄະນະກຳມະການໄດ້ສຶກສາຄົ້ນຄວ້າຄຳຖາມຫຼາຍພັນຂໍ້ຈາກຜູ້ແປຄຳພີໄບເບິນ

12. ມີການປ່ຽນແປງຫຍັງແດ່ໃນພະຄຳພີສະບັບປັບປຸງປີ 2013 ? (ຂໍໃຫ້ເບິ່ງບົດຄວາມ “ສະບັບແປໂລກໃໝ່ສະບັບປັບປຸງປີ 2013” ໃນຫໍສັງເກດການສະບັບສຶກສາທີ່ເປັນພາສາໄທ)

12 ຄຳຖາມຕ່າງໆຈາກຜູ້ແປໄດ້ສະແດງໃຫ້ເຫັນວ່າເປັນໄປໄດ້ທີ່ຈະເຂົ້າໃຈຜິດໃນເນື້ອໃນຂອງຄຳພີໄບເບິນ. ດັ່ງນັ້ນ ໃນເດືອນກັນຍາ ປີ 2007 ຄະນະກຳມະການປົກຄອງຈຶ່ງອະນຸຍາດໃຫ້ມີການປັບປຸງພະຄຳພີສະບັບແປໂລກໃໝ່ທີ່ເປັນພາສາອັງກິດ. ໃນໄລຍະທີ່ເຮັດການປັບປຸງນັ້ນ ຄະນະກຳມະການໄດ້ສຶກສາຄົ້ນຄວ້າຄຳຖາມຫຼາຍພັນຂໍ້ຈາກຜູ້ແປຄຳພີໄບເບິນ. ຄຳສັບພາສາອັງກິດທີ່ເກົ່າແກ່ຖືກປ່ຽນແທນດ້ວຍຄຳສັບທີ່ທັນສະໄໝ ເຊິ່ງເຮັດໃຫ້ເນື້ອໃນຂອງພະຄຳພີອ່ານງ່າຍຂຶ້ນແລະເຂົ້າໃຈງ່າຍຂຶ້ນໃນຂະນະດຽວກັນກໍຍັງຮັກສາຄວາມຖືກຕ້ອງຂອງຄຳສັບນັ້ນເອົາໄວ້. ນອກຈາກນັ້ນ ການແປຄຳພີໄບເບິນໃນພາສາອື່ນໆທີ່ຫາກໍສຳເລັດໃນມໍ່ໆນີ້ກໍຍັງໄດ້ຊ່ວຍໃນເລື່ອງການປັບປຸງເນື້ອໃນຂອງສະບັບພາສາອັງກິດນຳອີກ.—ສຸພາສິດ 27:17

ສະແດງຄວາມຂອບໃຈຢ່າງຍິ່ງ

13. ຫຼາຍຄົນຮູ້ສຶກແນວໃດກ່ຽວກັບພະຄຳພີສະບັບແປໂລກໃໝ່ສະບັບປັບປຸງປີ 2013 ?

13 ຫຼາຍຄົນຮູ້ສຶກແນວໃດກ່ຽວກັບພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013ທີ່ເປັນພາສາອັງກິດ? ເພື່ອສະແດງຄວາມຂອບໃຈ ພີ່ນ້ອງຊາຍຍິງໄດ້ຂຽນຈົດໝາຍຫຼາຍພັນສະບັບໄປເຖິງສຳນັກງານໃຫຍ່ຂອງພະຍານພະເຢໂຫວາທີ່ຕັ້ງຢູ່ເມືອງບຸກລິນໃນລັດນິວຢອກ. ຫຼາຍຄົນຮູ້ສຶກຄືກັບພີ່ນ້ອງຍິງຄົນໜຶ່ງເຊິ່ງໄດ້ຂຽນມາວ່າ: “ຄຳພີໄບເບິນເປັນຄືກັບຫີບສົມບັດທີ່ມີເພັດພອຍລາຄາແພງ. ການອ່ານຄຳເວົ້າຂອງພະເຢໂຫວາຢ່າງຈະແຈ້ງໂດຍໃຊ້ພະຄຳພີສະບັບປັບປຸງປີ 2013 ສົມທຽບໄດ້ຄືກັບການກວດເບິ່ງເພັດພອຍແຕ່ລະເມັດແລະຊື່ນຊົມກັບຫຼ່ຽມຕ່າງໆ ຄວາມໃສ ສີສັນ ແລະຄວາມສວຍງາມຂອງເພັດພອຍນັ້ນ. ມີການຖ່າຍທອດພະຄຳພີສະບັບນີ້ອອກມາໃນພາສາທີ່ເຂົ້າໃຈງ່າຍເຊິ່ງຊ່ວຍຂ້ອຍໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນ ພະອົງເປັນຄືກັບພໍ່ທີ່ກອດຂ້ອຍໄວ້ໃນຂະນະທີ່ພະອົງອ່ານຄຳເວົ້າທີ່ປອບໃຈໃຫ້ຂ້ອຍຟັງ.”

14, 15. ຜູ້ຄົນຮູ້ສຶກແນວໃດຕໍ່ກັບພະຄຳພີສະບັບແປໂລກໃໝ່ ທີ່ເປັນພາສາອື່ນ?

14 ຄົນທີ່ເວົ້າພາສາອື່ນເຊິ່ງບໍ່ແມ່ນພາສາອັງກິດກໍຍັງຮູ້ສຶກຂອບໃຈສຳລັບພະຄຳພີສະບັບແປໂລກໃໝ່. ພີ່ນ້ອງຊາຍສູງອາຍຸຄົນໜຶ່ງຈາກເມືອງໂຊເຟຍ ປະເທດບຸນກາຣີໄດ້ເວົ້າກ່ຽວກັບພະຄຳພີສະບັບແປໂລກໃໝ່ທີ່ເປັນພາສາບຸນກາຣີວ່າ: “ຂ້ອຍອ່ານຄຳພີໄບເບິນມາຫຼາຍປີແລ້ວ ແຕ່ຂ້ອຍບໍ່ເຄີຍອ່ານສະບັບແປທີ່ເຂົ້າໃຈງ່າຍແລະເຂົ້າເຖິງຫົວໃຈໄດ້ແບບນີ້.” ຫຼັງຈາກທີ່ໄດ້ຮັບພະຄຳພີສະບັບແປໂລກໃໝ່ທີ່ຄົບຊຸດ ພີ່ນ້ອງຍິງຄົນໜຶ່ງຈາກປະເທດອານບານີກໍຂຽນແບບດຽວກັນວ່າ: “ພະຄຳຂອງພະເຈົ້າທີ່ເປັນພາສາອານບານີມ່ວນແທ້ໆ! ເປັນສິດທິພິເສດຢ່າງຍິ່ງທີ່ພະເຢໂຫວາເວົ້າກັບພວກເຮົາເປັນພາສາຂອງພວກເຮົາເອງ!”

15 ໃນຫຼາຍປະເທດ ຄຳພີໄບເບິນມີລາຄາແພງຫຼາຍຫຼືຫາໄດ້ຍາກ. ການໄດ້ຮັບຄຳພີໄບເບິນຈຶ່ງເປັນພະພອນແທ້ໆ! ລາຍງານຈາກປະເທດຣູອັນດາກ່າວວ່າ: “ເປັນເວລາຫຼາຍປີແລ້ວທີ່ພີ່ນ້ອງໄດ້ສຶກສານຳຫຼາຍຄົນແຕ່ຄົນເຫຼົ່ານັ້ນກໍບໍ່ກ້າວໜ້າເພາະເຂົາເຈົ້າບໍ່ມີຄຳພີໄບເບິນ. ເຂົາເຈົ້າບໍ່ມີເງິນພຽງພໍທີ່ຈະຊື້ພະຄຳພີເຊິ່ງເປັນສະບັບທີ່ໂບດໃນທ້ອງຖິ່ນໃຊ້. ຫຼາຍຄັ້ງເຂົາເຈົ້າກໍບໍ່ເຂົ້າໃຈຄວາມໝາຍຂອງພະຄຳພີບາງຂໍ້ເຊິ່ງເລື່ອງນີ້ໄດ້ຂັດຂວາງຄວາມກ້າວໜ້າຂອງເຂົາເຈົ້າ.” ເມື່ອມີພະຄຳພີສະບັບແປໂລກໃໝ່ ທີ່ເປັນພາສາທ້ອງຖິ່ນຂອງເຂົາເຈົ້າ ຄອບຄົວໜຶ່ງໃນຣູອັນດາທີ່ມີລູກສີ່ຄົນ ເຂົາເຈົ້າໄດ້ຂຽນວ່າ: “ພວກເຮົາຂອບໃຈແທ້ໆທີ່ພະເຢໂຫວາແລະທາດສັດຊື່ແລະສຸຂຸມໄດ້ໃຫ້ພວກເຮົາມີຄຳພີໄບເບິນສະບັບນີ້. ພວກເຮົາທຸກຍາກຫຼາຍແລະບໍ່ມີເງິນພຽງພໍທີ່ຈະຊື້ຄຳພີໄບເບິນສຳລັບທຸກຄົນໃນຄອບຄົວ. ແຕ່ຕອນນີ້ພວກເຮົາທຸກຄົນມີຄຳພີໄບເບິນເປັນຂອງຕົນເອງ. ດັ່ງນັ້ນ ເພື່ອສະແດງຄວາມຂອບໃຈຕໍ່ພະເຢໂຫວາ ພວກເຮົາຈຶ່ງອ່ານຄຳພີໄບເບິນທຸກໆມື້ນຳກັນເປັນຄອບຄົວ.”

16, 17. (ກ) ພະເຢໂຫວາຕ້ອງການໃຫ້ປະຊາຊົນຂອງພະອົງໄດ້ຮັບສິ່ງໃດ? (ຂ) ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?

16 ໃນອະນາຄົດ ຈະມີການແປພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013 ອອກເປັນພາສາອື່ນໆຕື່ມອີກ. ຊາຕານພະຍາຍາມທີ່ຈະຢຸດວຽກນີ້ ແຕ່ເຮົາຮູ້ວ່າພະເຢໂຫວາຕ້ອງການໃຫ້ປະຊາຊົນຂອງພະອົງທຸກຄົນໄດ້ຍິນເມື່ອພະອົງເວົ້າກັບເຂົາເຈົ້າໃນພາສາທີ່ຈະແຈ້ງແລະເຂົ້າໃຈໄດ້. (ອ່ານເອຊາອີ 30:21) ອີກບໍ່ດົນ “ແຜ່ນດິນຈະເຕັມໄປດ້ວຍຄວາມຮູ້ຈັກພະເຢໂຫວາຄືນໍ້າທັງຫຼາຍຖ້ວມພື້ນນໍ້າທະເລ.”—ເອຊາອີ 11:9

17 ຂໍໃຫ້ເຮົາຕັ້ງໃຈທີ່ຈະໃຊ້ຂອງຂວັນທຸກຢ່າງທີ່ພະເຢໂຫວາມອບໃຫ້ ເຊິ່ງລວມເຖິງພະຄຳພີສະບັບແປໂລກໃໝ່ ສະບັບປັບປຸງປີ 2013 ທີ່ຍົກຍ້ອງຊື່ຂອງພະອົງ. ໃຫ້ພະອົງເວົ້າກັບເຈົ້າທຸກໆມື້ໂດຍທາງພະຄຳຂອງພະອົງ. ພະອົງສາມາດຕັ້ງໃຈຟັງຄຳອະທິດຖານທຸກຢ່າງຂອງເຮົາ. ການສື່ສານແບບນີ້ຈະຊ່ວຍເຮົາໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນຕື່ມອີກ ແລະຄວາມຮັກທີ່ເຮົາມີຕໍ່ພະອົງກໍຈະມີຫຼາຍຂຶ້ນເລື້ອຍໆ.—ໂຢຮັນ 17:3

“ເປັນສິດທິພິເສດຢ່າງຍິ່ງທີ່ພະເຢໂຫວາເວົ້າກັບພວກເຮົາເປັນພາສາຂອງພວກເຮົາເອງ!”

^ ຂໍ້ 2 ຂໍໃຫ້ເບິ່ງຫໍສັງເກດການ ວັນທີ 1 ພຶດສະພາ 2008 ໃນຫົວຂໍ້ “ເຈົ້າຈະເລືອກສະບັບແປຄຳພີໄບເບິນທີ່ດີໄດ້ແນວໃດ?” (ພາສາໄທ)

^ ຂໍ້ 6 ມ້ວນໜັງສືທະເລຕາຍເກົ່າແກ່ຫຼາຍກວ່າ 1.000 ປີ ເມື່ອສົມທຽບກັບຂໍ້ຄວາມພາສາເຫບເລີທີ່ເອີ້ນວ່າເມໂຊເຣຕິກ.

^ ຂໍ້ 7 ປຶ້ມອ້າງອີງບາງຫົວໃຫ້ຄຳອະທິບາຍແບບນີ້ ແຕ່ບໍ່ແມ່ນຜູ້ຊ່ຽວຊານໝົດທຸກຄົນເຫັນດີນຳ.