ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງຊີວິດຈິງ

ຂ້ອຍພົບສັນຕິສຸກກັບພະເຈົ້າແລະກັບແມ່ຂອງຂ້ອຍ

ຂ້ອຍພົບສັນຕິສຸກກັບພະເຈົ້າແລະກັບແມ່ຂອງຂ້ອຍ

ແມ່ຖາມຂ້ອຍວ່າ: “ເປັນຫຍັງລູກຈຶ່ງບໍ່ນະມັດສະການບັນພະບຸລຸດ? ລູກບໍ່ສຳນຶກເລີຍບໍວ່າຍ້ອນພວກເພິ່ນລູກຈຶ່ງມີຊີວິດ? ລູກຈະບໍ່ສະແດງຄວາມຮູ້ບຸນຄຸນຕໍ່ພວກເພິ່ນເລີຍບໍ? ເປັນໄປໄດ້ແນວໃດທີ່ລູກຈະປະຖິ້ມທຳນຽມທີ່ສືບທອດມາຫຼາຍຮຸ່ນແລ້ວ? ການບໍ່ນັບຖືບັນພະບຸລຸດເທົ່າກັບເປັນການເວົ້າວ່າການນະມັດສະການຂອງເຮົາເປັນເລື່ອງທີ່ໂງ່.” ຫຼັງຈາກທີ່ເວົ້າແບບນີ້ ແມ່ກໍເລີ່ມຮ້ອງໄຫ້.

ສອງສາມເດືອນກ່ອນໜ້ານີ້ ພະຍານພະເຢໂຫວາໄດ້ສະເໜີທີ່ຈະສອນຄຳພີໄບເບິນໃຫ້ກັບແມ່ຂອງຂ້ອຍ. ແມ່ບໍ່ຢາກຮຽນ ແຕ່ເພື່ອບໍ່ໃຫ້ເສຍມາລະຍາດ ແມ່ຈຶ່ງນັດໃຫ້ເຂົາເຈົ້າມາສອນໃຫ້ຂ້ອຍ. ຕອນນີ້ແມ່ໃຈຮ້າຍໃຫ້ຂ້ອຍ ເຊິ່ງເປັນເລື່ອງທີ່ແປກ ເພາະຜ່ານມາຂ້ອຍເຊື່ອຟັງແມ່ສະເໝີ. ຢ່າງໃດກໍຕາມ ເນື່ອງຈາກຂ້ອຍຕ້ອງການເຮັດໃຫ້ພະເຢໂຫວາພໍໃຈ ເທື່ອນີ້ຂ້ອຍຈຶ່ງບໍ່ເຊື່ອຟັງແມ່. ການເຮັດແນວນີ້ບໍ່ງ່າຍເລີຍ ແຕ່ພະເຢໂຫວາຊ່ວຍໃຫ້ຂ້ອຍເຂັ້ມແຂງ.

ການຮຽນຮູ້ກ່ຽວກັບພະເຢໂຫວາ

ຄອບຄົວຂອງຂ້ອຍນັບຖືສາສະໜາພຸດຄືກັບຄົນສ່ວນໃຫຍ່ທີ່ຢູ່ໃນປະເທດຍີ່ປຸ່ນ. ແຕ່ຫຼັງຈາກຮຽນກັບພະຍານພະເຢໂຫວາໄດ້ສອງເດືອນ ຂ້ອຍກໍເຊື່ອວ່າສິ່ງທີ່ຢູ່ໃນຄຳພີໄບເບິນເປັນຄວາມຈິງ. ເມື່ອໄດ້ຮຽນຮູ້ວ່າຂ້ອຍມີພະເຢໂຫວາເປັນພໍ່ທີ່ຢູ່ທາງພາກສະຫວັນ ຂ້ອຍຕ້ອງການແທ້ໆທີ່ຈະຮູ້ຈັກພະອົງໃຫ້ດີຂຶ້ນ. ຕອນທຳອິດຂ້ອຍກັບແມ່ກໍມ່ວນຊື່ນກັບການເວົ້າເຖິງສິ່ງທີ່ຂ້ອຍກຳລັງຮຽນຮູ້. ໃນວັນອາທິດ ຂ້ອຍເລີ່ມເຂົ້າຮ່ວມການປະຊຸມທີ່ຫໍປະຊຸມ. ເມື່ອຮຽນຮູ້ຫຼາຍຂຶ້ນ ຂ້ອຍໄດ້ບອກແມ່ວ່າຂ້ອຍຈະບໍ່ເຮັດຕາມພິທີກຳທາງສາສະໜາພຸດ. ທັນໃດນັ້ນແມ່ກໍປ່ຽນໄປ. ແມ່ບອກວ່າ: “ຖ້າມີຄົນໜຶ່ງໃນຄອບຄົວບໍ່ມີຄວາມຮັກຕໍ່ບັນພະບຸລຸດຖືວ່າເປັນຄວາມອັບອາຍຂາຍໜ້າ.” ແມ່ຮຽກຮ້ອງໃຫ້ຂ້ອຍເຊົາຮຽນຄຳພີໄບເບິນແລະເຊົາເຂົ້າຮ່ວມການປະຊຸມ. ຂ້ອຍບໍ່ເຄີຍຄິດເລີຍວ່າແມ່ຈະເວົ້າແບບນີ້! ແມ່ປ່ຽນເປັນຄົນແລະຄົນເລີຍ.

ພໍ່ກໍເຫັນດີກັບແມ່. ໃນພະທຳເອເຟດບົດ 6 ສອນຂ້ອຍວ່າພະເຢໂຫວາຕ້ອງການໃຫ້ຂ້ອຍເຊື່ອຟັງພໍ່ແມ່. ຂ້ອຍຕ້ອງການໃຫ້ຄອບຄົວມີຄວາມສະຫງົບອີກຄັ້ງໜຶ່ງ ແລະຂ້ອຍຄິດວ່າຖ້າຂ້ອຍຟັງພໍ່ແມ່ ໃນທີ່ສຸດພວກເພິ່ນກໍຈະຟັງຂ້ອຍ. ໃນຕອນນັ້ນ ຂ້ອຍຕ້ອງກຽມຕົວເພື່ອສອບເສັງຢູ່ໂຮງຮຽນ ດັ່ງນັ້ນ ຂ້ອຍຈຶ່ງເຮັດຕາມຄຳຂໍຂອງພໍ່ແມ່ເປັນເວລາສາມເດືອນ. ແຕ່ຂ້ອຍສັນຍາກັບພະເຢໂຫວາວ່າຈະເຂົ້າຮ່ວມການປະຊຸມອີກຫຼັງຈາກທີ່ຄົບກຳນົດ.

ການຕັດສິນໃຈຂອງຂ້ອຍບໍ່ສຸຂຸມດ້ວຍເຫດຜົນສອງເລື່ອງ. ເລື່ອງທຳອິດ ຂ້ອຍຄິດວ່າຫຼັງຈາກສາມເດືອນຜ່ານໄປຂ້ອຍຍັງຈະມີຄວາມປາຖະໜາອັນແຮງກ້າທີ່ຈະຮັບໃຊ້ພະເຢໂຫວາ. ແທນທີ່ຈະເປັນເຊັ່ນນັ້ນ ສາຍສຳພັນຂອງຂ້ອຍກັບພະເຢໂຫວາພັດອ່ອນແອລົງໄວຫຼາຍ. ເລື່ອງທີສອງ ພໍ່ກັບແມ່ພະຍາຍາມຫຼາຍຂຶ້ນທີ່ຈະເຮັດໃຫ້ຂ້ອຍເຊົາຮັບໃຊ້ພະເຢໂຫວາ.

ໄດ້ຮັບການຊ່ວຍເຫຼືອແລະຖືກຕໍ່ຕ້ານ

ຢູ່ທີ່ຫໍປະຊຸມ ຂ້ອຍໄດ້ພົບພະຍານພະເຢໂຫວາຫຼາຍຄົນທີ່ຖືກຄອບຄົວຕໍ່ຕ້ານ. ເຂົາເຈົ້າຮັບຮອງກັບຂ້ອຍວ່າພະເຢໂຫວາຈະເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນ. (ມັດທາຍ 10:34-37) ເຂົາເຈົ້າອະທິບາຍກັບຂ້ອຍວ່າ ຖ້າຂ້ອຍຮັກສາຄວາມສັດຊື່ຕໍ່ພະເຢໂຫວາ ຄອບຄົວຂອງຂ້ອຍກໍຈະສາມາດຮຽນຮູ້ກ່ຽວກັບພະອົງ. ຂ້ອຍຕ້ອງການໝາຍເພິ່ງພະເຢໂຫວາ ດັ່ງນັ້ນ ຂ້ອຍຈຶ່ງເລີ່ມອະທິດຖານຢ່າງຈິງຈັງ.

ຄອບຄົວຕໍ່ຕ້ານຂ້ອຍໃນຫຼາຍແບບ. ແມ່ໄດ້ອ້ອນວອນໃຫ້ຂ້ອຍເຊົາຮຽນຄຳພີໄບເບິນແລະພະຍາຍາມຫາເຫດຜົນກັບຂ້ອຍ. ໃນເກືອບທຸກຄັ້ງ ຂ້ອຍກໍພຽງແຕ່ມິດຢູ່ ຖ້າຂ້ອຍເວົ້າບາງຢ່າງອອກໄປ ຂ້ອຍກັບແມ່ກໍຈະຂັດແຍ່ງກັນເລື້ອຍໆເພາະພວກເຮົາພະຍາຍາມທີ່ຈະເຮັດໃຫ້ເຫັນວ່າຕົວເອງເປັນຝ່າຍຖືກ. ຕອນນີ້ຂ້ອຍສຳນຶກໄດ້ວ່າຖ້າຂ້ອຍສະແດງຄວາມນັບຖືຫຼາຍຂຶ້ນຕໍ່ຄວາມຮູ້ສຶກແລະຄວາມເຊື່ອຂອງແມ່ ເຫດການອາດຈະສະຫງົບກວ່ານີ້. ພໍ່ແມ່ໃຫ້ຂ້ອຍເຮັດວຽກເຮືອນຫຼາຍຂຶ້ນເພື່ອຂ້ອຍຈະໄດ້ຢູ່ເຮືອນ. ບາງຄັ້ງ ພວກເພິ່ນກໍໄດ້ລ໋ອກປະຕູຕັນບໍ່ໃຫ້ຂ້ອຍເຂົ້າເຮືອນ ຫຼືບໍ່ໄດ້ຈົ່ງອາຫານໃຫ້ຂ້ອຍເລີຍ.

ແມ່ຂໍໃຫ້ຄົນອື່ນຊ່ວຍເວົ້ານຳຂ້ອຍເພື່ອເຮັດໃຫ້ຂ້ອຍປ່ຽນໃຈ. ເພິ່ນໄປເວົ້າກັບອາຈານຂອງຂ້ອຍ ແຕ່ກໍບໍ່ໄດ້ຜົນ. ແມ່ພາຂ້ອຍໄປຫາຫົວໜ້າຂອງເພິ່ນຢູ່ບ່ອນເຮັດວຽກເພື່ອລາວຈະສາມາດເຮັດໃຫ້ຂ້ອຍເຊື່ອວ່າທຸກສາສະໜາບໍ່ມີປະໂຫຍດ. ນອກຈາກນັ້ນ ແມ່ຍັງໂທລະສັບໄປຫາຍາຕິພີ່ນ້ອງແລະຮ້ອງໄຫ້ນຳຕອນທີ່ຂໍໃຫ້ເຂົາເຈົ້າຊ່ວຍ. ເລື່ອງນັ້ນເຮັດໃຫ້ຂ້ອຍບໍ່ພໍໃຈຫຼາຍ. ແຕ່ຢູ່ທີ່ການປະຊຸມ ຜູ້ເຖົ້າແກ່ໄດ້ບອກຂ້ອຍວ່າ ເມື່ອແມ່ເວົ້າກັບຄົນອື່ນໆກ່ຽວກັບສະພາບການຂອງພວກເຮົາ ທີ່ຈິງແລ້ວເພິ່ນກຳລັງໃຫ້ຄຳພະຍານກັບເຂົາເຈົ້າ.

ພໍ່ແມ່ຢາກໃຫ້ຂ້ອຍຮຽນໃນຂັ້ນມະຫາວິທະຍາໄລເພື່ອຈະໄດ້ວຽກທີ່ດີ. ເບິ່ງຄືວ່າພວກເຮົາທຸກຄົນຈະບໍ່ສາມາດເວົ້າກ່ຽວກັບເລື່ອງນີ້ໄດ້ໃນແບບທີ່ໃຈເຢັນໆ ດັ່ງນັ້ນ ຂ້ອຍຈຶ່ງຂຽນຈົດໝາຍຫຼາຍສະບັບເຖິງພໍ່ແມ່ເພື່ອອະທິບາຍກ່ຽວກັບເປົ້າໝາຍຂອງຂ້ອຍ. ພໍ່ໃຈຮ້າຍຫຼາຍແລະເວົ້າວ່າ: “ຖ້າເຈົ້າຄິດວ່າສາມາດຊອກວຽກໄດ້ ຊອກໃຫ້ມັນໄດ້ມື້ອື່ນເດີ ຄັນບໍ່ຊັ້ນກໍໃຫ້ອອກຈາກເຮືອນຫຼັງນີ້.” ຂ້ອຍໄດ້ອະທິດຖານເຖິງພະເຢໂຫວາແລະຂໍໃຫ້ພະອົງ ຊ່ວຍ. ມື້ຕໍ່ມາໃນຂະນະທີ່ຂ້ອຍກຳລັງເຮັດວຽກປະກາດຢູ່ ພີ່ນ້ອງຍິງສອງຄົນໄດ້ສະເໜີໃຫ້ຂ້ອຍສອນໜັງສືໃຫ້ລູກຂອງເຂົາເຈົ້າ. ພໍ່ບໍ່ໄດ້ດີໃຈກ່ຽວກັບເລື່ອງນີ້ ດັ່ງນັ້ນເພິ່ນຈຶ່ງບໍ່ເວົ້ານຳຂ້ອຍແລະເລີ່ມເມີນເສີຍຕໍ່ຂ້ອຍ. ແມ່ເວົ້າວ່າໃຫ້ຂ້ອຍເປັນອາດຊະຍາກອນກໍດີກວ່າໃຫ້ຂ້ອຍເປັນພະຍານພະເຢໂຫວາ.

ພະເຢໂຫວາຊ່ວຍຂ້ອຍໃຫ້ແກ້ໄຂຄວາມຄິດຂອງຕົວເອງແລະໃຫ້ຮູ້ສິ່ງທີ່ຄວນຈະເຮັດ

ບາງຄັ້ງຂ້ອຍກໍບໍ່ແນ່ໃຈວ່າພະເຢໂຫວາຕ້ອງການໃຫ້ຂ້ອຍຂັດຂືນພໍ່ແມ່ຫຼາຍແບບນີ້ຫຼືບໍ່. ດັ່ງນັ້ນ ຂ້ອຍຈຶ່ງອະທິດຖານເຖິງພະເຢໂຫວາແລະຄິດຕຶກຕອງໃນສິ່ງທີ່ຄຳພີໄບເບິນກ່າວເຖິງຄວາມຮັກຂອງພະອົງ. ການເຮັດແນວນີ້ຊ່ວຍຂ້ອຍໃຫ້ເບິ່ງໃນແງ່ບວກຫຼາຍຂຶ້ນ ແລະຊ່ວຍຂ້ອຍໃຫ້ເຂົ້າໃຈວ່າພໍ່ແມ່ຂັດຂວາງກໍຍ້ອນວ່າພວກເພິ່ນເປັນຫ່ວງຂ້ອຍ. ພະເຢໂຫວາຊ່ວຍຂ້ອຍໃຫ້ແກ້ໄຂຄວາມຄິດຂອງຕົວເອງແລະໃຫ້ຮູ້ສິ່ງທີ່ຄວນຈະເຮັດ. ນອກຈາກນັ້ນ ແຮ່ງອອກໄປປະກາດຫຼາຍເທົ່າໃດ ຂ້ອຍກໍແຮ່ງມີຄວາມສຸກຫຼາຍຂຶ້ນເທົ່ານັ້ນ ຈົນຂ້ອຍຢາກເປັນໄພໂອເນຍ.

ການຮັບໃຊ້ເປັນໄພໂອເນຍ

ເມື່ອພີ່ນ້ອງຍິງບາງຄົນໄດ້ຍິນວ່າຂ້ອຍຢາກເປັນໄພໂອເນຍ ເຂົາເຈົ້າຈຶ່ງບອກໃຫ້ຂ້ອຍລໍຖ້າໃຫ້ພໍ່ແມ່ໃຈເຢັນໆກ່ອນ. ຂ້ອຍໄດ້ອະທິດຖານຂໍສະຕິປັນຍາ ເຮັດການຄົ້ນຄວ້າ ຄິດກ່ຽວກັບເຫດຜົນທີ່ຂ້ອຍຢາກເປັນໄພໂອເນຍ ແລະລົມກັບພີ່ນ້ອງຊາຍຍິງທີ່ມີປະສົບການ. ຈາກນັ້ນ ຂ້ອຍຈຶ່ງຕັດສິນໃຈວ່າຂ້ອຍຕ້ອງການເຮັດໃຫ້ພະເຢໂຫວາພໍໃຈ. ຂ້ອຍຍັງເຂົ້າໃຈວ່າຖ້າຂ້ອຍລໍຖ້າກ່ອນແລ້ວຈຶ່ງເປັນໄພໂອເນຍ ພໍ່ແມ່ກໍອາດຈະຍັງຂັດຂວາງຂ້ອຍຢູ່.

ຂ້ອຍເລີ່ມເປັນໄພໂອເນຍໃນລະຫວ່າງທີ່ຮຽນຢູ່ມັດທະຍົມຕອນປາຍປີສຸດທ້າຍ. ຫຼັງຈາກທີ່ເປັນໄພໂອເນຍໄດ້ໄລຍະໜຶ່ງ ຂ້ອຍກໍຢາກໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ແຕ່ພໍ່ແມ່ບໍ່ຕ້ອງການໃຫ້ຂ້ອຍອອກຈາກເຮືອນໄປ ດັ່ງນັ້ນ ຂ້ອຍຈຶ່ງລໍຖ້າໃຫ້ເຖິງອາຍຸ 20 ປີ. ຈາກນັ້ນ ຂ້ອຍໄດ້ຂໍໃຫ້ສຳນັກງານສາຂາມອບໝາຍໃຫ້ຂ້ອຍໄປຮັບໃຊ້ຢູ່ໃກ້ໆກັບຍາຕິພີ່ນ້ອງຂອງຂ້ອຍທີ່ຢູ່ທາງພາກໃຕ້ຂອງປະເທດຍີ່ປຸ່ນເພື່ອແມ່ຈະບໍ່ຕ້ອງເປັນຫ່ວງຂ້ອຍຫຼາຍ.

ໃນຂະນະທີ່ຮັບໃຊ້ໃນວຽກມອບໝາຍນັ້ນ ຂ້ອຍມີຄວາມສຸກທີ່ເຫັນນັກສຶກສາຂອງຂ້ອຍຫຼາຍຄົນໄດ້ຮັບບັບເຕມາ. ຂ້ອຍເລີ່ມຮຽນພາສາອັງກິດເພາະຂ້ອຍຢາກເຮັດຫຼາຍຂຶ້ນໃນການຮັບໃຊ້. ຈາກນັ້ນ ຫຼັງຈາກທີ່ໄດ້ເຫັນຄວາມກະຕືລືລົ້ນຂອງໄພໂອເນຍພິເສດສອງຄົນໃນປະຊາຄົມຂອງຂ້ອຍແລະເຫັນວິທີທີ່ເຂົາເຈົ້າຊ່ວຍຄົນອື່ນ ຂ້ອຍຈຶ່ງຕັດສິນໃຈວ່າຂ້ອຍກໍຢາກເປັນໄພໂອເນຍພິເສດຄືກັບເຂົາເຈົ້າ. ໃນລະຫວ່າງນັ້ນ ແມ່ກໍເຈັບປ່ວຍໜັກສອງຄັ້ງ ແລະຂ້ອຍກໍກັບເມືອບ້ານເພື່ອຊ່ວຍເບິ່ງແຍງເພິ່ນທັງສອງຄັ້ງ. ການເຮັດແນວນັ້ນເຮັດໃຫ້ແມ່ແປກໃຈ ແລະເພິ່ນກໍໃຈດີຕໍ່ຂ້ອຍໜ້ອຍໜຶ່ງ.

ໄດ້ຮັບພະພອນຫຼາຍຢ່າງຈາກພະເຢໂຫວາ

ເຈັດປີຕໍ່ມາ ອະຊຶຊິເຊິ່ງເປັນໄພໂອເນຍພິເສດຄົນໜຶ່ງໃນສອງຄົນທີ່ຂ້ອຍກ່າວເຖິງກ່ອນໜ້ານີ້ໄດ້ຂຽນຈົດໝາຍເຖິງຂ້ອຍ. ລາວສົນໃຈຢາກແຕ່ງດອງກັບຂ້ອຍແລະຢາກຮູ້ວ່າຂ້ອຍຄິດແນວໃດຕໍ່ລາວ. ຂ້ອຍບໍ່ເຄີຍມີຄວາມຮູ້ສຶກແບບຫວານຊຶ້ງຕໍ່ອະຊຶຊິ ແລະຂ້ອຍກໍບໍ່ໄດ້ຄິດວ່າລາວຮູ້ສຶກແບບນັ້ນຕໍ່ຂ້ອຍ. ໜຶ່ງເດືອນຕໍ່ມາ ຂ້ອຍໄດ້ຕອບລາວວ່າຂ້ອຍຍິນດີທີ່ຈະຮູ້ຈັກລາວຫຼາຍຂຶ້ນ. ຈາກນັ້ນ ພວກເຮົາຈຶ່ງຮູ້ວ່າພວກເຮົາມີເປົ້າໝາຍຄືກັນ. ພວກເຮົາຢາກຮັບໃຊ້ໃນຮູບແບບເຕັມເວລາຕໍ່ໆໄປແລະເຕັມໃຈທີ່ຈະຮັບເອົາວຽກມອບໝາຍອັນໃດກໍໄດ້. ໃນທີ່ສຸດ ພວກເຮົາກໍແຕ່ງດອງກັນ. ຂ້ອຍດີໃຈຫຼາຍທີ່ພໍ່ ແມ່ ແລະຍາຕິພີ່ນ້ອງໄດ້ມາຮ່ວມໃນງານແຕ່ງດອງຂອງພວກເຮົາ.

Nepal

ຫຼັງຈາກນັ້ນບໍ່ດົນ ໃນຂະນະທີ່ພວກເຮົາຮັບໃຊ້ເປັນໄພໂອເນຍປະຈຳ ອະຊຶຊິກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ດູແລໝວດສົມທົບ. ຕໍ່ມາ ພວກເຮົາກໍໄດ້ຮັບມອບໝາຍໃຫ້ເປັນໄພໂອເນຍພິເສດ ແລະຈາກນັ້ນກໍເຮັດວຽກເປັນຜູ້ດູແລໝວດ. ເມື່ອພວກເຮົາຢ້ຽມຢາມປະຊາຄົມຕ່າງໆໃນຮອບທຳອິດໃນໝວດຂອງເຮົາຈົບແລ້ວ ສຳນັກງານສາຂາກໍໄດ້ໂທລະສັບມາຫາພວກເຮົາ. ເຂົາເຈົ້າໄດ້ຖາມພວກເຮົາວ່າເຕັມໃຈທີ່ຈະຍ້າຍໄປປະເທດເນປານແລະສືບຕໍ່ວຽກຮັບໃຊ້ເປັນຜູ້ດູແລໝວດຢູ່ທີ່ນັ້ນບໍ.

ການຮັບໃຊ້ໃນຫຼາຍປະເທດສອນຂ້ອຍຫຼາຍສິ່ງກ່ຽວກັບພະເຢໂຫວາ

ຂ້ອຍຮູ້ສຶກກັງວົນວ່າພໍ່ແມ່ຈະຮູ້ສຶກແນວໃດຖ້າຂ້ອຍຍ້າຍໄປໄກປານນັ້ນ. ເມື່ອຂ້ອຍໂທລະສັບໄປຫາພວກເພິ່ນ ພໍ່ຕອບຂ້ອຍວ່າ: “ລູກຈະໄປຢູ່ປະເທດທີ່ງາມແທ້.” ເນື່ອງຈາກວ່າໜຶ່ງອາທິດກ່ອນໜ້ານີ້ ໝູ່ຄົນໜຶ່ງຂອງພໍ່ໄດ້ເອົາປຶ້ມກ່ຽວກັບປະເທດເນປານໃຫ້ພໍ່ ແລະພໍ່ຈຶ່ງຄິດວ່າເນປານເປັນປະເທດໜຶ່ງທີ່ເປັນຕາໄປທ່ຽວ.

ພວກເຮົາມີຄວາມສຸກຫຼາຍທີ່ໄດ້ຢູ່ໃນທ່າມກາງຄົນເນປານທີ່ເປັນມິດຫຼາຍ. ຕໍ່ມາພວກເຮົາກໍໄດ້ເຮັດວຽກເດີນໝວດໃນປະເທດບັງຄະລາເທດ. ເຖິງວ່າຈະຢູ່ໃກ້ປະເທດເນປານ ແຕ່ທັງສອງປະເທດກໍຕ່າງກັນຫຼາຍ. ພວກເຮົາມີເຂດປະກາດທີ່ຫຼາກຫຼາຍ. ຫຼັງຈາກນັ້ນຫ້າປີ ພວກເຮົາກໍຖືກມອບໝາຍໃຫ້ກັບມາປະເທດຍີ່ປຸ່ນເຊິ່ງເປັນບ່ອນທີ່ພວກເຮົາມ່ວນກັບການເຮັດວຽກເດີນໝວດໃນຕອນນີ້.

ຂ້ອຍໄດ້ຮຽນຮູ້ຫຼາຍສິ່ງກ່ຽວກັບພະເຢໂຫວາໃນຂະນະທີ່ຮັບໃຊ້ຢູ່ປະເທດຍີ່ປຸ່ນ ປະເທດເນປານ ແລະປະເທດບັງຄະລາເທດ. ຜູ້ຄົນໃນປະເທດເຫຼົ່ານັ້ນມີຄວາມແຕກຕ່າງກັນທາງດ້ານວັດທະນະທຳ ນິດໄສ ແລະປະເພນີ ແລະແຕ່ລະຄົນກໍບໍ່ຄືກັນ. ຂ້ອຍໄດ້ເຫັນວິທີທີ່ພະເຢໂຫວາສະແດງຄວາມຫ່ວງໃຍຕໍ່ແຕ່ລະຄົນ ຍອມຮັບ ຊ່ວຍເຫຼືອ ແລະອວຍພອນໃຫ້ເຂົ້າເຈົ້າ.

ຂ້ອຍມີຫຼາຍສິ່ງທີ່ຈະຂອບໃຈພະເຢໂຫວາ. ພະອົງຍອມໃຫ້ຂ້ອຍຮູ້ຈັກພະອົງ ໃຫ້ຂ້ອຍເຮັດວຽກຂອງພະອົງ ແລະໃຫ້ຂ້ອຍໄດ້ຄູ່ຊີວິດທີ່ດີ. ນອກຈາກນັ້ນ ພະເຢໂຫວາຍັງຊ່ວຍຂ້ອຍໃຫ້ເຮັດການຕັດສິນໃຈທີ່ດີ ແລະປັດຈຸບັນນີ້ຂ້ອຍມີສາຍສຳພັນທີ່ດີກັບພະອົງແລະກັບຄົນໃນຄອບຄົວ. ຂ້ອຍຂອບໃຈພະເຢໂຫວາຫຼາຍທີ່ແມ່ແລະຂ້ອຍສາມາດເປັນເພື່ອນທີ່ດີຕໍ່ກັນອີກຄັ້ງໜຶ່ງ. ຂ້ອຍຮູ້ສຶກຂອບໃຈແທ້ໆທີ່ຂ້ອຍໄດ້ພົບສັນຕິສຸກກັບພະເຈົ້າແລະກັບແມ່ຂອງຂ້ອຍ.

ພວກເຮົາມີຄວາມສຸກຫຼາຍໃນການເຮັດວຽກເດີນໝວດ