ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຊ້ອຳນາດຂອງລີ້ນໃນທາງທີ່ເໝາະສົມ

ໃຊ້ອຳນາດຂອງລີ້ນໃນທາງທີ່ເໝາະສົມ

“ໂອ້ພະເຢໂຫວາ . . . ຂໍໃຫ້ຖ້ອຍຄຳແຕ່ປາກຂ້ານ້ອຍ . . . ເປັນທີ່ຊອບຕໍ່ໜ້າພະອົງ.”—ຄຳເພງ 19:14

ເພງ: 82, 77

1, 2. ເປັນຫຍັງຄຳພີໄບເບິນຈຶ່ງສົມທຽບຄວາມສາມາດໃນການເວົ້າຂອງເຮົາວ່າເປັນຄືກັບໄຟ?

ໃນປີ 1871 ໄດ້ເກີດໄຟໄໝ້ປ່າຢູ່ລັດວິສຄອນສິນ ປະເທດອາເມລິກາ. ໄຟໄດ້ໄໝ້ລາມອອກໄປຢ່າງໄວວາເຊິ່ງເຮັດໃຫ້ຕົ້ນໄມ້ປະມານສອງພັນລ້ານຕົ້ນຖືກທຳລາຍ ແລະມີຫຼາຍກວ່າ 1.200 ຄົນເສຍຊີວິດ. ທີ່ຈິງແລ້ວ ຄົນທີ່ເສຍຊີວິດໃນໄຟໄໝ້ຄັ້ງນັ້ນມີຫຼາຍກວ່າຄັ້ງອື່ນໆທີ່ເຄີຍເກີດຂຶ້ນໃນປະເທດອາເມລິກາ. ເບິ່ງຄືວ່າຍ້ອນປະກາຍໄຟນ້ອຍໆທີ່ຟົ້ງອອກຈາກລົດໄຟເຊິ່ງແລ່ນຜ່ານປ່ານັ້ນໄດ້ກໍ່ໃຫ້ເກີດໄຟໄໝ້ທີ່ຮ້າຍແຮງໃນຄັ້ງນີ້. ເລື່ອງນີ້ເຕືອນເຮົາໃຫ້ຄິດເຖິງພະຄຳພີຂໍ້ໜຶ່ງໃນຄຳພີໄບເບິນທີ່ບອກວ່າ: ‘ຈົ່ງເບິ່ງ ໄຟພຽງເລັກນ້ອຍອາດເຜົາຈູດປ່າໄມ້ໄດ້.’ (ຢາໂກໂບ 3:5) ເປັນຫຍັງຢາໂກໂບຜູ້ຂຽນຄຳພີໄບເບິນຈຶ່ງເວົ້າແບບນັ້ນ?

2 ລາວອະທິບາຍວ່າ: “ລີ້ນນັ້ນເປັນໄຟ.” (ຢາໂກໂບ 3:6) “ລີ້ນ” ໝາຍເຖິງຄວາມສາມາດຂອງເຮົາໃນການເວົ້າ. ຄືກັບໄຟ ສິ່ງທີ່ເຮົາເວົ້າສາມາດກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍໄດ້ ແລະມີຜົນກະທົບທີ່ຮ້າຍແຮງຕໍ່ຄົນອື່ນໄດ້. ຄຳພີໄບເບິນເຖິງຂັ້ນບອກວ່າ ຄຳເວົ້າຂອງເຮົາສາມາດເຮັດໃຫ້ຄົນມີຊີວິດຢູ່ຫຼືຕາຍກໍໄດ້. (ສຸພາສິດ 18:21) ແຕ່ເພາະຢ້ານວ່າເຮົາຈະເວົ້າບາງສິ່ງທີ່ຜິດ ນັ້ນໝາຍຄວາມວ່າເຮົາຈະບໍ່ເວົ້າຫຍັງເລີຍບໍ? ແນ່ນອນວ່າເຮົາຈະບໍ່ເຮັດແບບນັ້ນ. ເຮົາຈະບໍ່ເຊົາໃຊ້ໄຟເພາະຢ້ານວ່າມັນອາດໄໝ້ເຮົາ ແຕ່ເຮົາຈະລະວັງກ່ຽວກັບວິທີທີ່ເຮົາໃຊ້ໄຟ. ຕົວຢ່າງເຊັ່ນ: ເຮົາສາມາດໃຊ້ໄຟເພື່ອປຸງແຕ່ງອາຫານ ເພື່ອໃຫ້ຄວາມອົບອຸ່ນ ແລະເພື່ອໃຫ້ແສງສະຫວ່າງ. ຄ້າຍຄືກັນ ຖ້າເຮົາລະວັງກ່ຽວກັບວິທີທີ່ເຮົາເວົ້າ ເຮົາສາມາດໃຊ້ຄວາມສາມາດນີ້ເພື່ອໃຫ້ກຽດພະເຢໂຫວາແລະເພື່ອປະໂຫຍດຂອງຄົນອື່ນ.—ຄຳເພງ 19:14

3. ມີສາມສິ່ງທີ່ຊ່ວຍເຮົາໃຫ້ເວົ້າເພື່ອເສີມສ້າງຄົນອື່ນ ສິ່ງເຫຼົ່ານັ້ນມີຫຍັງແດ່?

3 ພະເຢໂຫວາໄດ້ສ້າງເຮົາໃຫ້ມີຄວາມສາມາດໃນການບອກຄົນອື່ນກ່ຽວກັບສິ່ງທີ່ເຮົາຄິດແລະຮູ້ສຶກ ໂດຍການເວົ້າຫຼືເຮັດທ່າທາງດ້ວຍມື. ດັ່ງນັ້ນ ເພື່ອເສີມສ້າງຄົນອື່ນ ເຮົາຈະໃຊ້ຂອງຂວັນທີ່ພິເສດນີ້ແນວໃດ? (ອ່ານຢາໂກໂບ 3:9, 10) ເຮົາຕ້ອງຮູ້ເວລາທີ່ຈະເວົ້າ ສິ່ງທີ່ຈະເວົ້າ ແລະວິທີທີ່ຈະເວົ້າ.

ເວລາໃດທີ່ເຮົາຄວນຈະເວົ້າ?

4. ເຮົາຄວນມິດງຽບເມື່ອໃດ?

4 ບາງຄັ້ງເປັນສິ່ງທີ່ດີທີ່ຈະບໍ່ເວົ້າຫຍັງ. ຄຳພີໄບເບິນກ່າວວ່າ: “ມີເວລາມິດປາກ.” (ຜູ້ເທສະໜາປ່າວປະກາດ 3:7) ຕົວຢ່າງເຊັ່ນ: ເຮົາຈະມິດງຽບເມື່ອຄົນອື່ນກຳລັງເວົ້າເພື່ອສະແດງວ່າເຮົານັບຖືເຂົາເຈົ້າ. (ໂຢບ 6:24) ນອກຈາກນັ້ນ ເຮົາຈະບໍ່ເວົ້າກ່ຽວກັບສິ່ງຕ່າງໆທີ່ເປັນເລື່ອງສ່ວນຕົວແລະສິ່ງທີ່ຄົນອື່ນບໍ່ຄວນຈະຮູ້. (ສຸພາສິດ 20:19) ເມື່ອບາງຄົນເຮັດໃຫ້ເຮົາໃຈຮ້າຍ ເຮົາຈະເປັນຄົນສຸຂຸມຖ້າເຮົາພະຍາຍາມໃຈເຢັນໆແລະບໍ່ເວົ້າຫຍັງ.—ຄຳເພງ 4:4

5. ເຮົາຈະສະແດງໃຫ້ພະເຢໂຫວາເຫັນແນວໃດວ່າເຮົາຂອບໃຈທີ່ພະອົງໄດ້ໃຫ້ເຮົາມີຄວາມສາມາດໃນການເວົ້າ?

5 ແຕ່ບາງຄັ້ງກໍເປັນສິ່ງທີ່ດີທີ່ເຮົາຈະເວົ້າບາງສິ່ງ. (ຜູ້ເທສະໜາປ່າວປະກາດ 3:7) ເພາະມີເວລາທີ່ຈະສັນລະເສີນພະເຢໂຫວາ ເສີມສ້າງຄົນອື່ນ ສະແດງຄວາມຮູ້ສຶກອອກມາ ແລະເວົ້າກັບຄົນອື່ນໃນສິ່ງທີ່ເຮົາຢາກຈະເວົ້າຕ້ອງການ. (ຄຳເພງ 51:15) ຖ້າເຮົາໃຊ້ຄວາມສາມາດໃນການເວົ້າໃນທາງດັ່ງກ່າວນີ້ ເຮົາກໍສະແດງໃຫ້ພະເຢໂຫວາເຫັນວ່າເຮົາຂອບໃຈທີ່ພະອົງໄດ້ໃຫ້ຂອງຂວັນນີ້ແກ່ເຮົາ. ຕາມທຳມະດາແລ້ວ ຖ້າໝູ່ເອົາຂອງຂວັນທີ່ດີໃຫ້ເຮົາ ເຮົາກໍຢາກໃຊ້ຂອງຂວັນນັ້ນໃນແບບທີ່ເປັນປະໂຫຍດທີ່ສຸດເທົ່າທີ່ຈະເປັນໄປໄດ້.

6. ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະເລືອກເວົ້າໃນເວລາທີ່ເໝາະສົມ?

6 ເປັນຫຍັງຈຶ່ງສຳຄັນທີ່ເຮົາຄວນຈະເລືອກເວົ້າໃນເວລາທີ່ເໝາະສົມ? ສຸພາສິດ 25:11 ກ່າວວ່າ: “ຖ້ອຍຄຳຂໍ້ໜຶ່ງທີ່ກ່າວຖືກເວລາສົມຄວນກໍເປັນຄືໝາກທະພູອາ [ແອັບເປິ້ນ] ທຳດ້ວຍຄຳຢູ່ໃນກະຕ່າທຳດ້ວຍເງິນ.” ໝາກແອັບເປິ້ນຄຳງາມຢູ່ແລ້ວ ແຕ່ຈະງາມຕື່ມອີກເມື່ອຢູ່ໃນກະຕ່າເງິນ. ຄ້າຍຄືກັນ ເຮົາອາດຈະມີຄຳເວົ້າທີ່ດີທີ່ຈະເວົ້າກັບບາງຄົນ ແຕ່ຖ້າເລືອກເວລາທີ່ເໝາະສົມ ເຮົາກໍສາມາດຊ່ວຍຄົນນັ້ນໄດ້ຕື່ມອີກ. ເຮົາຈະເຮັດເຊັ່ນນີ້ໄດ້ແນວໃດ?

7, 8. ພີ່ນ້ອງໃນປະເທດຍີ່ປຸ່ນໄດ້ຮຽນແບບພະເຍຊູແນວໃດ?

7 ຖ້າເຮົາເວົ້າໃນເວລາທີ່ບໍ່ເໝາະສົມ ຜູ້ຄົນອາດຈະບໍ່ເຂົ້າໃຈຫຼືບໍ່ຍອມຮັບໃນສິ່ງທີ່ເຮົາເວົ້າ. (ອ່ານສຸພາສິດ 15:23) ຕົວຢ່າງເຊັ່ນ: ໃນເດືອນມີນາ ປີ 2011 ແຜ່ນດິນໄຫວແລະຊຶນາມິໄດ້ທຳລາຍຫຼາຍເມືອງທາງພາກຕາເວັນອອກຂອງປະເທດຍີ່ປຸ່ນ ແລະມີຫຼາຍກວ່າ 15.000 ຄົນໄດ້ເສຍຊີວິດ. ເຖິງວ່າພະຍານພະເຢໂຫວາຫຼາຍຄົນໄດ້ສູນເສຍຄົນໃນຄອບຄົວແລະໝູ່ເພື່ອນ ແຕ່ເຂົາເຈົ້າກໍຍັງຕ້ອງການທີ່ຈະໃຊ້ຄຳພີໄບເບິນເພື່ອຊ່ວຍຜູ້ຄົນທີ່ຕົກຢູ່ໃນສະພາບແບບດຽວກັນ. ເນື່ອງຈາກຮູ້ວ່າຄົນເຫຼົ່ານັ້ນສ່ວນຫຼາຍນັບຖືສາສະໜາພຸດແລະເກືອບຈະບໍ່ຮູ້ຈັກຄຳພີໄບເບິນເລີຍ ໃນຕອນນັ້ນພີ່ນ້ອງຂອງເຮົາຈຶ່ງບໍ່ໄດ້ເວົ້າເຖິງຄວາມຫວັງໃນເລື່ອງການຟື້ນຄືນມາຈາກຕາຍ. ແຕ່ເຂົາເຈົ້າໄດ້ປອບໃຈແລະອະທິບາຍໃຫ້ຄົນເຫຼົ່ານັ້ນຮູ້ວ່າເປັນຫຍັງຈຶ່ງມີເລື່ອງຮ້າຍແຮງແບບນີ້ເກີດຂຶ້ນກັບຄົນທີ່ດີ.

ເຮົາຕ້ອງອົດທົນແລະຊອກຫາໂອກາດທີ່ເໝາະສົມທີ່ຜູ້ຄົນພ້ອມທີ່ຈະຟັງ

8 ພີ່ນ້ອງເຫຼົ່ານີ້ຮຽນແບບພະເຍຊູ. ພະອົງຮູ້ວ່າເວລາໃດທີ່ຄວນມິດງຽບ ແລະເວລາໃດທີ່ຄວນເວົ້າ. (ໂຢຮັນ 18:33-37; 19:8-11) ພະອົງລໍຖ້າໃຫ້ເຖິງເວລາທີ່ເໝາະສົມເພື່ອຈະສອນພວກລູກສິດກ່ຽວກັບບາງເລື່ອງ. (ໂຢຮັນ 16:12) ພີ່ນ້ອງໃນປະເທດຍີ່ປຸ່ນລໍຖ້າຈົນເຖິງເວລາທີ່ເໝາະສົມທີ່ຈະບອກຜູ້ຄົນກ່ຽວກັບຄວາມຫວັງເລື່ອງການຟື້ນຄືນມາຈາກຕາຍ. ພາຍຫຼັງທີ່ຊຶນາມິຜ່ານໄປໄດ້ສອງປີເຄິ່ງ ພີ່ນ້ອງຂອງເຮົາໄດ້ສະເໜີແຜ່ນພັບຄົນທີ່ຕາຍໄປແລ້ວຈະມີຊີວິດອີກບໍ? ໃຫ້ກັບຜູ້ຄົນ ຫຼາຍຄົນໄດ້ຮັບເອົາແຜ່ນພັບນັ້ນແລະໄດ້ຮັບການປອບໃຈຈາກສິ່ງທີ່ເຂົາເຈົ້າອ່ານ. ເຮົາກໍຄືກັນຄວນຄິດເຖິງວັດທະນາທຳແລະຄວາມເຊື່ອຂອງຜູ້ຄົນໃນເຂດປະກາດ ເພື່ອເຮົາຈະສາມາດພົບເວລາທີ່ເໝາະສົມທີ່ຈະເວົ້າກັບເຂົາເຈົ້າ.

9. ໃນສະຖານະການໃດອີກທີ່ເຮົາຄວນລໍຖ້າໃຫ້ເຖິງເວລາທີ່ເໝາະສົມແລ້ວຈຶ່ງເວົ້າ?

9 ໃນສະຖານະການໃດອີກທີ່ເຮົາຄວນລໍຖ້າໃຫ້ເຖິງເວລາທີ່ເໝາະສົມແລ້ວຈຶ່ງເວົ້າ? ອາດມີບາງຄົນເວົ້າສິ່ງທີ່ຜິດໃຈເຮົາ. ແທນທີ່ຈະຟ້າວຕອບທັນທີແລະເວົ້າບາງສິ່ງທີ່ໂງ່ໆ ເຮົາຈະເປັນຄົນທີ່ສຸຂຸມເມື່ອຄິດແລະຖາມຕົວເອງວ່າ: ‘ລາວຕັ້ງໃຈເຮັດໃນແບບທີ່ບໍ່ກະລຸນາບໍ? ຂ້ອຍຕ້ອງໄດ້ເວົ້າກັບລາວແທ້ໆບໍກ່ຽວກັບສິ່ງທີ່ລາວເວົ້າ?’ ການບໍ່ເວົ້າຫຍັງເລີຍອາດເປັນສິ່ງທີ່ດີທີ່ສຸດກໍໄດ້. ແຕ່ຖ້າມີເຫດຜົນທີ່ດີພໍທີ່ຈະເວົ້າກັບລາວ ເຮົາກໍຄວນລໍຖ້າຈົນກະທັ່ງວ່າເຮົາໃຈເຢັນລົງ. (ອ່ານສຸພາສິດ 15:28) ຄ້າຍຄືກັນ ຖ້າເຮົາຕ້ອງການທີ່ຈະກະຕຸ້ນຄົນໃນຄອບຄົວທີ່ບໍ່ໄດ້ເປັນພະຍານໃຫ້ຮູ້ຈັກພະເຢໂຫວາ. ເຮົາຕ້ອງອົດທົນ ຄິດຢ່າງຮອບຄອບກ່ຽວກັບສິ່ງທີ່ເຮົາຈະເວົ້າ ແລະຊອກຫາໂອກາດທີ່ເໝາະສົມທີ່ເຂົາເຈົ້າອາດພ້ອມທີ່ຈະຟັງ.

ເຮົາຄວນເວົ້າສິ່ງໃດ?

10. (ກ) ເປັນຫຍັງເຮົາຄວນເລືອກໃຊ້ຄຳເວົ້າຢ່າງລະມັດລະວັງ? (ຂ) ເຮົາຕ້ອງຫຼີກລ່ຽງການເວົ້າແບບໃດ?

10 ສິ່ງທີ່ເຮົາເວົ້າສາມາດເຮັດໃຫ້ຄົນອື່ນຮູ້ສຶກດີຂຶ້ນຫຼືເຮັດໃຫ້ເຂົາເຈົ້າຮູ້ສຶກບໍ່ດີຫຼາຍແທ້ໆ. (ອ່ານສຸພາສິດ 12:18) ຫຼາຍຄົນທີ່ຢູ່ໃນໂລກຂອງຊາຕານໄດ້ໃຊ້ ‘ຄຳເວົ້າທີ່ຂົມຂື່ນ’ ເຊິ່ງເປັນຄືກັບ ‘ລູກທະນູ’ ຫຼື “ດາບ” ເພາະເຂົາເຈົ້າຕ້ອງການໃຫ້ຄົນອື່ນເຈັບແລະເສຍໃຈ. (ຄຳເພງ 64:3) ເຂົາເຈົ້າຮຽນຮູ້ຄຳເວົ້າແບບນີ້ຈາກໜັງແລະລາຍການໃນໂທລະທັດທີ່ເຂົາເຈົ້າເບິ່ງ. ແຕ່ຄລິດສະຕຽນຈະບໍ່ໃຊ້ຄຳເວົ້າທີ່ຫຍາບຄາຍແລະທີ່ບໍ່ສະແດງຄວາມກະລຸນາ ທັງຈະບໍ່ເວົ້າຕະຫຼົກດ້ວຍວິທີແບບນັ້ນ. ຄຳເວົ້າທີ່ຕະຫຼົກເປັນສິ່ງທີ່ດີແລະສາມາດເຮັດໃຫ້ສິ່ງທີ່ເຮົາເວົ້າເປັນຕາໜ້າສົນໃຈຫຼາຍຂຶ້ນ. ແຕ່ເຮົາບໍ່ຄວນໃຊ້ຄຳເວົ້າເຍາະເຍີ້ຍທີ່ຮຸນແຮງ ໂດຍເວົ້າສິ່ງທີ່ເຮັດໃຫ້ຂາຍໜ້າ ຫຼືເຖິງຂັ້ນດູຖູກບາງຄົນພຽງເພື່ອເຮັດໃຫ້ຄົນອື່ນຫົວ. ຄຳພີໄບເບິນສັ່ງວ່າບໍ່ໃຫ້ຄລິດສະຕຽນໃຊ້ ‘ຄຳປ້ອຍດ່າ.’ ນອກຈາກນັ້ນ ຄຳພີໄບເບິນຍັງກ່າວວ່າ: “ຢ່າໃຫ້ຄຳຫຍາບຊ້າອອກຈາກປາກທ່ານທັງຫຼາຍ ແຕ່ວ່າຄຳດີອັນໃດທີ່ຕ້ອງປະສົງໃຫ້ຈຳເລີນຂຶ້ນ ເພື່ອຄຳນັ້ນຈະເປັນຄຸນປະໂຫຍດແກ່ຄົນທັງຫຼາຍທີ່ໄດ້ຍິນ.”— ເອເຟດ 4:29, 31

11. ສິ່ງໃດຈະຊ່ວຍເຮົາໃຫ້ເລືອກໃຊ້ຄຳເວົ້າທີ່ເໝາະສົມ?

11 ພະເຍຊູສອນວ່າ “ໃຈເຕັມໄປດ້ວຍສິ່ງຢ່າງໃດ ປາກກໍກ່າວອອກຕາມສິ່ງຢ່າງນັ້ນ.” (ມັດທາຍ 12:34) ນີ້ໝາຍຄວາມວ່າສິ່ງທີ່ເຮົາເວົ້າສາມາດສະແດງເຖິງສິ່ງທີ່ເຮົາຮູ້ສຶກແທ້ໆ. ດັ່ງນັ້ນ ຖ້າເຮົາຮັກຜູ້ຄົນແລະຫ່ວງໃຍເຂົາເຈົ້າແທ້ໆ ເຮົາຈະເລືອກໃຊ້ຄຳເວົ້າທີ່ເໝາະສົມທີ່ຈະເວົ້າກັບເຂົາເຈົ້າ. ເມື່ອເປັນແບບນັ້ນ ສິ່ງທີ່ເຮົາເວົ້າກໍຈະເປັນໃນແງ່ບວກແລະເສີມສ້າງ.

12. ມີສິ່ງໃດອີກທີ່ຈະຊ່ວຍເຮົາໃຫ້ເລືອກໃຊ້ຄຳເວົ້າທີ່ເໝາະສົມ?

12 ການເລືອກໃຊ້ຄຳເວົ້າທີ່ເໝາະສົມກໍຕ້ອງໄດ້ອອກຄວາມພະຍາຍາມຫຼາຍ. ເຖິງວ່າກະສັດຊາໂລໂມນເປັນຄົນມີສະຕິປັນຍາຫຼາຍ ແຕ່ລາວ ‘ໄດ້ພິຈາລະນາແລະຄົ້ນຫາ’ ຄຳເວົ້າເພື່ອໃຫ້ສິ່ງທີ່ລາວຂຽນຖືກຕ້ອງແລະອ່ານມ່ວນ. (ຜູ້ເທສະໜາປ່າວປະກາດ 12:9, 10) ດັ່ງນັ້ນ ສິ່ງໃດຈະຊ່ວຍເຮົາໃຫ້ຮູ້ສິ່ງທີ່ຄວນຈະເວົ້າ? ເຮົາສາມາດເບິ່ງໃນຄຳພີໄບເບິນແລະສັບພະໜັງສືຕ່າງໆຂອງເຮົາເພື່ອຊອກຫາວິທີການໃໝ່ໆທີ່ຈະສະແດງຄວາມຮູ້ສຶກອອກມາ. ເຮົາສາມາດຮຽນຮູ້ຄວາມໝາຍຂອງຄຳເວົ້າທີ່ເຮົາບໍ່ເຂົ້າໃຈ. ນອກຈາກນັ້ນ ເຮົາຍັງສາມາດສຶກສາຕົວຢ່າງຂອງພະເຍຊູເພື່ອຈະຮຽນຮູ້ວິທີທີ່ຈະເວົ້າໃນແບບທີ່ຈະຊ່ວຍຄົນອື່ນ. ພະອົງຮູ້ແທ້ໆໃນສິ່ງທີ່ຈະເວົ້າເພາະພະເຢໂຫວາສອນພະອົງໃຫ້ ‘ມີຖ້ອຍຄຳທີ່ຊູແຮງຄົນທີ່ອ່ອນແຮງ.’ (ເອຊາອີ 50:4) ເປັນເລື່ອງສຳຄັນທີ່ຈະຄິດວ່າຄຳເວົ້າຂອງເຮົາມີຜົນກະທົບແນວໃດຕໍ່ຄົນອື່ນ. (ຢາໂກໂບ 1:19) ເຮົາຄວນຖາມຕົວເອງວ່າ: ‘ຖ້າຂ້ອຍເວົ້າແບບນີ້ ລາວຈະເຂົ້າໃຈສິ່ງທີ່ຂ້ອຍກຳລັງພະຍາຍາມບອກລາວບໍ? ລາວຈະຮູ້ສຶກແນວໃດ?’

13. ເປັນຫຍັງເຮົາຄວນເວົ້າໃນແບບທີ່ເຂົ້າໃຈງ່າຍ?

13 ໃນປະເທດອິດສະລາແອນສະໄໝບູຮານມີການໃຊ້ສຽງແກເພື່ອໃຫ້ສັນຍານ. ມີສຽງແກແບບໜຶ່ງທີ່ບອກໃຫ້ຜູ້ຄົນຮູ້ວ່າຕ້ອງມາເຕົ້າໂຮມກັນ ແລະມີສຽງແກອີກແບບໜຶ່ງທີ່ບອກໃຫ້ພວກທະຫານບຸກໂຈມຕີ. ລອງນຶກພາບເບິ່ງວ່າຈະເກີດຫຍັງຂຶ້ນກັບກອງທັບຖ້າສຽງແກບໍ່ຈະແຈ້ງ! ຄຳພີໄບເບິນສົມທຽບສຽງແກທີ່ຈະແຈ້ງວ່າເປັນຄືກັບຄຳເວົ້າທີ່ເຂົ້າໃຈງ່າຍ. ຖ້າເຮົາບໍ່ໄດ້ອະທິບາຍສິ່ງຕ່າງໆຢ່າງຈະແຈ້ງ ຜູ້ຄົນອາດຈະສັບສົນຫຼືອາດຈະເຊື່ອໃນສິ່ງທີ່ບໍ່ເປັນຄວາມຈິງ. ເຖິງວ່າເຮົາຕ້ອງການສະແດງຄວາມຮູ້ສຶກຂອງຕົນເອງອອກມາຢ່າງຈະແຈ້ງ ແຕ່ເຮົາກໍບໍ່ຄວນເວົ້າຄຳທີ່ຫຍາບຄາຍຫຼືບໍ່ໃຫ້ຄວາມນັບຖືຄົນອື່ນ.—ອ່ານ 1 ໂກລິນໂທ 14:8, 9

14. ມີຕົວຢ່າງຫຍັງທີ່ສະແດງໃຫ້ເຫັນວ່າພະເຍຊູເວົ້າໃນແບບທີ່ເຂົ້າໃຈງ່າຍ?

14 ໃນມັດທາຍບົດ 5 ເຖິງບົດ 7 ມີຕົວຢ່າງທີ່ດີເລີດເຊິ່ງພະເຍຊູສະແດງໃຫ້ເຫັນວິທີທີ່ພະອົງໄດ້ເລືອກໃຊ້ຄຳເວົ້າທີ່ເຂົ້າໃຈງ່າຍ. ໃນຄຳສອນຂອງພະເຍຊູ ພະອົງບໍ່ໄດ້ພະຍາຍາມເຮັດໃຫ້ຜູ້ຄົນປະທັບໃຈໂດຍໃຊ້ຄຳເວົ້າທີ່ຊັບຊ້ອນຫຼືຄຳເວົ້າທີ່ເຫຼືອເຟືອ ແລະກໍບໍ່ໄດ້ເວົ້າໃນສິ່ງທີ່ເຮັດໃຫ້ຄົນອື່ນສຶກເຈັບໃຈ. ພະເຍຊູສອນສິ່ງທີ່ສຳຄັນຫຼາຍເຊິ່ງມີຄວາມໝາຍທີ່ເລິກເຊິ່ງ ແຕ່ພະອົງເວົ້າໃນແບບທີ່ເຂົ້າໃຈໄດ້ງ່າຍ. ຕົວຢ່າງເຊັ່ນ: ພະເຍຊູຕ້ອງການເຮັດໃຫ້ພວກລູກສິດໝັ້ນໃຈວ່າເຂົາເຈົ້າບໍ່ຈຳເປັນຕ້ອງກັງວົນກັບສິ່ງທີ່ຈະກິນໃນແຕ່ລະມື້. ດັ່ງນັ້ນ ພະອົງຈຶ່ງອະທິບາຍວ່າພະເຢໂຫວາໄດ້ຈັດໃຫ້ນົກມີອາຫານກິນບໍ່ຂາດ. ຈາກນັ້ນ ພະອົງໄດ້ຖາມເຂົາເຈົ້າວ່າ: “ທ່ານທັງຫຼາຍປະເສີດກວ່ານົກທັງຫຼາຍບໍ່ໃຊ່ຫຼື?” (ມັດທາຍ 6:26) ໂດຍໃຊ້ຄຳເວົ້າທີ່ງ່າຍໆ ພະເຍຊູໄດ້ຊ່ວຍພວກລູກສິດໃຫ້ເຂົ້າໃຈບົດຮຽນທີ່ສຳຄັນແລະໄດ້ຮັບກຳລັງໃຈ.

ເຮົາຄວນເວົ້າກັບຄົນອື່ນແນວໃດ?

15. ເປັນຫຍັງເຮົາຕ້ອງເວົ້າໃນແບບທີ່ສະແດງຄວາມກະລຸນາ?

15 ວິທີທີ່ເຮົາເວົ້າກັບຄົນອື່ນກໍສຳຄັນເທົ່າກັບສິ່ງທີ່ເຮົາເວົ້າກັບເຂົາເຈົ້າ. ຜູ້ຄົນມັກຟັງພະເຍຊູ ເພາະພະອົງເວົ້າຢ່າງ ‘ອ່ອນຫວານ’ ຫຼືໃນແບບທີ່ສະແດງຄວາມກະລຸນາ. (ລືກາ 4:22) ເມື່ອເຮົາເວົ້າໃນແບບທີ່ສະແດງຄວາມກະລຸນາ ເປັນໄປໄດ້ຫຼາຍທີ່ຜູ້ຄົນຈະຢາກຟັງແລະຍອມຮັບໃນສິ່ງທີ່ເຮົາເວົ້າ. (ສຸພາສິດ 25:15) ຖ້າເຮົານັບຖືແລະຄິດເຖິງຄວາມຮູ້ສຶກຂອງຄົນອື່ນ ເຮົາກໍຈະເວົ້າກັບເຂົາເຈົ້າໃນແບບທີ່ສະແດງຄວາມກະລຸນາ. ພະເຍຊູໄດ້ເຮັດແບບນັ້ນ. ຕົວຢ່າງເຊັ່ນ: ເມື່ອພະເຍຊູເຫັນຝູງຄົນໄດ້ອອກຄວາມພະຍາຍາມຫຼາຍເພື່ອຈະຟັງຄຳສອນຂອງພະອົງ ພະອົງຮູ້ສຶກສົງສານເຂົາເຈົ້າຫຼາຍຈຶ່ງໄດ້ໃຊ້ເວລາຢູ່ນຳເຂົາເຈົ້າແລະໄດ້ສອນເຂົາເຈົ້າ. (ມາລະໂກ 6:34) ເຖິງວ່າຜູ້ຄົນຈະດູຖູກພະເຍຊູ ແຕ່ພະອົງກໍບໍ່ໄດ້ດູຖູກເຂົາເຈົ້າ.—1 ເປໂຕ 2:23

16, 17. (ກ) ເມື່ອເວົ້າກັບຄົນໃນຄອບຄົວແລະໝູ່ຄູ່ ເຮົາຈະຮຽນແບບພະເຍຊູໄດ້ແນວໃດ? (ເບິ່ງຮູບທຳອິດ) (ຂ) ແມ່ຄົນໜຶ່ງໄດ້ເຮັດສິ່ງທີ່ດີແນວໃດດ້ວຍການເວົ້າໃນແບບທີ່ສະແດງຄວາມກະລຸນາ?

16 ເຖິງວ່າເຮົາຮັກຄອບຄົວແລະໝູ່ຄູ່ ແຕ່ເຮົາອາດຈະເວົ້າໃນສິ່ງທີ່ບໍ່ສະແດງຄວາມກະລຸນາກັບເຂົາເຈົ້າເນື່ອງຈາກວ່າເຮົາຮູ້ຈັກກັນດີ. ເຮົາອາດຄິດວ່າບໍ່ຈຳເປັນຕ້ອງລະວັງກ່ຽວກັບວິທີທີ່ເຮົາເວົ້າກັບເຂົາເຈົ້າ. ແຕ່ພະເຍຊູບໍ່ເຄີຍເວົ້າໃນແບບທີ່ບໍ່ສະແດງຄວາມກະລຸນາກັບພວກລູກສິດຂອງພະອົງ. ເມື່ອເຂົາເຈົ້າບາງຄົນຖຽງກັນວ່າຜູ້ໃດເປັນໃຫຍ່ທີ່ສຸດໃນພວກເຮົາ ພະອົງໄດ້ແກ້ໄຂເຂົາເຈົ້າໃນແບບທີ່ສະແດງຄວາມກະລຸນາແລະໃຊ້ຕົວຢ່າງຂອງເດັກນ້ອຍເພື່ອຊ່ວຍເຂົາເຈົ້າໃຫ້ປ່ຽນຄວາມຄິດ. (ມາລະໂກ 9:33-37) ຜູ້ເຖົ້າແກ່ສາມາດຮຽນແບບພະເຍຊູໂດຍໃຫ້ຄຳແນະນຳພີ່ນ້ອງໃນແບບທີ່ອ່ອນໂຍນ.—ຄາລາຊີ 6:1

17 ແມ່ນແຕ່ເມື່ອມີບາງຄົນເວົ້າໃນສິ່ງທີ່ເຮັດໃຫ້ເຮົາເສຍໃຈ ແຕ່ເຮົາສາມາດເຮັດສິ່ງທີ່ດີດ້ວຍການເວົ້າໃນແບບທີ່ສະແດງຄວາມກະລຸນາ. (ສຸພາສິດ 15:1) ຕົວຢ່າງເຊັ່ນ: ແມ່ຄົນໜຶ່ງທີ່ໄຮ້ຄູ່ມີລູກຊາຍທີ່ເປັນໄວຮຸ່ນ ລູກຂອງລາວກຳລັງເຮັດບາງສິ່ງທີ່ບໍ່ດີແຕ່ໃນຂະນະດຽວກັນກໍເຮັດຄືກັບວ່າກຳລັງຮັບໃຊ້ພະເຢໂຫວາ. ພີ່ນ້ອງຍິງຄົນໜຶ່ງໃນປະຊາຄົມຮູ້ສຶກສົງສານຜູ້ເປັນແມ່ ແລະຈຶ່ງເວົ້າວ່າ: “ເສຍດາຍເດທີ່ເຈົ້າສອນລູກບໍ່ໄດ້.” ຜູ້ເປັນແມ່ຢຸດຄິດແລ້ວກໍເວົ້າວ່າ: “ແມ່ນຢູ່ວ່າຕອນນີ້ສິ່ງຕ່າງໆດຳເນີນໄປບໍ່ໄດ້ດີປານໃດ ແຕ່ຂ້ອຍກໍກຳລັງສອນລາວຢູ່. ໃຫ້ມາລົມກັບຂ້ອຍໃໝ່ກ່ຽວກັບເລື່ອງນີ້ຫຼັງຈາກອະລະມະເຄໂດນ ແລ້ວເຮົາກໍຈະຮູ້ແທ້ໆວ່າຂ້ອຍສອນລູກໄດ້ຫຼືບໍ່.” ຍ້ອນວ່າຜູ້ເປັນແມ່ໃຈເຢັນແລະສະແດງຄວາມກະລຸນາຕໍ່ພີ່ນ້ອງຍິງຄົນນັ້ນ ດັ່ງນັ້ນ ເຂົາເຈົ້າຈຶ່ງຮັກແພງກັນຕໍ່ໄປ. ບໍ່ພຽງແຕ່ເທົ່ານັ້ນ ເນື່ອງຈາກວ່າລູກໄດ້ຍິນສິ່ງທີ່ແມ່ເວົ້າ ລາວສຳນຶກໄດ້ວ່າແມ່ຍັງເຊື່ອໝັ້ນວ່າລາວຈະປ່ຽນແປງຕົວເອງໄດ້ ດັ່ງນັ້ນລາວຈຶ່ງເຊົາອອກໄປຫຼິ້ນກັບໝູ່ທີ່ບໍ່ດີ ຈາກນັ້ນກໍໄດ້ຮັບບັບເຕມາ ແລະຕໍ່ມາກໍຮັບໃຊ້ຢູ່ເບເທນ. ບໍ່ວ່າເຮົາຈະເວົ້າກັບພີ່ນ້ອງຮ່ວມຄວາມເຊື່ອ ກັບຄົນໃນຄອບຄົວ ຫຼືກັບຄົນທີ່ເຮົາບໍ່ຮູ້ຈັກ ເຮົາຄວນເວົ້າໃນແບບທີ່ “ສະແດງຄວາມກະລຸນາສະເໝີ ຄືອາຫານທີ່ປຸງດ້ວຍເກືອ.”—ໂກໂລດ 4:6, ລ.ມ.

18. ເຮົາຈະຮຽນແບບພະເຍຊູແນວໃດໃນວິທີທີ່ເຮົາເວົ້າ?

18 ການມີຄວາມສາມາດໃນການເວົ້າກັບຄົນອື່ນກ່ຽວກັບສິ່ງທີ່ເຮົາຄິດແລະຮູ້ສຶກເປັນຂອງຂວັນທີ່ດີເລີດແທ້ໆຈາກພະເຢໂຫວາ. ຖ້າເຮົາຮຽນແບບພະເຍຊູ ເຮົາຈະເລືອກເວົ້າໃນເວລາທີ່ເໝາະສົມ ເຮົາຈະລະວັງກ່ຽວກັບສິ່ງທີ່ເຮົາເວົ້າ ແລະເຮົາຈະພະຍາຍາມເວົ້າໃນແບບທີ່ສະແດງຄວາມກະລຸນາສະເໝີ. ດັ່ງນັ້ນ ຂໍໃຫ້ເຮົາໃຊ້ຄຳເວົ້າໃນແບບທີ່ເສີມສ້າງຄົນອື່ນແລະເຮັດໃຫ້ພະເຢໂຫວາມີຄວາມສຸກ.