ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະເຢໂຫວາຈະຄໍ້າຈູນເຈົ້າ

ພະເຢໂຫວາຈະຄໍ້າຈູນເຈົ້າ

‘ພະເຢໂຫວາຈະຄໍ້າຈູນເພິ່ນເວລານອນປ່ວຍຢູ່.’—ຄຳເພງ 41:3

ເພງ: 23, 138

1, 2. ພະເຢໂຫວາໄດ້ເຮັດຫຍັງໃນສະໄໝທີ່ຂຽນຄຳພີໄບເບິນ ແລະທຸກມື້ນີ້ບາງຄົນອາດສົງໄສໃນເລື່ອງໃດເມື່ອເຂົາເຈົ້າເຈັບປ່ວຍ?

ຖ້າເຈົ້າເຄີຍເຈັບປ່ວຍໜັກ ເຈົ້າອາດຖາມວ່າ: ‘ຂ້ອຍຈະດີຂຶ້ນບໍ?’ ບາງທີມີຄົນໃນຄອບຄົວຫຼືໝູ່ຂອງເຈົ້າກຳລັງເຈັບປ່ວຍຢູ່ ເຈົ້າກໍອາດສົງໄສວ່າລາວຈະດີເປັນປົກກະຕິໄດ້ອີກບໍ. ເປັນເລື່ອງທຳມະດາທີ່ເຮົາຢາກໃຫ້ຕົວເອງແລະຄົນທີ່ເຮົາຮັກມີສຸຂະພາບແຂງແຮງ. ໃນຄຳພີໄບເບິນ ເຮົາໄດ້ອ່ານເລື່ອງຂອງບາງຄົນທີ່ບໍ່ສະບາຍແລະຕ້ອງການຮູ້ວ່າຕົນເອງຈະດີຂຶ້ນຫຼືບໍ່. ຕົວຢ່າງເຊັ່ນ: ກະສັດອາກາເຊຍ ລູກຊາຍຂອງອາກາບແລະເຢຊາເບນ ສົງໄສວ່າລາວຈະດີເປັນປົກກະຕິຈາກການບາດເຈັບບໍ. ຕໍ່ມາ ເບນຫາດາດກະສັດຂອງປະເທດຊີລີເຈັບປ່ວຍແລະໄດ້ຖາມວ່າລາວຈະດີພະຍາດບໍ.—2 ກະສັດ 1:2; 8:7, 8

2 ຄຳພີໄບເບິນຍັງບອກເຮົາວ່າໃນອະດີດ ບາງຄັ້ງພະເຢໂຫວາໄດ້ປິ່ນປົວຜູ້ຄົນໂດຍເຮັດການອັດສະຈັນແລະເຖິງຂັ້ນໄດ້ໃຊ້ຜູ້ພະຍາກອນຂອງພະອົງເພື່ອປຸກຄົນທີ່ຕາຍໃຫ້ຟື້ນຄືນມາມີຊີວິດອີກ. (1 ກະສັດ 17:17-24; 2 ກະສັດ 4:17-20, 32-35) ໃນທຸກມື້ນີ້ ບາງຄົນທີ່ເຈັບປ່ວຍອາດສົງໄສວ່າພະເຢໂຫວາຍັງຈະເຮັດບາງສິ່ງເພື່ອຊ່ວຍເຂົາເຈົ້າໃຫ້ດີຂຶ້ນບໍ?

3-5. ພະເຢໂຫວາແລະພະເຍຊູສາມາດເຮັດຫຍັງໄດ້ ແລະເຮົາຈະພິຈາລະນາຄຳຖາມຫຍັງແດ່?

3 ລິດອຳນາດທີ່ພະເຢໂຫວາມີໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຄົນ. ພະອົງໄດ້ໃຊ້ລິດເດດນັ້ນເພື່ອລົງໂທດບາງຄົນໂດຍເຮັດໃຫ້ເຂົາເຈົ້າເຈັບປ່ວຍ ເຊັ່ນ: ຟາໂລທີ່ມີຊີວິດຢູ່ໃນສະໄໝຂອງອັບລາຫາມ ແລະຕໍ່ມາກໍແມ່ນມີລີອາມເອື້ອຍຂອງໂມເຊ. (ຕົ້ນເດີມ 12:17; ຈົດເຊັນບັນຊີ 12:9, 10; 2 ຊາເມືອນ 24:15) ພະອົງຍັງໄດ້ລົງໂທດຊາວອິດສະລາແອນໃຫ້ເປັນ “ພະຍາດເຈັບປວດກັບໂລຄາໄພ” ເມື່ອເຂົາເຈົ້າບໍ່ສັດຊື່ຕໍ່ພະອົງ. (ພະບັນຍັດ 28:58-61) ໃນໂອກາດອື່ນ ພະເຢໂຫວາໄດ້ປົກປ້ອງປະຊາຊົນຂອງພະອົງບໍ່ໃຫ້ເຈັບປ່ວຍ. (ອົບພະຍົບ 23:25; ພະບັນຍັດ 7:15) ພະອົງເຖິງຂັ້ນໄດ້ປິ່ນປົວເຂົາເຈົ້າບາງຄົນ. ຕົວຢ່າງເຊັ່ນ: ພະອົງໄດ້ປິ່ນປົວໂຢບເມື່ອລາວເຈັບປ່ວຍໜັກຈົນບໍ່ຢາກມີຊີວິດຢູ່ຕໍ່ໄປ.—ໂຢບ 2:7; 3:11-13; 42:10, 16

4 ເຮົາໝັ້ນໃຈໄດ້ວ່າພະເຢໂຫວາມີລິດອຳນາດທີ່ຈະສາມາດປິ່ນປົວຄົນທີ່ເຈັບປ່ວຍ ແລະພະເຍຊູກໍສາມາດເຮັດໄດ້ຄືກັນ. ເມື່ອຢູ່ໂລກນີ້ ພະອົງໄດ້ປິ່ນປົວຄົນທີ່ເປັນຂີ້ທູດ ຄົນທີ່ເປັນບ້າໝູ ຄົນທີ່ຕາບອດ ແລະຄົນທີ່ເປັນງ່ອຍ. (ອ່ານມັດທາຍ 4:23, 24; ໂຢຮັນ 9:1-7) ການອັດສະຈັນເຫຼົ່ານີ້ຊ່ວຍເຮົາໃຫ້ຄອຍຖ້າສິ່ງທີ່ດີເລີດຕ່າງໆເຊິ່ງພະເຍຊູຈະເຮັດໃນໂລກໃໝ່. ໃນຕອນນັ້ນ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’”—ເອຊາອີ 33:24

5 ແຕ່ຖ້າເຮົາເຈັບປ່ວຍໜັກ ເຮົາສາມາດຄາດໝາຍໃຫ້ພະເຢໂຫວາຫຼືພະເຍຊູປິ່ນປົວເຮົາໂດຍເຮັດການອັດຈະຈັນໃນຕອນນີ້ບໍ? ແລະເຮົາຄວນຄິດກ່ຽວກັບເລື່ອງໃດເມື່ອເລືອກວິທີການປິ່ນປົວ?

ໝາຍເພິ່ງພະເຢໂຫວາໃນເວລາທີ່ເຈົ້າເຈັບປ່ວຍ

6. ຄຳພີໄບເບິນເວົ້າແນວໃດກ່ຽວກັບການອັດສະຈັນຕ່າງໆທີ່ຄລິດສະຕຽນໃນສະຕະວັດທຳອິດໄດ້ເຮັດ?

6 ໃນສະຕະວັດທຳອິດ ພະເຢໂຫວາໄດ້ເຈີມຄລິດສະຕຽນດ້ວຍພະລັງບໍລິສຸດແລະໃຫ້ເຂົາເຈົ້າບາງຄົນສາມາດເຮັດການອັດສະຈັນຕ່າງໆໄດ້. (ກິດຈະການ 3:2-7; 9:36-42) ຕົວຢ່າງເຊັ່ນ: ເຂົາເຈົ້າສາມາດປິ່ນປົວຜູ້ຄົນ ແລະສາມາດເວົ້າໄດ້ຫຼາຍພາສາ. (1 ໂກລິນໂທ 12:4-11) ແຕ່ຕໍ່ມາ ຄືກັບທີ່ຄຳພີໄບເບິນໄດ້ບອກໄວ້ຈຶ່ງບໍ່ມີການເຮັດການອັດສະຈັນແບບນັ້ນອີກຕໍ່ໄປ. (1 ໂກລິນໂທ 13:8) ດັ່ງນັ້ນ ໃນທຸກມື້ນີ້ເຮົາຈຶ່ງບໍ່ສາມາດຄາດໝາຍໃຫ້ພະເຢໂຫວາປິ່ນປົວເຮົາຫຼືຄົນທີ່ເຮົາຮັກໂດຍເຮັດການອັດສະຈັນ.

ພະເຢໂຫວາຮູ້ແທ້ໆວ່າຜູ້ຮັບໃຊ້ຂອງພະອົງກຳລັງທຸກທໍລະມານ ແລະພະອົງກໍບໍ່ລືມຄວາມສັດຊື່ຂອງເຂົາເຈົ້າ

7. ຄຳເພງ 41:3 ໃຫ້ກຳລັງໃຈເຮົາແນວໃດ?

7 ຖ້າເຈົ້າກຳລັງເຈັບປ່ວຍຢູ່ ພະເຢໂຫວາຈະປອບໂຍນແລະຄໍ້າຈູນເຈົ້າ ຄືດັ່ງທີ່ພະອົງເຄີຍເຮັດຕໍ່ຜູ້ຮັບໃຊ້ຂອງພະອົງໃນສະໄໝກ່ອນ. ກະສັດດາວິດໄດ້ຂຽນວ່າ: ‘ຜູ້ທີ່ເຫັນໃຈຄົນຕໍ່າຕ້ອຍກໍເປັນສຸກຫຼາຍ ໃນວັນບໍ່ດີພະເຢໂຫວາຈະຊ່ອຍຜູ້ນັ້ນໃຫ້ພົ້ນ. ພະເຢໂຫວາຈະປົກປ້ອງກັ້ນແລະຮັກສາຊີວິດຂອງເພິ່ນໄວ້.’ (ຄຳເພງ 41:1, 2) ແນ່ນອນ ດາວິດບໍ່ໄດ້ໝາຍຄວາມວ່າຄົນດີທີ່ມີຊີວິດຢູ່ໃນສະໄໝນັ້ນເຊິ່ງສະແດງຄວາມເຫັນໃຈຄົນທີ່ຕໍ່າຕ້ອຍຈະບໍ່ຕາຍ. ເມື່ອເປັນເຊັ່ນນັ້ນ ພະເຢໂຫວາຈະຊ່ວຍຄົນດີແບບນັ້ນແນວໃດ? ດາວິດອະທິບາຍວ່າ: ‘ພະເຢໂຫວາຈະຄໍ້າຈູນເພິ່ນເວລານອນປ່ວຍຢູ່ ພະອົງຈະປ່ຽນຕຽງນອນແຫ່ງຕົນທັງສິ້ນເວລາເພິ່ນຈະເຈັບປ່ວຍຢູ່.’ (ຄຳເພງ 41:3) ພະເຢໂຫວາຮູ້ແທ້ໆວ່າຜູ້ຮັບໃຊ້ຂອງພະອົງກຳລັງທຸກທໍລະມານ ແລະພະອົງກໍບໍ່ລືມເຂົາເຈົ້າ. ພະອົງສາມາດເຮັດໃຫ້ເຂົາເຈົ້າມີກຳລັງແລະມີຄວາມສະຫຼາດ. ນອກຈາກນັ້ນ ພະເຢໂຫວາຍັງສ້າງຮ່າງກາຍຂອງມະນຸດໃນແບບທີ່ສາມາດຟື້ນຟູຕົວເອງໄດ້.

8. ຕາມທີ່ບັນທຶກໄວ້ໃນຄຳເພງ 41:4 ຕອນທີ່ດາວິດເຈັບປ່ວຍໜັກລາວໄດ້ອະທິດຖານຂໍໃຫ້ພະເຢໂຫວາເຮັດຫຍັງສຳລັບລາວ?

8 ໃນຄຳເພງບົດ 41 ດາວິດຍັງບອກເຮົາກ່ຽວກັບຕອນທີ່ລາວເຈັບປ່ວຍໜັກແລະຮູ້ສຶກອ່ອນແອແລະກັງວົນໃຈ. ເບິ່ງຄືວ່າເວລານັ້ນອັບຊາໂລມລູກຊາຍຂອງດາວິດກຳລັງພະຍາຍາມທີ່ຈະເປັນກະສັດແທນລາວ. ດາວິດເຈັບປ່ວຍໜັກຫຼາຍຈົນບໍ່ສາມາດຫ້າມອັບຊາໂລມໄດ້. ດາວິດຮູ້ວ່າບັນຫາຕ່າງໆທີ່ເກີດຂຶ້ນໃນຄອບຄົວຂອງລາວເປັນຜົນມາຈາກການທີ່ລາວເຮັດຜິດປະເວນີກັບບາດເຊບາ. (2 ຊາເມືອນ 12:7-14) ດັ່ງນັ້ນ ລາວໄດ້ເຮັດຫຍັງ? ລາວໄດ້ອະທິດຖານວ່າ: ‘ໂອ້ພະເຢໂຫວາ ຂໍໂຜດເມດຕາແກ່ຂ້ານ້ອຍ. ຂໍໂຜດປິ່ນປົວຂ້ານ້ອຍໃຫ້ຫາຍດີ ເຫດວ່າຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພະອົງ.’ (ຄຳເພງ 41:4) ດາວິດຮູ້ວ່າພະເຢໂຫວາໄດ້ໃຫ້ອະໄພລາວແລ້ວສຳລັບຄວາມຜິດນັ້ນ ດັ່ງນັ້ນ ລາວຈຶ່ງໝາຍເພິ່ງພະອົງໃນລະຫວ່າງທີ່ເຈັບປ່ວຍ. ແຕ່ດາວິດຄາດໝາຍໃຫ້ພະເຢໂຫວາເຮັດການອັດສະຈັນບໍ?

9. (ກ) ພະເຢໂຫວາໄດ້ເຮັດຫຍັງສຳລັບກະສັດເອເຊເກຍເຊ? (ຂ) ດາວິດຄາດໝາຍໃຫ້ພະເຢໂຫວາເຮັດຫຍັງສຳລັບລາວ?

9 ເປັນຄວາມຈິງທີ່ບາງຄັ້ງພະເຢໂຫວາໄດ້ປິ່ນປົວຜູ້ຄົນ. ຕົວຢ່າງເຊັ່ນ: ເມື່ອກະສັດເອເຊເກຍເຊເຈັບປ່ວຍແລະເກືອບຈະເສຍຊີວິດ ພະເຢໂຫວາໄດ້ປິ່ນປົວລາວ ດັ່ງນັ້ນ ເອເຊເກຍເຊຈຶ່ງມີຊີວິດຢູ່ຕໍ່ໄປອີກ 15 ປີ. (2 ກະສັດ 20:1-6) ດາວິດບໍ່ໄດ້ຄາດໝາຍໃຫ້ພະເຢໂຫວາເຮັດການອັດສະຈັນ ແຕ່ລາວຄາດໝາຍໃຫ້ພະອົງຊ່ວຍລາວຄືກັບທີ່ພະອົງຈະຊ່ວຍ ‘ຜູ້ທີ່ເຂົ້າໃຈຄົນຕໍ່າຕ້ອຍ.’ ດາວິດມີສາຍສຳພັນທີ່ດີກັບພະເຢໂຫວາ ດັ່ງນັ້ນ ລາວຈຶ່ງສາມາດຂໍໃຫ້ພະອົງປອບໂຍນແລະເບິ່ງແຍງລາວໃນລະຫວ່າງທີ່ເຈັບປ່ວຍ. ດາວິດຍັງຂໍໃຫ້ຮ່າງກາຍຂອງລາວໄດ້ຮັບການປິ່ນປົວແລະໃຫ້ດີຂຶ້ນ. ເຮົາກໍສາມາດຂໍໃຫ້ພະເຢໂຫວາຊ່ວຍເຮົາໃນແບບດຽວກັນນັ້ນ.—ຄຳເພງ 103:3

10. ເກີດຫຍັງຂຶ້ນກັບໂຕຼຟີມແລະເອປາໂຟດີດ ແລະເລື່ອງນັ້ນສອນຫຍັງເຮົາ?

10 ໃນສະຕະວັດທຳອິດ ເຖິງວ່າອັກຄະສາວົກໂປໂລແລະຄົນອື່ນໆສາມາດປິ່ນປົວຄົນເຈັບປ່ວຍໄດ້ ແຕ່ກໍບໍ່ແມ່ນຄລິດສະຕຽນທຸກຄົນໄດ້ຮັບການປິ່ນປົວໂດຍການເຮັດການອັດສະຈັນ. (ອ່ານກິດຈະການ 14:8-10) ອັກຄະສາວົກໂປໂລໄດ້ປິ່ນປົວພໍ່ຂອງປຶບລຽວເຊິ່ງເປັນໄຂ້ແລະຕິດເຊື້ອຢ່າງຮຸນແຮງ. ໂປໂລໄດ້ “ອ້ອນວອນແລະເອົາມືວາງເທິງເພິ່ນ ແລະກະທຳໃຫ້ເພິ່ນດີ.” (ກິດຈະການ 28:8) ແຕ່ໂປໂລກໍບໍ່ໄດ້ປິ່ນປົວທຸກໆຄົນທີ່ລາວຮູ້ຈັກ. ໝູ່ຄົນໜຶ່ງຂອງໂປໂລແມ່ນໂຕຼຟີມເຊິ່ງໄດ້ເດີນທາງໄປກັບລາວໃນວຽກຮັບໃຊ້ເປັນມິດຊັນນາລີ. (ກິດຈະການ 20:3-5, 22; 21:29) ເມື່ອໂຕຼຟິມບໍ່ສະບາຍ ໂປໂລກໍບໍ່ໄດ້ປິ່ນປົວລາວ. ດັ່ງນັ້ນ ໂຕຼຟີມຈຶ່ງບໍ່ສາມາດຮ່ວມເດີນທາງໄປກັບໂປໂລ ແຕ່ໄດ້ພັກຢູ່ເມືອງມີເລດເພື່ອໃຫ້ຕົວເອງດີຂຶ້ນ. (2 ຕີໂມເຕ 4:20) ໝູ່ອີກຄົນໜຶ່ງຂອງໂປໂລແມ່ນເອປາໂຟດີດ ລາວກໍບໍ່ສະບາຍໜັກແລະເກືອບຈະເສຍຊີວິດ. ແຕ່ຄຳພີໄບເບິນບໍ່ໄດ້ບອກວ່າໂປໂລໄດ້ປິ່ນປົວເອປາໂຟດີດ.—ຟີລິບ 2:25-27, 30

ເຈົ້າຄວນຮັບເອົາຄຳແນະນຳແບບໃດໃນເລື່ອງສຸຂະພາບ?

11, 12. ເຮົາຮູ້ຫຍັງແດ່ກ່ຽວກັບລືກາ ແລະລາວອາດໄດ້ຊ່ວຍໂປໂລແນວໃດ?

11 ລືກາເປັນທ່ານໝໍ ແລະລາວໄດ້ເດີນທາງໄປກັບໂປໂລ. (ກິດຈະການ 16:10-12; 20:5, 6; ໂກໂລດ 4:14) ເບິ່ງຄືວ່າລາວໄດ້ຊ່ວຍໂປໂລແລະຄົນອື່ນໆເມື່ອເຂົາເຈົ້າເຈັບປ່ວຍໃນຂະນະທີ່ເດີນທາງຮັບໃຊ້ເປັນມິດຊັນນາລີ. (ຄາລາຊີ 4:13) ຄືກັບທີ່ພະເຍຊູບອກໄວ້ແລ້ວ “ຄົນບໍ່ສຳບາຍກໍຕ້ອງຢາກໄດ້” ທ່ານໝໍ.—ລືກາ 5:31

ເຮົາຕ້ອງລະວັງເມື່ອບາງຄົນໃຫ້ຄຳແນະນຳກ່ຽວກັບເລື່ອງສຸຂະພາບຂອງເຮົາ

12 ລືກາບໍ່ໄດ້ເປັນພຽງຄົນທີ່ໃຫ້ຄຳແນະນຳໃນເລື່ອງສຸຂະພາບເທົ່ານັ້ນ. ລາວໄດ້ຮັບການຝຶກອົບຮົມໃຫ້ເປັນທ່ານໝໍແທ້ໆ. ຄຳພີໄບເບິນບໍ່ໄດ້ບອກວ່າລາວໄດ້ຮັບການຝຶກອົບຮົມເລື່ອງວິຊາການແພດເມື່ອໃດຫຼືຢູ່ໃສ. ແຕ່ຄຳພີໄບເບິນບອກວ່າໂປໂລໄດ້ສົ່ງຄວາມຮັກຈາກລືກາໄປເຖິງພີ່ນ້ອງໃນເມືອງໂກໂລດ. ເບິ່ງຄືວ່າລືກາໄດ້ຮຽນວິຊາການແພດຢູ່ໂຮງຮຽນແພດໃນເມືອງລາໂອດີເຊ ເຊິ່ງເປັນເມືອງທີ່ຢູ່ໃກ້ກັບເມືອງໂກໂລດ. ນອກຈາກນັ້ນ ເມື່ອລາວຂຽນພະທຳລືກາແລະພະທຳກິດຈະການ ລາວໄດ້ໃຊ້ຄຳສັບສະເພາະທາງການແພດ. ເນື່ອງຈາກເປັນທ່ານໝໍ ລືກາຈຶ່ງໄດ້ຂຽນຫຼາຍເລື່ອງກ່ຽວກັບໂອກາດຕ່າງໆທີ່ພະເຍຊູໄດ້ເຮັດການປິ່ນປົວ.

13. ກ່ອນຈະໃຫ້ຄຳແນະນຳຫຼືຮັບເອົາຄຳແນະນຳໃນເລື່ອງສຸຂະພາບ ເຮົາຕ້ອງຈື່ຫຍັງໄວ້?

13 ໃນທຸກມື້ນີ້ ພີ່ນ້ອງຮ່ວມຄວາມເຊື່ອບໍ່ສາມາດເຮັດການອັດສະຈັນໃດໆເພື່ອປິ່ນປົວເຮົາ. ແຕ່ຍ້ອນເຂົາເຈົ້າຕ້ອງການຊ່ວຍເຮົາ ດັ່ງນັ້ນ ບາງຄົນອາດຈະໃຫ້ຄຳແນະແກ່ເຮົາເຖິງວ່າເຮົາບໍ່ໄດ້ຂໍກັບເຂົາເຈົ້າກໍຕາມ. ແນ່ນອນວ່າຄຳແນະນຳບາງເລື່ອງກໍບໍ່ມີພິດບໍ່ມີໄພຫຍັງ. ຕົວຢ່າງເຊັ່ນ: ໂປໂລແນະນຳຕີໂມເຕໃຫ້ດື່ມເຫຼົ້າແວງໜ້ອຍໜຶ່ງ ເພາະລາວມີບັນຫາກັບທ້ອງເຊິ່ງອາດເປັນຍ້ອນວ່າດື່ມນໍ້າທີ່ບໍ່ສະອາດ. * (ອ່ານ 1 ຕີໂມເຕ 5:23) ແຕ່ເຮົາຕ້ອງລະວັງ. ພີ່ນ້ອງຮ່ວມຄວາມເຊື່ອອາດພະຍາຍາມໂນ້ມນ້າວເຮົາໃຫ້ກິນຢາຫຼືກິນສະໝຸນໄພບາງຢ່າງ ຫຼືໃຫ້ກິນອາຫານບາງຢ່າງຫຼືບໍ່ຕ້ອງກິນອາຫານບາງຢ່າງ. ລາວອາດບອກວ່າສິ່ງນັ້ນໄດ້ຊ່ວຍບາງຄົນໃນຄອບຄົວຂອງລາວທີ່ມີບັນຫາຄ້າຍໆກັນນີ້. ແຕ່ນີ້ບໍ່ໄດ້ໝາຍຄວາມວ່າສິ່ງນັ້ນຈະຊ່ວຍເຮົາຄືກັນ. ເຖິງວ່າມີຫຼາຍຄົນໄດ້ໃຊ້ຢາຫຼືໃຊ້ວິທີການປິ່ນປົວໃນແບບໃດແບບໜຶ່ງ ເຮົາຕ້ອງຈື່ໄວ້ວ່າສິ່ງນັ້ນອາດຈະເປັນອັນຕະລາຍຫຼາຍກໍໄດ້.—ອ່ານສຸພາສິດ 27:12

ໃຊ້ສະຕິອັນດີ

14, 15. (ກ) ໃນເລື່ອງສຸຂະພາບ ເຮົາຄວນລະວັງຄົນແບບໃດ? (ຂ) ເຮົາຮຽນຮູ້ຫຍັງຈາກສຸພາສິດ 14:15 ?

14 ພວກເຮົາທຸກຄົນຕ້ອງການມີສຸຂະພາບທີ່ແຂງແຮງເພື່ອເຮົາຈະມີຄວາມສຸກໃນຊີວິດແລະຮັບໃຊ້ພະເຢໂຫວາໄດ້ຢ່າງເຕັມທີ. ແຕ່ເຮົາເປັນຄົນທີ່ບໍ່ສົມບູນແບບ ດັ່ງນັ້ນ ເຮົາຈຶ່ງເຈັບປ່ວຍໄດ້. ເມື່ອເຈັບປ່ວຍ ອາດມີວິທີການປິ່ນປົວຫຼາຍແບບ ແລະເຮົາກໍມີສິດຕັດສິນໃຈວ່າຈະຍອມຮັບເອົາວິທີການປິ່ນປົວແບບໃດ. ໜ້າເສຍໃຈທີ່ບາງຄົນແລະບາງບໍລິສັດອ້າງວ່າເຂົາເຈົ້າໄດ້ຄົ້ນພົບວິທີການປິ່ນປົວທີ່ສາມາດເຮັດໃຫ້ເຮົາຫາຍດີໄດ້. ເຂົາເຈົ້າອ້າງແບບນັ້ນເພາະຜົນປະໂຫຍດທາງການເງິນ. ເຂົາເຈົ້າອາດເວົ້າວ່າຫຼາຍຄົນໄດ້ໃຊ້ວິທີການປິ່ນປົວນີ້ແລ້ວກໍດີຂຶ້ນ. ເມື່ອເຈັບປ່ວຍ ເຮົາອາດຈະພະຍາຍາມເຮັດທຸກວິທີເພື່ອເຮັດໃຫ້ອາການຂອງເຮົາດີຂຶ້ນແລະເພື່ອຈະມີຊີວິດຍືນຍາວຂຶ້ນ. ແຕ່ເຮົາຕ້ອງບໍ່ລືມຄຳແນະນຳໃນຄຳພີໄບເບິນທີ່ບອກວ່າ: ‘ຄົນຊື່ກໍເຊື່ອຖ້ອຍຄຳທຸກຂໍ້ ແຕ່ວ່າສະຫຼາດກໍຄອຍລະວັງບາດຕີນແຫ່ງຕົນ.’—ສຸພາສິດ 14:15

ເຮົາຕ້ອງໃຊ້ສະຕິທີ່ດີແລະລະວັງກ່ຽວກັບສິ່ງທີ່ເຮົາເຊື່ອ

15 ຖ້າເຮົາເປັນຄົນສະຫຼາດຫຼືສຸຂຸມ ເຮົາຈະລະວັງໃນສິ່ງທີ່ເຮົາເຊື່ອໂດຍສະເພາະແລ້ວຖ້າຜູ້ທີ່ໃຫ້ຄຳແນະນຳໃນເລື່ອງນັ້ນບໍ່ໄດ້ຮັບການຝຶກອົບຮົມໃນດ້ານນັ້ນສະເພາະ. ເຮົາຕ້ອງຖາມຕົວເອງວ່າ: ‘ລາວບອກວ່າວິຕາມິນນີ້ ສະໝຸນໄພນີ້ ຫຼືອາຫານແບບນີ້ໄດ້ຊ່ວຍຜູ້ຄົນ ແຕ່ຂ້ອຍຮູ້ແນ່ນອນບໍວ່າມັນຊ່ວຍເຂົາເຈົ້າໄດ້ແທ້ໆ? ເຖິງວ່າສິ່ງເຫຼົ່ານັ້ນຊ່ວຍຄົນອື່ນໄດ້ແທ້ ຂ້ອຍຮູ້ໄດ້ແນວໃດວ່າມັນຈະຊ່ວຍຂ້ອຍ? ຂ້ອຍຄວນຄົ້ນຄວ້າຕື່ມອີກແລະປຶກສາກັບບາງຄົນບໍ ທີ່ເຂົາເຈົ້າໄດ້ຮັບການຝຶກອົບຮົມເປັນຢ່າງດີໃນດ້ານການປິ່ນປົວກ່ຽວກັບບັນຫາເລື່ອງສຸຂະພາບຂອງຂ້ອຍ?’—ພະບັນຍັດ 17:6

16. ເຮົາຕ້ອງພິຈາລະນາເລື່ອງຫຍັງແດ່ເມື່ອຕັດສິນໃຈກ່ຽວກັບການປິ່ນປົວສຸຂະພາບ?

16 ເມື່ອກຳລັງຕັດສິນໃຈວ່າຈະກວດສຸຂະພາບແນວໃດຫຼືຍອມຮັບເອົາການປິ່ນປົວແບບໃດ ເຮົາຕ້ອງມີ “ສະຕິອັນດີ” ຫຼືໃຊ້ສະຕິທີ່ດີ. (ຕິໂຕ 2:12) ເລື່ອງນີ້ສຳຄັນເປັນພິເສດຖ້າຫາກວ່າການກວດຫຼືການປິ່ນປົວເບິ່ງຄືວ່າແປກໆ. ຄົນທີ່ເຮົາປຶກສານຳສາມາດອະທິບາຍໄດ້ບໍວ່າການກວດຫຼືການປິ່ນປົວຈະດຳເນີນໄປແນວໃດ? ຄຳອະທິບາຍນັ້ນຟັງເບິ່ງແປກໆບໍ? ທ່ານໝໍຫຼາຍຄົນເຫັນດີນຳບໍວ່າການກວດຫຼືການປິ່ນປົວແບບນີ້ສາມາດຮັກສາຜູ້ຄົນໃຫ້ຫາຍດີໄດ້? (ສຸພາສິດ 22:29) ມີບາງຄົນອາດບອກເຮົາວ່າມີການຄົ້ນພົບວິທີການຮັກສາແບບໃໝ່ໃນບ່ອນທີ່ຢູ່ຫ່າງໄກສອກຫຼີກ ແລະທ່ານໝໍຍັງບໍ່ທັນຮັບຮູ້ກ່ຽວກັບວິທີການແບບນີ້ເທື່ອ. ແຕ່ມີຫຍັງບໍທີ່ພິສູດວ່າມີການຮັກສາໃນຮູບແບບນັ້ນແທ້? ບາງຄົນເຖິງຂັ້ນສະເໜີການປິ່ນປົວທີ່ໃຊ້ສ່ວນປະສົມທີ່ເປັນຄວາມລັບຫຼືພະລັງທີ່ບໍ່ຮູ້ທີ່ໄປທີ່ມາ. ສິ່ງນີ້ສາມາດເປັນອັນຕະລາຍຫຼາຍ. ຂໍໃຫ້ຈື່ໄວ້ວ່າໃນເລື່ອງການປິ່ນປົວ ພະເຢໂຫວາບໍ່ຕ້ອງການໃຫ້ເຮົາໃຊ້ພະລັງທີ່ມະຫັດສະຈັນຫຼືຄາຖາອາຄົມ.—ພະບັນຍັດ 18:10-12; ເອຊາອີ 1:13

‘ຂໍໃຫ້ມີສຸຂະພາບດີ!’

17. ຕາມທຳມະດາແລ້ວເຮົາມີຄວາມຕ້ອງການໃນເລື່ອງໃດ?

17 ຄະນະກຳມະການປົກຄອງໃນສະຕະວັດທຳອິດໄດ້ສົ່ງຈົດໝາຍເຖິງພີ່ນ້ອງໃນປະຊາຄົມຕ່າງໆເພື່ອບອກເຂົາເຈົ້າກ່ຽວກັບບາງສິ່ງທີ່ເຂົາເຈົ້າຈຳເປັນຕ້ອງຫຼີກລ່ຽງ. ໃນຕອນທ້າຍຂອງຈົດໝາຍ ຄະນະກຳມະການປົກຄອງໄດ້ຂຽນວ່າ: “ຖ້າພວກທ່ານລະວັງຮັກສາຕົວໃຫ້ພົ້ນຈາກສິ່ງເຫຼົ່ານີ້ ພວກທ່ານຈະຈະເລີນ. ຂໍໃຫ້ມີສຸຂະພາບດີ!” (ກິດຈະການ 15:29, ລ.ມ.) ເຖິງວ່າສອງສາມຄຳສຸດທ້າຍເປັນພຽງອີກຮູບແບບໜຶ່ງຂອງການເວົ້າອຳລາ ແຕ່ຄຳເວົ້າເຫຼົ່ານັ້ນເຕືອນເຮົາວ່າເປັນເລື່ອງທຳມະດາທີ່ເຮົາຕ້ອງການມີສຸຂະພາບທີ່ແຂງແຮງ.

ເຖິງວ່າເຮົາຕ້ອງການມີສຸຂະພາບທີ່ແຂງແຮງ ແຕ່ເລື່ອງທີ່ເຮົາເລັງໃສ່ແມ່ນການຮັບໃຊ້ພະເຢໂຫວາ (ເບິ່ງຂໍ້ 17)

18, 19. ເຮົາສາມາດຄອຍຖ້າຫຍັງໃນໂລກໃໝ່?

18 ເນື່ອງຈາກເປັນຄົນທີ່ບໍ່ສົມບູນແບບ ເຮົາຈຶ່ງບໍ່ສາມາດຫຼີກລ່ຽງຄວາມເຈັບໄຂ້ໄດ້ປ່ວຍທຸກຢ່າງ. ເມື່ອເຈັບປ່ວຍ ເຮົາບໍ່ໄດ້ຄາດໝາຍໃຫ້ພະເຢໂຫວາປິ່ນປົວໂດຍເຮັດການອັດສະຈັນ. ແຕ່ເຮົາສາມາດເບິ່ງໄປທີ່ອະນາຄົດເມື່ອພະເຢໂຫວາຈະປິ່ນປົວເຮົາໃນທຸກໆດ້ານ. ໃນຄຳປາກົດ 22:1, 2 ອັກຄະສາວົກໂຢຮັນໄດ້ເວົ້າກ່ຽວກັບ “ແມ່ນໍ້າແຫ່ງຊີວິດ” ແລະ “ຕົ້ນໄມ້ແຫ່ງຊີວິດ” ເຊິ່ງຈະປິ່ນປົວທຸກໆຄົນ. ສິ່ງນີ້ບໍ່ໄດ້ໝາຍເຖິງຢາພື້ນເມືອງບາງຢ່າງທີ່ໃຊ້ໃນການປິ່ນປົວພະຍາດເຊິ່ງເຮົາສາມາດກິນໃນຕອນນີ້ຫຼືໃນໂລກໃໝ່ເພື່ອປິ່ນປົວຕົວເອງ. ແຕ່ສິ່ງນີ້ໝາຍເຖິງທຸກສິ່ງທີ່ພະເຢໂຫວາແລະພະເຍຊູຈະເຮັດເພື່ອເຮົາສາມາດມີຊີວິດຕະຫຼອດໄປໄດ້.—ເອຊາອີ 35:5, 6

19 ເຮົາຄອຍຖ້າເວລາທີ່ດີເລີດເຊັ່ນນັ້ນ. ແຕ່ຕອນນີ້ ເຮົາແນ່ໃຈວ່າພະເຢໂຫວາຮັກເຮົາແຕ່ລະຄົນ ແລະພະອົງກໍເຂົ້າໃຈວ່າເຮົາຮູ້ສຶກແນວໃດເມື່ອເຮົາເຈັບປ່ວຍ. ຄືກັບດາວິດ ເຮົາສາມາດໝັ້ນໃຈວ່າຖ້າເຮົາເຈັບປ່ວຍ ພະເຢໂຫວາຈະບໍ່ປະຖິ້ມເຮົາ. ພະອົງຈະເບິ່ງແຍງຄົນທີ່ສັດຊື່ຕໍ່ພະອົງ.—ຄຳເພງ 41:12

^ ຂໍ້ 13 ປຶ້ມຫົວໜຶ່ງທີ່ຊື່ The Origins and Ancient History of Wine ເວົ້າວ່າ ນັກວິທະຍາສາດໄດ້ຄົ້ນພົບວ່າເຫຼົ້າແວງສາມາດຂ້າເຊື້ອພະຍາດໃຫ້ຕາຍໄດ້ໄວ ເຊັ່ນ: ເຊື້ອໄຂ້ທໍລະພິດແລະເຊື້ອພະຍາດອື່ນໆທີ່ເປັນອັນຕະລາຍ.