ອະທິດຖານ—ເວລາແລະສະຖານທີ່ສຳຄັນບໍ?
ເຈົ້າຄືຊິສັງເກດວ່າສາສະໜາສ່ວນຫຼາຍໃຫ້ຄວາມສຳຄັນກັບສະຖານທີ່ອະທິດຖານທີ່ໃຫຍ່ໂຕຫຼູຫຼາແລະຍັງກຳນົດນຳວ່າຄວນອະທິດຖານເວລາໃດ. ຄຳພີໄບເບິນມີຂໍ້ກຳນົດບໍວ່າຄວນອະທິດຖານຢູ່ໃສແລະຕອນໃດ?
ແທ້ໆແລ້ວຄຳພີໄບເບິນບອກໃຫ້ຮູ້ວ່າມີໂອກາດໃດແດ່ທີ່ຈະອະທິດຖານໄດ້. ຕົວຢ່າງເຊັ່ນ ກ່ອນທີ່ພະເຢຊູຈະກິນເຂົ້າກັບພວກລູກສິດ ເພິ່ນໄດ້ອະທິດຖານຂອບໃຈພະເຈົ້າ. (ລູກາ 22:17) ແລະເມື່ອພວກລູກສິດຂອງເພິ່ນມາປະຊຸມເພື່ອນະມັດສະການພະເຈົ້າ ເຂົາເຈົ້າກໍອະທິດຖານຮ່ວມກັນ. ນັ້ນເປັນທຳນຽມທີ່ເຮັດມາດົນແລ້ວໃນບ່ອນປະຊຸມຂອງຄົນຢິວແລະໃນວິຫານຢູ່ເມືອງເຢຣູຊາເລັມ. ພະເຈົ້າໃຫ້ມີວິຫານເພື່ອເປັນ “ວິຫານສຳລັບການອະທິດຖານຂອງຄົນທຸກຊາດ.”—ມາຣະໂກ 11:17
ເມື່ອຜູ້ຮັບໃຊ້ຂອງພະເຈົ້າມາປະຊຸມກັນແລະອະທິດຖານນຳກັນ ພະເຈົ້າກໍຟັງຄຳອະທິດຖານຂອງເຂົາເຈົ້າ. ຖ້າຄວາມຄິດຈິດໃຈຂອງເຂົາເຈົ້າເປັນນ້ຳໜຶ່ງໃຈດຽວກັນແລະຄຳອະທິດຖານທີ່ຂໍເພື່ອປະໂຫຍດຂອງເຂົາເຈົ້າສອດຄ່ອງກັບຫຼັກການໃນຄຳພີໄບເບິນ ພະເຈົ້າກໍຈະພໍໃຈ. ຄຳອະທິດຖານນັ້ນອາດເຖິງກັບກະຕຸ້ນພະເຈົ້າໃຫ້ເຮັດສິ່ງທີ່ເພິ່ນອາດບໍ່ຄິດຈະເຮັດດ້ວຍຊ້ຳ. (ເຮັບເຣີ 13:18, 19) ພະຍານພະເຢໂຫວາອະທິດຖານເປັນປະຈຳຢູ່ການປະຊຸມຂອງເຂົາເຈົ້າ. ເຮົາຍິນດີເຊີນເຈົ້າມາທີ່ຫໍປະຊຸມລາຊະອານາຈັກທີ່ຢູ່ໃກ້ເຮືອນເຈົ້າແລະຟັງຄຳອະທິດຖານເຫຼົ່ານີ້ດ້ວຍໂຕເຈົ້າເອງ.
ແນວໃດກໍຕາມ ຄຳພີໄບເບິນບໍ່ໄດ້ກຳນົດວ່າຄວນອະທິດຖານເວລາໃດແລະຢູ່ໃສ. ໃນຄຳພີໄບເບິນ ເຮົາພົບວ່າຜູ້ຮັບໃຊ້ຂອງພະເຈົ້າອະທິດຖານທຸກບ່ອນທຸກເວລາ. ພະເຢຊູເວົ້າວ່າ: “ເມື່ອອະທິດຖານ ໃຫ້ເຂົ້າໄປໃນຫ້ອງສ່ວນຕົວ ອັດປະຕູແລະອະທິດຖານເຖິງພະເຈົ້າຜູ້ເປັນພໍ່ທີ່ເຈົ້າເບິ່ງບໍ່ເຫັນ ແລ້ວພະອົງຜູ້ເຫັນທຸກສິ່ງທີ່ເຈົ້າເຮັດກໍຈະໃຫ້ລາງວັນເຈົ້າ.”—ມັດທາຍ 6:6
ເຮົາສາມາດອະທິດຖານໄດ້ທຸກບ່ອນທຸກເວລາ
ນີ້ເປັນຄຳເວົ້າທີ່ເຮັດໃຫ້ອົບອຸ່ນໃຈແມ່ນບໍ? ເຈົ້າສາມາດເຂົ້າຫາຜູ້ທີ່ຍິ່ງໃຫຍ່ສູງສຸດໃນເອກະພົບໄດ້ເປັນສ່ວນໂຕບໍ່ວ່າເວລາໃດ ແລະໝັ້ນໃຈໄດ້ວ່າເພິ່ນຈະຟັງເຈົ້າແນ່ນອນ. ຍ້ອນແນວນີ້ ພະເຢຊູຈຶ່ງມັກຫາເວລາຢູ່ຜູ້ດຽວເພື່ອອະທິດຖານ! ມີເທື່ອໜຶ່ງເພິ່ນອະທິດຖານເຖິງພະເຈົ້າໝົດຄືນເລີຍ ເບິ່ງຄືວ່າເພິ່ນເຮັດແບບນັ້ນເພື່ອຂໍການຊີ້ນຳກ່ອນຈະຕັດສິນໃຈເລື່ອງສຳຄັນ.—ລູກາ 6:12, 13
ຊາຍຍິງຄົນອື່ນໆໃນຄຳພີໄບເບິນໄດ້ອະທິດຖານເມື່ອຕ້ອງຕັດສິນໃຈເລື່ອງທີ່ສຳຄັນຫຼືຕອນທີ່ເຈິບັນຫາທີ່ເຮັດໃຫ້ຢ້ານ. ບາງເທື່ອເຂົາເຈົ້າອະທິດຖານໂດຍເວົ້າອອກສຽງແລະບາງເທື່ອກໍອະທິດຖານຢູ່ໃນໃຈ ເຂົາເຈົ້າອະທິດຖານເປັນກຸ່ມແລະອະທິດຖານຄົນດຽວ. ບໍ່ວ່າຈະເປັນແນວໃດ ສິ່ງສຳຄັນກໍຄືເຂົາເຈົ້າອະທິດຖານ. ພະເຈົ້າເຖິງກັບເຊີນຜູ້ຮັບໃຊ້ຂອງເພິ່ນວ່າ: “ອະທິດຖານເປັນປະຈຳ.” (1 ເທຊະໂລນິກ 5:17) ເພິ່ນເຕັມໃຈຟັງຄຳອະທິດຖານຂອງຄົນທີ່ເຮັດຕາມຄວາມຕ້ອງການຂອງເພິ່ນສະເໝີ. ຄຳເຊີນນີ້ເຮັດໃຫ້ເຫັນວ່າເພິ່ນຮັກແລະສົນໃຈມະນຸດບໍ່ແມ່ນບໍ?
ແນວໃດກໍຕາມ ໃນໂລກທຸກມື້ນີ້ທີ່ບໍ່ສາມາດເຊື່ອຫຍັງໄດ້ງ່າຍໆ ຫຼາຍຄົນອາດສົງໄສວ່າ ‘ການອະທິດຖານຈະຊ່ວຍໄດ້ແທ້ໆບໍ?’ ເຈົ້າຄິດແບບນັ້ນນຳບໍ?