ອະທິດຖານ—ແນວໃດ?
ເມື່ອເວົ້າເຖິງການອະທິດຖານ ຫຼາຍສາສະໜາມັກຈະເນັ້ນທີ່ທ່າທາງ ຄຳເວົ້າ ຫຼືພິທີກຳ. ແຕ່ຄຳພີໄບເບິນຊ່ວຍເຮົາໃຫ້ຄິດເຖິງແງ່ມຸມອື່ນໆທີ່ສຳຄັນກວ່າກ່ຽວກັບຄຳຖາມທີ່ວ່າ “ເຮົາຄວນອະທິດຖານແນວໃດ?”
ຄຳພີໄບເບິນສະແດງໃຫ້ເຫັນວ່າຜູ້ຮັບໃຊ້ຂອງພະເຈົ້າໄດ້ອະທິດຖານໃນຫຼາຍໂອກາດແລະອະທິດຖານດ້ວຍທ່າທາງຕ່າງໆ. ເຂົາເຈົ້າອະທິດຖານໃນໃຈຫຼືອອກສຽງແລ້ວແຕ່ສະພາບການ. ເຂົາເຈົ້າອະທິດຖານໂດຍເງີຍໜ້າເບິ່ງຟ້າຫຼືກົ້ມຫົວລົງ. ແທນທີ່ຈະອະທິດຖານໂດຍໃຊ້ຮູບບູຊາ ລູກປະຄຳ ຫຼືປຶ້ມບົດສວດ ເຂົາເຈົ້າພຽງແຕ່ອະທິດຖານຈາກຫົວໃຈເປັນຄຳເວົ້າຂອງໂຕເອງ. ອັນໃດເຮັດໃຫ້ພະເຈົ້າຟັງຄຳອະທິດຖານຂອງເຂົາເຈົ້າ?
ຕາມທີ່ບອກໄປໃນບົດຄວາມກ່ອນໜ້ານີ້ ເຂົາເຈົ້າອະທິດຖານເຖິງພະເຢໂຫວາພະເຈົ້າອົງດຽວເທົ່ານັ້ນ. ແຕ່ມີອີກປັດໄຈໜຶ່ງທີ່ສຳຄັນຄືກັນ. ເຮົາອ່ານໃນ 1 ໂຢຮັນ 5:14 ວ່າ: “ພວກເຮົາໝັ້ນໃຈໃນພະເຈົ້າວ່າ ຖ້າພວກເຮົາຂໍສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຕ້ອງການຂອງພະອົງ ພະອົງຈະຟັງພວກເຮົາ.” ຄຳອະທິດຖານຂອງເຮົາຕ້ອງສອດຄ່ອງກັບຄວາມຕ້ອງການຂອງພະເຈົ້າ. ນີ້ໝາຍຄວາມວ່າແນວໃດ?
ເພື່ອຈະອະທິດຖານແບບທີ່ສອດຄ່ອງກັບຄວາມຕ້ອງການຂອງພະເຈົ້າ ເຮົາຈຳເປັນຕ້ອງຮູ້ວ່າເພິ່ນມີຄວາມຕ້ອງການແນວໃດ. ດັ່ງນັ້ນ ການສຶກສາຄຳພີໄບເບິນຈຶ່ງຈຳເປັນແທ້ໆ. ນີ້ໝາຍຄວາມວ່າເຮົາຕ້ອງມີຄວາມຮູ້ເຖິງຂັ້ນເປັນຜູ້ຊ່ຽວຊານດ້ານຄຳພີໄບເບິນ ພະເຈົ້າຈຶ່ງຈະຟັງຄຳອະທິດຖານຂອງເຮົາບໍ? ບໍ່ ແຕ່ພະເຈົ້າຄາດໝາຍໃຫ້ເຮົາຮຽນຮູ້ວ່າເພິ່ນຕ້ອງການຫຍັງ ລວມທັງພະຍາຍາມເຂົ້າໃຈແລະເຮັດຕາມສິ່ງທີ່ເພິ່ນຕ້ອງການ. (ມັດທາຍ 7:21-23) ສິ່ງທີ່ເຮົາອະທິດຖານຈະຕ້ອງສອດຄ່ອງກັບສິ່ງທີ່ເຮົາໄດ້ຮຽນຮູ້.
ພະເຈົ້າຈະຟັງຄຳອະທິດຖານຂອງເຮົາຖ້າຄຳອະທິດຖານນັ້ນສອດຄ່ອງກັບຄວາມຕ້ອງການຂອງເພິ່ນ ອະທິດຖານດ້ວຍຄວາມເຊື່ອ ແລະອະທິດຖານໃນນາມຂອງພະເຢຊູ
ຕອນທີ່ເຮົາຮຽນກ່ຽວກັບພະເຢໂຫວາແລະຄວາມຕ້ອງການຂອງເພິ່ນ ເຮົາຈະມີຄວາມເຊື່ອຫຼາຍຂຶ້ນ ແລະຄວາມເຊື່ອນີ້ເປັນສິ່ງສຳຄັນອີກຢ່າງໜຶ່ງທີ່ເຮັດໃຫ້ເພິ່ນຟັງຄຳອະທິດຖານຂອງເຮົາ. ພະເຢຊູເວົ້າວ່າ: “ຖ້າພວກເຈົ້າມີຄວາມເຊື່ອ ພວກເຈົ້າອະທິດຖານຂໍຫຍັງກໍຈະໄດ້.” (ມັດທາຍ 21:22) ຄວາມເຊື່ອບໍ່ແມ່ນຄວາມງົມງວາຍ. ແຕ່ຄວາມເຊື່ອໝາຍເຖິງຄວາມໝັ້ນໃຈໃນສິ່ງໜຶ່ງ ເຖິງວ່າເປັນສິ່ງທີ່ເບິ່ງບໍ່ເຫັນ ແຕ່ກໍມີຫຼັກຖານສະໜັບສະໜູນທີ່ໜັກແໜ້ນ. (ເຮັບເຣີ 11:1) ຄຳພີໄບເບິນມີຫຼັກຖານຈະແຈ້ງທີ່ສະແດງວ່າພະເຢໂຫວາຜູ້ທີ່ເຮົາເບິ່ງບໍ່ເຫັນນັ້ນມີຢູ່ແທ້ ເປັນຜູ້ທີ່ເຮົາໄວ້ໃຈໄດ້ ແລະເຕັມໃຈຈະຕອບຄຳອະທິດຖານຂອງຄົນທີ່ເຊື່ອໃນເພິ່ນ. ນອກຈາກນັ້ນ ເຮົາໝັ້ນໃຈໄດ້ວ່າເຮົາສາມາດຂໍພະເຢໂຫວາຊ່ວຍເຮົາໃຫ້ມີຄວາມເຊື່ອຫຼາຍຂຶ້ນໄດ້ ເພິ່ນເຕັມໃຈແລະຍິນດີທີ່ຈະໃຫ້ທຸກສິ່ງທີ່ເຮົາຈຳເປັນຕ້ອງໄດ້ຮັບ.—ລູກາ 17:5; ຢາໂກໂບ 1:17
ຍັງມີອີກແງ່ມຸມໜຶ່ງທີ່ສຳຄັນກ່ຽວກັບການອະທິດຖານ. ພະເຢຊູເວົ້າວ່າ: “ບໍ່ມີຜູ້ໃດທີ່ຈະມາເຖິງພະເຈົ້າຜູ້ເປັນພໍ່ໄດ້ນອກຈາກມາທາງຂ້ອຍ.” (ໂຢຮັນ 14:6) ດັ່ງນັ້ນ ພະເຢຊູເປັນຜູ້ດຽວທີ່ສາມາດພາພວກເຮົາເຂົ້າຫາພະເຢໂຫວາພໍ່ຂອງພວກເຮົາໄດ້. ສະນັ້ນ ພະເຢຊູຈຶ່ງບອກໃຫ້ລູກສິດອະທິດຖານໃນນາມຂອງເພິ່ນ. (ໂຢຮັນ 14:13; 15:16) ນີ້ບໍ່ໄດ້ໝາຍຄວາມວ່າເຮົາຄວນອະທິດຖານເຖິງພະເຢຊູ. ແທນທີ່ຈະເຮັດແບບນັ້ນ ເຮົາອະທິດຖານໃນນາມຂອງພະເຢຊູ ໂດຍລະນຶກວ່າພະເຢຊູເປັນຜູ້ທີ່ເຮັດໃຫ້ເຮົາສາມາດເຂົ້າຫາພໍ່ທີ່ບໍລິສຸດແລະສົມບູນແບບໄດ້.
ມີເທື່ອໜຶ່ງ ພວກລູກສິດທີ່ໃກ້ຊິດທີ່ສຸດຂອງພະເຢຊູໄດ້ເວົ້າກັບເພິ່ນວ່າ: “ອາຈານ ສອນພວກເຮົາໃຫ້ຮູ້ວິທີອະທິດຖານ . . . ໄດ້ບໍ?” (ລູກາ 11:1) ເບິ່ງຄືວ່າເຂົາເຈົ້າບໍ່ໄດ້ຂໍພະເຢຊູສອນກ່ຽວກັບວິທີອະທິດຖານຄືທີ່ເຮົາຫາກໍພິຈາລະນາໄປ. ແຕ່ເຂົາເຈົ້າຢາກຮູ້ກ່ຽວກັບເລື່ອງທີ່ຈະເວົ້າໃນຄຳອະທິດຖານ ຄືກັບຊິຖາມວ່າ ‘ພວກເຮົາຄວນອະທິດຖານເລື່ອງຫຍັງ?’