ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

3. ໂລກ​ລະ​ບາດ

3. ໂລກ​ລະ​ບາດ

3. ໂລກ​ລະ​ບາດ

“ຈະ​ເກີດ . . . ໂລກ​ລະ​ບາດ​ຫຼາຍ​ແຫ່ງ.”—ລູກາ 21:11

● ບອນຊາລີ​ເປັນ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ໃນ​ປະເທດ​ໜຶ່ງ​ແຖວ​ອາຝຼິກກາ​ເຊິ່ງ​ເສຍຫາຍ​ຫຼາຍ​ຍ້ອນ​ສົງຄາມ​ກາງ​ເມືອງ. ລາວ​ພະຍາຍາມ​ຊ່ວຍ​ກຳ​ມະກອນ​ບໍ່​ແຮ່​ໃນ​ເມືອງ​ຂອງ​ລາວ​ທີ່​ກຳ​ລັງ​ຈະ​ຕາຍ​ຍ້ອນ​ໄຂ້​ເລືອດ​ອອກ​ມາບູກ ແຕ່​ລາວ​ກໍ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ. * ລາວ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ທີ່​ໃຫຍ່​ກວ່າ​ແຕ່​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ. 4 ເດືອນ​ຕໍ່​ມາ ໃນ​ທີ່​ສຸດ​ຄວາມ​ຊ່ວຍ​ເຫຼືອ​ກໍ​ມາ​ຮອດ ແຕ່​ບອນຊາລີ​ກໍ​ຕາຍ​ແລ້ວ. ລາວ​ຕິດ​ເຊື້ອ​ຈາກ​ກຳ​ມະກອນ​ບໍ່​ແຮ່​ທີ່​ລາວ​ພະຍາຍາມ​ຊ່ວຍ​ໄວ້.

ຄວາມ​ຈິງ​ເປັນ​ແນວ​ໃດ? ພະຍາດ​ຕິດ​ເຊື້ອ​ໃນ​ລະບົບ​ທາງ​ເດີນ​ຫາຍ​ໃຈ​ສ່ວນ​ລຸ່ມ (ເຊັ່ນ​ປອດ​ບວມ) ພະຍາດ​ຖອກ​ທ້ອງ ເອັດຈ໌ໄອວີ/ເອດສ໌ ວັນ​ນະ​ໂລກ ແລະ​ໄຂ້​ມາລາ​ເລຍ​ຈັດ​ຢູ່​ໃນ​ກຸ່ມ​ພະຍາດ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ຕາຍ​ຫຼາຍ​ທີ່​ສຸດ. ໃນ​ປີ 2004 ພຽງ​ປີ​ດຽວ ພະຍາດ​ທັງ 5 ຊະນິດ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ປະມານ 10,7 ລ້ານ​ຄົນ​ຕາຍ. ເວົ້າ​ອີກ​ຢ່າງ​ໜຶ່ງ ໝົດ​ປີ​ນັ້ນ ມີ​ຄົນ​ຕາຍ​ຍ້ອນ​ພະຍາດ​ເຫຼົ່າ​ນີ້​ປະມານ 1 ຄົນ​ໃນ​ທຸກໆ 3 ວິນາທີ.

ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ເມື່ອ​ປະຊາກອນ​ໂລກ​ເພີ່ມ​ຂຶ້ນ​ເລື້ອຍໆ ໂລກ​ໄພ​ໄຂ້​ເຈັບ​ກໍ​ຕ້ອງ​ເພີ່ມ​ຂຶ້ນ​ນຳ. ຄົນ​ທີ່​ເຈັບ​ປ່ວຍ​ກໍ​ຕ້ອງ​ມີ​ຫຼາຍ​ຂຶ້ນ​ເປັນ​ທຳ​ມະດາ.

ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ຈຳ​ນວນ​ປະຊາກອນ​ໂລກ​ເພີ່ມ​ຂຶ້ນ​ໄວ​ຫຼາຍ. ແຕ່​ມະນຸດ​ກໍ​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ​ທີ່​ຈະ​ກວດ ຄວບ​ຄຸມ ແລະ​ປິ່ນປົວ​ພະຍາດ. ດັ່ງ​ນັ້ນ ຕາມ​ຫຼັກ​ເຫດຜົນ​ແລ້ວ ພະຍາດ​ທີ່​ຄຸກຄາມ​ຊີວິດ​ມະນຸດ​ກໍ​ໜ້າ​ຈະ​ຫຼຸດ​ໜ້ອຍ​ລົງ​ບໍ່​ແມ່ນ​ບໍ? ແຕ່​ກໍ​ບໍ່​ໄດ້​ເປັນ​ແບບ​ນັ້ນ.

ເຈົ້າ​ຄິດ​ແນວ​ໃດ? ຜູ້​ຄົນ​ກຳ​ລັງ​ທົນ​ທຸກ​ຍ້ອນ​ໂລກ​ໄພ​ໄຂ້​ເຈັບ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ບໍ?

ແຜ່ນດິນ​ໄຫວ ການ​ຂາດແຄນ​ອາຫານ ແລະ​ພະຍາດ​ຕ່າງໆເປັນ​ໄພ​ຄຸກຄາມ​ທີ່​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ຕາຍ. ແຕ່​ຍັງ​ມີ​ອີກ​ຫຼາຍ​ລ້ານ​ຄົນ​ທີ່​ຕ້ອງ​ທົນ​ທຸກ​ຈາກ​ການ​ກະທຳ​ຂອງ​ມະນຸດ​ນຳ​ກັນ​ເອງ ແລະ​ຫຼາຍ​ຄົນ​ກໍ​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ທີ່​ໜ້າ​ຈະ​ເປັນ​ຜູ້​ປົກ​ປ້ອງ​ຄຸ້ມຄອງ​ເຂົາ​ເຈົ້າ​ດ້ວຍ​ຊ້ຳ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ພະຍາກອນ​ໄວ້​ວ່າ​ຈະ​ຕ້ອງ​ເກີດ​ຂຶ້ນ.

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 3 ໄຂ້​ເລືອດ​ອອກ​ມາບູກ​ເກີດ​ຈາກ​ໄວຣັດສ໌​ປະເພດ​ດຽວ​ກັນ​ກັບ​ໄວຣັດສ໌​ອີ​ໂບ​ລາ.

[ຖ້ອຍຄຳທີ່ຍົກມາ]

“ມັນ​ເປັນ​ຕາ​ຢ້ານ​ຫຼາຍ​ຖ້າ​ຖືກ​ໂຕ​ສິງ​ຫຼື​ບາງ​ສິ່ງ​ກັດ​ກິນ​ຮ່າງກາຍ​ພາຍ​ນອກ ແຕ່​ມັນ​ກໍ​ເປັນ​ຕາ​ຢ້ານ​ຄື​ກັນ​ຖ້າ​ຖືກ​ພະຍາດ​ຮ້າຍແຮງ​ກັດ​ກິນ​ຢູ່​ພາຍ​ໃນ​ແລະ​ໄດ້​ເຫັນ​ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ຖືກ​ແບບ​ດຽວ​ກັນ.”—ໄມເຄິ້ນ ອອດສ໌ເທີໂຮມ ນັກ​ວິທະຍາການ​ລະ​ບາດ.

[ທີ່​ມາ​ຂອງ​ຮູບ]

© William Daniels/​Panos Pictures