ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

4. ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ

4. ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ

4. ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ

“ຜູ້​ຄົນ​ຈະ . . . ບໍ່​ຮັກ​ຍາດ​ພີ່ນ້ອງ.”—2 ຕີໂມທຽວ 3:1-3

● ຄຣິດສ໌​ເຮັດ​ວຽກ​ໃຫ້​ກັບ​ສູນ​ຊ່ວຍ​ເຫຼືອ​ຜູ້​ຖືກ​ກະທຳ​ດ້ວຍ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຢູ່​ນອດເວວສ໌. ລາວ​ເວົ້າ​ວ່າ “ຂ້ອຍ​ຈື່​ໄດ້​ວ່າ​ຜູ້​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ຫາ​ເຮົາ​ໃນ​ສະພາບ​ທີ່​ຖືກ​ທຸບ​ຕີ​ໜ້າ​ຊ້ຳ​ຕາ​ບວມ​ຈົນ​ຂ້ອຍ​ນຶກ​ບໍ່​ອອກ​ວ່າ​ເຄີຍ​ເຈິ​ລາວ​ມາ​ກ່ອນ. ຜູ້​ຍິງ​ອີກ​ຫຼາຍ​ຄົນ​ກໍ​ຖືກ​ທຳ​ຮ້າຍ​ຈົນ​ຈິດ​ໃຈ​ເຈັບ​ຊ້ຳ​ຫຼາຍ ເຂົາ​ເຈົ້າ​ຈົນ​ບໍ່​ຢາກ​ເຈິ​ໜ້າ​ໃຜ.”

ຄວາມ​ຈິງ​ເປັນ​ແນວ​ໃດ? ໃນ​ປະເທດ​ໜຶ່ງ​ແຖວ​ອາຝຼິກກາ ຜູ້​ຍິງ​ປະມານ 1 ໃນ 3 ຄົນ​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ເປັນ​ເດັກ​ນ້ອຍ. ການ​ສຳຫຼວດ​ເທື່ອ​ໜຶ່ງ​ໃນ​ປະເທດ​ນັ້ນ​ສະແດງ​ວ່າ​ຜູ້​ຊາຍ​ຫຼາຍ​ກວ່າ 1 ໃນ 3 ຄົນ​ຄິດ​ວ່າ​ການ​ທຸບ​ຕີ​ເມຍ​ເປັນ​ເລື່ອງ​ທຳ​ມະດາ. ແຕ່​ບໍ່​ໄດ້​ມີ​ແຕ່​ຜູ້​ຍິງ​ເທົ່າ​ນັ້ນ​ທີ່​ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນແຮງ​ໃນ​ຄອບຄົວ. ຕົວຢ່າງ​ເຊັ່ນ: ໃນ​ການາດາ ຜູ້​ຊາຍ​ປະມານ 3 ໃນ 10 ຄົນ​ເຄີຍ​ຖືກ​ຄູ່​ແຕ່ງ​ດອງ​ທຸບ​ຕີ​ຫຼື​ທຳ​ຮ້າຍ​ຮ່າງກາຍ​ດ້ວຍ​ວິທີ​ອື່ນໆ.

ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ຄວາມ​ຮຸນແຮງ​ໃນ​ຄອບຄົວ​ເປັນ​ເລື່ອງ​ທີ່​ມີ​ມາ​ດົນ​ແລ້ວ. ພຽງ​ແຕ່​ຜູ້​ຄົນ​ໃນ​ສະໄໝ​ນີ້​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ກວ່າ​ແຕ່​ກ່ອນ.

ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ໃນ​ໄລຍະ​ຫຼາຍ​ກວ່າ 10 ປີ​ມາ​ນີ້ ຜູ້​ຄົນ​ຕື່ນ​ໂຕ​ກັບ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຫຼາຍ​ຂຶ້ນ. ແຕ່​ການ​ຕື່ນ​ໂຕ​ກັບ​ບັນຫາ​ນີ້​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຫຼຸດ​ໜ້ອຍ​ລົງ​ບໍ? ບໍ່. ຜູ້​ຄົນ​ທຸກ​ມື້​ນີ້​ບໍ່​ມີ​ຄວາມ​ຮັກ​ຕໍ່​ຍາດ​ພີ່ນ້ອງ​ຫຼື​ຄົນ​ໃນ​ຄອບຄົວ​ຫຼາຍ​ກວ່າ​ແຕ່​ກ່ອນ.

ເຈົ້າ​ຄິດ​ແນວ​ໃດ? ຄຳ​ພະຍາກອນ​ໃນ 2 ຕີໂມທຽວ 3:1-3 ກຳ​ລັງ​ເກີດ​ຂຶ້ນ​ແທ້​ບໍ? ເຈົ້າ​ເຫັນ​ດີ​ບໍ​ວ່າ​ຫຼາຍ​ຄົນ​ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ​ແບບ​ທີ່​ທຸກ​ຄົນ​ຄວນ​ຈະ​ມີ?

ຄຳ​ພະຍາກອນ​ເລື່ອງ​ທີ 5 ເຊິ່ງ​ທຳ​ລັງ​ເກີດ​ຂຶ້ນ​ແທ້​ໃນ​ເວລາ​ນີ້​ກ່ຽວ​ຂ້ອງ​ກັບ​ແຜ່ນດິນ​ໂລກ ເຊິ່ງ​ເປັນ​ຄື​ກັບ​ເຮືອນ​ຂອງ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ໃນ​ເລື່ອງ​ນີ້.

[ຖ້ອຍຄຳທີ່ຍົກມາ]

“ເປັນ​ທີ່​ຍອມ​ຮັບ​ວ່າ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ເປັນ​ອາ​ຊະ​ຍາ​ກຳ​ຢ່າງ​ໜຶ່ງ​ທີ່​ມີ​ການ​ແຈ້ງ​ຄວາມ​ໜ້ອຍ​ທີ່​ສຸດ. ໂດຍ​ສະເລ່ຍ​ແລ້ວ​ຜູ້​ຍິງ​ຈະ​ແຈ້ງ​ຄວາມ​ກັບ​ຕຳຫຼວດ​ຫຼັງ​ຈາກ​ຖືກ​ຜົວ​ທຳ​ຮ້າຍ​ມາ​ແລ້ວ 35 ເທື່ອ.”—ໂຄສົກ​ຍິງ​ປະ​ຈຳ​ສູນ​ຊ່ວຍ​ເຫຼືອ​ຜູ້​ຖືກ​ທຳ​ຮ້າຍ​ໃນ​ຄອບຄົວ​ຢູ່​ເວວສ໌