ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ”

“ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ”

“ຈະ​ມີ​ການ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ”

“ຈະ​ມີ​ການ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ເຖິງ.”—ມັດທາຍ 24:14

ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ລູກາ​ຜູ້​ປຶ້ມ​ຂ່າວດີ​ເລົ່າ​ວ່າ​ພະ​ເຢຊູ “ເດີນທາງ​ໄປ​ຕາມ​ເມືອງ​ແລະ​ຕາມ​ບ້ານ​ເພື່ອ​ປະກາດ​ຂ່າວ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” (ລູກາ 8:1) ພະ​ເຢຊູ​ເອງ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ເມືອງ​ອື່ນ​ໆ​ນຳ ເພາະ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.” (ລູກາ 4:43) ພະ​ເຢຊູ​ສົ່ງ​ລູກສິດ​ອອກ​ໄປ​ປະກາດ​ຂ່າວດີ​ຕາມ​ເມືອງ​ແລະ​ບ້ານ​ຕ່າງ​ໆ​ແລະ​ຕໍ່​ມາ​ເພິ່ນ​ໄດ້​ໃຫ້​ຄຳ​ສັ່ງ​ກັບ​ເຂົາເຈົ້າ​ວ່າ “ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ. . .ຈົນ​ຮອດ​ສຸດ​ຂອບ​ໂລກ.”—ກິດຈະການ 1:8; ລູກາ 10:1

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເປັນ​ແບບ​ນັ້ນ​ບໍ? ລູກສິດ​ຂອງ​ພະ​ເຢຊູ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ​ໂດຍ​ບໍ່​ລໍ​ຊ້າ. “ໃນ​ທຸກ​ໆ​ມື້​ພວກ​ເຂົາ​ໄດ້​ສອນ​ແລະ​ປະກາດ​ຂ່າວດີ​ເລື່ອງ​ພະ​ເຢຊູ​ຜູ້​ເປັນ​ພະຄລິດ ທັງ​ໃນ​ວິຫານ​ແລະ​ຕາມ​ບ້ານ​ເຮືອນ.” (ກິດຈະການ 5:42) ວຽກ​ປະກາດ​ບໍ່​ໄດ້​ເຮັດ​ສະເພາະ​ກຸ່ມ​ຄົນ​ຊັ້ນ​ສູງ​ເທົ່າ​ນັ້ນ. ນັກ​ປະຫວັດສາດ​ຊື່​ເນ​ອັນ​ເດ ເວົ້າ​ວ່າ: “ເຊວ​ຊຸດ ນັກ​ຂຽນ​ຄົນ​ທຳອິດ​ທີ່​ໂຈມຕີ​ສາສະໜາ​ຄລິດສະຕຽນ​ເຄີຍ​ເວົ້າ​ໃນ​ທາງ​ເຍາະເຍີ້ຍ​ວ່າ​ແມ່ນ​ແຕ່​ຊ່າງ​ປັ່ນ​ຂົນ​ແກະ ຊ່າງ​ແປງ​ເກີບ ຊ່າງ​ຟອກ​ໜັງ ຄົນ​ບໍ່​ມີ​ການ​ສຶກສາ​ແລະ​ສາມັນຊົນ​ກໍ​ຍັງ​ເປັນ​ຜູ້​ປະກາດ​ຂ່າວດີ​ທີ່​ມີ​ໃຈ​ແຮງ​ກ້າ.” ຊອງ ເບີ​ນາ​ດີ​ຂຽນ​ໃນ​ໜັງສື​ຂອງ​ລາວ​ທີ່​ຊື່​ສະຕະວັດ​ຕົ້ນ​ໆ​ຂອງ​ຄລິດຕະຈັກ (ພາສາ​ຝຣັ່ງ) ວ່າ: “[ຄລິດສະຕຽນ] ຕ້ອງ​ອອກ​ໄປ​ເວົ້າ​ລົມ​ກັບ​ທຸກ​ຄົນ​ທຸກ​ຫົນ​ແຫ່​ງ. ຕາມ​ຖະໜົນ​ເມືອງ​ຕ່າງ​ໆ ກາງ​ເມືອງ​ແລະ​ຕາມ​ບ້ານ​ເຮືອນ. ບໍ່​ວ່າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ຫຼື​ບໍ່. . .ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນດິນ​ໂລກ.”

ໃຜ​ກຳລັງ​ເຮັດ​ແບບ​ດຽວ​ກັນ​ໃນ​ທຸກ​ມື້​ນີ້? ເດວິດ ວັດຕະ​ສັນ ນັກ​ບວດ​ນິກາຍ​ແອງຣິກັນ​ຂຽນ​ວ່າ: “ການ​ທີ່​ຄລິດຕະຈັກ​ບໍ່​ໄດ້​ເຮັດ​ວຽກ​ປະກາດ​ສັ່ງ​ສອນ​ຢ່າງ​ຈິງ​ຈັງ​ເປັນ​ສາເຫດ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ສົນໃຈ​ເລື່ອງ​ພະເຈົ້າ.” ໃນ​ປຶ້ມ​ຂອງ​ລາວ​ຊື່​ເປັນ​ຫຍັງ​ກາໂຕລິກ​ຈຶ່ງ​ຖິ້ມ​ຄວາມ​ເຊື່ອ? (ພາສາ​ສະເປນ) ໂຮເຊ ລູອິດ ເປເຣດ ກົວດາລູເປ​ໄດ້​ເວົ້າ​ເຖິງ​ກິດຈະກຳ​ຂອງ​ຄລິດຕະຈັກ​ອິແວນເຈລິຄໍ ແອດເວນຕິດ ແລະ​ອື່ນ​ໆ​ພ້ອມ​ທັງ​ໃຫ້​ຂໍ້​ສັງເກດ​ວ່າ: “ເຂົາ​ເຈົ້າ​ບໍ່​ໄດ້​ປະກາດ​ຕາມ​ບ້ານ.” ລາວ​ຂຽນ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ​ວ່າ: “ເຂົາ​ເຈົ້າ​ເຮັດ​ວຽກ​ປະກາດ​ຕາມ​ບ້ານ​ຢ່າງ​ເປັນ​ລະບົບ​ລະບຽບ.”

ໂຈນາທານ ເທລີ ໄດ້​ໃຫ້​ຂໍ້​ສັງເກດ​ທີ່​ໜ້າສົນໃຈ​ແລະ​ກົງ​ກັບ​ຄວາມ​ເປັນ​ຈິງ​ໄວ້​ໃນ​ປຶ້ມ Cato Supreme Court Review 2001-2002 ວ່າ: “ເມື່ອ​ເວົ້າ​ເຖິງ​ພະຍານ​ພະ​ເຢໂຫວາ ຄົນ​ສ່ວນ​ໃຫຍ່​ຈະ​ນຶກ​ອອກ​ທັນທີ​ວ່າ​ແມ່ນ​ຜູ້​ປະກາດ​ທີ່​ມາ​ຢາມ​ເຮົາ​ຢູ່​ເຮືອນ​ເວລາ​ທີ່​ເຮົາ​ບໍ່​ສະດວກ. ສຳລັບ​ພະຍານ​ພະ​ເຢໂຫວາ​ແລ້ວ ການ​ໄປ​ຕາມ​ບ້ານ​ເພື່ອ​ຊວນ​ຜູ້​ຄົນ​ໃຫ້​ປ່ຽນ​ຄວາມ​ເຊື່ອ​ບໍ່​ໄດ້​ເປັນ​ພຽງ​ການ​ເຜີຍ​ແຜ່​ສາສະໜາ​ເທົ່າ​ນັ້ນ ແຕ່​ເປັນ​ແກ່ນ​ແທ້​ຂອງ​ສາສະໜາ.”

[ຂອບ]

ເຈົ້າ​ເບິ່ງ​ອອກ​ບໍ?

ເມື່ອ​ພິຈາລະນາ​ຫຼັກຖານ​ຕ່າງ​ໆ​ຈາກ​ຄຳພີ​ໄບເບິນ​ທີ່​ເວົ້າ​ໄປ​ໃນ​ບົດ​ຄວາມ​ນີ້​ເຈົ້າ​ຄິດ​ວ່າ​ໃຜ​ໃນ​ທຸກ​ມື້​ນີ້​ທີ່​ເປັນ​ຄລິດສະຕຽນ​ແທ້? ເຖິງ​ວ່າ​ຈະ​ມີ​ຄລິດສະຕຽນ​ຫຼາຍ​ໝື່ນ​ນິ​ກາຍ ແຕ່​ຂໍ​ໃຫ້​ນຶກ​ເຖິງ​ຖ້ອຍຄຳ​ທີ່​ພະ​ເຢຊູ​ເວົ້າ​ກັບ​ລູກສິດ​ວ່າ: “ບໍ່​ແມ່ນ​ທຸກ​ຄົນ​ທີ່​ເອີ້ນ​ຂ້ອຍ​ວ່າ ‘ນາຍ ນາຍ’ ຈະ​ໄດ້​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ ແຕ່​ຄົນ​ທີ່​ຈະ​ເຂົ້າ​ໄປ​ໄດ້​ມີ​ພຽງ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ຕ້ອງການ​ໃຫ້​ເຮັດ.” (ມັດທາຍ 7:21) ການ​ຮູ້​ວ່າ​ຄົນ​ກຸ່ມ​ໃດ​ເປັນ​ຄລິດສະຕຽນ​ທີ່​ກຳລັງ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຈົ້າ​ເຊິ່ງ​ເປັນ​ສິ່ງ​ບົ່ງ​ບອກ​ວ່າ​ເຂົາ​ເຈົ້າ​ແມ່ນ​ຄລິດສະຕຽນ​ແທ້​ແລະ​ການ​ຄົບຫາ​ກັບ​ຄົນ​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ພອນ​ທີ່​ບໍ່​ມີ​ສິ້ນ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ເຮົາ​ຂໍ​ເຊີນ​ເຈົ້າ​ໃຫ້​ລອງ​ສອບ​ຖາມ​ພະຍານ​ພະ​ເຢໂຫວາ​ທີ່​ໃຫ້​ວາລະສານ​ນີ້​ກັບ​ເຈົ້າ​ເພື່ອ​ຈະ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ພອນ​ທີ່​ການ​ປົກຄອງ​ນີ້​ຈະ​ນຳ​ມາ​ໃຫ້.—ລູກາ 4:43