ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ບໍ່ໄດ້ເປັນຄົນຂອງໂລກ”

“ບໍ່ໄດ້ເປັນຄົນຂອງໂລກ”

“ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ”

“ໂລກ​ນີ້​ກຽດຊັງ​ພວກ​ເຂົາ ຍ້ອນ​ພວກ​ເຂົາ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ.”—ໂຢຮັນ 17:14

ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເນື່ອງ​ຈາກ​ພະ​ເຢຊູ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ ເພິ່ນ​ຈຶ່ງ​ວາງ​ໂຕ​ເປັນ​ກາງ​ທ່າມກາງ​ຄວາມ​ຂັດ​ແຍ່ງ​ທາງ​ສັງຄົມ​ແລະ​ການເມືອງ​ໃນ​ສະໄໝ​ນັ້ນ. ເພິ່ນ​ອະທິບາຍ​ວ່າ: “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້. ຖ້າ​ການ​ປົກຄອງ​ຂອງ​ຂ້ອຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້ ຄົນ​ຂອງ​ຂ້ອຍ​ຄື​ຊິ​ຕໍ່ສູ້​ບໍ່​ໃຫ້​ພວກ​ຢິວ​ຈັບ​ຂ້ອຍ​ໄດ້. ແຕ່​ທີ່ຈິງ​ແລ້ວ ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ຮັບ​ອຳນາດ​ຈາກ​ໂລກ​ນີ້.” (ໂຢຮັນ 18:36) ນອກ​ຈາກນັ້ນ ເພິ່ນ​ຍັງ​ເຕືອນ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ຫຼີກລ່ຽງ​ການ​ຄິດ ເວົ້າ ແລະ​ເຮັດ​ສິ່ງ​ທີ່​ຖ້ອຍ​ຄຳ​ຂອງ​ພະເຈົ້າ​ຕຳໜິ.—ມັດທາຍ 20:25-27

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເປັນ​ແບບ​ນັ້ນ​ບໍ? ໂຈນາທານ​ໄດມອນ ນັກ​ຂຽນ​ເລື່ອງ​ທາງ​ສາສະໜາ​ບອກ​ວ່າ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ “ບໍ່​ຍອມ​ເຂົ້າ​ຮ່ວມ [ສົງຄາມ] ບໍ່​ວ່າ​ຜົນ​ຈະ​ເປັນ​ແນວ​ໃດ ບໍ່​ວ່າ​ຈະ​ຖືກ​ກ່າວ​ໂທດ ຖືກ​ຂັງ​ຄຸກ ຫຼື​ຖືກ​ຂ້າ.” ເຂົາ​ເຈົ້າ​ເລືອກ​ເອົາ​ການ​ທົນທຸກ​ແທນ​ທີ່​ຈະ​ຍອມ​ເຮັດ​ຜິດ​ຫຼັກການ​ເລື່ອງ​ຄວາມ​ເປັນ​ກາ​ງ. ນອກ​ຈາກນັ້ນ ຫຼັກ​ສິນລະທຳ​ທີ່​ເຂົາ​ເຈົ້າ​ຍຶດ​ຖື​ຍັງ​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ. ຄລິດສະຕຽນ​ໄດ້​ຮັບ​ຄຳ​ເຕືອນ​ວ່າ: “ແຕ່​ເມື່ອ​ພວກ​ເຈົ້າ​ເຊົາ​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ຄື​ກັບ​ທີ່​ພວກ​ເຂົາ​ເຮັດ ພວກ​ເຂົາ​ກໍ​ແປກໃຈ​ແລະ​ເວົ້າ​ດູຖູກ​ຢຽດຫຍາມ​ພວກ​ເຈົ້າ.” (1 ເປໂຕ 4:4) ນັກ​ປະຫວັດສາດ ວິວ ດູແຣນ ຂຽນ​ວ່າ​ຄລິດສະຕຽນ “ສ້າງ​ຄວາມ​ບໍ່​ພໍໃຈ​ໃຫ້​ກັບ​ໂລກ​ນອກ​ຮີດ​ທີ່​ມັກ​ຄວາມ​ມ່ວນ​ຊື່ນ​ເພີດເພີນ​ເພາະ​ພວກ​ເຂົາ​ມີ​ສັດທາ​ແຮງ​ກ້າ​ໃນ​ສາສະໜາ​ແລະ​ມີ​ການ​ປະພຶດ​ຕົວ​ທີ່​ດີ​ງາມ.”

ໃຜ​ກຳລັງ​ເຮັດ​ແບບ​ດຽວ​ກັນ​ໃນ​ທຸກ​ມື້​ນີ້? ເມື່ອ​ເວົ້າ​ເຖິງ​ຄວາມ​ເປັນ​ກາງ​ຂອງ​ຄລິດສະຕຽນ ສາລານຸກົມ​ກາໂຕລິກ​ສະບັບ​ໃໝ່ (ພາສາ​ອັງກິດ) ອ້າງ​ວ່າ: “ການ​ປະຕິເສດ​ບໍ່​ຍອມ​ຈັບ​ອາວຸດ​ໂດຍ​ອ້າງ​ສະຕິ​ຮູ້ສຶກ​ຜິດ​ຊອບ​ເປັນ​ເລື່ອງ​ທີ່​ຟັງ​ບໍ່​ຂຶ້ນ.” ບົດ​ຄວາມ​ໃນ​ໜັງ​ສື​ພິມ​ເຣຟໍເມີເທ ເພຣດເຊີ ບອກ​ວ່າ ລາຍງານ​ສະບັບ​ໜຶ່ງ​ຂອງ​ອົງກອນ​ດ້ານ​ສິດທິ​ມະນຸດ​ແຫ່ງ​ອາຝຼິກກາ​ສະແດງ​ໃຫ້​ເຫັນ​ວ່າ​ທຸກ​ຄລິດຕະຈັກ​ຕ່າງ​ກໍ​ມີ​ສ່ວນ​ຮ່ວມ​ໃນ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ໃນ​ຣະວັນດາ​ເມື່ອ​ປີ 1994 “ຍົກເວັ້ນ​ພະຍານ​ພະ​ເຢໂຫວາ.”

ອາຈານ​ຢູ່​ໂຮງຮຽນ​ມັດທະຍົມ​ຄົນ​ໜຶ່ງ​ຈົ່ມ​ກ່ຽວກັບ​ການ​ສັງຫານ​ໝູ່​ໂດຍ​ພວກ​ນາຊີ​ວ່າ: “ບໍ່​ມີ​ຄົນ​ກຸ່ມ​ໃດ​ຫຼື​ອົງກອນ​ໃດ​ເລີຍ​ທີ່​ອອກ​ມາ​ປະ​ນາມ​ການ​ຂີ້​ຕົວະ​ຕ່າງ​ໆ ລວມ​ທັງ​ຄວາມ​ປ່າ​ເຖື່ອນ ແລະ​ຄວາມ​ໂຫດ​ຮ້າຍ​ອຳມະຫິດ.” ແຕ່​ຫຼັງ​ຈາກ​ໄດ້​ໄປ​ທີ່​ພິພິທະພັນ​ອະນຸສອນ​ການ​ສັງຫານ​ໝູ່​ໂດຍ​ພວກ​ນາຊີ​ແຫ່ງ​ສະຫະລັດ ລາວ​ຂຽນ​ວ່າ: “ຕອນນີ້​ຂ້ອຍ​ຮູ້​ຄຳ​ຕອບ​ແລ້ວ.” ລາວ​ໄດ້​ຮູ້​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ຢືນຢັດ​ໝັ້ນຄົງ​ເພື່ອ​ຄວາມ​ເຊື່ອ​ເຖິງ​ຈະ​ຖືກ​ປະຕິບັດ​ຢ່າງ​ໂຫດ​ຮ້າຍ​ທາລຸນ​ກໍ​ຕາມ.

ແລ້ວ​ຫຼັກ​ສິນລະທຳ​ທີ່​ພະຍານ​ພະ​ເຢໂຫວາ​ຍຶດ​ຖື​ເປັນ​ແນວ​ໃດ? ວາລະສານ​ຍູ. ເອສ. ກາໂຕລິກ ບອກ​ວ່າ: “ໜຸ່ມ​ສາວ​ກາໂຕລິກ​ສ່ວນ​ໃຫຍ່​ໃນ​ທຸກ​ມື້​ນີ້​ບໍ່​ເຫັນດີ​ກັບ​ຄຳສອນ​ຂອງ​ຄລິດຕະຈັກ​ໃນ​ເລື່ອງ​ການ​ຢູ່​ນຳ​ກັນ [ແລະ] ມີ​ເພດ​ສຳພັນ​ກັນ​ກ່ອນ​ແຕ່ງດອງ.” ວາລະສານ​ສະບັບ​ນີ້​ຍົກ​ຄຳເວົ້າ​ຂອງ​ມັກ​ຄະ​ນາຍົກ​ຄົນ​ໜຶ່ງ​ທີ່​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ມີ​ຄລິດສະຕຽນ​ຈຳນວນ​ຫຼາຍ ອາດຈະ​ຫຼາຍ​ກວ່າ 50 ເປີເຊັນ​ດ້ວຍ​ຊ້ຳ​ທີ່​ກິນ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ.” ສາລານຸກົມ​ບຣິແທນນິກາ​ສະບັບ​ໃໝ່ ບອກ​ວ່າ​ພະຍານ​ພະ​ເຢໂຫວາ “ຮັກສາ​ມາດຕະຖານ​ທີ່​ສູງ​ສົ່ງ​ດ້ານ​ສິນລະທຳ​ຂອງ​ໂຕເອງ​ຢ່າງ​ເຄັ່ງ​ຄັດ.”