ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ລູກເຮັດໃຫ້ພວກເຂົາຮູ້ຈັກຊື່ຂອງພະອົງແລ້ວ”

“ລູກເຮັດໃຫ້ພວກເຂົາຮູ້ຈັກຊື່ຂອງພະອົງແລ້ວ”

“ລູກ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ຊື່​ຂອງ​ພະອົງ​ແລ້ວ”

“ລູກ​ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພະອົງ​ແລ້ວ. . .ລູກ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ຊື່​ຂອງ​ພະອົງ​ແລ້ວ ແລະ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ຕໍ່​ໆ​ໄປ​ອີກ.”—ໂຢຮັນ 17:6, 26

ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ພະ​ເຢຊູ​ໄດ້​ເຮັດ​ໃຫ້​ຊື່​ຂອງ​ພະ​ເຈົ້າ​ເປັນ​ທີ່​ຮູ້​ຈັກ​ໂດຍ​ໃຊ້​ຊື່​ນີ້​ໃນ​ວຽກ​ປະກາດ ແລະ​ເມື່ອ​ພະ​ເຢຊູ​ອ່ານ​ພະຄຳພີ​ໃຫ້​ຜູ້​ຄົນ​ຟັງ​ແບບ​ທີ່​ເຮັດ​ຢູ່​ເລື້ອຍ ​ໆ ເພິ່ນ​ກໍ​ໄດ້​ອອກ​ສຽງ​ຊື່​ສະເພາະ​ຂອງ​ພະເຈົ້າ​ນຳ. (ລູກາ 4:16-21) ພະ​ເຢຊູ​ສອນ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ພະເຈົ້າ ພໍ່​ຂອງ​ພວກ​ເຮົາ ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.”—ລູກາ 11:2

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເປັນ​ແບບ​ນັ້ນ​ບໍ? ອັກຄະສາວົກ​ເປໂຕ​ບອກ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ເມືອງ​ເຢຣູຊາເລັມ​ວ່າ​ພະເຈົ້າ​ໄດ້​ເລືອກ​ຄົນ​ກຸ່ມ​ໜຶ່ງ​ອອກ​ມາ​ຈາກ​ປະເທດ​ຕ່າງ​ໆ​ໃຫ້​ເປັນ ‘ປະຊາຊົນ​ທີ່​ໃຊ້​ຊື່​ຂອງ​ພະອົງ.’ (ກິດຈະການ 15:14) ອັກຄະສາວົກ​ແລະ​ລູກສິດ​ຄົນ​ອື່ນ​ໆ​ໄດ້​ປະກາດ​ວ່າ: “ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ.” (ກິດຈະການ 2:21; ໂຣມ 10:13) ນອກ​ຈາກນັ້ນ ເຂົາ​ເຈົ້າ​ຍັງ​ໃຊ້​ຊື່​ຂອງ​ພະເຈົ້າ​ໃນ​ການ​ຂຽນ​ຂອງ​ເຂົາ​ເຈົ້າ​ນຳ. ປຶ້ມ​ໂທເຊບທາ ຫຼື​ປະ​ມວນ​ກົດໝາຍ​ຂອງ​ຄົນ​ຢິວ​ທີ່​ເປັນ​ລາຍລັກ​ອັກສອນ​ເຊິ່ງ​ຂຽນ​ແລ້ວ​ປະມານ​ປີ 300 ບັນທຶກ​ເຫດການ​ຕອນ​ທີ່​ພວກ​ຜູ້​ຕໍ່ຕ້ານ​ໄດ້​ເຜົາ​ການ​ຂຽນ​ຂອງ​ຄລິດສະຕຽນ​ໄວ້​ດັ່ງ​ນີ້: “ປຶ້ມ​ຂອງ​ຜູ້​ຂຽນ​ກິດຕິຄຸນ​ແລະ​ປຶ້ມ​ຂອງ​ພວກ​ມິນິມ [ຮູ້​ກັນ​ວ່າ​ເປັນ​ຄລິດ​ສະ​ຕຽນ​ຄົນ​ຢິວ] ຖືກ​ເຜົາ​ທຳລາຍ​ຈົນ​ໝົດ. ພວກ​ເຂົາ​ສັ່ງ​ໃຫ້​ເຜົາ​ປຶ້ມ​ເຫຼົ່າ​ນັ້ນ​ທັນທີ​ທີ່​ເຫັນ. . .ທັງ​ປຶ້ມ​ແລະ​ຊື່​ຂອງ​ພະເຈົ້າ​ທີ່​ຢູ່​ປຶ້ມ​ເຫຼົ່າ​ນັ້ນ​ກໍ​ຖືກ​ເຜົາ​ໄປ​ນຳ.”

ໃຜ​ກຳລັງ​ເຮັດ​ແບບ​ດຽວ​ກັນ​ໃນ​ທຸກ​ມື້​ນີ້? ໃນ​ໜ້າ​ຄຳນຳ​ຂອງ​ຄຳພີ​ໄບເບິນ​ສະບັບ​ຣີໄວ​ສະແຕນດາດ ເວີຊັນ ເຊິ່ງ​ໄດ້​ຮັບ​ອະນຸຍາດ​ໂດຍ​ສະພາ​ຄລິດຕະຈັກ​ຂອງ​ພະຄລິດ​ແຫ່ງ​ສະຫະລັດ​ກ່າວ​ວ່າ: “ການ​ໃຊ້​ຊື່​ສະເພາະ​ຂອງ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ​ຄື​ກັບ​ວ່າ​ມີ​ພະເຈົ້າ​ອື່ນ​ໆ​ອີກ​ທີ່​ເຮັດ​ໃຫ້​ຕ້ອງ​ແຍກ​ພະອົງ​ໄວ້​ຕ່າງ​ຫາກ ເປັນ​ສິ່ງ​ທີ່​ຄົນ​ຢິວ​ເຊົາ​ປະຕິບັດ​ມາ​ຕັ້ງແຕ່​ກ່ອນ​ສະໄໝ​ຄລິດສະຕຽນ​ແລ້ວ​ແລະ​ບໍ່​ສົມຄວນ​ຢ່າງ​ຍິ່ງ​ທີ່​ຄລິດຕະຈັກ​ໃດ​ໆ​ຂອງ​ຄລິດສະຕຽນ​ຈະ​ໃຊ້​ຊື່​ນີ້.” ດ້ວຍ​ເຫດ​ນີ້ ພະຄຳພີ​ສະບັບ​ດັ່ງ​ກ່າວ​ຈຶ່ງ​ແທນ​ທີ່​ຊື່​ຂອງ​ພະເຈົ້າ​ດ້ວຍ​ຄຳ​ວ່າ “ອົງ​ພະ​ຜູ້​ເປັນ​ເຈົ້າ” ເຊິ່ງ​ເປັນ​ຄຳ​ລະບຸ​ຕຳແໜ່ງ. ເມື່ອ​ບໍ່​ດົນ​ມາ​ນີ້ ສຳນັກ​ວາ​ຕິ​ໄດ້​ມີ​ຄຳ​ສັ່ງ​ໄປ​ຍັງ​ອະທິການ​ທຸກ​ຄົນ​ວ່າ: “ຫ້າມ​ບໍ່​ໃຫ້​ມີ​ການ​ໃຊ້​ຫຼື​ອອກ​ສຽງ​ຊື່​ຂອງ​ພະເຈົ້າ​ໃນ​ຮູບ​ອັກສອນ​ເຮັບເຣີ​ສີ່​ໂຕ (ຢຫວຫ) a ໃນ​ເພງ​ນະມັດສະການ​ແລະ​ໃນ​ບົດ​ສວດ​ອະທິດຖານ.”

ໃນ​ທຸກ​ມື້​ນີ້​ແມ່ນ​ໃຜ​ທີ່​ໃຊ້​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້​ຈັກ? ເຊີ​ເກ​ເລົ່າ​ວ່າ​ຕອນ​ເປັນ​ໄວ​ລຸ້ນ ລາວ​ຢູ່​ກີກິດສະຖານ ແລະ​ເຄີຍ​ເບິ່ງ​ໜັງ​ເລື່ອງ​ໜຶ່ງ​ທີ່​ເຮັດ​ໃຫ້​ລາວ​ຮູ້​ວ່າ​ຊື່​ຂອງ​ພະເຈົ້າ​ແມ່ນ​ເຢໂຫວາ. ແຕ່​ຫຼັງ​ຈາກນັ້ນ​ປະມານ​ສິບ​ປີ ລາວ​ກໍ​ບໍ່​ໄດ້​ຍິນ​ຊື່​ຂອງ​ພະເຈົ້າ​ອີກ​ເລີຍ. ຕໍ່​ມາ ເມື່ອ​ເຊີ​ເກ​ຍ້າຍ​ໄປ​ຢູ່​ສະຫະລັດ​ອາເມຣິກາ ມີ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ມາ​ຫາ​ລາວ​ຢູ່​ເຮືອນ​ແລະ​ໃຫ້​ລາວ​ເບິ່ງ​ຊື່​ຂອງ​ພະເຈົ້າ​ຈາກ​ຄຳພີ​ໄບເບິນ. ເຊີ​ເກ​ຕື່ນເຕັ້ນ​ຫຼາຍ​ທີ່​ໄດ້​ເຫັນ​ຄົນ​ທີ່​ໃຊ້​ຊື່​ເຢໂຫວາ. ໜ້າສົນໃຈ​ທີ່​ວັດຈະນານຸກົມ​ເວັບສະເຕີ ເທິດ ນິວ ອິນເຕີເນຊັນແນວ ນິຍາມ​ຄຳ “ພະ​ເຢໂຫວາ​ພະເຈົ້າ” ວ່າ “ພະເຈົ້າ​ອົງ​ສູງ​ສຸດ​ແລະ​ພະເຈົ້າ​ອົງ​ດຽວ​ທີ່​ພະຍານ​ພະ​ເຢໂຫວາ​ຍອມຮັບ​ແລະ​ນະມັດສະການ.”

[ຂໍ້​ຄວາມ​ໄຂ​ເງື່ອນ]

a ໃນ​ພາສາ​ລາວ ຊື່​ຂອງ​ພະເຈົ້າ​ອອກ​ສຽງ​ວ່າ “ເຢໂຫວາ.”