ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ໃຫ້ພວກເຈົ້າຮັກກັນ”

“ໃຫ້ພວກເຈົ້າຮັກກັນ”

“ໃຫ້​ພວກ​ເຈົ້າ​ຮັກ​ກັນ”

“ຂ້ອຍ​ໃຫ້​ກົດໝາຍ​ໃໝ່​ແກ່​ພວກ​ເຈົ້າ ນັ້ນ​ຄື ໃຫ້​ພວກ​ເຈົ້າ​ຮັກ​ກັນ ຂ້ອຍ​ຮັກ​ພວກ​ເຈົ້າ​ແບບ​ໃດ ກໍ​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແບບ​ນັ້ນ. ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ຮັກ​ກັນ.”—ໂຢຮັນ 13:34, 35

ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ພະຄລິດ​ສັ່ງ​ໃຫ້​ລູກສິດ​ຂອງ​ເພິ່ນ​ຮັກ​ກັນ​ແບບ​ທີ່​ເພິ່ນ​ໄດ້​ຮັກ​ເຂົາ​ເຈົ້າ. ພະ​ເຢຊູ​ຮັກ​ເຂົາ​ເຈົ້າ​ແນວ​ໃດ? ເພິ່ນ​ຮັກ​ເຂົາ​ເຈົ້າ​ແບບ​ບໍ່​ມີ​ອັກຄະ​ຕິ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຍິງ​ຫຼື​ຊາຍ​ຫຼື​ເປັນ​ຊາດ​ໃດ​ກໍ​ຕາມ ເຊິ່ງ​ຕ່າງ​ຈາກ​ທັດສະນະ​ຂອງ​ຄົນ​ສ່ວນ​ໃຫຍ່​ໃນ​ສະໄໝ​ນັ້ນ. (ໂຢຮັນ 4:7-10) ຄວາມ​ຮັກ​ກະຕຸ້ນ​ໃຫ້​ພະ​ເຢຊູ​ສະລະ​ເວລາ ກຳລັງ​ແລະ​ຄວາມ​ສະດວກ​ສະບາຍ​ສ່ວນຕົວ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອື່ນ. (ມາຣະໂກ 6:30-34) ໃນ​ໄລຍະ​ສຸດທ້າຍ​ຂອງ​ຊີວິດ ພະຄລິດ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ທີ່​ມະນຸດ​ຈະ​ເຮັດ​ໄດ້. ເພິ່ນ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ແລະ​ຜູ້​ລ້ຽງ​ທີ່​ດີ​ກໍ​ຍອມ​ສະລະ​ຊີວິດ​ເພື່ອ​ແກະ​ຂອງ​ລາວ.”—ໂຢຮັນ 10:11

ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເປັນ​ແບບ​ນັ້ນ​ບໍ? ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເອີ້ນ​ກັນ​ວ່າ “ພີ່ນ້ອງ.” (ຟີເລໂມນ 1, 2) ປະຊາຄົມ​ຄລິດສະຕຽນ​ຍິນດີ​ຕ້ອນຮັບ​ຜູ້​ຄົນ​ທຸກ​ເຊື້ອ​ຊາດ​ເພາະ​ເຂົາ​ເຈົ້າ​ເຊື່ອ​ວ່າ “ຄົນ​ຢິວ​ກັບ​ຄົນ​ກຣີກ​ບໍ່​ແຕກຕ່າງ​ກັນ ເພາະ​ທຸກ​ຄົນ​ມີ​ຜູ້​ເປັນ​ນາຍ​ອົງ​ດຽວ​ກັນ.” (ໂຣມ 10:11, 12) ຫຼັງ​ຈາກ​ວັນ​ເພັນເຕກອດ​ປີ 33 ພວກ​ລູກສິດ​ໃນ​ເມືອງ​ເຢຣູຊາເລັມ​ໄດ້ “ຂາຍ​ວັດຖຸ​ສິ່ງ​ຂອງ​ແລະ​ດິນ ແລ້ວ​ແບ່ງ​ໃຫ້​ທຸກ​ຄົນ​ຕາມ​ຄວາມ​ຈຳເປັນ.” ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ? ກໍ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ຫາກໍ​ຮັບ​ບັບເຕມາ​ໃຫ້​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຕໍ່​ໄປ​ໄດ້​ແລະ “ຕັ້ງໃຈ​ຮຽນ​ສິ່ງ​ທີ່​ພວກ​ອັກຄະສາວົກ​ສອນ.” (ກິດຈະການ 2:41-45) ອັນ​ໃດ​ກະຕຸ້ນ​ໃຫ້​ເຂົາ​ເຈົ້າ​ທຳ​ແບບ​ນັ້ນ? ຫຼັງ​ຈາກ​ອັກຄະສາວົກ​ເສຍ​ຊີວິດ​ໄປ​ເກືອບ 200 ປີ ເທີທູນລຽນ​ໄດ້​ຍົກ​ຄຳເວົ້າ​ຂອງ​ຄົນ​ອື່ນ​ທີ່​ເວົ້າ​ເຖິງ​ຄລິດສະຕຽນ​ວ່າ: “ເຂົາ​ເຈົ້າ​ຮັກ​ກັນ​ຫຼາຍ​ແທ້​ໆ. . .ແລະ​ເຂົາ​ເຈົ້າ​ພ້ອມ​ຈະ​ຕາຍ​ແທນ​ກັນ​ດ້ວຍ​ຊ້ຳ.”

ໃຜ​ກຳລັງ​ເຮັດ​ແບບ​ດຽວ​ກັນ​ໃນ​ທຸກ​ມື້​ນີ້? ປຶ້ມ​ປະຫວັດສາດ​ກ່ຽວກັບ​ຄວາມ​ເສື່ອມ​ຖອຍ​ແລະ​ຄວາມ​ຫຼົ້ມຈົມ​ຂອງ​ຈັກກະພັດ​ໂຣມັນ (ປີ 1837, ພາສາ​ອັງກິດ) ໃຫ້​ຂໍ້​ສັງເກດ​ວ່າ ຕະຫຼອດ​ຫຼາຍ​ສະຕະວັດ​ທີ່​ຜ່ານ​ມາ​ຄົນ​ທີ່​ອ້າງ​ຕົວ​ວ່າ​ເປັນ​ຄລິດສະຕຽນ​ໄດ້ “ປະຕິບັດ​ຕໍ່​ກັນ​ຢ່າງ​ໂຫດ​ຮ້າຍ​ທາລຸນ​ຍິ່ງ​ກວ່າ​ທີ່​ຄົນ​ນອກ​ສາສະໜາ [ຄົນ​ທີ່​ບໍ່​ນັບຖື​ພະເຈົ້າ] ປະຕິບັດ​ຕໍ່​ພວກ​ເຂົາ​ດ້ວຍ​ຊ້ຳ.” ການ​ສຶກສາ​ວິໄຈ​ໃນ​ສະຫະລັດ​ເມື່ອ​ບໍ່​ດົນ​ມາ​ນີ້​ພົບ​ວ່າ​ຄົນ​ທີ່​ເຄັ່ງ​ສາສະໜາ​ມັກ​ຈະ​ມີ​ອັກຄະ​ຕິ​ດ້ານ​ເຊື້ອ​ຊາດ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ຄົນ​ທີ່​ເອີ້ນ​ຕົວເອງ​ວ່າ​ຄລິດສະຕຽນ. ສະມາຊິກ​ໂບດ​ໃນ​ປະເທດ​ໜຶ່ງ​ມັກ​ບໍ່​ສົນໃຈ​ສະມາຊິກ​ກຸ່ມ​ສາສະໜາ​ດຽວ​ກັນ​ໃນ​ອີກ​ປະເທດ​ໜຶ່ງ. ຍ້ອນ​ເຫດຜົນ​ນີ້ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສາມາດ​ຊ່ວຍ​ເຫຼືອ ຫຼື​ບໍ່​ເຕັມໃຈ​ຊ່ວຍ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໃນ​ຍາມ​ທີ່​ເດືອດຮ້ອນ.

ໃນ​ປີ 2004 ຫຼັງ​ຈາກ​ພາຍຸ​ເຮຣິເຄນ​ສີ່​ລູກ​ພັດ​ຖະຫຼົ່ມ​ລັດ​ຟລໍຣິດາ​ໃນ​ຊ່ວງ​ສອງ​ເດືອນ ຫົວໜ້າ​ສູນ​ອຳນວຍ​ການ​ສຸກເສີນ​ແຫ່ງ​ຟລໍຣິດາ​ໄດ້​ກວດ​ສອບ​ຢ່າງ​ລະອຽດ​ວ່າ​ສິ່ງ​ຂອງ​ບັນເທົາ​ທຸກ​ທີ່​ມີ​ຢູ່​ຖືກ​ແຈກ​ຢາຍ​ໄປ​ຢ່າງ​ທົ່ວ​ເຖິງ​ຫຼື​ບໍ່. ລາວ​ບອກ​ວ່າ​ບໍ່​ມີ​ຄົນ​ກຸ່ມ​ໃດ​ເຮັດ​ວຽກ​ຢ່າງ​ເປັນ​ລະບົບ​ລະບຽບ​ຄື​ພະຍານ​ພະ​ເຢໂຫວາ ແລະ​ລາວ​ສະເໜີ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ກັບ​ພະຍານ​ພະ​ເຢໂຫວາ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຕ້ອງການ​ຫຍັງ​ກໍ​ຕາມ. ກ່ອນ​ໜ້າ​ນັ້ນ​ໃນ​ປີ 1997 ກຸ່ມ​ອາສາ​ສະໝັກ​ບັນເທົາ​ທຸກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຂົນ​ອາຫານ ເຄື່ອງນຸ່ງ ແລະ​ຢາ​ປິ່ນປົວ​ໄປ​ໃຫ້​ພີ່ນ້ອງ​ຄລິດສະຕຽນ​ລວມ​ທັງ​ຄົນ​ອື່ນ​ໆ​ທີ່​ຂາດແຄນ​ສິ່ງ​ຈຳເປັນ​ໃນ​ສາທາລະນະລັດ​ປະຊາທິປະໄຕ​ກົງໂກ. ພະຍານ​ພະ​ເຢໂຫວາ​ໃນ​ເອີຣົບ​ກໍ​ໄດ້​ຊ່ວຍ​ບໍລິຈາກ​ສິ່ງ​ຂອງ​ຕ່າງ​ໆ​ລວມ​ທັງໝົດ​ແລ້ວ​ເປັນ​ມູນຄ່າ​ໜຶ່ງ​ລ້ານ​ໂດລາ​ສະຫະລັດ.