ການລົມກັບເພື່ອນບ້ານ
ການປົກຄອງຂອງພະເຈົ້າເລີ່ມປົກຄອງເມື່ອໃດ? (ຕອນທີ 1)
ຕໍ່ໄປນີ້ເປັນການເວົ້າລົມກັນລະຫວ່າງພະຍານພະເຢໂຫວາກັບເພື່ອນບ້ານ. ໃຫ້ເຮົາລອງນຶກພາບວ່າພະຍານທີ່ຊື່ ຄາເມຣອນກຳລັງລົມກັບຈອນຢູ່ເຮືອນ.
“ຊອກຫາ” ຄວາມເຂົ້າໃຈ
ຄາເມຣອນ: ຈອນຂ້ອຍມັກທີ່ເຮົາລົມກັນເລື່ອງຄຳພີໄບເບິນເລື້ອຍໆ. a ເທື່ອແລ້ວນີ້ເຈົ້າສົງໄສເລື່ອງການປົກຄອງຂອງພະເຈົ້າ ແລ້ວກໍຖາມຂ້ອຍວ່າເປັນຫຍັງພະຍານພະເຢໂຫວາຈຶ່ງເຊື່ອວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງປີ 1914.
ຈອນ: ແມ່ນ. ຂ້ອຍອ່ານປຶ້ມທີ່ເຈົ້າໃຫ້ມາ ແລະໃນນັ້ນບອກວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງປີ 1914. ຂ້ອຍກໍເລີຍສົງໄສວ່າພວກເຈົ້າເອົາໂຕເລກນີ້ມາຈາກໃສ ເພາະເຈົ້າເປັນຄົນບອກວ່າທຸກຢ່າງທີ່ເຈົ້າເຊື່ອມາຈາກຄຳພີໄບເບິນ.
ຄາເມຣອນ: ແມ່ນ ເຮົາເຊື່ອຕາມທີ່ຄຳພີໄບເບິນສອນ.
ຈອນ: ຂ້ອຍເອງກໍອ່ານຄຳພີໄບເບິນຈົນຈົບຫົວແລ້ວ ແຕ່ບໍ່ເຫັນມີຂໍ້ໃດເວົ້າເຖິງປີ 1914 ເລີຍ ແລະຂ້ອຍກໍຄົ້ນຄວ້າຄຳພີໄບເບິນໃນອິນເຕີເນັດເພື່ອຈະຊອກຫາ “ປີ 1914.” ຂ້ອຍບໍ່ເຫັນຢູ່ໃສເລີຍໃນຄຳພີໄບເບິນທີ່ເວົ້າເຖິງປີນີ້.
ຄາເມຣອນ: ດີຫຼາຍທີ່ເຈົ້າອ່ານຄຳພີໄບເບິນຈົນຈົບຫົວແລ້ວ ສະແດງວ່າເຈົ້າມັກຄຳຂອງພະເຈົ້າແທ້ໆ.
ຈອນ: ແມ່ນ. ຂ້ອຍຄິດວ່າບໍ່ມີປຶ້ມຫົວໃດແລ້ວທີ່ຈະຄືກັບຄຳພີໄບເບິນ.
ຄາເມຣອນ: ຂ້ອຍເຫັນດີນຳ. ເຈົ້າເຮັດດີຫຼາຍທີ່ພະຍາຍາມຊອກຫາຄຳຕອບໂດຍໃຊ້ຄຳພີໄບເບິນ ແລະເຮັດຄືກັບທີ່ຄຳພີໄບເບິນບອກໄວ້ວ່າໃຫ້ເຮົາ “ຊອກຫາ” ຄວາມເຂົ້າໃຈ. b
ຈອນ: ຂອບໃຈ. ກໍຍ້ອນຂ້ອຍຢາກຮູ້. ທີ່ຈິງ ຂ້ອຍກໍຄົ້ນຄວ້າເພີ່ມເຕີມຈາກປຶ້ມທີ່ເຮົາອ່ານນຳກັນ. ໃນນັ້ນມີຂໍ້ມູນກ່ຽວກັບປີ 1914 ແລ້ວກໍເວົ້າເຖິງເລື່ອງຄວາມຝັນຂອງກະສັດ ທີ່ຝັນເຫັນຕົ້ນໄມ້ໃຫຍ່ຖືກຕັດແລ້ວຫຼັງຈາກນັ້ນກໍໃຫຍ່ຂຶ້ນມາຄືເກົ່າ ອີ່ຫຍັງປະມານນີ້.
ຄາເມຣອນ: ອືມ ແມ່ນແລ້ວ. ນັ້ນເປັນຄຳພະຍາກອນຂອງປຶ້ມດານີເອນ ບົດ 4 ທີ່ເວົ້າເຖິງຄວາມຝັນຂອງກະສັດບາບີໂລນທີ່ຊື່ ເນບູກາດເນັດຊາ.
ຈອນ: ແມ່ນ ຄຳພະຍາກອນເລື່ອງນີ້ແຫຼະ. ຂ້ອຍອ່ານແລ້ວອ່ານອີກ ແຕ່ຂ້ອຍວ່າມັນບໍ່ເຫັນຈະກ່ຽວກັບການປົກຄອງຂອງພະເຈົ້າ ຫຼືປີ 1914 ເລີຍ.
ຄາເມຣອນ: ແທ້ໆແລ້ວ ແມ່ນແຕ່ຜູ້ພະຍາກອນຂອງພະເຈົ້າທີ່ຊື່ ດານີເອນກໍຍັງບໍ່ເຂົ້າໃຈທັງໝົດໃນສິ່ງທີ່ພະເຈົ້າດົນໃຈໃຫ້ລາວຂຽນ!
ຈອນ: ແມ່ນຫວາ?
ຄາເມຣອນ: ແມ່ນ. ໃນດານີເອນ 12:8 ດານີເອນບອກວ່າ: “ຂ້ອຍໄດ້ຍິນສິ່ງທີ່ລາວເວົ້າ ແຕ່ກໍບໍ່ເຂົ້າໃຈຄວາມໝາຍ.”
ຈອນ: ອືມ. ບໍ່ແມ່ນແຕ່ຂ້ອຍທີ່ບໍ່ເຂົ້າໃຈເນາະ.
ຄາເມຣອນ: ທີ່ຈິງ ຕອນນັ້ນດານີເອນຍັງບໍ່ໄດ້ເຂົ້າໃຈທັງໝົດ ຍ້ອນວ່າຍັງບໍ່ຮອດເວລາທີ່ພະເຈົ້າຈະເປີດເຜີຍໃຫ້ມະນຸດເຂົ້າໃຈຄຳພະຍາກອນທຸກຢ່າງທີ່ລາວຂຽນ. ແຕ່ຕອນນີ້ ເຮົາເຂົ້າໃຈຄຳພະຍາກອນເຫຼົ່ານັ້ນໄດ້ຫຼາຍຂຶ້ນ.
ຈອນ: ເປັນຫຍັງຈຶ່ງເວົ້າແບບນັ້ນ?
ຄາເມຣອນ: ຂໍເຈົ້າເບິ່ງຂໍ້ຕໍ່ໄປໃນດານີເອນ 12:9 ທີ່ວ່າ: “ສິ່ງທີ່ຂຽນໄວ້ໃນປຶ້ມນີ້ຈະຕ້ອງຈ້ຳກາປິດໄວ້ ແລະເກັບໄວ້ເປັນຄວາມລັບຈົນຮອດສະໄໝສຸດທ້າຍ.” ສະແດງວ່າເຮົາເຂົ້າໃຈຄຳພະຍາກອນເຫຼົ່ານີ້ໄດ້ໃນ “ສະໄໝສຸດທ້າຍ” ຫຼືສະໄໝສຸດທ້າຍນີ້ ແລະເມື່ອເຮົາຮຽນຕໍ່ໆໄປ ເຮົາກໍຈະເຫັນຫຼັກຖານວ່າເຮົາກຳລັງຢູ່ໃນສະໄໝສຸດທ້າຍແທ້ໆ. c
ຈອນ: ຖ້າເປັນແບບນັ້ນ ເຈົ້າອະທິບາຍຄຳພະຍາກອນເລື່ອງດານີເອນໃຫ້ຂ້ອຍຟັງໄດ້ບໍ່?
ຄາເມຣອນ: ໄດ້. ຂ້ອຍຈະລອງເບິ່ງ.
ຄວາມຝັນຂອງກະສັດເນບູກາດເນັດຊາ
ຄາເມຣອນ: ກ່ອນອື່ນຂ້ອຍຈະເລົ່າສັ້ນໆກ່ຽວກັບຄວາມຝັນຂອງກະສັດເນບູກາດເນັດຊາ. ແລ້ວເຮົາຈະລົມກັນວ່າຄວາມຝັນນັ້ນໝາຍຄວາມວ່າແນວໃດ.
ຈອນ: ໂອເຄ
ຄາເມຣອນ: ກະສັດເນບູກາດເນັດຊາຝັນເຫັນຕົ້ນໄມ້ໃຫຍ່ທີ່ສູງສຽດຟ້າ ແລ້ວກະສັດໄດ້ຍິນຜູ້ສົ່ງຂ່າວຂອງພະເຈົ້າສັ່ງໃຫ້ຕັດຕົ້ນໄມ້ໃຫ້ເຫຼືອແຕ່ຕໍ. ເມື່ອຄົບ “7 ວາລະ” ກໍປົ່ງຂຶ້ນໃໝ່ d ຄຳພະຍາກອນນີ້ເກີດຂຶ້ນແທ້ໃນເທື່ອທຳອິດກັບກະສັດເນບູກາດເນັດຊາເອງ. ເຖິງວ່າຈະເປັນກະສັດທີ່ຍິ່ງໃຫຍ່ຄືກັບຕົ້ນໄມ້ທີ່ສູງສຽດຟ້າ ແຕ່ກໍຖືກຕັດໃຫ້ເຫຼືອແຕ່ຕໍຢູ່ “7 ວາລະ.” ເຈົ້າຈື່ໄດ້ບໍວ່າເກີດຫຍັງຂຶ້ນກັບກະສັດອົງນີ້?
ຈອນ: ບໍ່. ຂ້ອຍຈື່ບໍ່ໄດ້.
ຄາເມຣອນ: ຄຳພີໄບເບິນບອກວ່າກະສັດເສຍສະຕິໄປ “7 ວາລະ” ຫຼື 7 ປີ ໃນຊ່ວງນັ້ນກະສັດບໍ່ສາມາດປົກຄອງໄດ້ ແຕ່ເມື່ອຄົບ 7 ວາລະ ກະສັດເນບູກາດເນັດຊາກໍກັບມາເປັນປົກກະຕິແລະເລີ່ມປົກຄອງອີກຄັ້ງ. e
ຈອນ: ຂ້ອຍເຂົ້າໃຈແລ້ວ ແຕ່ເລື່ອງທັງໝົດນີ້ມັນກ່ຽວຫຍັງກັບການປົກຄອງຂອງພະເຈົ້າແລະປີ 1914?
ຄາເມຣອນ: ຂ້ອຍຈະອະທິບາຍພາບລວມໃຫ້ຟັງເດີ້. ຄຳພະຍາກອນນີ້ເປັນຈິງ 2 ເທື່ອ ເທື່ອທຳອິດຄື ຕອນທີ່ການປົກຂອງກະສັດເນບູກາດເນັດຊາຢຸດໄປຊົ່ວຄາວ ແລະເທື່ອທີສອງຄືຕອນທີ່ການປົກຄອງຂອງພະເຈົ້າຢຸດໄປຊົ່ວຄາວ ແລະເທື່ອນີ້ແຫຼະທີ່ຄຳພະຍາກອນນີ້ກ່ຽວຂ້ອງກັບການປົກຄອງຂອງພະເຈົ້າ.
ຈອນ: ເຈົ້າຮູ້ໄດ້ແນວໃດວ່າເທື່ອທີສອງກ່ຽວຂ້ອງກັບການປົກຄອງຂອງພະເຈົ້າ?
ຄາເມຣອນ: ສິ່ງທຳອິດ ເຮົາຮູ້ໄດ້ຈາກຄຳພະຍາກອນນີ້ແຫຼະ. ໃນດານີເອນ 4:17 ບອກວ່າ: “ເພື່ອໃຫ້ທຸກຄົນຮູ້ວ່າພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ. ຖ້າເພິ່ນຕ້ອງການ ເພິ່ນຈະເອົາອຳນາດໃນການປົກຄອງໃຫ້ໃຜກໍໄດ້.” ໃຫ້ເຈົ້າເບິ່ງຄຳວ່າ “ອານາຈັກຂອງມະນຸດ.”
ຈອນ: ໂດຍ ຂໍ້ນີ້ບອກວ່າ “ພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ.”
ຄາເມຣອນ: ແມ່ນແລ້ວ. ແລ້ວເຈົ້າຄິດວ່າ “ແມ່ນໃຜເປັນພະເຈົ້າສູງສຸດ”?
ຈອນ: ກໍຄືຊິແມ່ນພະເຈົ້າທີ່ເຮົາກຳລັງເວົ້າເຖິງນິແຫຼະ.
ຄາເມຣອນ: ແມ່ນແລ້ວ. ເຮົາຮູ້ວ່າຄຳພະຍາກອນນີ້ບໍ່ໄດ້ໝາຍເຖິງກະສັດເນບູກາດເນັດຊາເທົ່ານັ້ນ ແຕ່ຍັງກ່ຽວຂ້ອງກັບ “ອານາຈັກຂອງມະນຸດ” ທັງໝົດ ເຊິ່ງກໍຄືການທີ່ພະເຈົ້າປົກຄອງມະນຸດ ແລະໃຫ້ເຮົາຈະເຂົ້າໃຈຫຼາຍຂຶ້ນອີກ ເມື່ອເບິ່ງຈາກເນື້ອໃນໂດຍລວມ.
ຈອນ: ໝາຍຄວາມວ່າແນວໃດ?
ໃຈຄວາມສຳຄັນຂອງປຶ້ມດານີເອນ
ຄາເມຣອນ: ປຶ້ມດານີເອນເວົ້າເຖິງເລື່ອງດຽວກັນຫຼາຍເທື່ອ ຄືເລື່ອງການຕັ້ງການປົກຄອງຂອງພະເຈົ້າຂຶ້ນໂດຍມີພະເຢຊູລູກຂອງເພິ່ນປົກຄອງເປັນກະສັດ. ເຊັ່ນຖ້າເຈົ້າເປີດກັບໄປຈັກສອງບົດ ຂໍຊ່ວຍອ່ານດານີເອນ 2:44 ໄດ້ບໍ?
ຈອນ: ໄດ້. ຂໍ້ນີ້ອ່ານວ່າ: “ໃນຕອນທີ່ກະສັດເຫຼົ່ານັ້ນກຳລັງປົກຄອງ ພະເຈົ້າທີ່ຢູ່ໃນສະຫວັນຈະຕັ້ງການປົກຄອງໜຶ່ງຂຶ້ນ ເຊິ່ງຈະບໍ່ຖືກທຳລາຍຈັກເທື່ອ ແລະຈະບໍ່ມີໃຜມາຍຶດເອົາໄປໄດ້. ມີແຕ່ການປົກຄອງນີ້ເທົ່ານັ້ນທີ່ຈະຢູ່ຕະຫຼອດໄປ ແລະມັນຈະທຳລາຍອານາຈັກເຫຼົ່ານັ້ນທັງໝົດ.”
ຄາເມຣອນ: ຂອບໃຈ ເຈົ້າຄິດວ່າຂໍ້ນີ້ໝາຍເຖິງ ການປົກຄອງຂອງພະເຈົ້າບໍ?
ຈອນ: ບໍ່ແນ່ໃຈ.
ຄາເມຣອນ: ຂໍ້ນີ້ບອກວ່າການປົກຄອງນີ້ “ຈະຢູ່ຕະຫຼອດໄປ” ມີແຕ່ການປົກຄອງຫຼືລັດຖະບານຂອງພະເຈົ້າເທົ່ານັ້ນທີ່ຈະຢູ່ຕະຫຼອດໄປໄດ້. ເຈົ້າຄິດວ່າມີລັດຖະບານໃດຂອງມະນຸດທີ່ຢູ່ຕະຫຼອດໄປບໍ?
ຈອນ: ຂ້ອຍວ່າບໍ່ມີ.
ຄາເມຣອນ: ໃຫ້ເຮົາເບິ່ງຄຳພະຍາກອນໃນປຶ້ມດານີເອນອີກບ່ອນໜຶ່ງ. ບ່ອນນີ້ເວົ້າເຖິງການປົກຄອງຂອງພະເຈົ້າ ເຊິ່ງເນັ້ນເຖິງຜູ້ທີ່ຈະປົກຄອງໃນອະນາຄົດຢູ່ດານີເອນ 7:13-14 ອ່ານວ່າ “ລາວໄດ້ຮັບກຽດຕິຍົດ ແລະອຳນາດໃນການປົກຄອງເປັນກະສັດ ເພື່ອຄົນຈາກທຸກຊາດແລະທຸກພາສາຈະຮັບໃຊ້ລາວ. ການປົກຄອງຂອງລາວຈະຢູ່ຕະຫຼອດໄປ ແລະຈະບໍ່ຖືກໂຄ່ນລົ້ມຈັກເທື່ອ.” ເຈົ້າເຫັນຄຳໃດທີ່ຄືກັບຂໍ້ກ່ອນໜ້ານີ້ບໍ?
ຈອນ: ຄຳວ່າ ການປົກຄອງ.
ຄາເມຣອນ: ແມ່ນແລ້ວ ແຕ່ບໍ່ໄດ້ໝາຍເຖິງການປົກຄອງ ຫຼືລັດຖະບານທົ່ວໄປ ຍ້ອນຢູ່ບ່ອນນີ້ບອກວ່າ ການປົກຄອງນີ້ຈະປົກຄອງ “ທຸກຊາດ ແລະທຸກພາສາ.” ນີ້ສະແດງວ່າການປົກຄອງນີ້ຈະປົກຄອງທົ່ວໂລກ.
ຈອນ: ກໍແມ່ນຄວາມເຈົ້າ.
ຄາເມຣອນ: ໃຫ້ເຈົ້າເບິ່ງບ່ອນນີ້ນຳຍັງມີອີກຢ່າງໜຶ່ງທີ່ຄຳພະຍາກອນນີ້ເວົ້າເຖິງກໍຄື: “ການປົກຄອງຂອງລາວຈະຢູ່ຕະຫຼອດໄປ ແລະຈະບໍ່ຖືກໂຄ່ນລົ້ມຈັກເທື່ອ” ເລື່ອງນີ້ຄ້າຍໆຄືກັບດານີເອນ 2:44 ທີ່ເຮົາອ່ານໄປແມ່ນບໍ?
ຈອນ: ແມ່ນ.
ຄາເມຣອນ: ໃຫ້ເຮົາທົບທວນສັ້ນໆນຳກັນ ຄຳພະຍາກອນໃນດານີເອນບົດ 4 ຊ່ວຍໃຫ້ເຮົາຮູ້ວ່າ “ພະເຈົ້າສູງສຸດເປັນຜູ້ປົກຄອງອານາຈັກຂອງມະນຸດ.” ສະແດງວ່າ ບໍ່ໄດ້ໝາຍເຖິງກະສັດເນບູກາດເນັດຊາ ແຕ່ຍັງໝາຍເຖິງການປົກຄອງທີ່ຍິ່ງໃຫຍ່ກວ່ານັ້ນ. ນັ້ນກໍຄື ການປົກຄອງຂອງພະເຈົ້າ ແລະທັງໝົດໃນປຶ້ມດານີເອນກໍມີຄຳພະຍາກອນຫຼາຍເລື່ອງທີ່ເວົ້າເຖິງການຕັ້ງການປົກຄອງຂອງພະເຈົ້າໂດຍມີລູກຂອງເພິ່ນເປັນຜູ້ປົກຄອງ. ເຈົ້າຄິດວ່າມີເຫດຜົນບໍທີ່ຈະສະຫຼຸບວ່າ ຄຳພະຍາກອນໃນດານີເອນບົດ 4 ຈະຕ້ອງກ່ຽວຂ້ອງກັບການປົກຄອງຂອງພະເຈົ້າ?
ຈອນ: ຟັງເບິ່ງຄືມີເຫດຜົນແຕ່ຂ້ອຍບໍ່ເຫັນວ່າ ມັນກ່ຽວຫຍັງກັບປີ 1914.
“ຈົນຄົບ 7 ວາລະ”
ຄາເມຣອນ: ຕອນນີ້ໃຫ້ເຮົາກັບໄປລົມເລື່ອງກະສັດເນບູກາດເນັດຊາອີກເທື່ອໜຶ່ງ. ຕົ້ນໄມ້ໃຫຍ່ໃນຄຳພະຍາກອນທີ່ເກີດຂຶ້ນຈິງໃນຕອນທຳອິດປຽບທຽບຄືກັບກະສັດເນບູກາດເນັດຊາ. ການທີ່ຕົ້ນໄມ້ຖືກຕັດໃຫ້ເຫຼືອແຕ່ຕໍ ກໍຄືກັບການປົກຄອງຂອງກະສັດຖືກຢຸດໄປຊົ່ວຄາວເປັນເວລາ 7 ວາລະ ນັ້ນກໍຄືຕອນທີ່ກະສັດເສຍສະຕິ. ເມື່ອຮອດ 7 ວາລະ ກະສັດເນບູກາດເນັດຊາກໍກັບມາເປັນປົກກະຕິແລ້ວເລີ່ມປົກຄອງອີກຄັ້ງ ແລະຄຳພະຍາກອນນີ້ເປັນຈິງເທື່ອທີສອງ ຕອນທີ່ການປົກຄອງຂອງພະເຈົ້າຖືກຢຸດໄປຊົ່ວຄາວ ແຕ່ນັ້ນບໍ່ໄດ້ໝາຍເຖິງການປົກຄອງຂອງພະເຈົ້າລົ້ມເຫຼວ.
ຈອນ: ໝາຍຄວາມວ່າແນວໃດ?
ຄາເມຣອນ: ໃນສະໄໝຄຳພີໄບເບິນ ກະສັດອິດສະຣາເອນທີ່ປົກຄອງໃນເມືອງເຢຣູຊາເລັມຖືວ່າ “ນັ່ງເທິງບັນລັງກະສັດທີ່ພະເຢໂຫວາຈັດໃຫ້.” f ເຂົາເຈົ້າເປັນຕົວແທນຂອງພະເຈົ້າໃນການປົກຄອງປະຊາຊົນຂອງເພິ່ນ. ນີ້ສະແດງວ່າການປົກຄອງຂອງກະສັດເຫຼົ່ານັ້ນກໍໝາຍເຖິງການປົກຄອງຂອງພະເຈົ້າ ແຕ່ຕໍ່ມາກະສັດເຫຼົ່ານັ້ນສ່ວນຫຼາຍບໍ່ເຊື່ອຟັງພະເຈົ້າແລະສ່ວນຫຼາຍປະຊາຊົນກໍເຮັດຕາມກະສັດຂອງເຂົາເຈົ້າ. ເມື່ອເປັນແບບນີ້ ພະເຈົ້າເລີຍປ່ອຍໃຫ້ບາບີໂລນມາຍຶດຄອງເມືອງເຢຣູຊາເລັມໃນປີ 607 ກ່ອນ ຄ.ສ ຕັ້ງແຕ່ນັ້ນມາເມືອງເຢຣູຊາເລັມກໍບໍ່ມີກະສັດທີ່ເປັນຕົວແທນຂອງພະເຈົ້າອີກເລີຍ. ນີ້ເທົ່າກັບວ່າການປົກຄອງຂອງພະເຈົ້າຖືກຢຸດໄປຊົ່ວຄາວ. ເຈົ້າພໍຈະເຂົ້າໃຈ?
ຈອນ: ເຂົ້າໃຈ
ຄາເມຣອນ: ການປົກຄອງຂອງພະເຈົ້າຖືກຢຸດໄປຊົ່ວຄາວຕັ້ງແຕ່ປີ 607 ກ່ອນ ຄ.ສ ນີ້ເປັນຈຸດເລີ່ມຕົ້ນຂອງ 7 ວາລະ. ເມື່ອຄົບ 7 ວາລະພະເຈົ້າກໍແຕ່ງຕັ້ງຜູ້ປົກຄອງຄົນໃໝ່ໃຫ້ເປັນຕົວແທນຂອງເພິ່ນ ແຕ່ເທື່ອນີ້ຢູ່ໃນສະຫວັນ ຕອນນີ້ແຫຼະທີ່ຄຳພະຍາກອນອື່ນໆທີ່ເຮົາອ່ານໄປໃນປຶ້ມດານີເອນສຳເລັດເປັນຈິງ ແລະຖ້າເຮົາຮູ້ວ່າ 7 ວາລະສິ້ນສຸດປີໃດເຮົາກໍຈະຮູ້ວ່າການປົກຄອງຂອງພະເຈົ້າເລີ່ມປົກຄອງຕອນໃດ.
ຈອນ: ເຂົ້າໃຈແລ້ວ. ຖ້າໃຫ້ຂ້ອຍເດົາ 7 ວາລະສິ້ນສຸດລົງໃນປີ 1914 ແມ່ນບໍ?
ຄາເມຣອນ: ແມ່ນ. ເຈົ້າເຂົ້າໃຈຖືກແລ້ວ.
ຈອນ: ແຕ່ເຮົາຮູ້ໄດ້ແນວໃດ?
ຄາເມຣອນ: ຕອນທີ່ພະເຢຊູຮັບໃຊ້ພະເຈົ້າເທິງໂລກ ເພິ່ນເຮັດໃຫ້ຮູ້ວ່າ 7 ວາລະຍັງບໍ່ສິ້ນສຸດ. g ນີ້ສະແດງວ່າ 7 ວາລະເປັນຊ່ວງເວລາທີ່ດົນນານຫຼາຍ ນັບຕັ້ງແຕ່ປີ 607 ກ່ອນ ຄ.ສ ຄືຫຼາຍຮ້ອຍປີກ່ອນທີ່ພະເຢຊູຈະມາເທິງໂລກ ແລະເຖິງວ່າເພິ່ນກັບໄປໄລຍະໜຶ່ງກໍຍັງບໍ່ຄົບ 7 ວາລະ. ຢ່າລືມວ່າເຮົາຈະເຂົ້າໃຈຄຳພະຍາກອນຂອງດານີເອນໄດ້ກໍຕໍ່ເມື່ອຮອດ “ສະໄໝສຸດທ້າຍ” h ເມື່ອຮອດປີ 1875 ນັກສຶກສາຄຳພີໄບເບິນເລີ່ມສຶກສາຄົ້ນຄວ້າເລື່ອງນີ້ ແລະຄຳພະຍາກອນອື່ນໆຢ່າງລະອຽດ. ເຂົາເຈົ້າກໍເລີຍຮູ້ວ່າ 7 ວາລະສິ້ນສຸດໃນປີ 1914 ແລະນີ້ກໍເປັນຕອນເລີ່ມຕົ້ນຂອງສະໄໝສຸດທ້າຍ. ນອກຈາກນັ້ນ ເຫດການຕ່າງໆໃນໂລກກໍສະແດງໃຫ້ເຫັນນຳວ່າ ການປົກຄອງຂອງພະເຈົ້າເລີ່ມປົກຄອງໃນສະຫວັນແທ້ໆໃນປີນັ້ນ. ຕອນນີ້ເຈົ້າເຈົ້າຄືຊິໄດ້ພາບລວມແນ່ແລ້ວ . . .
ຈອນ: ໂດຍ. ຂ້ອຍຕ້ອງໄປອ່ານເລື່ອງນີ້ອີກຈຶ່ງຈະເຂົ້າໃຈຫຼາຍຂຶ້ນ.
ຄາເມຣອນ: ບໍ່ເປັນຫຍັງ. ຂ້ອຍກໍຕ້ອງໃຊ້ເວລາດົນຄືກັນກວ່າຈະເຂົ້າໃຈ ແຕ່ຂ້ອຍຫວັງວ່າເລື່ອງທີ່ເຮົາໄດ້ລົມກັນມື້ນີ້ຈະຊ່ວຍເຈົ້າໃຫ້ເຫັນວ່າທຸກຢ່າງທີ່ພະຍານພະເຢໂຫວາເຊື່ອກ່ຽວກັບການປົກຄອງຂອງພະເຈົ້າມາຈາກຄຳພີໄບເບິນທັງໝົດ.
ຈອນ: ໂດຍ. ຂ້ອຍຮູ້ສຶກປະທັບໃຈທີ່ພວກເຈົ້າເຊື່ອທຸກຢ່າງທີ່ຄຳພີໄບເບິນສອນ.
ຄາເມຣອນ: ຂ້ອຍກໍເຫັນວ່າເຈົ້າຢາກຈະເຊື່ອຕາມທີ່ຄຳພີໄບເບິນສອນຄືກັນແມ່ນບໍ ແຕ່ເລື່ອງທີ່ເຮົາລົມກັນເປັນພຽງພາບລວມເທົ່າກັນ. ຕອນນີ້ເຮົາຮູ້ແລ້ວວ່າ 7 ວາລະກ່ຽວຂ້ອງກັບການປົກຄອງຂອງພະເຈົ້າ ແລ້ວກໍເລີ່ມຕົ້ນໃນປີ 607 ກ່ອນ ຄ.ສ ແຕ່ເຈົ້າຄືຊິສົງໄສວ່າ ເຮົາຮູ້ໄດ້ແນວໃດວ່າ 7 ວາລະສິ້ນສຸດໃນປີ 1914 ແທ້ໆ? i
ຈອນ: ແມ່ນ ຂ້ອຍກໍສົງໄສຄືກັນ.
ຄາເມຣອນ: ຄຳພີໄບເບິນຊ່ວຍເຮົາໃຫ້ຮູ້ວ່າ 7 ວາລະດົນປານໃດ. ເທື່ອໜ້າເຈົ້າຢາກລົມເລື່ອງນີ້ຕໍ່ບໍ? j
ຈອນ: ໄດ້. ກໍດີ.
ມີເລື່ອງຫຍັງຢູ່ໃນຄຳພີໄບເບິນທີ່ເຈົ້າຍັງສົງໄສຢູ່ບໍ? ເຈົ້າຢາກຮູ້ບໍວ່າພະຍານພະເຢໂຫວາມີຄວາມເຊື່ອແນວໃດ? ແລະເຂົາເຈົ້າເຮັດກິດຈະກຳຫຍັງແດ່ທາງສາສະໜາ? ເທື່ອໜ້າຖ້າເຈົ້າເຈິພະຍານພະເຢໂຫວາ ບໍ່ຕ້ອງລັງເລທີ່ຈະຖາມເຂົາເຈົ້າ. ເຂົາເຈົ້າຍິນດີທີ່ຈະລົມກັບເຈົ້າໃນເລື່ອງເຫຼົ່ານີ້.
a ພະຍານພະເຢໂຫວາມີໂຄງການສອນຄຳພີໄບເບິນຟຣີຢູ່ເຮືອນຂອງຜູ້ສົນໃຈ ໂດຍລົມກັນເທື່ອລະເລື່ອງຈາກຄຳພີໄບເບິນເປັນປະຈຳ.
c ເບິ່ງເພີ່ມເຕີມໃນບົດທີ 9 ຂອງປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ຈັດພິມໂດຍພະຍານພະເຢໂຫວາ ຫຼືເບິ່ງໃນເວັບໄຊ www.pr418.com.
g ພະເຢຊູເວົ້າເຖິງຄຳພະຍາກອນກ່ຽວກັບສະໄໝສຸດທ້າຍວ່າ: “ເມືອງເຢຣູຊາເລັມ [ໝາຍເຖິງ ການປົກຄອງຂອງພະເຈົ້າ] ຈະຖືກຊາດອື່ນໆຢຽບຈົນມຸ່ນ ຈົນກວ່າເວລາຂອງຄົນຕ່າງຊາດຈະຈົບລົງ.” (ລູກາ 21:24) ດັ່ງນັ້ນ ຕອນທີ່ພະເຢຊູຢູ່ເທິງໂລກຊ່ວງເວລາທີ່ການປົກຄອງຂອງພະເຈົ້າຖືກຢຸດຊົ່ວຄາວຍັງບໍ່ສິ້ນສຸດ ແລະຍັງຈະດຳເນີນຕໍ່ໄປຈົນຮອດສະໄໝສຸດທ້າຍ.
i ເບິ່ງພາກພະໜວກໜ້າ 215-218 ໃນປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ຫຼືເບິ່ງໃນເວັບໄຊ www.pr418.com.
j ຫຼືເບິ່ງໃນບົດຄວາມຕໍ່ໄປຂອງບົດຄວາມຊຸດນີ້ເຊິ່ງກ່ຽວຂ້ອງກັບຂໍ້ຄຳພີທີ່ເຮັດໃຫ້ເຂົ້າໃຈເລື່ອງໄລຍະເວລາຂອງ 7 ວາລະ.