ຂ້າມໄປທີ່ເນື້ອໃນ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍ​ປະທັບໃຈ​ຄຳ​ຕອບ​ທີ່​ຊັດເຈນ​ແລະ​ມີ​ເຫດຜົນ​ຈາກ​ຄຳພີ​ໄບເບິນ

ຂ້ອຍ​ປະທັບໃຈ​ຄຳ​ຕອບ​ທີ່​ຊັດເຈນ​ແລະ​ມີ​ເຫດຜົນ​ຈາກ​ຄຳພີ​ໄບເບິນ
  • ປີ​ເກີດ 1948

  • ປະເທດ​ບ້ານ​ເກີດ ຮົງກາລີ

  • ອະດີດ ຊອກ​ຫາ​ຄຳ​ຕອບ​ສຳ​ຄັບ​ກ່ຽວກັບ​ຊີວິດ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ເກີດ​ທີ່​ເມືອງ​ແກສແຟເຮຣ໌ວາຣ໌ ປະເທດ​ຮົງກາລີ ເຖິງ​ວ່າ​ຈະ​ເປັນ​ເມືອງ​ທີ່​ມີ​ປະຫວັດ​ມາ​ຍາວ​ນານ 1.000 ກວ່າ​ປີ​ແລ້ວ ແຕ່​ຂ້ອຍ​ຍັງ​ຈື່​ໄດ້​ເຖິງ​ຄວາມ​ເສຍຫາຍ​ທີ່​ໜ້າ​ເສົ້າ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2.

ພໍ່​ຕູ້​ແມ່​ຕູ້​ລ້ຽງ​ຂ້ອຍ​ມາ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ ແລະ​ທີ່​ຂ້ອຍ​ບໍ່​ລືມ​ເລີຍ​ກໍ​ຄື ເອລີຊາເບັດ​ແມ່​ຕູ້​ຂອງ​ຂ້ອຍ​ສອນ​ໃຫ້​ຂ້ອຍ​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ. ຕອນ​ອາຍຸ 3 ປີ ທຸກ​ໆ​ແລງ​ຂ້ອຍ​ກັບ​ແມ່​ຕູ້​ຈະ​ເລົ່າ​ຄຳ​ອະທິດຖານ​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ນຳ​ກັນ ແຕ່​ກວ່າ​ຂ້ອຍ​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຄຳ​ອະທິດຖານ​ນີ້ ຂ້ອຍ​ກໍ​ອາຍຸ​ເກືອບ 30 ປີ​ແລ້ວ.

ຂ້ອຍ​ຕ້ອງ​ຢູ່​ກັບ​ພໍ່​ຕູ້​ແມ່​ຕູ້​ຕັ້ງແຕ່​ນ້ອຍ​ກໍ​ຍ້ອນ​ພໍ່​ແມ່​ຕ້ອງການ​ຫາ​ເງິນ​ມາ​ຊື້​ເຮືອນ​ດີ​ໆ​ຢູ່. ນີ້​ເຮັດ​ໃຫ້​ເຂົາເຈົ້າ​ຕ້ອງ​ເຮັດ​ວຽກ​ຕັ້ງແຕ່​ເຊົ້າ​ຈົນ​ຮອດ​ຄ່ຳ. ແຕ່​ທຸກ​ວັນ​ເສົາ​ທີ​ສອງ​ຂອງ​ເດືອນ ທຸກ​ຄົນ​ໃນ​ຄອບຄົວ​ກໍ​ຈະ​ມາ​ກິນ​ເຂົ້າ​ນຳ​ກັນ​ຢ່າງ​ພ້ອມ​ໜ້າ​ພ້ອມ​ຕາ ຂ້ອຍ​ມັກ​ຫຼາຍ​ທີ່​ເຮົາ​ໄດ້​ຢູ່​ນຳ​ກັນ​ແບບ​ນີ້.

ໃນ​ປີ 1958 ຄວາມ​ຝັນ​ຂອງ​ພໍ່​ແມ່​ກໍ​ເປັນ​ຄວາມ​ຈິງ ເຂົາເຈົ້າ​ຊື້​ເຮືອນ​ທີ່​ພວກ​ເຮົາ​ສາມ​ຄົນ​ຈະ​ຢູ່​ນຳ​ກັນ​ໄດ້. ຂ້ອຍ​ດີໃຈ​ຫຼາຍ​ທີ່​ໃນ​ທີ່​ສຸດ​ຂ້ອຍ​ກໍ​ໄດ້​ຢູ່​ກັບ​ພໍ່​ແມ່. ແຕ່ 6 ເດືອນ​ຕໍ່​ມາ ຄວາມ​ສຸກ​ນັ້ນ​ກໍ​ຫາຍ​ໄປ ພໍ່​ຂ້ອຍ​ຕາຍ​ດ້ວຍ​ໂລກ​ມະເຮັງ.

ຂ້ອຍ​ເສຍໃຈ​ຫຼາຍ ຂ້ອຍ​ຍັງ​ຈື່​ໄດ້​ວ່າ​ຕອນ​ນັ້ນ​ຂ້ອຍ​ອະທິດຖານ​ວ່າ “ຂ້ອຍ​ຂໍ​ໃຫ້​ພະອົງ​ຊ່ວຍ​ພໍ່​ຂອງ​ຂ້ອຍ​ບໍ່​ແມ່ນ​ບໍ ຂ້ອຍ​ຕ້ອງການ​ໃຫ້​ພໍ່​ຢູ່​ກັບ​ຂ້ອຍ ເປັນ​ຫຍັງ​ພະອົງ​ບໍ່​ຊ່ວຍ​ຂ້ອຍ?” ຂ້ອຍ​ຢາກ​ຮູ້​ວ່າ​ພໍ່​ໄປ​ຢູ່​ໃສ ‘ພໍ່​ຢູ່​ເທິງ​ສະຫວັນ​ບໍ? ຫຼື​ວ່າ​ຊີວິດ​ພໍ່​ດັບ​ສູນ​ໄປ​ແລ້ວ’ ຂ້ອຍ​ອິດສາ​ເດັກນ້ອຍ​ຄົນ​ອື່ນ​ໆ​ທີ່​ພໍ່​ຂອງ​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່.

ຂ້ອຍ​ໄປ​ບ່ອນ​ຝັງ​ສົບ​ເກືອບ​ທຸກ​ມື້​ເປັນ​ເວລາ​ຫຼາຍ​ປີ​ແລະ​ຄູ້ເຂົ່າ​ຕໍ່​ໜ້າ​ຫຼຸມ​ສົບ​ພໍ່. ແລ້ວ​ອະທິດຖານ​ວ່າ “ຂ້າ​ແຕ່​ພະເຈົ້າ ຂ້ອຍ​ຢາກ​ຮູ້​ວ່າ​ພໍ່​ຂ້ອຍ​ຢູ່​ບ່ອນ​ໃດ” ແລະ​ກໍ​ຍັງ​ອະທິດຖານ​ຂໍ​ພະອົງ​ຊ່ວຍ​ໃຫ້​ຂ້ອຍ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຊີວິດ​ນຳ.

ເມື່ອ​ອາຍຸ​ໄດ້ 13 ປີ ຂ້ອຍ​ຕັດສິນໃຈ​ຮຽນ​ພາສາ​ເຢຍລະມັນ​ຍ້ອນ​ຄິດ​ວ່າ ໃນ​ພາສາ​ເຢຍລະມັນ​ມີ​ປຶ້ມ​ຫຼາຍ ແລະ​ປຶ້ມ​ເຫຼົ່າ​ນັ້ນ​ອາດຈະ​ຕອບ​ຄຳ​ຖາມ​ຕ່າງ​ໆ​ຂອງ​ຂ້ອຍ​ໄດ້. ໃນ​ປີ 1967 ຂ້ອຍ​ໄປ​ຮຽນ​ທີ່​ເມືອງ​ເຍນາ​ເຊິ່ງ​ຕໍ່​ມາ​ເປັນ​ສ່ວນ​ຂອງ​ປະເທດ​ເຢຍລະມັນ​ຕາເວັນ​ອອກ. ຂ້ອຍ​ຕັ້ງໃຈ​ອ່ານ​ປຶ້ມ​ຂອງ​ນັກ​ປັດ​ສະ​ຍາ​ຂອງ​ຄົນ​ເຢຍລະມັນ​ຫຼາຍ​ຫົວ​ໂດຍ​ສະເພາະ​ທີ່​ກ່ຽວກັບ​ຈຸດມຸ່ງໝາຍ​ຂອງ​ຊີວິດ​ມະນຸດ. ເຖິງ​ວ່າ​ຈະ​ມີ​ບາງ​ເລື່ອງ​ທີ່​ໜ້າສົນໃຈ ແຕ່​ກໍ​ບໍ່​ມີ​ເລື່ອງ​ໃດ​ເລີຍ​ທີ່​ໃຫ້​ຄຳ​ຕອບ​ຈຸ​ໃຈ​ຂ້ອຍ ຂ້ອຍ​ຈຶ່ງ​ອະທິດຖານ​ຕໍ່​ໆ​ໄປ​ເພື່ອ​ຈະ​ໄດ້​ຄຳ​ຕອບ.

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ໃນ​ປີ 1970 ຂ້ອຍ​ຍ້າຍ​ກັບ​ມາ​ຮົງກາລີ​ແລະ​ໄດ້​ພົບ​ກັບ​ໂຣດສ໌​ເຊິ່ງ​ຕໍ່​ມາ​ເຮົາ​ໄດ້​ແຕ່ງດອງ​ກັນ. ໃນ​ຕອນ​ນັ້ນ​ຮົງກາລີ​ຢູ່​ໃຕ້​ການ​ປົກຄອງ​ແບບ​ຄອມມູນິດ. ຫຼັງ​ຈາກ​ເຮົາ​ແຕ່ງດອງ​ໄດ້​ບໍ່​ດົນ ຂ້ອຍ​ກັບ​ໂຣດສ໌​ຈຶ່ງ​ຍ້າຍ​ໄປ​ຢູ່​ທີ່​ປະເທດ​ໂອຕຣິດ​ຊົ່ວຄາວ. ແຕ່​ເປົ້າໝາຍ​ແທ້​ໆ​ຂອງ​ເຮົາ​ຄື​ໄປ​ຢູ່​ເມືອງ​ຊິດ​ນີ​ ປະເທດ​ອົດສະຕຣາລີ​ບ່ອນ​ດຽວ​ກັບ​ທີ່​ລຸງ​ຂ້ອຍ​ຢູ່.

ບໍ່​ດົນ​ຂ້ອຍ​ກໍ​ໄດ້​ວຽກ​ເຮັດ​ໃນ​ໂອຕຣິດ. ມື້​ໜຶ່ງ ໝູ່​ທີ່​ເຮັດ​ວຽກ​ບອກ​ວ່າ ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ທັງໝົດ​ທີ່​ຂ້ອຍ​ຢາກ​ຮູ້ ລາວ​ໃຫ້​ປຶ້ມ​ມາ​ຫຼາຍ​ຫົວ​ທີ່​ອະທິບາຍ​ກ່ຽວກັບ​ຄຳພີ​ໄບເບິນ. ຂ້ອຍ​ກະຫາຍ​ຢາກ​ຮູ້​ຈຶ່ງ​ອ່ານ​ປຶ້ມ​ເຫຼົ່າ​ນັ້ນ​ຈົບ​ຢ່າງ​ໄວ​ແລະ​ຍັງ​ຢາກ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ. ຂ້ອຍ​ຈຶ່ງ​ຂຽນ​ໄປ​ຂໍ​ປຶ້ມ​ຈາກ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ຈັດພິມ.

ໃນ​ມື້​ຄົບ​ຮອບ​ແຕ່ງດອງ​ປີ​ທຳອິດ​ຂອງ​ເຮົາ ມີ​ໄວລຸ້ນ​ຜູ້​ຊາຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໂອຕຣິດ​ມາ​ຫາ​ເຮົາ​ຢູ່​ເຮືອນ. ລາວ​ເອົາ​ປຶ້ມ​ທີ່​ຂ້ອຍ​ຂໍ​ມາ​ໃຫ້ ແລະ​ຊວນ​ຂ້ອຍ​ຮຽນ​ຄຳພີ​ໄບເບິນ​ເຊິ່ງ​ຂ້ອຍ​ກໍ​ຕົກ​ລົງ​ທັນທີ. ເນື່ອງ​ຈາກ​ຂ້ອຍ​ຢາກ​ຮຽນ​ຫຼາຍ​ຂຶ້ນ​ເຮົາ​ຈຶ່ງ​ຮຽນ​ນຳ​ກັນ​ອາທິດ​ລະ 2 ເທື່ອ​ໂດຍ​ແຕ່​ລະ​ເທື່ອ​ໃຊ້​ເວລາ​ປະມານ 4 ຊົ່ວໂມງ.

ຂ້ອຍ​ຕື່ນເຕັ້ນ​ຫຼາຍ​ກັບ​ເລື່ອງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. ເຂົາເຈົ້າ​ເປີດ​ໃຫ້​ຂ້ອຍ​ເບິ່ງ​ຊື່​ພະ​ເຢໂຫວາ​ພະເຈົ້າ​ຈາກ​ຄຳພີ​ໄບເບິນ​ພາສາ​ຮົງກາລີ. ຂ້ອຍ​ບໍ່​ຢາກ​ຈະ​ເຊື່ອ​ເລີຍ​ວ່າ​ຕະຫຼອດ​ເວລາ 27 ປີ​ທີ່​ໄປ​ໂບດ ຂ້ອຍ​ບໍ່​ເຄີຍ​ໄດ້​ຍິນ​ໃຜ​ເວົ້າ​ເຖິງ​ຊື່​ພະເຈົ້າ​ເລີຍ​ຈັກ​ເທື່ອ. ຂ້ອຍ​ປະທັບໃຈ​ກັບ​ຄຳ​ຕອບ​ທີ່​ຊັດເຈນ​ແລະ​ມີ​ເຫດຜົນ​ຈາກ​ຄຳພີ​ໄບເບິນ ເຊັ່ນ ຂ້ອຍ​ໄດ້​ຮູ້​ວ່າ​ຄົນ​ທີ່​ຕາຍ​ແລ້ວ​ບໍ່​ຮູ້​ອັນ​ໃດ​ເລີຍ​ຄື​ກັບ​ຄົນ​ທີ່​ນອນ​ຫຼັບ​ສະໜິດ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5, 10; ໂຢຮັນ 11:11-15) ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຂ້ອຍ​ຮູ້​ອີກ​ວ່າ ໃນ​ໂລກ​ທີ່​ເປັນ​ອຸທິຍານ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ເລີຍ” (ພະ​ນິມິດ 21:3, 4) ຂ້ອຍ​ຫວັງ​ວ່າ​ຈະ​ໄດ້​ເຈິ​ພໍ່​ອີກ​ເທື່ອ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ທີ່​ເຊິ່ງ​ຈະ​ມີ​ການ “ຟື້ນ​ຂຶ້ນ​ຈາກ​ຄວາມ​ຕາຍ”—ກິດຈະການ 24:15

ໂຣດສ໌​ກໍ​ເຕັມໃຈ​ຮຽນ​ຄຳພີ​ໄບເບິນ​ນຳ ພວກ​ເຮົາ​ກ້າວໜ້າ​ໄວ​ຫຼາຍ. ພຽງ​ແຕ່​ສອງ​ເດືອນ​ກໍ​ຮຽນ​ຈົບ​ໜຶ່ງ​ເຫຼັ້ມ. ເຮົາ​ເຂົ້າ​ຮ່ວມ​ການ​ປະຊຸມ​ທີ່​ພະຍານ​ພະ​ເຢໂຫວາ​ຈັດ​ຂຶ້ນ​ທຸກ​ລາຍການ​ແລະ​ປະທັບໃຈ​ຫຼາຍ​ທີ່​ເຫັນ​ເຂົາເຈົ້າ​ຮັກ​ກັນ ເປັນ​ໜຶ່ງ​ດຽວ​ກັນ ແລະ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ກັນ.—ໂຢຮັນ 13:34, 35

ໃນ​ປີ 1976 ຂ້ອຍ​ກັບ​ໂຣດສ໌​ກໍ​ຍ້າຍ​ໄປ​ຢູ່​ປະເທດ​ອົດ​ສະ​ຕາ​ລີ​. ເມື່ອ​ໄປ​ຮອດ ເຮົາ​ກໍ​ຟ້າວ​ໄປ​ຊອກ​ຫາ​ພະຍານ​ພະ​ເຢໂຫວາ​ທັນທີ. ເຂົາເຈົ້າ​ຕ້ອນ​ເຮົາ​ເປັນ​ຢ່າງ​ດີ ໃນ​ປີ 1978 ເຮົາ​ທັງ 2 ຄົນ​ກໍ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ປະໂຫຍດ​ທີ່​ໄດ້​ຮັບ:

ໃນ​ທີ່​ສຸດ ຂ້ອຍ​ກໍ​ໄດ້​ຮັບ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ທີ່​ຂ້ອຍ​ສົງໄສ​ມາ​ດົນ. ເມື່ອ​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ເປັນ​ຄື​ພໍ່ ຂ້ອຍ​ກໍ​ໄດ້​ພົບ​ພໍ່​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ມີ​ໄດ້. (ຢາໂກໂບ 4:8) ຄວາມ​ຫວັງ​ທີ່​ຈະ​ເຈິ​ກັບ​ພໍ່​ແທ້​ໆ​ອີກ​ເທື່ອ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ມີ​ຄວາມ​ໝາຍ​ສຳລັບ​ຂ້ອຍ​ແທ້​ໆ—ໂຢຮັນ 5:28, 29

ໃນ​ປີ 1989 ຂ້ອຍ​ກັບ​ໂຣດສ໌​ຕັດສິນໃຈ​ກັບ​ໄປ​ຮົງກາລີ​ເພື່ອ​ເຮົາ​ຈະ​ມີ​ໂອກາດ​ເລົ່າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ຍາດ​ພີ່ນ້ອງ ໝູ່ ແລະ​ຄົນ​ອື່ນ​ໆ​ທີ່​ເຮົາ​ພົບ. ເຮົາ​ມີ​ໂອກາດ​ສອນ​ຄຳພີ​ໄບເບິນ​ໃຫ້​ຮ້ອຍ​ກວ່າ​ຄົນ ແລະ​ມີ​ຫຼາຍ​ກວ່າ 70 ຄົນ​ລວມ​ທັງ​ແມ່​ຂອງ​ຂ້ອຍ​ນຳ​ທີ່​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ເຮົາ.

ເປັນ​ເວລາ​ເຖິງ 17 ປີ​ທີ່​ຂ້ອຍ​ອະທິດຖານ​ເພື່ອ​ໄດ້​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ຂອງ​ຂ້ອຍ. ແລະ​ຕອນນີ້​ຜ່ານ​ມາ 39 ປີ​ແລ້ວ​ຫຼັງ​ຈາກ​ທີ່​ພົບ​ຄຳ​ຕອບ ຂ້ອຍ​ກໍ​ຍັງ​ອະທິດຖານ​ຢູ່​ແລະ​ເວົ້າ​ໄດ້​ເຕັມ​ປາກ​ເລີຍ​ວ່າ “ຂອບໃຈ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ທີ່​ຕອບ​ຄຳ​ອະທິດຖານ​ໃນ​ຕອນ​ທີ່​ຂ້ອຍ​ຍັງ​ເປັນ​ເດັກນ້ອຍ.”