ຄຳພີໄບເບິນປ່ຽນຊີວິດ
ຂ້ອຍຮູ້ແລ້ວວ່າພະເຢໂຫວາເມດຕາແລະພ້ອມຈະໃຫ້ອະໄພ
ເກີດປີ 1954
ເກີດຢູ່ປະເທດ ການາດາ
ອະດີດ ນັກຕົ້ມຕຸນແລະນັກພະນັນ
ຊີວິດທີ່ຜ່ານມາ:
ຂ້ອຍໃຫຍ່ມາໃນເຂດທີ່ຫົດຫູ່ຂອງເມືອງມອນທຣິອໍ. ພໍ່ຕາຍຕອນຂ້ອຍອາຍຸ 6 ເດືອນ ແລະແມ່ຕ້ອງຮັບຜິດຊອບທຸກຢ່າງໃນເຮືອນ. ແມ່ມີລູກທັງໝົດ 8 ຄົນແລະຂ້ອຍເປັນນ້ອງຫຼ້າ.
ຂ້ອຍໃຫຍ່ມາໃນສະພາບແວດລ້ອມທີ່ມີແຕ່ຄວາມຮຸນແຮງ ຢາເສບຕິດ ການພະນັນແລະອາດຊະຍາກຳ. ຕອນອາຍຸ 10 ປີຂ້ອຍເລີ່ມເຮັດວຽກໃຫ້ກັບພວກຄ້າປະເວນີແລະພວກປ່ອຍເງິນກູ້ນອກລະບົບ. ຂ້ອຍມັກຕົວະແລະມີຄວາມສຸກທີ່ໄດ້ສໍ້ໂກງຄົນອື່ນດ້ວຍວິທີຕ່າງໆ. ທີ່ຈິງແລ້ວຂ້ອຍມັກສໍ້ໂກງຈົນຕິດເປັນນິໄສ.
ເມື່ອອາຍຸໄດ້ 14 ປີຂ້ອຍກໍຊຳນານໃນການຫາເທັກນິກໃໝ່ໆເພື່ອຕົວະຄົນອື່ນ. ຕົວຢ່າງ: ຂ້ອຍຊື້ໂມງ ສາຍແຂນ ແລະແຫວນທີ່ເຄືອບທອງມາຫຼາຍໆ ແລ້ວຂ້ອຍກໍປະທັບຕາໃສ່ເອງວ່າ 14 ກະລັດ. ຈາກນັ້ນກໍເອົາໄປຂາຍຕາມຫົນທາງ ຫຼືຕາມບ່ອນຈອດລົດຂອງຮ້ານຄ້າຕ່າງໆ. ຂ້ອຍຕິດໃຈກັບການຫາເງິນມາໄດ້ງ່າຍໆ. ມີຢູ່ເທື່ອໜຶ່ງ ຂ້ອຍຫາເງິນມາໄດ້ຮອດ 10.000 ໂດລາພາຍໃນມື້ດຽວ.
ຕອນອາຍຸ 15 ປີຂ້ອຍຖືກໄລ່ອອກຈາກໂຮງຮຽນດັດສັນດານ ຈາກນັ້ນຂ້ອຍກໍ່ບໍ່ມີບ່ອນໄປ. ຂ້ອຍມັກຈະນອນຢູ່ຕາມຖະໜົນຫົນທາງ ສວນສາທາລະນະ ຫຼືບໍ່ກໍໄປຢູ່ກັບຄົນຮູ້ຈັກ.
ຍ້ອນຂ້ອຍມີປະຫວັດສໍ້ໂກງຄົນອື່ນຈຶ່ງຖືກຕຳຫຼວດສອບສວນຢູ່ຕະຫຼອດ. ເຖິງວ່າຂ້ອຍຈະບໍ່ເຄີຍຂາຍເຄື່ອງທີ່ລັກມາ ແລະບໍ່ເຄີຍຕິດຄຸກ ແຕ່ຂ້ອຍຕ້ອງຈ່າຍຄ່າປັບໄໝຈຳນວນຫຼາຍຍ້ອນຂໍ້ຫາຕົ້ມຕຸນຫຼອກລວງ ໃຫ້ຂໍ້ມູນເທັດແລະຂາຍຂອງເຖື່ອນ. ຕອນນັ້ນຂ້ອຍບໍ່ຢ້ານຜູ້ໃດເລີຍ. ຂ້ອຍເຄີຍທວງໜີ້ໃຫ້ພວກປ່ອຍເງິນກູ້ນອກລະບົບເຊິ່ງເປັນວຽກທີ່ສ່ຽງຫຼາຍ. ຂ້ອຍຈຶ່ງຕ້ອງເອົາປືນຕິດໂຕຕະຫຼອດເວລາ ແລະບາງເທື່ອຂ້ອຍກໍເຮັດວຽກໃຫ້ພວກອາດຊະຍາກອນນຳ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ຂ້ອຍເລີ່ມຮູ້ຈັກຄຳພີໄບເບິນຕອນອາຍຸ 17 ປີ. ແຟນທີ່ຢູ່ນຳກັນຕອນນັ້ນເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ແຕ່ຂ້ອຍບໍ່ມັກທີ່ຄຳພີໄບເບິນເຂັ້ມງວດເລື່ອງສິນລະທຳ ຂ້ອຍຈຶ່ງເລີກກັບແຟນ ແລ້ວກໍໄປຢູ່ກັບຜູ້ຍິງອີກຄົນໜຶ່ງ.
ປາກົດວ່າແຟນໃໝ່ຂອງຂ້ອຍກໍເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາຄືກັນ. ຕອນນີ້ແຫຼະທີ່ເປັນຈຸດປ່ຽນຊີວິດຂ້ອຍ! ລາວປ່ຽນແປງໂຕເອງຫຼາຍຢ່າງແລະຂ້ອຍກໍປະທັບໃຈທີ່ເຫັນລາວອ່ອນໂຍນແລະໃຈເຢັນຫຼາຍຂຶ້ນ. ເມື່ອມີຄົນຊວນຂ້ອຍໄປປະຊຸມກັບພະຍານພະເຢໂຫວາຂ້ອຍກໍເລີຍໄປ. ຢູ່ຫັ້ນ ມີຄົນຕ້ອນຮັບຂ້ອຍຢ່າງອົບອຸ່ນ ມັນຄືກັບວ່າຢູ່ຄົນລະໂລກເລີຍ! ຂ້ອຍເຄີຍຮູ້ສຶກວ່າຄົນໃນຄອບຄົວບໍ່ຕ້ອງການຂ້ອຍ. ຕອນຍັງນ້ອຍ ຂ້ອຍບໍ່ເຄີຍໄດ້ຮັບຄວາມຮັກ ຫຼືການເບິ່ງແຍງເອົາໃຈໃສ່ເລີຍ. ແຕ່ຄວາມຮັກຢ່າງອົບອຸ່ນທີ່ໄດ້ຮັບໃນກຸ່ມຂອງພະຍານພະເຢໂຫວາເປັນສິ່ງທີ່ຂ້ອຍໂຫຍຫາມາຕະຫຼອດ. ພໍແຕ່ພະຍານພະເຢໂຫວາຊວນຂ້ອຍຮຽນຄຳພີໄບເບິນ ຂ້ອຍກໍຕອບຮັບດ້ວຍຄວາມຍິນດີ.
ເລື່ອງທີ່ຮຽນຈາກຄຳພີໄບເບິນຊ່ວຍຊີວິດຂ້ອຍໄວ້ແທ້ໆ. ກ່ອນໜ້ານີ້ຂ້ອຍກັບໝູ່ອີກ 2 ຄົນວາງແຜນຈະໄປປຸ້ນເພື່ອເອົາເງິນໄປໄຊ້ໜີ້ພະນັນຈຳນວນ 50.000 ໂດລາ ຂ້ອຍດີໃຈຫຼາຍທີ່ຖອນໂຕອອກມາກ່ອນ! ສ່ວນໝູ່ທັງສອງຄົນບໍ່ຍອມຍົກເລີກ ເຂົາເຈົ້າໄປປຸ້ນຕາມແຜນທີ່ວາງໄວ້ ປາກົດວ່າຄົນໜຶ່ງຖືກຈັບ ແລະອີກຄົນໜຶ່ງຖືກຂ້າ.
ຕອນທີ່ຂ້ອຍຮຽນຄຳພີໄບເບິນ ຂ້ອຍກໍຮູ້ວ່າຕ້ອງໄດ້ປ່ຽນແປງຊີວິດຫຼາຍຢ່າງ. ເຊັ່ນ 1 ໂກຣິນໂທ 6:10 ບອກວ່າ: “ຄົນຂີ້ລັກ ຄົນໂລບ ຄົນຂີ້ເຫຼົ້າ ຄົນປາກຮ້າຍ ແລະຄົນມັກຂູດຮີດ ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.” ເມື່ອຂ້ອຍອ່ານຂໍ້ນີ້ ຂ້ອຍເຖິງຂັ້ນນ້ຳຕາໄຫຼ. ຂ້ອຍສຳນຶກໄດ້ວ່າໂຕເອງຕ້ອງປ່ຽນແປງຊີວິດໃໝ່ທັງໝົດ. (ໂຣມ 12:2) ຂ້ອຍເປັນຄົນໃຈຮ້າຍແລະມັກຄວາມຮຸນແຮງ ແລະຊິວິດຂ້ອຍມີແຕ່ການຂີ້ຕົວະຫຼອກຫຼວງ.
ເຖິງຈະເປັນແບບນັ້ນ ຂ້ອຍກໍຮູ້ວ່າພະເຢໂຫວາເມດຕາແລະພ້ອມຈະໃຫ້ອະໄພ. (ເອຊາຢາ 1:18) ຂ້ອຍອະທິດຖານຢ່າງຈິງຈັງຂໍພະເຢໂຫວາຊ່ວຍຂ້ອຍໃຫ້ຖິ້ມນິດໄສເກົ່າໆ ແລະເພິ່ນກໍຊ່ວຍຂ້ອຍເຮັດໄດ້ສຳເລັດ. ຢ່າງທຳອິດ ຂ້ອຍກັບແຟນຕ້ອງແຕ່ງດອງກັນໃຫ້ຖືກຕ້ອງຕາມກົດໝາຍ.
ຂ້ອຍຍັງມີຊີວິດຢູ່ຈົນຮອດທຸກມື້ນີ້ກໍຍ້ອນເຮັດຕາມຄຳແນະນຳຈາກຄຳພີໄບເບິນ
ຕອນອາຍຸ 24 ປີຂ້ອຍກໍມີລູກ 3 ຄົນ. ຕອນນີ້ຂ້ອຍຕ້ອງຊອກວຽກເຮັດທີ່ສຸດຈະລິດ. ເຖິງວ່າຂ້ອຍຈະຮຽນມາໜ້ອຍ ແລະບໍ່ມີໃບຜ່ານງານການເຮັດວຽກຈາກບ່ອນໃດເລີຍ ແຕ່ຂ້ອຍກໍອະທິດຖານເຖິງພະເຢໂຫວາຢ່າງຈິງຈັງອີກເທື່ອໜຶ່ງ ແລ້ວກໍອອກໄປຊອກວຽກເຮັດ. ຂ້ອຍບອກຄົນທີ່ສຳພາດວຽກວ່າ ຂ້ອຍຢາກປ່ຽນແປງຊີວິດໃຫ້ດີຂຶ້ນແລະເຮັດວຽກທີ່ສັດຊື່. ເມື່ອຂ້ອຍອະທິບາຍວ່າຂ້ອຍກຳລັງສຶກສາຄຳພີໄບເບິນແລະຢາກເປັນຄົນດີ ຄົນສຳພາດສ່ວນຫຼາຍປະຕິເສດຂ້ອຍ. ແຕ່ໃນທີ່ສຸດກໍມີຄົນໜຶ່ງຮັບຂ້ອຍເຂົ້າເຮັດວຽກຫຼັງຈາກທີ່ເລົ່າປະຫວັດໃຫ້ຟັງ. ລາວບອກວ່າ: “ແທ້ໆແລ້ວຂ້ອຍບໍ່ຮູ້ດອກວ່າຍ້ອນຫຍັງ ແຕ່ຂ້ອຍຮູ້ສຶກວ່າຂ້ອຍຢາກຈ້າງເຈົ້າ.” ຂ້ອຍເຊື່ອວ່ານີ້ແມ່ນວິທີທີ່ພະເຈົ້າຕອບຄຳອະທິດຖານຂອງຂ້ອຍ. ຕໍ່ມາ ຂ້ອຍກັບເມຍກໍຮັບບັບເຕມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ຂ້ອຍໄດ້ຮັບ:
ຂ້ອຍຍັງມີຊີວິດຢູ່ຈົນຮອດທຸກມື້ນີ້ກໍຍ້ອນເຮັດຕາມຄຳແນະນຳຈາກຄຳພີໄບເບິນ. ຕອນນີ້ຂ້ອຍມີຄອບຄົວທີ່ໜ້າຮັກ ແລະຂ້ອຍດີໃຈຫຼາຍທີ່ມີໃຈຮູ້ຜິດຮູ້ຖືກທີ່ສະອາດຍ້ອນໝັ້ນໃຈວ່າພະເຢໂຫວາໃຫ້ອະໄພຂ້ອຍແທ້ໆ.
ເປັນເວລາ 14 ປີແລ້ວທີ່ຂ້ອຍໃຊ້ເວລາສ່ວນໃຫຍ່ໃນການສອນຄຳພີໄບເບິນ. ບໍ່ດົນມານີ້ ເມຍຂອງຂ້ອຍກໍໃຊ້ເວລາສ່ວນໃຫຍ່ໄປກັບການສອນຄຳພີໄບເບິນຄືກັນ. ຕະຫຼອດເວລາ 30 ກວ່າປີທີ່ຜ່ານມາ ຂ້ອຍໄດ້ຊ່ວຍໝູ່ຢູ່ບ່ອນເຮັດວຽກ 22 ຄົນໃຫ້ມານະມັດສະການພະເຢໂຫວາ. ທຸກມື້ນີ້ ຂ້ອຍກໍຍັງໄປຍ່າງເລາະໃນຮ້ານຄ້າຢູ່ ແຕ່ບໍ່ໄດ້ໄປເພື່ອຫຼອກລວງຄົນອື່ນຄືແຕ່ກ່ອນ. ຕອນນີ້ຂ້ອຍໄປເພື່ອບອກຄວາມຫວັງໃຫ້ຄົນອື່ນຟັງ ຂ້ອຍຢາກໃຫ້ຫຍັງບາງຢ່າງກັບເຂົາເຈົ້ານັ້ນຄືຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ບໍ່ມີຄົນຕົ້ມຕຸນຫຼອກລວງ.—ເພງສັນລະເສີນ 37:10, 11