ຂ້າມໄປທີ່ເນື້ອໃນ

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

ຂ້ອຍເຄີຍເປັນຄົນຊົ່ວຫຼາຍ

ຂ້ອຍເຄີຍເປັນຄົນຊົ່ວຫຼາຍ
  • ປີ​ເກີດ 1952

  • ປະເທດ​ບ້ານ​ເກີດ ສະຫະລັດ​ອາເມຣິກາ

  • ອະດີດ ເປັນ​ຄົນ​ໃຈ​ຮ້ອນ​ແລະ​ຮຸນແຮງ

ຊີວິດ​ທີ່​ຜ່ານ​ມາ:

ຂ້ອຍ​ໃຫຍ່​ມາ​ໃນ​ເມືອງ​ລັອດແອງເຈີລິດ ລັດ​ຄາລິຟໍເນຍ ສະຫະລັດ​ອາເມຣິກາ. ໃນ​ບ່ອນ​ທີ່​ຂ້ອຍ​ຢູ່​ມີ​ແຕ່​ກຸ່ມ​ຄົນ​ອັນທະພານ​ແລະ​ຢາເສບຕິດ. ພໍ່​ແມ່​ມີ​ລູກ​ທັງໝົດ 6 ຄົນ ແລະ​ຂ້ອຍ​ເປັນ​ລູກ​ຄົນ​ທີ​ສອງ.

ຄອບຄົວ​ເຮົາ​ເປັນ​ສະມາຊິກ​ໂບດ​ນິກາຍ​ອິແວນເຈລິຄັດ. ແຕ່​ຕອນ​ເປັນ​ໄວລຸ້ນ​ຂ້ອຍ​ໃຊ້​ຊີວິດ​ແບບ​ຕີ​ສອງ​ໜ້າ. ວັນ​ອາທິດ​ຂ້ອຍ​ເປັນ​ນັກຮ້ອງ​ໃນ​ກຸ່ມ​ປະສານ​ສຽງ​ຂອງ​ໂບດ ສ່ວນ​ວັນ​ທຳມະດາ​ຂອງ​ອາທິດ​ກໍ​ທ່ຽວ​ເຮຮາ ເສບ​ຢາ ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພ​ດ.

ຂ້ອຍ​ເປັນ​ຄົນ​ໃຈ​ຮ້ອນ​ແລະ​ມັກ​ໃຊ້​ຄວາມ​ຮຸນແຮງ. ຖ້າ​ໃຈ​ຮ້າຍ​ຂຶ້ນ​ມາ​ມີ​ຫຍັງ​ຢູ່​ໃກ້​ໆ ຂ້ອຍ​ກໍ​ໃຊ້​ເປັນ​ອາວຸດ​ໄດ້​ໝົດ. ສິ່ງ​ທີ່​ຂ້ອຍ​ຮຽນ​ຈາກ​ໂບດ​ບໍ່​ໄດ້​ຊ່ວຍ​ຫຍັງ​ເລີຍ. ຂ້ອຍ​ມັກ​ບອກ​ຄົນ​ອື່ນ​ໆ​ວ່າ: “ຂ້ອຍ​ເປັນ​ເຄື່ອງມື​ຂອງ​ອົງ​ພະ​ຜູ້​ເປັນ​ເຈົ້າ​ໃນ​ການ​ແກ້ແຄ້ນ!” ຊ່ວງ​ປາຍ​ປີ 1960 ຕອນ​ຢູ່​ມັດທະຍົມ ຂ້ອຍ​ໄດ້​ຮັບ​ອິດທິພົນ​ຈາກ​ພັກ​ແບັກແພນເຕີ​ເຊິ່ງ​ເປັນ​ກຸ່ມ​ທີ່​ຕໍ່ສູ້​ເພື່ອ​ສິດ​ຂອງ​ພົນລະເມືອງ. ຂ້ອຍ​ໄດ້​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ນັກ​ຮຽນ​ເພື່ອ​ສິດ​ຂອງ​ພົນລະເມືອງ. ແຕ່​ລະ​ເທື່ອ​ທີ່​ເຮົາ​ລວມ​ຕົວ​ກັນ​ເພື່ອ​ປະທ້ວງ ໂຮງຮຽນ​ກໍ​ຈະ​ປິດ​ຊົ່ວຄາວ.

ເບິ່ງ​ຄື​ວ່າ​ການ​ປະທ້ວງ​ແບບ​ນີ້​ຍັງ​ບໍ່​ຮຸນແຮງ​ພໍ​ສຳລັບ​ຂ້ອຍ ຂ້ອຍ​ຈຶ່ງ​ລົງມື​ທຳຮ້າຍ​ຄົນ​ອື່ນ​ຍ້ອນ​ຄວາມ​ກຽດຊັງ​ທີ່​ຂ້ອຍ​ມີ​ຢູ່​ແລ້ວ ເຊັ່ນ: ມີ​ເທື່ອ​ໜຶ່ງ​ຂ້ອຍ​ກັບ​ໝູ່​ໄປ​ເບິ່ງ​ໜັງ​ກ່ຽວກັບ​ທາດ​ຄົນ​ອາຝຼິກກາ​ທີ່​ຖືກ​ຂົ່ມເຫງ​ໃນ​ອາເມຣິກາ. ເມື່ອ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ແບບ​ນັ້ນ ພວກ​ເຮົາ​ໃຈ​ຮ້າຍ​ຫຼາຍ​ກໍ​ເລີຍ​ຕີ​ໄວລຸ້ນ​ຜິວ​ຂາວ​ທີ່​ຢູ່​ໃນ​ໂຮງ​ໜັງ. ຈາກນັ້ນ ເຮົາ​ກໍ​ໄປ​ບ່ອນ​ທີ່​ມີ​ຄົນ​ຜິວ​ຂາວ​ຢູ່​ເພື່ອ​ຕີ​ເຂົາເຈົ້າ.

ຕອນ​ທີ່​ຂ້ອຍ​ຍັງ​ເປັນ​ໄວລຸ້ນ ຂ້ອຍ​ກັບ​ອ້າຍ​ນ້ອງ​ໄດ້​ພາກັນ​ກໍ່​ອາດຊະຍາກຳ​ທີ່​ຮຸນແຮງ​ຫຼາຍ​ຢ່າ​ງ. ພວກ​ເຮົາ​ຖືກ​ຕຳຫຼວດ​ຈັບ​ຢູ່​ເລື້ອຍ​ໆ. ນ້ອງ​ຊາຍ​ຄົນ​ໜຶ່ງ​ຂອງ​ຂ້ອຍ​ເປັນ​ສະມາຊິກ​ຂອງ​ແກ໊ງ​ໂຈນ​ແລະ​ຂ້ອຍ​ກໍ​ເຂົ້າ​ຮ່ວມ​ກັບ​ເຂົາເຈົ້າ​ນຳ ນັ້ນ​ເຮັດ​ໃຫ້​ຂ້ອຍ​ແຮ່ງ​ເຮັດ​ຊົ່ວ​ກວ່າ​ເກົ່າ.

ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

ພໍ່​ແມ່​ຂອງ​ໝູ່​ຂ້ອຍ​ຄົນ​ໜຶ່ງ​ເປັນ​ພະຍານ​ພະ​ເຢໂຫວາ. ເຂົາເຈົ້າ​ຊວນ​ຂ້ອຍ​ໄປ​ປະຊຸມ​ຢູ່​ຫໍປະຊຸມ​ນຳ ຢູ່​ຫັ້ນ​ຂ້ອຍ​ເຫັນ​ວ່າ​ພະຍານ​ແຕກຕ່າງ​ຈາກ​ຄົນ​ກຸ່ມ​ອື່ນ​ຢ່າງ​ຈະ​ແຈ້​ງ. ທຸກ​ຄົນ​ມີ​ຄຳພີ​ໄບເບິນ ແລະ​ເປີດ​ຕາມ​ລະຫວ່າງ​ການ​ປະຊຸມ ແມ່ນ​ແຕ່​ໄວລຸ້ນ​ກໍ​ຂຶ້ນ​ບັນລະຍາຍ​ນຳ! ຂ້ອຍ​ປະທັບໃຈ​ຫຼາຍ​ທີ່​ໄດ້​ຮູ້​ວ່າ​ພະເຈົ້າ​ຊື່​ເຢໂຫວາ ແລະ​ມີ​ການ​ເວົ້າ​ຊື່​ນີ້​ເລື່ອຍ​ໆ​ໃນ​ການ​ປະຊຸມ. (ຄຳເພງ 83:18) ໃນ​ຫໍປະຊຸມ​ນັ້ນ​ມີ​ຄົນ​ຈາກ​ຫຼາຍ​ເຊື້ອ​ຊາດ ແຕ່​ທີ່​ໜ້າ​ປະທັບໃຈ​ແມ່ນ​ເຂົາເຈົ້າ​ຮັກ​ກັນ​ແທ້​ໆ.

ຊ່ວງ​ທຳອິດ​ຂ້ອຍ​ຍັງ​ບໍ່​ຢາກ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ ແຕ່​ຂ້ອຍ​ກໍ​ມັກ​ໄປ​ປະຊຸມ. ມີ​ຄືນ​ໜຶ່ງ​ຕອນ​ທີ່​ຂ້ອຍ​ໄປ​ຮ່ວມ​ປະຊຸມ ພວກ​ໝູ່​ຂ້ອຍ​ໄປ​ເບິ່ງ​ຄອນເສີດ​ນຳ​ກັນ​ແລະ​ເຂົາເຈົ້າ​ກໍ​ໄປ​ຍາດ​ເອົາ​ເສື້ອ​ໜັງ​ຂອງ​ໄວລຸ້ນ​ຄົນ​ໜຶ່ງ​ເຖິງຂັ້ນ​ຕີ​ລາວ​ຈົນ​ຕາ​ຍ. ມື້​ຕໍ່​ມາ ພວກ​ໝູ່​ຂ້ອຍ​ກໍ​ມາ​ເວົ້າ​ອວດ​ກັນ​ກ່ຽວກັບ​ເລື່ອງ​ທີ່​ເກີດຂຶ້ນ. ແມ່ນ​ແຕ່​ຕອນ​ທີ່​ຂຶ້ນ​ສານ ເຂົາເຈົ້າ​ກໍ​ຍັງ​ບໍ່​ສຳນຶກ​ວ່າ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ເປັນ​ເລື່ອງ​ຮ້າຍ​ແຮ​ງ. ເຂົາເຈົ້າ​ສ່ວນ​ຫຼາຍ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ​ຕະຫຼອດ​ຊີວິດ. ຂ້ອຍ​ດີໃຈ​ຫຼາຍ​ທີ່​ບໍ່​ໄດ້​ຢູ່​ກັບ​ເຂົາເຈົ້າ​ໃນ​ຄືນ​ນັ້ນ. ຂ້ອຍ​ຕັດສິນໃຈ​ປ່ຽນແປງ​ຊີວິດ​ແລະ​ເລີ່ມ​ຮຽນ​ຄຳພີ​ໄບເບິນ.

ຂ້ອຍ​ເຫັນ​ການ​ດູຖູກ​ຢຽດ​ຢາມ​ເຊື້ອ​ຊາດ​ມາ​ຕະຫຼອດ ແຕ່​ສິ່ງ​ທີ່​ຂ້ອຍ​ເຫັນ​ໃນ​ທ່າມກາງ​ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ປະຫຼາດ​ໃຈ​ຫຼາຍ. ຕົວຢ່າງ​ເຊັ່ນ: ເມື່ອ​ພະຍານ​ຄົນ​ຜິວ​ຂາວ​ຕ້ອງ​ເດີນທາງ​ໄປ​ຕ່າງ​ປະເທດ ລາວ​ຝາກ​ລູກ​ໄວ້​ກັບ​ຄອບຄົວ​ຄົນ​ຜິວ​ດຳ. ແລະ​ຍັງ​ມີ​ຄອບຄົວ​ຄົນ​ຜິວ​ຂາວ​ອີກ​ຄອບຄົວ​ໜຶ່ງ​ທີ່​ໃຫ້​ໄວລຸ້ນ​ຊາຍ​ຜິວ​ດຳ​ພັກ​ຢູ່​ນຳ. ຂ້ອຍ​ຄິດ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ພະ​ເຢຊູ​ບອກ​ໄວ້​ໃນ​ໂຢຮັນ 13:35 ທີ່​ບອກ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ​ເມື່ອ​ພວກ​ເຈົ້າ​ຮັກ​ກັນ.” ຂ້ອຍ​ຄິດ​ວ່າ​ນີ້​ແຫຼະ​ເປັນ​ສັງຄົມ​ພີ່ນ້ອງ​ທີ່​ຮັກ​ກັນ​ແທ້​ໆ.

ເມື່ອ​ຮຽນ​ຄຳພີ​ໄບເບິນ​ຂ້ອຍ​ກໍ​ຮູ້​ວ່າ​ໂຕເອງ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ທັງໝົດ​ໃໝ່​ເພື່ອ​ຈະ​ເປັນ​ຄົນ​ຮັກ​ສັນຕິ ເພາະ​ມີ​ແຕ່​ການ​ເວົ້າ​ວ່າ​ຮັກ​ສັນຕິ​ຢ່າງ​ດຽວ​ນັ້ນ​ບໍ່​ພໍ ແຕ່​ຕ້ອງ​ໃຫ້​ທັງ​ຊີວິດ​ເປັນ​ແບບ​ນັ້ນ​ແທ້​ໆ ເພາະ​ຂ້ອຍ​ໝັ້ນໃຈ​ວ່າ​ນີ້​ເປັນ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸ​ດ. (ໂຣມ 12:2) ຂ້ອຍ​ຄ່ອຍ​ໆ​ພັດທະນາ​ຄວາມ​ເຊື່ອ​ຂຶ້ນ​ເທື່ອ​ລະ​ເລັກ​ລະ​ນ້ອຍ. ໃນ​ເດືອນ​ມັງກອນ​ປີ 1974 ຂ້ອຍ​ກໍ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ຂ້ອຍ​ຮູ້​ວ່າ​ໂຕເອງ​ຕ້ອງ​ປ່ຽນ​ຄວາມ​ຄິດ​ຈິດ​ໃຈ​ທັງໝົດ​ໃໝ່​ເພື່ອ​ຈະ​ເປັນ​ຄົນ​ຮັກ​ສັນຕິ ເພາະ​ມີ​ແຕ່​ການ​ເວົ້າ​ວ່າ​ຮັກ​ສັນຕິ​ຢ່າງ​ດຽວ​ນັ້ນ​ບໍ່​ພໍ ແຕ່​ຕ້ອງ​ໃຫ້​ທັງ​ຊີວິດ​ເປັນ​ແບບ​ນັ້ນ​ແທ້​ໆ ເພາະ​ຂ້ອຍ​ໝັ້ນໃຈ​ວ່າ​ນີ້​ເປັນ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸດ

ເຖິງ​ວ່າ​ຂ້ອຍ​ຈະ​ຮັບ​ບັບເຕມາ​ແລ້ວ ຂ້ອຍ​ກໍ​ຍັງ​ຝຶກ​ຄວບຄຸມ​ອາລົມ​ຢູ່ ເຊັ່ນ: ມີ​ມື້​ໜຶ່ງ​ຕອນ​ທີ່​ຂ້ອຍ​ສອນ​ຄຳພີ​ໄບເບິນ​ຕາມ​ບ້ານ ຂ້ອຍ​ເຫັນ​ໂຈນ​ລັກ​ວິທະຍຸ​ຈາກ​ລົດ​ຂ້ອຍ ຂ້ອຍ​ຈຶ່ງ​ແລ່ນ​ໄລ່​ລາວ. ເມື່ອ​ຂ້ອຍ​ເກືອບ​ຈະ​ຈັບ​ລາວ​ໄດ້ ລາວ​ກໍ​ຖິ້ມ​ວິທະຍຸ​ແລະ​ແລ່ນ​ໜີ​ໄປ. ຕອນ​ທີ່​ຂ້ອຍ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ວ່າ​ຂ້ອຍ​ໄດ້​ວິທະຍຸ​ຄືນ​ແນວ​ໃດ ຜູ້​ດູແລ​ກຸ່ມ​ຄົນ​ໜຶ່ງ​ຖາມ​ຂ້ອຍ​ວ່າ: “ສະຕີເຟັນ ຖ້າ​ເຈົ້າ​ຈັບ​ລາວ​ໄດ້ ເຈົ້າ​ຈະ​ເຮັດ​ຫຍັງ​ລາວ?” ຄຳ​ຖາມ​ນີ້​ເຮັດ​ໃຫ້​ຂ້ອຍ​ຄິດ​ໄດ້ ແລະ​ກະຕຸ້ນ​ຂ້ອຍ​ວ່າ​ຕ້ອງ​ພະຍາຍາມ​ເປັນ​ຄົນ​ຮັກ​ສັນຕິ​ແທ້​ໆ.

ໃນ​ເດືອນ​ຕຸລາ​ປີ 1974 ຂ້ອຍ​ກໍ​ເລີ່ມ​ຮັບໃຊ້​ເຕັມ​ເວລາ ໂດຍ​ໃຊ້​ເວລາ 100 ຊົ່ວໂມງ​ຕໍ່​ເດືອນ​ໃນ​ການ​ສອນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ໆ. ຫຼັງ​ຈາກນັ້ນ ຂ້ອຍ​ກໍ​ໄດ້​ຮັບ​ສິດທິ​ພິເສດ​ທີ່​ຈະ​ຮັບໃຊ້​ເປັນ​ອາສາ​ສະໝັກ​ໃນ​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ບຣຸກລິນ ນິວຢອກ. ໃນ​ປີ 1978 ຂ້ອຍ​ກັບ​ໄປ​ລັອດແອງເຈີລິດ​ເພື່ອ​ເບິ່ງແຍງ​ແມ່​ທີ່​ບໍ່​ສະບາຍ. ສອງ​ປີ​ຕໍ່​ມາ​ຂ້ອຍ​ແຕ່ງດອງ​ກັບ​ອາຣັນດາ. ລາວ​ຊ່ວຍ​ຂ້ອຍ​ຫຼາຍ​ໃນ​ການ​ເບິ່ງແຍງ​ແມ່​ຈົນ​ຮອດ​ມື້​ທີ່​ແມ່​ເສຍ​ຊີວິດ. ຫຼັງ​ຈາກນັ້ນ​ບໍ່​ດົນ ຂ້ອຍ​ກັບ​ອາຣັນດາ​ກໍ​ເຂົ້າ​ໂຮງຮຽນ​ກິລຽດ​ແລະ​ເຮົາ​ໄດ້​ຮັບ​ມອບໝາຍ​ໃຫ້​ໄປ​ປານາມາ​ໃນ​ຖານະ​ມິດຊັນນາລີ.

ຕັ້ງແຕ່​ຮັບ​ບັບເຕມາ ຂ້ອຍ​ເຈິ​ເຫດການ​ຫຼາຍ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ຂ້ອຍ​ລະເບີດ​ອາລົມ​ໂດຍ​ໃຊ້​ຄວາມ​ຮຸນແຮງ ແຕ່​ຂ້ອຍ​ພະຍາຍາມ​ໃຈ​ເຢັນ​ຫຼື​ບໍ່​ກໍ​ຍ່າງ​ໜີ​ຈາກ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ໃຈ​ຮ້າຍ. ເມຍ​ຂ້ອຍ​ລວມ​ເຖິງ​ຄົນ​ອື່ນ​ໆ​ພາກັນ​ຊົມເຊີຍ​ທີ່​ເຫັນ​ຂ້ອຍ​ຮັບ​ມື​ກັບ​ສະຖານະການ​ແບບ​ນີ້​ໄດ້. ຂ້ອຍ​ບໍ່​ຄິດ​ເລີຍ​ວ່າ​ໂຕເອງ​ຈະ​ເຮັດ​ໄດ້! ແຕ່​ນີ້​ບໍ່​ໄດ້​ມາ​ຈາກ​ຄວາມ​ສາມາດ​ຂອງ​ໂຕ​ຂ້ອຍ​ເອງ. ຕອນນີ້​ຂ້ອຍ​ເຊື່ອ​ວ່າ​ຄຳພີ​ໄບເບິນ​ມີ​ພະລັງ​ປ່ຽນ​ຊີວິດ​ແທ້​ໆ.—ເຮັບເຣີ 4:​12

ປະໂຫຍດ​ທີ່​ໄດ້​ຮັບ:

ຄຳພີ​ໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ເຮົາ​ເກີດ​ມາ​ເພື່ອ​ຫຍັງ​ແລະ​ສອນ​ໃຫ້​ຂ້ອຍ​ເປັນ​ຄົນ​ຮັກ​ສັນຕິ​ແທ້​ໆ. ຕອນນີ້​ຂ້ອຍ​ບໍ່​ໄດ້​ໄປ​ຫາ​ເລື່ອງ​ຕີ​ກັບ​ຄົນ​ອື່ນ​ອີກ​ແລ້ວ ແຕ່​ຂ້ອຍ​ຊ່ວຍ​ເຂົາເຈົ້າ​ໃຫ້​ມາ​ຮູ້​ຈັກ​ພະເຈົ້າ. ຂ້ອຍ​ຍັງ​ສອນ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ທີ່​ເຄີຍ​ເປັນ​ສັດຕູ​ຂອງ​ຂ້ອຍ​ໃນ​ສະໄໝ​ຮຽນ​ມັດທະຍົມ​ນຳ. ຫຼັງ​ຈາກ​ທີ່​ລາວ​ຮັບ​ບັບເຕມາ ລາວ​ກໍ​ມາ​ຢູ່​ກັບ​ຂ້ອຍ​ໄລຍະ​ໜຶ່ງ ແລະ​ດຽວ​ນີ້​ພວກ​ເຮົາ​ກໍ​ສະໜິດ​ກັນ​ຫຼາຍ. ມາ​ຮອດ​ຕອນນີ້ ຂ້ອຍ​ກັບ​ເມຍ​ສອນ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ອື່ນ​ໆ​ແລະ​ຊ່ວຍ 80 ປາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້​ໆ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ເຮົາ​ເກີດ​ມາ​ເພື່ອ​ຫຍັງ​ແລະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ໃນ​ສັງຄົມ​ພີ່ນ້ອງ​ທີ່​ຮັກ​ກັນ​ແທ້​ໆ.