ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

ອ່ານ​ແນວ​ໃດ​ໃຫ້​ມ່ວນ?

ອ່ານ​ແນວ​ໃດ​ໃຫ້​ມ່ວນ?

ເຈົ້າ​ອ່ານ​ຄຳ​ພີ​ໄບເບິນ​ແລ້ວ​ຮູ້ສຶກ​ແນວ​ໃດ? ເບື່ອ​ບໍ? ຫຼື​ມັກ​ຫຼາຍ? ສ່ວນ​ຫຼາຍ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ອ່ານ​ແບບ​ໃດ. ມາ​ເບິ່ງ​ນຳ​ກັນ​ວ່າ​ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ມ່ວນ​ກັບ​ການ​ອ່ານ​ແລະ​ເຮັດ​ໃຫ້​ຄຳ​ພີ​ໄບເບິນ​ໜ້າ​ສົນ​ໃຈ​ຫຼາຍ​ຂຶ້ນ​ສຳລັບ​ເຈົ້າ.

ເລືອກ​ສະບັບ​ແປ​ທີ່​ເຊື່ອ​ຖື​ໄດ້ ແລະ​ແປ​ດ້ວຍ​ພາສາ​ທັນ​ສະໄໝ. ຖ້າ​ເຈົ້າ​ອ່ານ​ເລື່ອງ​ທີ່​ມີ​ແຕ່​ຄຳ​ຍາກໆຫຼື​ໃຊ້​ພາສາ​ບູຮານ​ທີ່​ເຈົ້າ​ບໍ່​ຄ່ອຍ​ເຂົ້າ​ໃຈ ເຈົ້າ​ຄື​ຊິ​ອ່ານ​ເລື່ອງ​ນັ້ນ​ບໍ່​ຄ່ອຍ​ມ່ວນ​ປານ​ໃດ. ດັ່ງນັ້ນ ເຈົ້າ​ຕ້ອງ​ເລືອກ​ຄຳ​ພີ​ໄບເບິນ​ທີ່​ໃຊ້​ພາສາ​ເຂົ້າ​ໃຈ​ງ່າຍ. ແຕ່​ກໍ​ຕ້ອງ​ແປ​ຢ່າງ​ຖືກຕ້ອງ​ແລະ​ເຊື່ອ​ຖື​ໄດ້​ນຳ. *

ໃຊ້​ເຕັກໂນໂລຊີ​ທີ່​ທັນ​ສະໄໝ. ທຸກ​ມື້​ນີ້​ຄຳ​ພີ​ໄບເບິນ​ບໍ່​ໄດ້​ມີ​ແຕ່​ແບບ​ທີ່​ພິມ​ເປັນ​ຫົວ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ໃນ​ຮູບ​ແບບ​ດິຈິຕໍ​ນຳ. ຄຳ​ພີ​ໄບເບິນ​ບາງ​ສະບັບ​ແປ​ສາມາດ​ອ່ານ​ອອນລາຍ​ຫຼື​ດາວໂຫຼດ​ໄວ້​ໃນ​ຄອມພິວເຕີ ແທັບເລັດ ຫຼື​ໂທລະສັບ​ມື​ຖື​ໄດ້​ນຳ. ບາງ​ສະບັບ​ຍັງ​ມີ​ເຄື່ອງ​ມື​ເພີ່ມ​ເຕີມ​ສຳລັບ​ຄົ້ນ​ຫາ​ຂໍ້​ຄຳ​ພີ​ໄດ້​ຢ່າງ​ໄວ​ວາ​ຫຼື​ສາມາດ​ທຽບ​ກັບ​ຂໍ້​ດຽວ​ກັນ​ຈາກ​ສະບັບ​ແປ​ອື່ນໆໄດ້. ຖ້າ​ເຈົ້າ​ມັກ​ຟັງ​ຫຼາຍ​ກວ່າ​ອ່ານ ຄຳ​ພີ​ໄບເບິນ​ໃນ​ບາງ​ພາສາ​ຍັງ​ມີ​ໃນ​ຮູບ​ແບບ​ຟາຍ​ສຽງ​ນຳ. ບາງ​ຄົນ​ມັກ​ຟັງ​ເມື່ອ​ເດີນ​ທາງ ລີດ​ເຄື່ອງ ຫຼື​ເຮັດ​ວຽກ​ອື່ນໆຢູ່. ເຈົ້າ​ຢາກ​ລອງ​ເບິ່ງ​ຈັກ​ວິທີ​ໜຶ່ງ​ບໍ?

ໃຊ້​ເຄື່ອງ​ມື​ຄົ້ນ​ຄວ້າ. ເຄື່ອງ​ມື​ຄົ້ນ​ຄວ້າ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ປະໂຫຍດ​ຈາກ​ການ​ອ່ານ​ຫຼາຍ​ຂຶ້ນ. ແຜນທີ່​ສະແດງ​ດິນແດນ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ສະຖານ​ທີ່​ທີ່​ເຈົ້າ​ອ່ານ​ເຈິ​ນັ້ນ​ຢູ່​ບ່ອນ​ໃດ ແລ້ວ​ເຈົ້າ​ຈະ​ເຫັນ​ພາບ​ໄດ້​ແຈ້ງ​ຂຶ້ນ. ເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ເລື່ອງ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ​ນຳ​ຖ້າ​ເຈົ້າ​ອ່ານ​ບົດ​ຄວາມ​ທີ່​ຢູ່​ໃນ​ວາລະສານ​ນີ້​ຫຼື​ໃນ​ເວັບໄຊ jw.org/lo ໃນ​ຫົວ​ຂໍ້ “ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ.”

ໃຊ້​ວິທີ​ການ​ອ່ານ​ທີ່​ຫຼາກຫຼາຍ. ຖ້າ​ເຈົ້າ​ຄິດ​ວ່າ​ຕ້ອງ​ອ່ານ​ຄຳ​ພີ​ໄບເບິນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ເຈົ້າ​ອາດ​ຈະ​ຮູ້ສຶກ​ທໍ້​ກໍ​ໄດ້ ຄັນ​ຊັ້ນ​ເປັນ​ຫຍັງ​ຄື​ບໍ່​ລອງ​ເລີ່ມ​ອ່ານ​ຈາກ​ບາງ​ເລື່ອງ​ທີ່​ເຈົ້າ​ມັກ​ກ່ອນ? ຫຼື​ຖ້າ​ເຈົ້າ​ຢາກ​ຮູ້​ເລື່ອງ​ຂອງ​ບາງ​ຄົນ​ໃນ​ຄຳ​ພີ​ໄບເບິນ​ທີ່​ເຈົ້າ​ເຄີຍ​ໄດ້​ຍິນ ເຈົ້າ​ກໍ​ອາດ​ຈະ​ອ່ານ​ເລື່ອງ​ລາວ​ຂອງ​ເຂົາເຈົ້າ​ເປັນ​ແຕ່​ລະ​ຄົນ​ໄປ. ຕົວຢ່າງ​ການ​ອ່ານ​ແບບ​ນີ້​ມີ​ຢູ່​ໃນ​ຂອບ “ ມາ​ຮູ້ຈັກ​ກັບ​ບາງ​ຄົນ​ໃນ​ຄຳ​ພີ​ໄບເບິນ.” ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຈະ​ເລືອກ​ອ່ານ​ຕາມ​ຫົວ​ເລື່ອງ ຫຼື​ຕາມ​ລຳດັບ​ເຫດການ​ທີ່​ເກີດຂຶ້ນ​ໃນ​ຄຳ​ພີ​ໄບເບິນ​ກໍ​ໄດ້. ເຈົ້າ​ໜ້າ​ຈະ​ລອງ​ເບິ່ງ​ຈັກ​ວິທີ​ໜຶ່ງ​ທີ່​ເໝາະ​ກັບ​ເຈົ້າ.

^ ຂໍ້ 4 ຫຼາຍ​ຄົນ​ເຫັນ​ວ່າ​ພະ​ຄຳ​ພີ​ສະບັບ​ແປ​ໂລກ​ໃໝ່ ​ຖືກຕ້ອງ​ແມ່ນ​ຢຳ ເຊື່ອ​ຖື​ໄດ້ ແລະ​ອ່ານ​ເຂົ້າ​ໃຈ​ງ່າຍ​ນຳ. ຄຳ​ພີ​ໄບເບິນ​ສະບັບ​ແປ​ນີ້​ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ ເຊິ່ງ​ຫາ​ອ່ານ​ໄດ້​ຫຼາຍ​ກວ່າ 130 ພາສາ. ເຈົ້າ​ສາມາດ​ດາວໂຫຼດ​ໄດ້​ໃນ​ເວັບໄຊ jw.org/lo ຫຼື​ດາວໂຫຼດ​ແອັບ JW Library. ຫຼື​ຖ້າ​ເຈົ້າ​ຕ້ອງການ​ຄຳ​ພີ​ໄບເບິນ​ແບບ​ເປັນ​ຫົວ ພະຍານ​ພະ​ເຢໂຫວາ​ຍິນດີ​ເອົາ​ໄປ​ໃຫ້​ເຈົ້າ​ຢູ່​ເຮືອນ.