ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 2-8 ກັນຍາ

ເພງ​ສັນລະເສີນ 79-81

ວັນ​ທີ 2-8 ກັນຍາ

ເພງ​ທີ 29 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຊື່​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ

(10 ນາທີ)

ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ໄດ້​ສັນລະເສີນ​ພະ​ເຢໂຫວາ (ພສ 79:9; ຫ17.02 ໜ້າ 10 ຂໍ້ 5)

ສັນລະເສີນ​ພະ​ເຢໂຫວາ​ແລະ​ອ້ອນວອນ​ອອກ​ຊື່​ຂອງ​ເພິ່ນ (ພສ 80:18, ຣມ 10:13; ijwbv-SI ບົດ​ຄວາມ 3 ຫຍໍ້​ໜ້າ 4-5)

ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ຢ່າງ​ລົ້ນ​ເຫຼືອ​ກັບ​ຄົນ​ທີ່​ເຊື່ອຟັງ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ຊື່​ຂອງ​ເພິ່ນ (ພສ 81:13, 16)

ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ມີ​ຜົນ​ຕໍ່​ຊື່​ສຽງ​ຂອງ​ພະ​ເຢໂຫວາ ດັ່ງນັ້ນ ເຮົາ​ຕ້ອງ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ພະຍານ​ຂອງ​ເພິ່ນ

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 80:1—ເປັນ​ຫຍັງ​ບາງ​ເທື່ອ​ມີ​ການ​ໃຊ້​ຊື່​ຂອງ​ໂຢເຊັບ​ເພື່ອ​ເອີ້ນ​ຄົນ​ອິດສະຣາເອນ 12 ຕະກູນ? (it-2-E ໜ້າ 111)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(1 ນາທີ) ຕາມ​ບ້ານ​ເຮືອນ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 4)

5. ເລີ່ມ​ລົມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 3)

6. ເລີ່ມ​ລົມ

(2 ນາທີ) ໃນ​ບ່ອນ​ສາທາລະນະ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 3)

7. ຕິດຕາມ

(5 ນາທີ) ຕາມ​ບ້ານ​ເຮືອນ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ຄົນ​ທີ່​ເຄີຍ​ປະຕິເສດ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ​ທີ 10

8. “ເຂົາເຈົ້າ​ຈະ​ໃຫ້​ກຽດ​ຊື່​ຂອງ​ເຮົາ”

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຊາຕານ​ເລີ່ມ​ໃສ່​ຮ້າຍ​ພະ​ເຢໂຫວາ​ແລະ​ທຳລາຍ​ຊື່​ສຽງ​ຂອງ​ເພິ່ນ​ໃນ​ສວນ​ເອເດັນ. ນັບ​ຕັ້ງແຕ່​ນັ້ນ​ມາ ການ​ພິສູດ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ຂອງ​ມະນຸດ​ແລະ​ທູດສະຫວັນ.

ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ຈັກ​ສອງ​ສາມ​ເລື່ອງ​ທີ່​ຊາຕານ​ເວົ້າ​ຕົວະ​ກ່ຽວກັບ​ພະ​ເຢໂຫວາ. ມັນ​ໃສ່​ຮ້າຍ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ໂຫດ​ຮ້າຍ​ແລະ​ບໍ່​ມີ​ຄວາມ​ຮັກ. (ປຖກ 3:1-6; ໂຢບ 4:18, 19) ມັນ​ຍັງ​ບອກ​ອີກ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຮັກ​ເພິ່ນ​ແທ້ໆ. (ໂຢບ 2:4, 5) ນອກ​ຈາກ​ນັ້ນ ມັນ​ຍັງ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ຜູ້​ສ້າງ​ໂລກ​ແລະ​ທຳມະຊາດ​ທີ່​ສວຍ​ງາມ​ທີ່​ຢູ່​ອ້ອມ​ໂຕ​ເຮົາ.—ຣມ 1:20, 21

ຄຳ​ຕົວະ​ເຫຼົ່າ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຄື​ຊິ​ຢາກ​ປົກປ້ອງ​ຊື່​ສຽງ​ຂອງ​ພະ​ເຢໂຫວາ​ແລະ​ເວົ້າ​ປົກປ້ອງ​ເພິ່ນ. ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຢາກ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ. (ສົມທຽບ​ກັບ​ເອຊາຢາ 29:23) ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

  • ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຮູ້​ຈັກ​ພະ​ເຢໂຫວາ. (ຢຮ 17:25, 26) ໃຫ້​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ຫຼັກຖານ​ວ່າ​ພະ​ເຢໂຫວາ​ມີ​ຢູ່​ແທ້ ແລະ​ສອນ​ເຂົາເຈົ້າ​ກ່ຽວກັບ​ຄຸນລັກສະນະ​ດີໆ​ຂອງ​ເພິ່ນ.—ອຊຢ 63:7

  • ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ. (ມທ 22:37, 38) ໃຫ້​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ບໍ່​ແມ່ນ​ແຕ່​ຍ້ອນ​ວ່າ​ສິ່ງ​ນັ້ນ​ດີ​ສຳລັບ​ເຈົ້າ ແຕ່​ຍ້ອນ​ວ່າ​ເຈົ້າ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ.—ສພສ 27:11

ເປີດ​ວິດີໂອ ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຖິງ​ວ່າ​ຈະ . . . ຢູ່​ກັບ​ຄົນ​ທີ່​ບໍ່​ນັບຖື​ຫຼັກການ​ຂອງ​ພະເຈົ້າ​ໃນ​ໂຮງຮຽນ ແລ້ວ​ຖາມ​ວ່າ:

  • ເອຣຽວ​ກັບ​ດິເອໂກ​ປົກປ້ອງ​ຊື່​ຂອງ​ພະ​ເຢໂຫວາ​ແນວ​ໃດ?

  • ອັນ​ໃດ​ເຮັດ​ໃຫ້​ເຂົາເຈົ້າ​ຢືນຢັດ​ເພື່ອ​ພະ​ເຢໂຫວາ?

  • ເຈົ້າ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ເຂົາເຈົ້າ​ໄດ້​ແນວ​ໃດ?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 90 ແລະ​ຄຳ​ອະທິດຖານ