ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 28 ຕຸລາ–3 ພະຈິກ

ເພງ​ສັນລະເສີນ 103-104

ວັນ​ທີ 28 ຕຸລາ–3 ພະຈິກ

ເພງ​ທີ 30 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ພະເຈົ້າ​ຈື່​ວ່າ “ພວກ​ເຮົາ​ເປັນ​ແຕ່​ຂີ້ດິນ”

(10 ນາທີ)

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ເຫດຜົນ ຍ້ອນ​ເພິ່ນ​ເຫັນອົກເຫັນໃຈ​ເຮົາ (ພສ 103:8; ຫ23.07 ໜ້າ 21 ຂໍ້ 5)

ເພິ່ນ​ບໍ່​ໄດ້​ໝົດ​ຫວັງ​ໃນ​ໂຕ​ເຮົາ​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ​ພາດ (ພສ 103:9, 10; ຫ23.09 ໜ້າ 6-7 ຂໍ້ 16-18)

ເພິ່ນ​ບໍ່​ໄດ້​ຄາດໝາຍ​ຫຼາຍ​ກວ່າ​ທີ່​ເຮົາ​ເຮັດ​ໄດ້ (ພສ 103:14; ຫ23.05 ໜ້າ 26 ຂໍ້ 2)

ໃຫ້​ຖາມ​ໂຕເອງ​ວ່າ: ‘ສິ່ງ​ທີ່​ຂ້ອຍ​ປະຕິບັດ​ກັບ​ຄູ່​ຂອງ​ຂ້ອຍ​ສະແດງ​ໃຫ້​ເຫັນ​ບໍ​ວ່າ​ຂ້ອຍ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ເລື່ອງ​ການ​ມີ​ເຫດຜົນ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 104:24—ພະຄຳພີ​ຂໍ້​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ຄວາມ​ສາມາດ​ໃນ​ການ​ສ້າງ​ສິ່ງ​ຕ່າງໆ​ຂອງ​ພະ​ເຢໂຫວາ? (ຂກ ໜ້າ 55 ຂໍ້ 18)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ໃນ​ບ່ອນ​ສາທາລະນະ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 4)

5. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ເອົາ​ວິດີໂອ​ຍິນດີ​ຕ້ອນຮັບ​ສູ່​ການ​ຮຽນ​ຄຳພີ​ໄບເບິນ​ໃຫ້​ຄົນ​ທີ່​ສົນໃຈ​ຮຽນ​ຄຳພີ​ໄບເບິນ​ເບິ່ງ​ແລະ​ລົມ​ກັນ. (ອສ ບົດ​ຮຽນ​ທີ 9)

6. ບັນລະຍາຍ

(5 ນາທີ) ສດຮ ພາກ​ຜະໜວກ ກ ຈຸດ​ທີ 6—ເລື່ອງ: ຜົວ​ຄວນ “ຮັກ​ເມຍ​ຄື​ກັບ​ຮັກ​ໂຕເອງ.” (ອສ ບົດ​ຮຽນ​ທີ 1)

ຊີວິດ​ຄລິດສະຕຽນ

ເພງ​ທີ 44

7. ເຈົ້າ​ຮູ້​ຂີດ​ຈຳກັດ​ຂອງ​ໂຕເອງ​ບໍ?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເມື່ອ​ເຮົາ​ເຮັດ​ດີ​ທີ່​ສຸດ​ເພື່ອ​ພະ​ເຢໂຫວາ ເພິ່ນ​ກໍ​ມີ​ຄວາມ​ສຸກ​ແລະ​ເຮົາ​ເອງ​ກໍ​ມີ​ຄວາມ​ສຸກ​ຄື​ກັນ. (ພສ 73:28) ແຕ່​ຖ້າ​ເຮົາ​ເຮັດ​ເຕັມທີ​ໂດຍ​ບໍ່​ຄິດ​ເຖິງ​ຂີດ​ຈຳກັດ​ຂອງ​ໂຕເອງ ມັນ​ກໍ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ກັງວົນ​ແລະ​ຜິດ​ຫວັງ​ໄດ້.

ເປີດ​ວິດີໂອ ຮັບໃຊ້​ໄດ້​ຫຼາຍ​ຂຶ້ນ​ຖ້າ​ບໍ່​ຄາດໝາຍ​ກັບ​ໂຕເອງ​ຫຼາຍ​ເກີນ​ໄປ ແລ້ວ​ຖາມ​ວ່າ:

  • ພະ​ເຢໂຫວາ​ຕ້ອງການ​ຫຍັງ​ຈາກ​ເຮົາ? (ມກ 6:8)

  • ແມ່ນ​ຫຍັງ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ນີ້​ໃຫ້​ກັງວົນ​ໜ້ອຍ​ລົງ​ຕອນ​ທີ່​ລາວ​ພະຍາຍາມ​ເຮັດ​ຕາມ​ເປົ້າໝາຍ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 55 ແລະ​ຄຳ​ອະທິດຖານ