ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 7-13 ຕຸລາ

ເພງ​ສັນລະເສີນ 92-95

ວັນ​ທີ 7-13 ຕຸລາ

ເພງ​ທີ 84 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ການ​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ!

(10 ນາທີ)

ພະ​ເຢໂຫວາ​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ​ຈາກ​ພວກ​ເຮົາ (ພສ 92:1, 4; ຫ18.04 ໜ້າ 28 ຂໍ້ 5)

ພະ​ເຢໂຫວາ​ຊ່ວຍ​ຄົນ​ຂອງ​ເພິ່ນ​ໃຫ້​ຕັດສິນໃຈ​ໄດ້​ດີ​ແລະ​ມີ​ຄວາມ​ສຸກ (ພສ 92:5; ຫ18.11 ໜ້າ 23 ຂໍ້ 8)

ພະ​ເຢໂຫວາ​ເຫັນຄ່າ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ເຖົ້າ (ພສ 92:12-15; ຫ20.01 ໜ້າ 19 ຂໍ້ 18)

ໃຫ້​ຖາມ​ໂຕເອງ​ວ່າ: ‘ແມ່ນ​ຫຍັງ​ເຮັດ​ໃຫ້​ຂ້ອຍ​ຍັງ​ບໍ່​ຢາກ​ອຸທິດ​ໂຕ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 92:5—ຂໍ້​ຄຳພີ​ນີ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ພາບ​ທີ່​ຈະ​ແຈ້ງ​ກ່ຽວກັບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ຂກ ໜ້າ 176 ຂໍ້ 18)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຕອນ​ທີ່​ລົມ​ກັນ ຫາ​ໂອກາດ​ບອກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ວ່າ​ວຽກ​ທີ່​ເຈົ້າ​ເຮັດ​ແມ່ນ​ການ​ສອນ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 3)

5. ຕິດຕາມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄົນ​ທີ່​ເຄີຍ​ປະຕິເສດ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 4)

6. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ລົມ​ກັບ​ນັກສຶກສາ​ທີ່​ບໍ່​ກ້າວໜ້າ. (ສດຮ ບົດ​ຮຽນ​ທີ 12 ຈຸດ​ທີ 5)

ຊີວິດ​ຄລິດສະຕຽນ

ເພງ​ທີ 5

7. ເມື່ອ​ໜຸ່ມ​ສາວ​ເຄັ່ງ​ຕຶງ​ຫຼື​ກັງວົນ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທຸກ​ຄົນ ບໍ່​ມີ​ໃຜ​ບໍ່​ເຄີຍ​ກັງວົນ. ຕົວຢ່າງ​ເຊັ່ນ ມີ​ຫຼາຍ​ເທື່ອ​ດາວິດ​ກໍ​ເຄີຍ​ກັງວົນ​ຫຼາຍ​ໃນ​ຊີວິດ ແລະ​ໃນ​ທຸກ​ມື້​ນີ້ ພີ່ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ກໍ​ຕ້ອງ​ຮັບມື​ກັບ​ເລື່ອງ​ນີ້. (ພສ 13:2; 139:23) ແມ່ນ​ແຕ່​ໜຸ່ມ​ສາວ​ກໍ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼື​ຄວາມ​ກັງວົນ​ຄື​ກັນ. ບາງ​ເທື່ອ​ເມື່ອ​ເຮົາ​ເຄັ່ງ​ຕຶງ​ຫຼື​ກັງວົນ​ຫຼາຍ ເລື່ອງ​ງ່າຍໆ​ທີ່​ເຮົາ​ເຄີຍ​ເຮັດ​ເປັນ​ປະຈຳ​ເຊັ່ນ: ໄປ​ໂຮງຮຽນ​ຫຼື​ໄປ​ປະຊຸມ​ປະຊາຄົມ​ກໍ​ອາດ​ກາຍ​ເປັນ​ເລື່ອງ​ຍາກ​ທັນທີ ແລະ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຢ້ານ​ຫຼື​ເຖິງຂັ້ນ​ຄິດ​ຢາກ​ຂ້າໂຕຕາຍ​ໄດ້.

ຄົນ​ໜຸ່ມ​ສາວ​ເອີ້ຍ ຖ້າ​ຕອນ​ໃດ​ເຈົ້າ​ຮູ້ສຶກ​ເຄັ່ງ​ຕຶງ​ຫຼື​ກັງວົນ ຂໍ​ໃຫ້​ເຈົ້າ​ບອກ​ພໍ່​ແມ່​ຫຼື​ລົມ​ກັບ​ພີ່ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ເດີ້. ຢ່າ​ລືມ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ. (ຟລປ 4:6) ເພິ່ນ​ຈະ​ຊ່ວຍ​ເຈົ້າ​ແນ່ນອນ. (ພສ 94:17-19; ອຊຢ 41:10) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ສະຕິງດ໋ອດ​ນຳ​ກັນ.

ເປີດ​ວິດີໂອ ພະ​ເຢໂຫວາ​ຫ່ວງໃຍ​ຂ້ອຍ ແລ້ວ​ຖາມ​ວ່າ:

• ພະຄຳພີ​ຂໍ້​ໃດ​ທີ່​ຊ່ວຍ​ພີ່ນ້ອງ​ສະຕິງດ໋ອດ​ແລະ​ຂໍ້​ນັ້ນ​ຊ່ວຍ​ລາວ​ແນວ​ໃດ?

• ພະ​ເຢໂຫວາ​ຫ່ວງໃຍ​ລາວ​ແນວ​ໃດ?

ຜູ້​ທີ່​ເປັນ​ພໍ່​ແມ່ ເຈົ້າ​ສາມາດ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ຮັບມື​ກັບ​ຄວາມ​ເຄັ່ງ​ຕຶງ​ຫຼື​ຄວາມ​ກັງວົນ​ໄດ້​ໂດຍ​ຕັ້ງໃຈ​ຟັງ​ລູກ​ດ້ວຍ​ຄວາມ​ອົດທົນ ໂດຍ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ ແລະ​ໂດຍ​ຊ່ວຍ​ເຂົາເຈົ້າ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຂົາເຈົ້າ. (ຕຕ 2:4; ຢກບ 1:19) ພໍ່​ແມ່​ເອີ້ຍ ຂໍ​ໃຫ້​ເຈົ້າ​ເພິ່ງ​ພະ​ເຢໂຫວາ​ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ເຫື່ອ​ແຮງ​ແລະ​ມີ​ກຳລັງ​ໃຈ​ໃນ​ການ​ຊ່ວຍ​ລູກ​ຂອງ​ເຈົ້າ.

ພວກ​ເຮົາ​ອາດ​ບໍ່​ຮູ້​ວ່າ​ມີ​ໃຜ​ແດ່​ໃນ​ປະຊາຄົມ​ທີ່​ກຳລັງ​ເຄັ່ງ​ຕຶງ​ຫຼື​ກັງວົນ​ຫຼາຍ ຫຼື​ພວກ​ເຮົາ​ອາດ​ຈະ​ບໍ່​ເຂົ້າໃຈ​ວ່າ​ລາວ​ກຳລັງ​ຮູ້ສຶກ​ແນວ​ໃດ​ແທ້ໆ. ແຕ່​ພວກ​ເຮົາ​ຊ່ວຍ​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້​ໂດຍ​ສະແດງ​ຄວາມ​ຮັກ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ວ່າ​ເຂົາເຈົ້າ​ມີ​ຄ່າ.—ສພສ 12:25; ຮຣ 10:24

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 81 ແລະ​ຄຳ​ອະທິດຖານ