ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 9-15 ກັນຍາ

ເພງ​ສັນລະເສີນ 82-84

ວັນ​ທີ 9-15 ກັນຍາ

ເພງ​ທີ 80 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ໂກຣາ​ກຳລັງ​ແນມ​ເບິ່ງ​ຮັງ​ນົກ​ແອ່ນ​ຢູ່​ເດີ່ນ​ວິຫານ

1. ເຫັນຄ່າ​ສິດທິ​ພິເສດ​ທີ່​ເຈົ້າ​ມີ

(10 ນາທີ)

ເຮົາ​ເຫັນຄ່າ​ວຽກ​ຮັບໃຊ້​ຂອງ​ເຮົາ (ພສ 84:1-3; wp16.6-SI ໜ້າ 8 ຫຍໍ້​ໜ້າ 2-3)

ມີ​ຄວາມ​ສຸກ​ກັບ​ວຽກ​ມອບໝາຍ​ທີ່​ເຈົ້າ​ໄດ້​ຮັບ​ໃນ​ຕອນນີ້ ບໍ່​ແມ່ນ​ມີ​ແຕ່​ຄິດ​ເຖິງ​ວຽກ​ມອບໝາຍ​ທີ່​ເຈົ້າ​ຢາກ​ໄດ້ (ພສ 84:10; w08-SI 15/7 ໜ້າ 30 ຂໍ້ 3-4)

ພະ​ເຢໂຫວາ​ດີ​ຕໍ່​ທຸກ​ຄົນ​ທີ່​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່ (ພສ 84:11; ຫ20.01 ໜ້າ 17 ຂໍ້ 12)

ທຸກ​ວຽກ​ມອບໝາຍ ເຮົາ​ຈະ​ເຈິ​ທັງ​ເລື່ອງ​ດີ​ແລະ​ທັງ​ອຸປະສັກ. ຖ້າ​ເຮົາ​ເບິ່ງ​ແຕ່​ເລື່ອງ​ດີໆ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ບໍ່​ວ່າ​ເຮົາ​ຈະ​ໄດ້​ຮັບ​ວຽກ​ມອບໝາຍ​ຫຍັງ​ກໍ​ຕາມ.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 82:3—ເປັນ​ເລື່ອງ​ສຳຄັນ​ສ່ຳ​ໃດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່ “ລູກ​ກຳພ້າ” ໃນ​ປະຊາຄົມ? (it-1-E ໜ້າ 816)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ພະ​ເຢຊູ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

(7 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ. ເປີດ​ວິດີໂອ ຈາກ​ນັ້ນ ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ​ໂດຍ​ໃຊ້​ປຶ້ມ​ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 1-2.

5. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ເລື່ອງ​ການ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

(8 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ​ໂດຍ​ໃຊ້​ປຶ້ມ​ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 3-5 ແລະ​ສ່ວນ “ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ.”

ຊີວິດ​ຄລິດສະຕຽນ

ເພງ​ທີ 57

6. ຄວາມ​ຈຳເປັນ​ຂອງ​ປະຊາຄົມ

(15 ນາທີ)

7. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 130 ແລະ​ຄຳ​ອະທິດຖານ