ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງການສະເໜີ

ຕົວຢ່າງການສະເໜີ

ຫໍສັງເກດການ

ຄຳຖາມ: ໃນບາງຄັ້ງເຮົາທຸກຄົນຢາກໄດ້ກຳລັງໃຈ ແຕ່ເຮົາຈະໄດ້ຈາກໃສ?

ຂໍ້ພະຄຳພີ: 2 ໂກ. 1:3, 4

ການສະເໜີ: ບົດຄວາມນີ້ອະທິບາຍວ່າພະເຈົ້າໃຫ້ກຳລັງໃຈເຮົາໄດ້ແນວໃດ.

ຫໍສັງເກດການ (ຫຼັງປົກ)

ຄຳຖາມ: ບາງຄົນຄິດວ່າລາຊະອານາຈັກຂອງພະເຈົ້າຢູ່ໃນໃຈຂອງຄົນເຮົາ ແຕ່ບາງຄົນກໍຄິດວ່າລາຊະອານາຈັກຂອງພະເຈົ້າຄືຄວາມພະຍາຍາມຂອງມະນຸດທີ່ຈະເຮັດໃຫ້ໂລກມີສັນຕິສຸກ. ເຈົ້າຄິດວ່າແນວໃດ?

ຂໍ້ພະຄຳພີ: ດາ. 2:44

ການສະເໜີ: ຕາມທີ່ບອກໄວ້ໃນຄຳພີໄບເບິນລາຊະອານາຈັກຂອງພະເຈົ້າເປັນລັດຖະບານແທ້ໆ. ບົດຄວາມນີ້ຈະອະທິບາຍເພີ່ມເຕີມວ່າຄຳພີໄບເບິນເວົ້າແນວໃດກ່ຽວກັບລັດຖະບານຂອງພະເຈົ້າ.

ໄບເບິນສອນ

ຄຳຖາມ: ເຮົາຮູ້ໄດ້ແນວໃດວ່າພະເຈົ້າຫ່ວງໃຍເຮົາ?

ຂໍ້ພະຄຳພີ: 1 ເປ. 5:7

ຄວາມຈິງ: ພະເຈົ້າເຊີນເຮົາໃຫ້ອະທິດຖານເຖິງພະອົງຍ້ອນວ່າພະອົງຫ່ວງໃຍເຮົາ

ລອງຂຽນວິທີການສະເໜີຂອງເຈົ້າເອງ

ໃຊ້ຮູບແບບຕົວຢ່າງການສະເໜີເພື່ອສ້າງການສະເໜີຂອງເຈົ້າເອງ.