ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້| ຄຳເພງ 135-141

ຂ້ານ້ອຍຖືກສ້າງຢ່າງອັດສະຈັນໃຈ

ຂ້ານ້ອຍຖືກສ້າງຢ່າງອັດສະຈັນໃຈ

ດາວິດຄຶດຕຶກຕອງເຖິງຫຼັກຖານກ່ຽວກັບຄຸນລັກສະນະຕ່າງໆທີ່ດີຂອງພະເຈົ້າເຊິ່ງສະທ້ອນໃຫ້ເຫັນໃນສິ່ງທີ່ພະອົງສ້າງ. ດາວິດໄດ້ໃຊ້ຊີວິດຂອງລາວເພື່ອຮັບໃຊ້ພະເຢໂຫວາດ້ວຍຄວາມໝັ້ນໃຈ.

ເມື່ອດາວິດຄິດຢ່າງເລິກເຊິ່ງກ່ຽວກັບສິ່ງທີ່ພະເຢໂຫວາສ້າງ ລາວຖືກກະຕຸ້ນໃຈໃຫ້ສັນລະເສີນພະອົງ:

139:14

  • “ຂ້ານ້ອຍຈະສັນລະເສີນພະອົງເຫດວ່າພະອົງໄດ້ສ້າງກາຍຂ້ານ້ອຍເປັນການອັດສະຈັນໃຈ”

139:15

  • “ກະດູກຂ້ານ້ອຍບໍ່ໄດ້ບັງໄວ້ຈາກພະອົງເວລາຂ້ານ້ອຍພວມເປັນທີ່ສ້າງໄວ້ໃນທີ່ລັບລີ້ ເປັນທີ່ປັ້ນໄວ້ຢ່າງອັດສະຈັນໃຈໃນທີ່ເລິກແຫ່ງແຜ່ນດິນ”

139:16

  • “ເມື່ອກາຍຂ້ານ້ອຍຍັງບໍ່ເປັນຮູບຄົນ ຕາແຫ່ງພະອົງໄດ້ເຫັນຂ້ານ້ອຍແລ້ວ”