ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດຄລິດສະຕຽນ

ຖ້າເດັກນ້ອຍມາເປີດປະຕູ

ຖ້າເດັກນ້ອຍມາເປີດປະຕູ

ຖ້າເດັກນ້ອຍມາເປີດປະຕູ ເຮົາຄວນຂໍລົມກັບພໍ່ແມ່ຂອງລາວ. ການເຮັດແນວນີ້ສະແດງເຖິງຄວາມນັບຖືຕໍ່ຫົວໜ້າຄອບຄົວ. (ສຸພາ. 6:20) ຖ້າເດັກນ້ອຍເຊີນເຮົາໃຫ້ເຂົ້າໄປໃນເຮືອນ ເຮົາຄວນຈະປະຕິເສດ. ຖ້າພໍ່ແມ່ຂອງລາວບໍ່ສະດວກ ເຮົາຄວນກັບໄປໃນໂອກາດອື່ນ.

ຖ້າເດັກນ້ອຍນັ້ນໃຫຍ່ແດ່ແລ້ວ ບາງທີອາຍຸປະມານ 15-19 ປີ ກໍຍັງເປັນເລື່ອງເໝາະສົມທີ່ຈະຂໍລົມກັບພໍ່ແມ່ຂອງລາວ. ຖ້າເຂົາເຈົ້າບໍ່ສະດວກ ເຮົາອາດຖາມລາວວ່າ ພໍ່ແມ່ໃຫ້ລາວເລືອກປຶ້ມອ່ານໄດ້ເອງບໍ. ຖ້າແມ່ນ ເຮົາກໍສາມາດສະເໜີໜັງສືໃຫ້ລາວແລະອາດໃຫ້ລາວເບິ່ງໃນເວັບໄຊ jw.org.

ເມື່ອກັບໄປຢາມຜູ້ທີ່ຍັງນ້ອຍເຊິ່ງສະແດງຄວາມສົນໃຈ ເຮົາຄວນຂໍພົບພໍ່ແມ່ຂອງລາວ ເພາະຈະເປີດໂອກາດໃຫ້ເຮົາໄດ້ອະທິບາຍເຖິງຈຸດປະສົງທີ່ເຮົາໄປຢາມ ແລະເພື່ອໃຫ້ເຂົາເຈົ້າເຫັນຄຳແນະນຳທີ່ໜ້າເຊື່ອຖືແລະໄວ້ວາງໃຈໄດ້ໃນເລື່ອງຄອບຄົວເຊິ່ງມີຢູ່ໃນຄຳພີໄບເບິນ. (ເພງ. 119:86, 138) ການທີ່ເຮົາສະແດງຄວາມນັບຖືແລະຄິດເຖິງຜູ້ເປັນພໍ່ແມ່ ນັ້ນຈະເປັນຄຳພິຍານທີ່ດີແລະອາດເປີດໂອກາດອື່ນໆໃຫ້ເຮົາໄດ້ບອກຂ່າວດີກັບຄອບຄົວນັ້ນ.—1 ເປ. 2:12