ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດຄລິດສະຕຽນ

ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ສະໜັບສະໜູນຜູ້ສົນໃຈໃຫ້ເຂົ້າຮ່ວມການປະຊຸມ

ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ສະໜັບສະໜູນຜູ້ສົນໃຈໃຫ້ເຂົ້າຮ່ວມການປະຊຸມ

ເປັນຫຍັງເລື່ອງນີ້ສຳຄັນ? ການປະຊຸມຕ່າງໆເຮັດໃຫ້ເຮົາມີໂອກາດເປັນປະຈຳທີ່ຈະ ‘ຮ້ອງເພງສັນລະເສີນພະເຢໂຫວາ, ລ.ມ.’ ແລະ ‘ສັນລະເສີນພະອົງ.’ (ເພງ. 149:1) ຢູ່ທີ່ການປະຊຸມ ເຮົາໄດ້ຮັບການສອນເພື່ອເຮັດຕາມຈຸດປະສົງຂອງພະເຢໂຫວາ. (ເພງ. 143:10) ຕາມປົກກະຕິແລ້ວຜູ້ສົນໃຈແລະນັກສຶກສາຄຳພີໄບເບິນຈະກ້າວໜ້າຫຼາຍຂຶ້ນເມື່ອເຂົາເຈົ້າເລີ່ມເຂົ້າຮ່ວມການປະຊຸມ.

ສິ່ງທີ່ຄວນເຮັດ:

  • ເຊີນໃຫ້ເຂົ້າຮ່ວມການປະຊຸມໄວເທົ່າທີ່ຈະໄວໄດ້. ບໍ່ຕ້ອງລໍຖ້າຈົນກະທັ້ງວ່າເລີ່ມສຶກສາຄຳພີໄບເບິນແລ້ວ.—ຄຳປ. 22:17

  • ອະທິບາຍໃຫ້ຜູ້ສົນໃຈຮູ້ວ່າໃນການປະຊຸມຄັ້ງຕໍ່ໄປຈະມີລາຍການຫຍັງແລະຈະພິຈາລະນາເລື່ອງໃດ. ສິ່ງຕໍ່ໄປນີ້ສາມາດຊ່ວຍໄດ້ໃນເລື່ອງນີ້ ເຊັ່ນ: ໃບເຊີນສຳລັບການປະຊຸມປະຈຳປະຊາຄົມ ວິດີໂອທີ່ຊື່ວ່າພວກເຮົາເຮັດຫຍັງຢູ່ທີ່ຫໍປະຊຸມລາຊະອານາຈັກ? ແລະບົດທີ 5 ແລະ 7 ຂອງຈຸນລະສານໃຈປະສົງ.

  • ສະເໜີໃຫ້ຄວາມຊ່ວຍເຫຼືອ. ຜູ້ສົນໃຈຕ້ອງການລົດໄປຮັບ-ໄປສົ່ງ ຫຼືໃຫ້ຊ່ວຍໃນການເລືອກເຄື່ອງນຸ່ງທີ່ເໝາະສົມບໍ? ຢູ່ທີ່ການປະຊຸມໃຫ້ນັ່ງຂ້າງລາວ ແລະເອົາປຶ້ມຂອງເຈົ້າໃຫ້ລາວເບິ່ງນຳ. ແນະນຳໃຫ້ລາວຮູ້ຈັກກັບຄົນອື່ນ.