ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ເອເຊເທຣ 1-5

ເອເຊເທຣຍອມສ່ຽງຊີວິດເພື່ອປົກປ້ອງປະຊາຊົນຂອງພະເຈົ້າ

ເອເຊເທຣຍອມສ່ຽງຊີວິດເພື່ອປົກປ້ອງປະຊາຊົນຂອງພະເຈົ້າ

ເອເຊເທຣ​ສະແດງ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າຫານ​ຢ່າງ​ໂດດ​ເດັ່ນ​ໃນ​ການ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະເຈົ້າ

  • ການ​ເຂົ້າ​ເຝົ້າ​ກະສັດ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ອາດ​ມີ​ໂທດ​ເຖິງ​ຕາຍ. ເອເຊເທຣ​ບໍ່​ໄດ້​ຖືກ​ເຊີນ​ໃຫ້​ເຂົ້າ​ເຝົ້າ​ກະສັດ 30 ວັນ​ແລ້ວ.

  • ກະສັດ​ອາຊຶເອຣຶເຊ​ຜູ້​ທີ່​ອ້າງ​ຕົວ​ເອງ​ວ່າ​ເປັນ​ເຊີ​ເຊ​ທີ 1 ເປັນ​ຄົນ​ທີ່​ໂຫດ​ຫ້ຽມ. ມີ​ຢູ່​ຄັ້ງ​ໜຶ່ງ​ລາວ​ໄດ້​ສັ່ງ​ໃຫ້​ຕັດ​ຊາຍ​ຄົນ​ໜຶ່ງ​ອອກ​ເປັນ​ສອງ​ທ່ອນ​ແລະ​ເອົາ​ໄປ​ຫ້ອຍ​ໄວ້​ເພື່ອ​ເຕືອນ​ຄົນ​ອື່ນໆ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ປົດ​ຕຳແໜ່ງ​ມະເຫສີ​ວາເຊຕີ​ທີ່​ບໍ່​ເຊື່ອ​ຟັງ​ລາວ.

  • ເອເຊເທຣ​ເປີດ​ເຜີຍ​ວ່າ​ລາວ​ເປັນ​ຄົນ​ຢິວ​ແລະ​ຍັງ​ເຮັດ​ໃຫ້​ກະສັດ​ເຫັນ​ວ່າ​ທ່ານ​ຖືກ​ຄົນ​ທີ່​ໄວ້​ໃຈ​ຫຼອກ​ລວງ.