ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 8-14 ກຸມພາ

ເນເຫມີ 5-8

ວັນທີ 8-14 ກຸມພາ
  • ເພງ 123 ແລະ​ຄຳ​ອະທິດຖານ

  • ຄຳ​ນຳ​ເປີດ​ການ​ປະຊຸມ (ບໍ່​ເກີນ 3 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

  • ເນເຫມີ​ເປັນ​ຜູ້​ດູ​ແລ​ທີ່​ໂດດ​ເດັ່ນ​ຄົນ​ໜຶ່ງ”: (10 ນາທີ)

    • ນເຫ. 5:1-7—ເນເຫມີ​ຟັງ​ປະຊາຊົນ​ແລະ​ລົງ​ມື​ປະຕິບັດ (1/2/06 ໜ້າ 9 ຫຍໍ້​ໜ້າ 2)

    • ນເຫ. 5:14-19—ເນເຫມີ​ສະແດງ​ຄວາມ​ຖ່ອມ​ໃຈ ບໍ່​ເຫັນ​ແກ່​ຕົວ ແລະ​ສຸຂຸມ​ຮອບຄອບ (1/2/06 ໜ້າ 10 ຫຍໍ້​ໜ້າ 4)

    • ນເຫ. 8:8-12—ເນເຫມີ​ມີ​ສ່ວນ​ຮ່ວມ​ໃນ​ການ​ສອນ​ເລື່ອງ​ພະເຈົ້າ​ໃຫ້​ກັບ​ປະຊາຊົນ (1/2/06 ໜ້າ 11 ຫຍໍ້​ໜ້າ 4)

  • ຂຸດ​ຄົ້ນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ: (8 ນາທີ)

    • ນເຫ. 6:5—ເປັນ​ຫຍັງ​ຊານບາລາດ​ຈຶ່ງ​ສົ່ງ “ຈົດ​ໝາຍ​ບໍ່​ມີ​ຊອງ” ໄປ​ໃຫ້​ເນເຫມີ? (1/2/06 ໜ້າ 9 ຫຍໍ້​ໜ້າ 3)

    • ນເຫ. 6:10-13—ເປັນ​ຫຍັງ​ເນເຫມີ​ຈຶ່ງ​ບໍ່​ຍອມ​ຮັບ​ຄຳ​ແນະນຳ​ຈາກ​ເຊມາເຫຍ? (1/7/07 ໜ້າ 30 ຫຍໍ້​ໜ້າ 15)

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ?

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ມີ​ຈຸດ​ໃດ​ແດ່​ທີ່​ຂ້ອຍ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ?

  • ການ​ອ່ານ​ພະ​ຄຳພີ: ນເຫ. 6:14–7:7 ສ່ວນ ກ (ບໍ່​ເກີນ 4 ນາທີ)

ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

  • ປະກາດ: (ບໍ່​ເກີນ 2 ນາທີ) ສະເໜີ​ຕື່ນ​ເຖີດ! ສະບັບ​ຫຼ້າ​ສຸດ​ໂດຍ​ໃຫ້​ເບິ່ງ​ຫົວ​ເລື່ອງ​ໃນ​ໜ້າ​ປົກ. ປູ​ທາງ​ໄວ້​ເພື່ອ​ກັບ​ໄປ​ຢາມ.

  • ກັບ​ໄປ​ຢາມ: (ບໍ່​ເກີນ 4 ນາທີ) ສາທິດ​ວິທີ​ກັບ​ໄປ​ຢາມ​ຄົນ​ທີ່​ສົນ​ໃຈ​ຫົວ​ເລື່ອງ​ໃນ​ໜ້າ​ປົກ​ຂອງ​ຕື່ນ​ເຖີດ! ສະບັບ​ຫຼ້າ​ສຸດ. ປູ​ທາງ​ໄວ້​ເພື່ອ​ກັບ​ໄປ​ຢາມ​ຄັ້ງ​ຕໍ່​ໄປ.

  • ນຳ​ການ​ສຶກສາ: (ບໍ່​ເກີນ 6 ນາທີ) ສາທິດ​ການ​ສຶກສາ​ຄຳພີ​ໄບເບິນ. (ບສ ໜ້າ 28-29 ຫຍໍ້​ໜ້າ 4-5)

ຊີວິດ​ຄລິດສະຕຽນ

  • ເພງ 62

  • ເຈົ້າ “ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າທີ່” ບໍ?: (15 ນາທີ) ບັນລະຍາຍ​ໂດຍ​ຜູ້​ເຖົ້າ​ແກ່​ເຊິ່ງ​ອາໄສ​ຫໍສັງເກດການ 15 ກັນ​ຍາ 2014 ໜ້າ 3-6. ເປີດ​ວິດີໂອ​ເລື່ອງ ພີ່​ນ້ອງ​ຊາຍ​ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າ​ທີ່ ໃນ JW Broadcasting ເດືອນ​ທັນວາ 2015. ເນັ້ນ​ໃຫ້​ເຫັນ​ເຫດຜົນ​ທີ່​ເໝາະ​ສົມ​ໃນ​ການ​ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າ​ທີ່​ແລະ​ອະທິບາຍ​ວິທີ​ທີ່​ສາມາດ​ເຮັດ​ໄດ້. ກະຕຸ້ນ​ພີ່​ນ້ອງ​ຊາຍ​ໃຫ້​ອອກ​ຄວາມ​ພະຍາຍາມ​ເພື່ອ​ຈະ​ມີ​ຄຸນສົມບັດ​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ແລະ​ຜູ້​ເຖົ້າ​ແກ່. (ຂໍ້​ມູນ​ຈາກ​ພາສາ​ໄທ)

  • ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ: ລບ ບົດ 8 ຫຍໍ້​ໜ້າ 17-27 ທົບ​ທວນ​ໜ້າ 86 (30 ນາທີ)

  • ທົບ​ທວນ​ແລະ​ເວົ້າ​ເຖິງ​ສ່ວນ​ຕ່າງໆຂອງ​ອາທິດ​ໜ້າ (3 ນາທີ)

  • ເພງ 125 ແລະ​ຄຳ​ອະທິດຖານ