ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 14–15

ລ້ຽງ​ອາຫານ​ຝູງ​ຊົນ​ໂດຍ​ທາງ​ຄົນ​ຈຳນວນ​ໜ້ອຍ

ລ້ຽງ​ອາຫານ​ຝູງ​ຊົນ​ໂດຍ​ທາງ​ຄົນ​ຈຳນວນ​ໜ້ອຍ

ກ່ອນ​ເທດ​ສະ​ການ​ປັດສະຄາ​ປີ ຄ.ສ. 32 ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ໜຶ່ງ​ທີ່​ຜູ້​ຂຽນ​ກິດຕິຄຸນ​ທັງ​ສີ່​ຄົນ​ໄດ້​ບັນທຶກ​ໄວ້.

ໂດຍ​ການ​ອັດສະຈັນ​ນີ້ ພະ​ເຍຊູ​ວາງ​ຕົວຢ່າງ​ໃຫ້​ເຫັນ​ວ່າ​ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ໃນ​ສະໄໝ​ຂອງ​ເຮົາ​ນຳ.

14:16-21

  • ພະ​ເຍຊູ​ສັ່ງ​ໃຫ້​ພວກ​ລູກ​ສິດ​ລ້ຽງ​ຝູງ​ຊົນ ເຖິງ​ຈະ​ມີ​ພຽງ​ເຂົ້າຈີ່ 5 ກ້ອນ​ກັບ ປາ 2 ຕົວ

  • ພະ​ເຍຊູ​ຈັບ​ເອົາ​ເຂົ້າຈີ່​ກັບ​ປາ​ແລ້ວ​ອະທິດຖານ ແລະ​ຍື່ນ​ໃຫ້​ພວກ​ລູກ​ສິດ​ເພື່ອ​ແຈກ​ຢາຍ​ໃຫ້​ຝູງ​ຊົນ

  • ການ​ອັດສະຈັນ​ນີ້​ເຮັດ​ໃຫ້​ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ​ແລະ​ເຫຼືອ​ນຳ​ອີກ. ພະ​ເຍຊູ​ລ້ຽງ​ຫຼາຍ​ພັນ​ຄົນ​ໂດຍ​ທາງ​ຄົນ​ຈຳນວນ​ໜ້ອຍ ເຊິ່ງ​ກໍ​ຄື​ລູກ​ສິດ​ຂອງ​ພະອົງ

  • ພະ​ເຍຊູ​ບອກ​ໄວ້​ວ່າ​ໃນ​ສະໄໝ​ສຸດ​ທ້າຍ ເພິ່ນ​ຈະ​ຈັດ​ກຽມ​ຊ່ອງ​ທາງ​ເພື່ອ​ແຈກ​ຢາຍ​ຄວາມ​ຮູ້​ຂອງ​ພະເຈົ້າ​ທີ່​ເປັນ​ຄື​ກັບ “ອາຫານ​ໃຫ້​ແກ່​ເຂົາ​ໃນ​ເວລາ​ກຳນົດ.”—ມັດ. 24:45

  • ໃນ​ປີ 1919 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ “ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສະຫຼາດ [“ສຸຂຸມ,” ລ.ມ.]” ເຊິ່ງ​ເປັນ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆເພື່ອ​ລ້ຽງ​ດູ “ພວກ​ຂ້າ​ໃຊ້”

  • ໂດຍ​ທາງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆນີ້ ພະ​ເຍຊູ​ໄດ້​ເຮັດ​ຕາມ​ແບບ​ຢ່າງ​ທີ່​ເພິ່ນ​ວາງ​ໄວ້​ໃນ​ສະຕະວັດ​ທຳອິດ

ຂ້ອຍ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຂ້ອຍ​ເຫັນ​ຄຸນຄ່າ​ແລະ​ນັບຖື​ຊ່ອງ​ທາງ​ທີ່​ພະ​ເຍຊູ​ໃຊ້​ເພື່ອ​ໃຫ້​ຄວາມ​ຮູ້​ຂອງ​ພະເຈົ້າ​ແກ່​ຜູ້​ຄົນ?