ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ໃຊ້​ຄຳຖາມ​ຢ່າງ​ເກີດ​ຜົນ

ປັບປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ໃຊ້​ຄຳຖາມ​ຢ່າງ​ເກີດ​ຜົນ

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ຖ້າ “ຄວາມ​ເຕືອນ​ສະຕິ [“ຄວາມ​ຄິດ,” ລ.ມ.] ໃນ​ໃຈ​ຂອງ​ຄົນ​ຜູ້​ໜຶ່ງ​ເປັນ​ຄື​ນໍ້າ​ເລິກ” ຄຳຖາມ​ຈຶ່ງ​ເປັນ​ຄື​ຄຸ​ທີ່​ຈະ​ຕັກ​ນໍ້າ​ນັ້ນ​ໄດ້. (ສຸພາ. 20:5) ການ​ໃຊ້​ຄຳຖາມ​ຊ່ວຍ​ໃຫ້​ຜູ້​ຟັງ​ມີ​ສ່ວນ​ຮ່ວມ​ນຳ. ຄຳຕອບ​ສຳລັບ​ຄຳຖາມ​ທີ່​ເລືອກ​ເປັນ​ຢ່າງ​ດີ​ຈະ​ເປັນ​ປະໂຫຍດ​ຕໍ່​ເຮົາ. ພະ​ເຍຊູ​ໃຊ້​ຄຳຖາມ​ຢ່າງ​ເກີດ​ຜົນ. ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ?

ສິ່ງ​ທີ່​ຄວນ​ເຮັດ:

  • ໃຊ້​ຄຳຖາມ​ຢັ່ງ​ຄວາມ​ຄິດ. ເພື່ອ​ຮູ້​ຄວາມ​ຄິດ​ຂອງ​ພວກ​ລູກ​ສິດ ພະ​ເຍຊູ​ໄດ້​ໃຊ້​ຄຳຖາມ​ຫຼາຍ​ແບບ. (ມັດ. 16:13-16; ຮຮ ໜ້າ 238 ຫຍໍ້​ໜ້າ 3-5) ເຈົ້າ​ຈະ​ໃຊ້​ຄຳຖາມ​ຫຍັງ​ເພື່ອ​ຢັ່ງ​ຄວາມ​ຄິດ?

  • ໃຊ້​ຄຳຖາມ​ນຳ. ເພື່ອ​ແກ້ໄຂ​ຄວາມ​ຄິດ​ຂອງ​ເປໂຕ ພະ​ເຍຊູ​ໄດ້​ຕັ້ງ​ຄຳຖາມ​ແລະ​ສະເໜີ​ຄຳຕອບ​ທີ່​ຈະ​ຊ່ວຍ​ລາວ​ໃຫ້​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ. (ມັດ. 17:24-26) ເຈົ້າ​ຈະ​ໃຊ້​ຄຳຖາມ​ນຳ​ຫຍັງ​ແດ່​ເພື່ອ​ຊ່ວຍ​ບາງ​ຄົນ​ໃຫ້​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ?

  • ຊົມ​ເຊີຍ​ຜູ້​ຟັງ. ຫຼັງ​ຈາກ​ທີ່​ຄູ​ສອນ “ຕອບ​ດ້ວຍ​ຄວາມ​ຮູ້” ພະ​ເຍຊູ​ກໍ​ຊົມ​ເຊີຍ​ລາວ. (ມໂກ. 12:34) ເຈົ້າ​ຈະ​ເວົ້າ​ແນວ​ໃດ​ເພື່ອ​ຊົມ​ເຊີຍ​ຄົນ​ທີ່​ຕອບ​ຄຳຖາມ?

ເບິ່ງ​ສ່ວນ​ທຳອິດ​ຂອງ​ວິດີໂອ ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພະ​ເຍຊູ—ເມື່ອ​ສອນ ຈາກ​ນັ້ນ​ໃຫ້​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ນີ້​ຈຶ່ງ​ເປັນ​ຕົວຢ່າງ​ຂອງ​ການ​ສອນ​ທີ່​ບໍ່​ດີ​ເຖິງ​ວ່າ​ຂໍ້​ມູນ​ຈະ​ຖືກຕ້ອງ?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ພຽງ​ແຕ່​ອະທິບາຍ​ຂໍ້​ມູນ​ເທົ່າ​ນັ້ນ?

ເບິ່ງ​ສ່ວນ​ທີ​ສອງ​ຂອງ​ວິດີໂອ ຈາກ​ນັ້ນ​ໃຫ້​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພີ່​ນ້ອງ​ຊາຍ​ໄດ້​ໃຊ້​ຄຳຖາມ​ແນວ​ໃດ​ຢ່າງ​ເກີດ​ຜົນ?

  • ມີ​ຫຍັງ​ອີກ​ທີ່​ເຮົາ​ສາມາດ​ຮຽນ​ແບບ​ວິທີ​ສອນ​ຂອງ​ລາວ?

ການ​ສອນ​ຂອງ​ເຮົາ​ສົ່ງ​ຜົນ​ຫຍັງ​ຕໍ່​ຄົນ​ອື່ນ? (ລືກາ 24:32)