ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 18-19

ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ຕົວ​ເອງ​ແລະ​ຄົນ​ອື່ນ​ສະດຸດ

ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ຕົວ​ເອງ​ແລະ​ຄົນ​ອື່ນ​ສະດຸດ

ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ​ການ​ສະດຸດ​ຫຼື​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ຮ້າຍແຮງ​ສໍ່າ​ໃດ

18:6, 7

  • “ຫີນ​ຊູນ​ສະດຸດ” ໝາຍ​ເຖິງ​ການ​ກະທຳ ຫຼື​ສະພາບການ​ທີ່​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ດຳເນີນ​ໃນ​ແນວ​ທາງ​ທີ່​ບໍ່​ຖືກຕ້ອງ ສະດຸດ​ຫຼື​ຫຼົງ​ຜິດ ຫຼື​ເຮັດ​ບາບ

  • ຄົນ​ທີ່​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ສະດຸດ ໃຫ້​ເອົາ​ຫີນ​ໂມ້​ແປ້ງ​ມາ​ຜູກ​ຄໍ​ຄົນ​ນັ້ນ ແລ້ວ​ຖິ້ມ​ລົງ​ທະເລ​ກໍ​ດີ​ກວ່າ

ຫີນ​ໂມ້​ແປ້ງ

18:8, 9

  • ພະ​ເຍຊູ​ເຕືອນ​ສາວົກ​ໃຫ້​ກຳຈັດ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ສະດຸດ ເຊັ່ນ ສິ່ງ​ທີ່​ມີ​ຄ່າ ມື ຫຼື​ຕາ

  • ການ​ປະ​ຖິ້ມ​ສິ່ງ​ທີ່​ເຮົາ​ຮັກ​ແລ້ວ​ໄດ້​ເຂົ້າ​ລາຊະອານາຈັກ​ຂອງ​ພະເຈົ້າ​ກໍ​ດີ​ກວ່າ​ທີ່​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ແລ້ວ​ຕ້ອງ​ຕາຍ​ໃນ​ເກເຮນນາ​ເຊິ່ງ​ເປັນ​ສັນຍະລັກ​ຂອງ​ການ​ຖືກ​ທຳລາຍ​ຕະຫຼອດ​ໄປ

ໃນ​ຊີວິດ​ຂອງ​ຂ້ອຍ​ມີ​ຫຍັງ​ທີ່​ຈະ​ເປັນ “ຫີນ​ຊູນ​ສະດຸດ” ແລະ​ຂ້ອຍ​ຈະ​ຫຼີກ​ລ່ຽງ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ຕົວ​ເອງ​ແລະ​ຄົນ​ອື່ນ​ສະດຸດ?