ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 12-13

ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ

ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ

ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ​ພະອົງ​ລວບລວມ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ເປັນ​ຄື​ກັບ​ເຂົ້າ​ເມັດ​ດີ​ເມື່ອ​ໃດ​ແລະ​ແນວ​ໃດ​ເຊິ່ງ​ເລີ່ມ​ຕັ້ງ​ແຕ່​ປີ ຄ.ສ. 33.

13:24

‘ຊາຍ​ຄົນ​ໜຶ່ງ​ໄດ້​ຫວ່ານ​ເຂົ້າ​ເມັດ​ດີ​ໃນ​ນາ​ແຫ່ງ​ຕົນ’

  • ຜູ້​ຫວ່ານ: ໝາຍ​ເຖິງ​ພະ​ເຍຊູ​ຄລິດ

  • ເຂົ້າ​ເມັດ​ດີ​ທີ່​ຖືກ​ຫວ່ານ: ໝາຍ​ເຖິງ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ

  • ນາ: ໝາຍ​ເຖິງ​ໂລກ​ແຫ່ງ​ມະນຸດ

13:25

“ເມື່ອ​ຄົນ​ທັງ​ຫຼາຍ​ພວມ​ນອນ​ຫຼັບ​ຢູ່ ສັດຕູ​ແຫ່ງ​ຄົນ​ຜູ້​ນັ້ນ​ໄດ້​ມາ​ຫວ່ານ​ເຂົ້າ​ນົກ​ໃນ​ທ່າມກາງ​ເຂົ້າ​ເມັດ​ດີ”

  • ສັດຕູ: ໝາຍ​ເຖິງ​ພະຍາມານ

  • ຄົນ​ທັງ​ຫຼາຍ​ທີ່​ພວມ​ນອນ​ຫຼັບ: ໝາຍ​ເຖິງ​ພວກ​ອັກຄະສາວົກ​ທີ່​ເສຍ​ຊີວິດ​ແລ້ວ

13:30

“ໃຫ້​ທັງ​ສອງ​ໃຫຍ່​ຂຶ້ນ​ມາ​ດ້ວຍ​ກັນ​ຈົນ​ເຖິງ​ລະດູ​ກ່ຽວ​ເຂົ້າ”

  • ເຂົ້າ​ເມັດ​ດີ: ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ

  • ເຂົ້າ​ນົກ: ໝາຍ​ເຖິງ​ຄລິດສະຕຽນ​ປອມ

“ກ່ຽວ​ເຂົ້າ​ນົກ​ກ່ອນ . . . ; ແຕ່​ວ່າ​ເຂົ້າ​ເມັດ​ດີ​ນັ້ນ​ຈົ່ງ​ໂຮມ​ໄວ້”

  • ທາດ/ພວກ​ກ່ຽວ: ໝາຍ​ເຖິງ​ເຫຼົ່າ​ທູດ​ສະຫວັນ

  • ເຂົ້າ​ນົກ​ມັດ​ເປັນ​ຟ່ອນ: ໝາຍ​ເຖິງ​ຄລິດສະຕຽນ​ປອມ​ທີ່​ແຍກ​ຕົວ​ອອກ​ຈາກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ

  • ໂຮມ​ໄວ້​ໃນ​ເລົ້າ​ເຂົ້າ: ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຖືກ​ລວບລວມ​ເຂົ້າ​ມາ​ຢູ່​ໃນ​ປະຊາຄົມ​ທີ່​ໄດ້​ຮັບ​ການ​ຟື້ນຟູ

ເມື່ອ​ເລີ່ມ​ຕົ້ນ​ລະດູ​ເກັບ​ກ່ຽວ ອັນ​ໃດ​ເຮັດ​ໃຫ້​ຄລິດສະຕຽນ​ແທ້​ແຍກ​ຕົວ​ອອກ​ຈາກ​ຄລິດສະຕຽນ​ປອມ

ຂ້ອຍ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ໃຈ​ຕົວຢ່າງ​ປຽບ​ທຽບ​ນີ້?