ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ໂລມ 4–6

“ພະເຈົ້າ​ສຳແດງ​ຄວາມ​ຮັກ​ຂອງ​ພະອົງ​ແກ່​ເຮົາ”

“ພະເຈົ້າ​ສຳແດງ​ຄວາມ​ຮັກ​ຂອງ​ພະອົງ​ແກ່​ເຮົາ”

5:8, 18, 21

ຄ່າໄຖ່​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ​ເຊິ່ງ​ເປັນ​ສິ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ຊ່ວຍ​ກອບ​ກູ້​ຊື່ສຽງ​ຂອງ​ພະ​ເຢໂຫວາ​ແລະ​ພິສູດ​ວ່າ​ພະອົງ​ມີ​ສິດ​ທີ່​ຈະ​ປົກຄອງ ແລະ​ວິທີ​ການ​ປົກຄອງ​ຂອງ​ພະອົງ​ດີ​ທີ່​ສຸດ. ນອກ​ຈາກ​ນັ້ນ ຄ່າໄຖ່​ຍັງ​ເຮັດ​ໃຫ້​ເຮົາ​ສາມາດ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ໃນ​ຕອນ​ນີ້ ແລະ​ຜູ້​ທີ່​ເຊື່ອ​ຟັງ​ພະເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອະນາຄົດ.

ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ໃນ​ຄ່າໄຖ່​ທີ່​ພະເຈົ້າ​ມອບ​ໃຫ້​ໄດ້​ແນວ​ໃດ?

  • ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ແລະ​ຢາກ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ

  • ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ມີ​ຕໍ່​ຄົນ​ທຸກ​ຊະນິດ—ມັດ. 22:39; ໂຢ. 3:16

ມີ​ທາງ​ອື່ນ​ອີກ​ບໍ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ?