ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ເຊົາ​ສຶກສາ​ກັບ​ນັກ​ສຶກສາ​ທີ່​ບໍ່​ເກີດ​ຜົນ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ການ​ເຊົາ​ສຶກສາ​ກັບ​ນັກ​ສຶກສາ​ທີ່​ບໍ່​ເກີດ​ຜົນ

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ຜູ້​ຄົນ​ຕ້ອງ​ຮ້ອງ​ອອກ​ນາມ​ຊື່​ຂອງ​ພະ​ເຢໂຫວາ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ. (ໂລມ 10:13, 14) ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ສຶກສາ​ຄຳພີ​ໄບເບິນ​ແລ້ວ​ຢາກ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຈົ້າ. ເຮົາ​ໃຊ້​ເວລາ​ອັນ​ມີ​ຄ່າ​ໃຫ້​ເປັນ​ປະໂຫຍດ​ທີ່​ສຸດ​ໃນ​ວຽກ​ຮັບໃຊ້​ເພື່ອ​ຊ່ວຍ​ຄົນ​ທີ່​ຢາກ​ປ່ຽນ​ແປງ​ຕົວ​ເອງ​ແທ້ໆເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ຖ້າ​ນັກ​ສຶກສາ​ບໍ່​ກ້າວ​ໜ້າ​ຫຼັງ​ຈາກ​ທີ່​ສຶກສາ​ໄດ້​ໄລຍະ​ໜຶ່ງ​ແລ້ວ ເປັນ​ເລື່ອງ​ທີ່​ສະຫຼາດ​ທີ່​ຈະ​ເຊົາ​ສຶກສາ​ກັບ​ພວກ​ເຂົາ​ເພື່ອ​ຈະ​ເອົາ​ເວລາ​ໄປ​ຊ່ວຍ​ຄົນ​ທີ່​ພະ​ເຢໂຫວາ​ຊັກ​ນຳ​ໃຫ້​ເຂົ້າ​ມາ​ຫາ​ພະອົງ​ແລະ​ອົງການ​ຂອງ​ພະອົງ. (ໂຢ. 6:44) ແນ່ນອນ​ວ່າ​ຖ້າ​ໃນ​ອະນາຄົດ​ຄົນ​ນັ້ນ​ໄດ້​ປ່ຽນ​ແປງ​ຕົວ​ເອງ “ສຳລັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ” ເຮົາ​ກໍ​ຍິນດີ​ທີ່​ຈະ​ກັບ​ມາ​ສຶກສາ​ກັບ​ລາວ​ອີກ​ຄັ້ງ—ກິດ. 13:48

ສິ່ງ​ທີ່​ຄວນ​ເຮັດ:

  • ຊົມ​ເຊີຍ​ນັກ​ສຶກສາ​ທີ່​ຢາກ​ຮຽນ​ຄວາມ​ຈິງ.—1 ຕີໂມ. 2:4

  • ເນັ້ນ​ໃຫ້​ລາວ​ເຫັນ​ຄວາມ​ສຳຄັນ​ທີ່​ຈະ​ນຳ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້.—ລືກາ 6:46-49

  • ອະທິບາຍ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ເລື່ອງ​ການ​ຫວ່ານ​ກັບ​ລາວ​ຢ່າງ​ກະລຸນາ ແລະ​ຖາມ​ລາວ​ວ່າ​ມີ​ຫຍັງ​ທີ່​ເປັນ​ອຸປະສັກ​ບໍ່​ໃຫ້​ລາວ​ນຳ​ເອົາ​ສິ່ງ​ທີ່​ຮຽນ​ໄປ​ໃຊ້.—ມັດ. 13:18-23

  • ເວົ້າ​ກັບ​ລາວ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊົາ​ສຶກສາ

  • ບອກ​ລາວ​ໃຫ້​ຮູ້​ວ່າ​ເຈົ້າ​ຈະ​ກັບ​ມາ​ຢາມ​ລາວ​ອີກ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ໃນ​ອະນາຄົດ​ຖ້າ​ລາວ​ກ້າວ​ໜ້າ​ຂຶ້ນ​ເຈົ້າ​ກໍ​ຈະ​ກັບ​ມາ​ສຶກສາ​ໃຫ້​ລາວ​ອີກ.

ເບິ່ງ​ວິດີໂອ ຈາກ​ນັ້ນ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຮຽນ​ຫຍັງ​ໄດ້​ຈາກ​ການ​ສົນທະນາ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ນັກ​ສຶກສາ​ບໍ່​ກ້າວ​ໜ້າ​ດ້ານ​ຄວາມ​ເຊື່ອ?

  • ຜູ້​ປະກາດ​ຈະ​ຊ່ວຍ​ນັກ​ສຶກສາ​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ວ່າ​ລາວ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ?

  • ຜູ້​ປະກາດ​ໄດ້​ເວົ້າ​ແນວ​ໃດ​ເພື່ອ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ກັບ​ມາ​ສຶກສາ​ອີກ​ຄັ້ງ​ໃນ​ອະນາຄົດ?