ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ເຈົ້າ​ສັງເກດ​ເຫັນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ບໍ?

ເຈົ້າ​ສັງເກດ​ເຫັນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ບໍ?

ເມື່ອ​ເຈົ້າ​ເບິ່ງ​ສີ​ຂອງ​ດອກ​ໄມ້ ທ້ອງຟ້າ​ທີ່​ເຕັມ​ໄປ​ດ້ວຍ​ດວງ​ດາວ​ຫຼື​ສຽງ​ກັງ​ວານຂອງ​ຕາດ ເຈົ້າ​ເຫັນ​ຜົນ​ງານ​ຂອງ​ຜູ້​ສ້າງ​ບໍ? ສິ່ງ​ຊົງ​ສ້າງ​ທີ່​ຢູ່​ອ້ອມ​ຕົວ​ເຮົາ​ສະແດງ​ໃຫ້​ເຫັນ​ຄຸນ​ລັກສະນະ​ຕ່າງໆຂອງ​ພະເຈົ້າ​ຢ່າງ​ຊັດເຈນ. (ໂລມ 1:20) ໂດຍ​ການ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ເຫັນ​ເຮົາ​ກໍ​ສາມາດ​ຮັບ​ຮູ້​ເຖິງ​ພະລັງ ຄວາມ​ຮັກ ສະຕິ​ປັນຍາ​ແລະ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ ລວມ​ທັງ​ຄວາມ​ໃຈ​ກວ້າງ​ຂອງ​ພະອົງ​ນຳ.—ເພງ. 104:24

ໃນ​ແຕ່​ລະ​ມື້​ເຈົ້າ​ສັງເກດ​ເຫັນ​ຜົນ​ງານ​ອັນ​ໃດ​ແດ່​ທີ່​ພະ​ເຢໂຫວາ​ສ້າງ? ເຖິງ​ເຈົ້າ​ຈະ​ອາໄສ​ຢູ່​ໃນ​ເມືອງ​ເຈົ້າ​ກໍ​ຍັງ​ເຫັນ​ນົກ​ຫຼື​ຕົ້ນ​ໄມ້. ການ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ຄວາມ​ກັງວົນ ບໍ່​ອຸກ​ໃຈ​ຫຼາຍ​ເກີນ​ໄປ​ກັບ​ບັນຫາ​ທີ່​ມີ​ຢູ່​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພະ​ເຢໂຫວາ​ວ່າ​ພະອົງ​ສາມາດ​ເບິ່ງ​ແຍງ​ເຮົາ​ຕະຫຼອດ​ໄປ. (ມັດ. 6:25-32) ຖ້າ​ເຈົ້າ​ມີ​ລູກ​ຂໍ​ຊ່ວຍ​ພວກ​ເຂົາ​ໃຫ້​ເຫັນ​ຄຸນ​ລັກສະນະ​ຕ່າງໆ​ຂອງ​ພະ​ເຢໂຫວາ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້. ຖ້າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ສິ່ງ​ຊົງ​ສ້າງ​ທີ່​ຢູ່​ອ້ອມ​ຕົວ​ເຮົາ ເຮົາ​ກໍ່​ຈະ​ໃກ້​ຊິດ​ກັບ​ຜູ້​ສ້າງ​ຫຼາຍ​ຂຶ້ນ.—ເພງ. 8:3, 4

ເບິ່ງ​ວິດີໂອ​ສິ່ງ​ຊົງ​ສ້າງ​ທີ່​ໜ້າ​ພິດສະຫວົງ​ເຜີຍ​ໃຫ້​ເຫັນ​ຄວາມ​ລ້ຳ​ເລີດ​ຂອງ​ພະເຈົ້າ—ແສງ​ແລະ​ສີ ຈາກ​ນັ້ນ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເມັດ​ສີ​ເຮັດ​ໃຫ້​ເຮົາ​ເຫັນ​ສີ​ຕ່າງໆໄດ້?

  • ການ​ສະທ້ອນ​ສີ (ການ​ເຫຼືອບ​ສີ) ເກີດ​ຈາກ​ຫຍັງ?

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນ​ສີ​ຕ່າງໆໃນ​ທ້ອງຟ້າ?

  • ເຈົ້າ​ສັງເກດ​ເຫັນ​ສີ​ທີ່​ສວຍ​ງາມ​ຂອງ​ສິ່ງ​ຊົງ​ສ້າງ​ອັນ​ໃດ​ທີ່​ຢູ່​ໃກ້​ບ້ານ​ເຈົ້າ?

  • ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ເວລາ​ສັງເກດ​ເບິ່ງ​ສິ່ງ​ຕ່າງໆໃນ​ທຳມະຊາດ?

ແສງ​ແລະ​ສີ​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆ ຂອງ​ພະ​ເຢໂຫວາ?