ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 15-21 ກໍລະກົດ

ເພງ​ສັນລະເສີນ 63–65

ວັນ​ທີ 15-21 ກໍລະກົດ

ເພງ​ທີ 108 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. “ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະອົງ​ກໍ​ດີ​ກວ່າ​ຊີວິດ”

(10 ນາທີ)

ການ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ຊີວິດ​ຂອງ​ເຮົາ (ພສ 63:3; w01-SI 15/10 ໜ້າ 15-16 ຂໍ້ 17-18)

ການ​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຮົາ​ແນວ​ໃດ​ແດ່​ຈະ​ເຮັດ​ໃຫ້​ເຮົາ​ຢາກ​ຂອບໃຈ​ເພິ່ນ​ຫຼາຍ​ຂຶ້ນ (ພສ 63:6; ຫ19.12 ໜ້າ 28 ຫຍໍ້​ໜ້າ 4; ຫ15 15/10 ໜ້າ 22 ຂໍ້ 7)

ການ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ເພິ່ນ​ມີ​ຕໍ່​ເຮົາ ກະຕຸ້ນ​ເຮົາ​ໃຫ້​ສັນລະເສີນ​ເພິ່ນ​ຢ່າງ​ມີ​ຄວາມ​ສຸກ (ພສ 63:4, 5; w09-SI 15/7 ໜ້າ 15 ຂໍ້ 6)

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ: ໃຫ້​ລົມ​ກັນ​ວ່າ​ພະ​ເຢໂຫວາ​ເຄີຍ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ພວກ​ເຈົ້າ​ແນວ​ໃດ.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 64:3—ຂໍ້​ຄຳພີ​ນີ້​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຢາກ​ເວົ້າ​ໃນ​ແງ່​ບວກ​ສະເໝີ? (ຫ15 15/12 ໜ້າ 19 ຂໍ້ 10)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າ​ລົມ​ນຳ​ເວົ້າ​ຄົນ​ລະ​ພາສາ​ກັບ​ເຈົ້າ (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 4)

5. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ລົມ​ກັບ​ບາງ​ຄົນ ແຕ່​ຕ້ອງ​ໄດ້​ໂຈະ​ການ​ລົມ​ກັນ​ກ່ອນ​ທີ່​ຈະ​ໄດ້​ປະກາດ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 4)

6. ເລີ່ມ​ລົມ

(3 ນາທີ) ໃນ​ບ່ອນ​ສາທາລະນະ. ຊວນ​ລາວ​ລົມ​ແລະ​ສັງເກດ​ວ່າ​ລາວ​ສົນໃຈ​ເລື່ອງ​ຫຍັງ ແລ້ວ​ກໍ​ນັດ​ກັບ​ລາວ​ວ່າ​ຊິ​ໄດ້​ລົມ​ກັນ​ອີກ​ຕອນ​ໃດ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 5)

7. ອະທິບາຍ​ຄວາມ​ເຊື່ອ

(4 ນາທີ) ສາທິດ. jwfq-SI ບົດ​ຄວາມ 51—ເລື່ອງ: ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຍັງ​ກັບ​ໄປ​ຫາ​ຄົນ​ທີ່​ບອກ​ວ່າ “ບໍ່​ສົນໃຈ”? (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ 154

8. ວິທີ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ພະ​ເຢໂຫວາ “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ . . . ຫຼາຍ​ທີ່​ສຸດ.” (ພສ 86:15) “ຄວາມ​ຮັກ​ທີ່​ໝັ້ນຄົງ” ໝາຍເຖິງ​ຄວາມ​ຮັກ​ທີ່​ເກີດ​ຈາກ​ຄວາມ​ສັດຊື່ ຄວາມ​ພັກດີ ແລະ​ຄວາມ​ຜູກພັນ​ຢ່າງ​ເລິກ​ເຊິ່ງ. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ກັບ​ຄົນ​ທົ່ວໄປ ແຕ່​ເພິ່ນ​ສະແດງ “ຄວາມ​ຮັກ​ທີ່​ໝັ້ນຄົງ” ສະເພາະ​ແຕ່​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເຊິ່ງ​ເປັນ​ຄົນ​ທີ່​ເພິ່ນ​ສະໜິດ​ນຳ​ເທົ່າ​ນັ້ນ. (ພສ 33:18; 63:3; ຢຮ 3:16; ກຈກ 14:17) ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ພະ​ເຢໂຫວາ​ທີ່​ເພິ່ນ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຮົາ​ໂດຍ​ຮັກ​ເພິ່ນ. ເຮົາ​ຈະ​ເຮັດ​ແນວ​ໃດ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ເພິ່ນ? ເຮົາ​ຕ້ອງ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ເພິ່ນ ລວມ​ເຖິງ​ຄຳ​ສັ່ງ​ທີ່​ບອກ​ໃຫ້ ‘ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.’—ມທ 28:19; 1ຢຮ 5:3

ເປີດ​ວິດີໂອ ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ວຽກ​ປະກາດ ແລ້ວ​ຖາມ​ວ່າ:

ຄວາມ​ຮັກ​ຈະ​ກະຕຸ້ນ​ເຮົາ​ແນວ​ໃດ​ໃຫ້​ປະກາດ​ຂ່າວ​ດີ

  • ຕອນ​ທີ່​ເຮົາ​ເມື່ອຍ?

  • ຕອນ​ທີ່​ເຮົາ​ຖືກ​ເວົ້າ​ບໍ່​ດີ​ໃສ່?

  • ຕອນ​ທີ່​ເຮົາ​ໃຊ້​ຊີວິດ​ປະຈຳ​ວັນ?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 79 ແລະ​ຄຳ​ອະທິດຖານ