ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 26 ສິງຫາ–1 ກັນຍາ

ເພງ​ສັນລະເສີນ 78

ວັນ​ທີ 26 ສິງຫາ–1 ກັນຍາ

ເພງ​ທີ 97 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຄົນ​ອິດສະຣາເອນ​ທີ່​ບໍ່​ສັດຊື່​ເປັນ​ຕົວຢ່າງ​ເຕືອນ​ໃຈ​ເຮົາ

(10 ນາທີ)

ຄົນ​ອິດສະຣາເອນ​ລືມ​ສິ່ງ​ຕ່າງໆ​ທີ່​ເປັນ​ຕາ​ງຶດ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຂົາເຈົ້າ (ພສ 78:11, 42; w96-SI 1/12 ໜ້າ 29-30)

ຄົນ​ອິດສະຣາເອນ​ບໍ່​ເຫັນຄ່າ​ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ເຂົາເຈົ້າ (ພສ 78:19; w06-SI 15/7 ໜ້າ 17 ຂໍ້ 16)

ຄົນ​ອິດສະຣາເອນ​ບໍ່​ໄດ້​ບົດ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ຂອງ​ໂຕເອງ ແລະ​ຍັງ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ (ພສ 78:40, 41, 56, 57; w11-SI 1/7 ໜ້າ 10 ຫຍໍ້​ໜ້າ 3-4)


ສຳລັບ​ການ​ຄິດ​ຕຶກຕອງ: ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເປັນ​ຄົນ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ?

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 78:24, 25—ເປັນ​ຫຍັງ​ມານາ​ຈຶ່ງ​ຖືກ​ເອີ້ນ​ວ່າ “ອາຫານ​ຈາກ​ສະຫວັນ” ແລະ “ອາຫານ​ຂອງ​ພວກ​ທູດສະຫວັນ”? (w06-SI 15/7 ໜ້າ 11 ຫຍໍ້​ໜ້າ 4)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 5)

5. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ເລີ່ມ​ລົມ​ກັນ​ໂດຍ​ໃຊ້​ແຜ່ນພັບ​ແລະ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 4)

6. ເລີ່ມ​ລົມ

(1 ນາທີ) ຕາມ​ບ້ານ​ເຮືອນ. ເວົ້າ​ສັ້ນໆ​ກັບ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຕາມ​ທີ່​ລາວ​ຂໍ ແລ້ວ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 5)

7. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເລີ່ມ​ລົມ​ໃນ​ແບບ​ທີ່​ເປັນ​ທຳມະຊາດ​ໂດຍ​ບໍ່​ໄດ້​ເວົ້າ​ເຖິງ​ຄຳພີ​ໄບເບິນ ແຕ່​ຫາ​ວິທີ​ບອກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 4)

ຊີວິດ​ຄລິດສະຕຽນ

ເພງ​ທີ 96

8. ຮຽນ​ຈາກ​ຕົວຢ່າງ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ຫຼາຍ​ຄົນ ມີ​ທັງ​ຕົວຢ່າງ​ທີ່​ດີ​ແລະ​ຕົວຢ່າງ​ທີ່​ບໍ່​ດີ. ເຮົາ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຈະ​ຮຽນ​ຮູ້​ເລື່ອງ​ຂອງ​ເຂົາເຈົ້າ. ນອກ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ແລ້ວ ເຮົາ​ຕ້ອງ​ຄິດ​ຕຶກຕອງ​ວ່າ​ໄດ້​ບົດ​ຮຽນ​ຫຍັງ​ແດ່​ຈາກ​ການ​ອ່ານ ແລ້ວກໍເອົາ​ບົດຮຽນ​ເຫຼົ່ານັ້ນ​ມາ​ປັບປຸງ​ໂຕ​ເອງ​ໃຫ້​ດີ​ຂຶ້ນ.

ຟີລິບ​ຜູ້​ປະກາດ​ຂ່າວ​ດີ​ເປັນ​ຄລິດສະຕຽນ​ທີ່​ມີ​ຊື່​ສຽງ​ວ່າ: “ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ​ແລະ​ມີ​ສະຕິ​ປັນຍາ.” (ກຈກ 6:3, 5) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ?

ເປີດ​ວິດີໂອ ຮຽນ​ຈາກ​ເຂົາເຈົ້າ—ຟີລິບ​ຜູ້​ປະກາດ​ຂ່າວ​ດີ ແລ້ວ​ຖາມ​ວ່າ​ພີ່ນ້ອງ​ໄດ້​ຮຽນ​ຫຍັງ​ຈາກ​ເຫດການ​ເຫຼົ່າ​ນີ້:

  • ສິ່ງ​ທີ່​ຟີລິບ​ເຮັດ​ຕອນ​ທີ່​ສະພາບການ​ໃນ​ຊີວິດ​ຂອງ​ລາວ​ປ່ຽນແປງ​ກະທັນຫັນ.—ກຈກ 8:1, 4, 5

  • ຕອນ​ທີ່​ຟີລິບ​ໄດ້​ຮັບ​ພອນ​ຈາກ​ການ​ທີ່​ລາວ​ເຕັມໃຈ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ກວ່າ.—ກຈກ 8:6-8, 26-31, 34-40

  • ຟີລິບ​ແລະ​ຄອບຄົວ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສະແດງ​ນ້ຳໃຈ​ຕ້ອນຮັບ​ແຂກ.—ກຈກ 21:8-10

  • ຄອບຄົວ​ພີ່ນ້ອງ​ທີ່​ຢູ່​ໃນ​ວິດີໂອ​ມີ​ຄວາມ​ສຸກ​ເມື່ອ​ເຮັດ​ຕາມ​ຕົວຢ່າງ​ຂອງ​ຟີລິບ

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 101 ແລະ​ຄຳ​ອະທິດຖານ