ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 5-11 ສິງຫາ 2024

ເພງ​ສັນລະເສີນ 70-72

ວັນ​ທີ 5-11 ສິງຫາ 2024

ເພງ​ທີ 59 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເລົ່າ​ເລື່ອງ​ລິດເດດ​ຂອງ​ພະເຈົ້າ “ໃຫ້​ຄົນ​ລຸ້ນ​ຕໍ່​ໄປ​ຟັງ”

(10 ນາທີ)

ດາວິດ​ເຄີຍ​ເຫັນ​ພະ​ເຢໂຫວາ​ປົກປ້ອງ​ລາວ​ຕັ້ງແຕ່​ຕອນ​ທີ່​ລາວ​ເປັນ​ໄວລຸ້ນ (ພສ 71:5; w99-SI 1/9 ໜ້າ 18 ຂໍ້ 17)

ດາວິດ​ເຈິ​ດ້ວຍ​ໂຕເອງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ແລະ​ສະໜັບສະໜູນ​ລາວ​ຕອນ​ທີ່​ລາວ​ອາຍຸ​ຫຼາຍ​ແລ້ວ (ພສ 71:9; g04-SI 8/10 ໜ້າ 23 ຫຍໍ້​ໜ້າ 3)

ດາວິດ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຍັງ​ໜຸ່ມ​ໂດຍ​ເລົ່າ​ປະສົບການ​ຂອງ​ລາວ​ໃຫ້​ເຂົາເຈົ້າ​ຟັງ (ພສ 71:17, 18; w14-SI 15/1 ໜ້າ 23 ຫຍໍ້​ໜ້າ 4-5)

ໃຫ້​ຖາມ​ໂຕເອງ​ວ່າ: ‘ຕອນ​ນະມັດສະການ​ປະຈຳ​ຄອບຄົວ ຂ້ອຍ​ຢາກ​ສຳພາດ​ພີ່ນ້ອງ​ຄົນ​ໃດ​ໃນ​ປະຊາຄົມ​ທີ່​ຮັບໃຊ້​ມາ​ດົນ​ແລ້ວ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 72:8—ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ອັບຣາຮາມ​ໃນ​ປະຖົມມະການ 15:18 ໄດ້​ເກີດຂຶ້ນ​ແທ້​ແນວ​ໃດ​ໃນ​ສະໄໝ​ທີ່​ໂຊໂລໂມນ​ປົກຄອງ? (it-1-E ໜ້າ 768)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ເມື່ອ​ຄົນ​ທີ່​ເຈົ້າ​ເວົ້າ​ນຳ​ເລີ່ມ​ຢາກ​ຖຽງ​ກັບ​ເຈົ້າ​ກໍ​ໃຫ້​ເວົ້າ​ດີໆ​ກັບ​ລາວ​ກ່ອນ​ຈະ​ໄປ​ຈາກ​ລາວ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 5)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ລົມ​ກັບ​ຍາດ​ຕິ​ພີ່ນ້ອງ​ທີ່​ເຈົ້າ​ເຄີຍ​ລົມ​ເລື່ອງ​ຄຳພີ​ໄບເບິນ​ນຳ​ແລ້ວ ແຕ່​ເທື່ອ​ນີ້​ລາວ​ຍັງ​ລັງເລ​ທີ່​ຈະ​ຮຽນ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 4)

6. ອະທິບາຍ​ຄວາມ​ເຊື່ອ

(5 ນາທີ) ບັນລະຍາຍ. Ijwfq-SI ບົດ​ຄວາມ 49—ເລື່ອງ: ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ປ່ຽນ​ຄຳສອນ​ບາງ​ຢ່າງ? (ອສ ບົດ​ຮຽນ​ທີ 17)

ຊີວິດ​ຄລິດສະຕຽນ

ເພງ​ທີ 76

7. ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ເວລາ​ທີ່​ສຳຄັນ​ທີ່​ລູກ​ຈະ​ໄດ້​ຮຽນ “ຫຼັກການ​ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ.” (ອຟຊ 6:4) ການ​ຮຽນ​ຮູ້​ຕ້ອງ​ໄດ້​ອອກ​ຄວາມ​ພະຍາຍາມ ແຕ່​ກໍ​ເຮັດ​ໃຫ້​ເປັນ​ຊ່ວງ​ເວລາ​ທີ່​ມ່ວນ​ໄດ້ ໂດຍ​ສະເພາະ​ຖ້າ​ຢາກ​ໃຫ້​ລູກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ຄຳພີ​ໄບເບິນ. (ຢຮ 6:27; 1ປຕ 2:2) ໃຫ້​ເບິ່ງ​ຂອບ “ ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້​ສຳລັບ​ການ​ນະມັດສະການ​ປະຈຳ​ຄອບຄົວ” ທີ່​ຈະ​ຊ່ວຍ​ພໍ່​ແມ່​ໃຫ້​ເຮັດ​ການ​ນະມັດສະການ​ປະຈຳ​ຄອບຄົວ​ໃນ​ແບບ​ທີ່​ໃຫ້​ຄວາມ​ຮູ້ ທັງ​ມ່ວນ ແລະ​ໄດ້​ຮັບ​ປະໂຫຍດ​ນຳ. ແລ້ວ​ຖາມ​ວ່າ:

  • ມີ​ຄຳ​ແນະນຳ​ໃດ​ທີ່​ເຈົ້າ​ຢາກ​ຈະ​ລອງ​ເຮັດ?

  • ມີ​ກິດ​ຈະ​ກຳ​ຢ່າງ​ອື່ນ​ອີກ​ບໍ​ທີ່​ເຈົ້າ​ຄິດ​ວ່າ​ຈະ​ມີ​ປະໂຫຍດ​ກັບ​ຄອບຄົວ?

ເປີດ​ວິດີໂອ ເຮັດ​ໃຫ້​ການ​ນະມັດສະການ​ປະຈຳ​ຄອບຄົວ​ຂອງ​ເຈົ້າ​ມີ​ຄຸນນະພາບ​ຫຼາຍ​ຂຶ້ນ ແລ້ວ​ຖາມ​ວ່າ:

  • ຜົວ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ເມຍ​ຮູ້ສຶກ​ມ່ວນ​ກັບ​ການ​ນະມັດສະການ​ປະຈຳ​ຄອບຄົວ​ຕອນ​ທີ່​ລູກ​ຍ້າຍ​ອອກ​ໄປ​ຢູ່​ຕ່າງ​ຫາກ​ແລ້ວ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 123 ແລະ​ຄຳ​ອະທິດຖານ