ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 8-14 ກໍລະກົດ

ເພງ​ສັນລະເສີນ 60-62

ວັນ​ທີ 8-14 ກໍລະກົດ

ເພງ​ທີ 2 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ໝັ້ນຄົງ ປົກປ້ອງ​ຄຸ້ມຄອງ​ເຮົາ ແລະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ປອດໄພ

(10 ນາທີ)

ພະ​ເຢໂຫວາ​ເປັນ​ຄື​ກັບ​ປ້ອມ​ສູງ​ທີ່​ແຂງແຮງ (ພສ 61:3; ຂກ ໜ້າ 70 ຂໍ້ 8)

ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ໃຫ້​ເປັນ​ແຂກ​ໃນ​ເຕັ້ນ​ຂອງ​ເພິ່ນ (ພສ 61:4; it-2-E ໜ້າ 1084 ຫຍໍ້​ໜ້າ 8)

ພະ​ເຢໂຫວາ​ເປັນ​ຄື​ກັບ​ຫີນ​ຜາ (ພສ 62:2; w02-SI 15/4 ໜ້າ 16 ຂໍ້ 14)


ໃຫ້​ຖາມ​ໂຕເອງ​ວ່າ: ‘ຊີວິດ​ຂ້ອຍ​ດີ​ຂຶ້ນ​ແນວ​ໃດ​ເມື່ອ​ໄດ້​ມາ​ຮູ້​ຈັກ​ພະ​ເຢໂຫວາ​ແລະ​ໄດ້​ເພິ່ງພາ​ເພິ່ນ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 62:11—“ລິດເດດ​ເປັນ​ຂອງ​ພະເຈົ້າ” ໃນ​ຄວາມ​ໝາຍ​ໃດ? (w06-SI 1/6 ໜ້າ 11 ຫຍໍ້​ໜ້າ 6)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເລີ່ມ​ລົມ​ກັບ​ຄົນ​ທີ່​ເຮັດ​ດີ​ກັບ​ເຈົ້າ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 3)

5. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ເວົ້າ​ເຖິງ​ແອັບ JW Library® ແລະ​ສອນ​ຄົນ​ທີ່​ເຮົາ​ໄປ​ຫາ​ໃຫ້​ຕິດ​ຕັ້ງ​ແອັບ​ນີ້. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 4)

6. ບັນລະຍາຍ

(5 ນາທີ) ຫ22.02 ໜ້າ 4-5 ຂໍ້ 7-10—ເລື່ອງ: ເຊື່ອ​ໃນ​ພະ​ເຢໂຫວາ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ. (ອສ ບົດ​ຮຽນ​ທີ 20)

ຊີວິດ​ຄລິດສະຕຽນ

ເພງ​ທີ 12

7. ບໍ່​ມີ​ຫຍັງ​ຈະ “ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ”ໄດ້

(10 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເປີດ​ວິດີໂອ ແລ້ວ​ຖາມ​ວ່າ:

  •   ພະ​ເຢໂຫວາ​ເບິ່ງແຍງ​ພີ່ນ້ອງ​ບາສະຕອນ ນີເຣນດາ​ແນວ​ໃດ​ຕອນ​ທີ່​ລາວ​ຖືກ​ຂົ່ມເຫງ?

8. ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ—ຂັ້ນ​ຕອນ​ກ່ອນ​ຮັບ​ບັບເຕມາ

(5 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ. ເປີດ​ວິດີໂອ. ຖ້າ​ເປັນ​ໄປ​ໄດ້​ໃຫ້​ເຊີນ​ເດັກນ້ອຍ​ທີ່​ເລືອກ​ໄວ້​ຂຶ້ນ​ມາ​ເທິງ​ເວທີ ແລະ​ຖາມ​ວ່າ: ເພື່ອ​ຈະ​ຮັບ​ບັບເຕມາ ມີ​ຫຍັງ​ແດ່​ທີ່​ສຳຄັນ​ຫຼາຍ​ກວ່າ​ອາຍຸ? ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຕ້ອງ​ເຮັດ​ກ່ອນ​ຮັບ​ບັບເຕມາ?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 63 ແລະ​ຄຳ​ອະທິດຖານ