ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ອ່ານຄຳພີໄບເບິນທຸກມື້ແລະຊອກຫາສະຕິປັນຍາ

ອ່ານຄຳພີໄບເບິນທຸກມື້ແລະຊອກຫາສະຕິປັນຍາ

ສະຕິປັນຍາ​ຈາກ​ພະເຈົ້າ​ມີຄ່າ​ຫຼາຍ​ຄື​ກັບ​ຊັບ​ສົມບັດ​ທີ່​ຖືກ​ເຊື່ອງ​ໄວ້. (ສຸພາ 2:1-6) ສະຕິປັນຍາ​ນີ້​ຊ່ວຍ​ເຮົາ​ໃຫ້​ຄິດ​ຮອບຄອບ ຕັດສິນໃຈ​ໄດ້​ດີ​ແລະ​ປົກປ້ອງ​ເຮົາ​ຈາກ​ອັນຕະລາຍ ດັ່ງນັ້ນ​ມັນ​ຈຶ່ງ​ເປັນ​ສິ່ງ​ທີ່ “ສຳຄັນ​ທີ່ສຸດ.” (ສຸພາ 4:5-7, ລ.ມ.) ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ທີ່​ຈະ​ຊອກຫາ​ສະຕິປັນຍາ​ທີ່​ເຊື່ອງ​ຢູ່​ໃນ​ຄຳພີໄບເບິນ. ເຮົາ​ເລີ່ມ​ເຮັດ​ແບບ​ນີ້​ໄດ້​ໂດຍ​ອ່ານ​ຄຳພີໄບເບິນ​ທຸກ​ມື້ “ທັງ​ກາງເວັນ​ແລະ​ກາງຄືນ.” (ຢຊ 1:8, ລ.ມ.) ມີ​ຄຳແນະນຳ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ອ່ານ​ຄຳພີໄບເບິນ​ເປັນ​ປະຈຳ​ແລະ​ມ່ວນ​ກັບ​ການ​ອ່ານ​ນຳ?

ເບິ່ງ​ວິດີໂອ​ໄວລຸ້ນ​ຮຽນ​ຮູ້​ທີ່​ຈະ​ຮັກ​ຄຳ​ຂອງ​ພະເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ສິ່ງ​ໃດ​ເຮັດ​ໃຫ້​ໄວລຸ້ນ​ເຫຼົ່ານີ້​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ອ່ານ​ຄຳພີໄບເບິນ​ທຸກ​ມື້ ແລະ​ສິ່ງ​ໃດ​ຊ່ວຍ​ເຂົາເຈົ້າ​ໄດ້?

  • ເມລານີ

  • ຊາມູເອນ

  • ເຊລິນ

  • ຣາຟາເອໂລ

ຕາ​ຕະລາງ​ການ​ອ່ານ​ຄຳພີໄບເບິນ​ຂອງ​ຂ້ອຍ: