ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

ເຮົາເພິ່ງພະເຢໂຫວາຕອນໃດ?

ເຮົາເພິ່ງພະເຢໂຫວາຕອນໃດ?

ອາຊາ​ເພິ່ງ​ພະເຢໂຫວາ​ຕອນ​ທີ່​ຕໍ່ສູ້​ກັບ​ກອງ​ທັບ​ໃຫຍ່ (2ຂຄ 14:9-12; ຫ21.03 ໜ້າ 5 ຂໍ້ 12)

ຕໍ່ມາ​ລາວ​ໄປ​ເພິ່ງ​ຊີເຣຍ​ຕອນ​ທີ່​ຕໍ່ສູ້​ກັບ​ກອງ​ທັບ​ທີ່​ນ້ອຍ​ກວ່າ (2ຂຄ 16:1-3; ຫ21.03 ໜ້າ 5-6 ຂໍ້ 13)

ພະເຢໂຫວາ​ບໍ່​ພໍໃຈ​ລາວ​ທີ່​ບໍ່​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ເພິ່ນ​ຢ່າງ​ຕໍ່​ເນື່ອງ (2ຂຄ 16:7-9)

ເຮົາ​ອາດຈະ​ເພິ່ງ​ພະເຢໂຫວາ​ຕອນ​ທີ່​ຕັດສິນໃຈ​ເລື່ອງ​ສຳຄັນ​ໃນ​ຊີວິດ ແຕ່​ໃນ​ເລື່ອງ​ອື່ນໆ​ເດ​ເຮົາ​ເພິ່ງ​ເພິ່ນ​ບໍ? ສຳຄັນ​ຫຼາຍ​ທີ່​ຈະ​ຄິດເຖິງ​ພະເຢໂຫວາ​ສະເໝີ​ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕາມ.—ສຸພາ 3:5, 6; ຫ21.03 ໜ້າ 6 ຂໍ້ 14.