ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

‘ປົກປ້ອງຫົວໃຈຂອງເຈົ້າ’

‘ປົກປ້ອງຫົວໃຈຂອງເຈົ້າ’

ພະເຢໂຫວາ​ດົນ​ໃຈ​ໃຫ້​ໂຊໂລໂມນ​ຂຽນ​ວ່າ: “ໃຫ້​ປົກປ້ອງ​ຫົວໃຈ​ຂອງ​ລູກ​ຫຼາຍ​ກວ່າ​ສິ່ງ​ໃດ​ທັງໝົດ ເພາະ​ຊີວິດ​ຂຶ້ນ​ຢູ່​ກັບ​ຫົວໃຈ.” (ສຸພາ 4:23, ລ.ມ.) ໜ້າ​ເສຍດາຍ​ທີ່​ຊາວ​ອິດສະຣາເອນ​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຢໂຫວາ “ສຸດ​ຫົວໃຈ.” (2ຂຄ 6:14, ລ.ມ.) ແມ່ນ​ແຕ່​ກະສັດ​ໂຊໂລໂມນ​ກໍ​ຍັງ​ຍອມ​ໃຫ້​ພວກ​ເມຍ​ທີ່​ບໍ່​ໄດ້​ນະມັດສະການ​ພະເຢໂຫວາ​ມາ​ເຮັດ​ໃຫ້​ລາວ​ໄປ​ນະມັດສະການ​ພະ​ອື່ນ. (1ກສ 11:4) ແລ້ວ​ເຈົ້າ​ຈະ​ປົກປ້ອງ​ຫົວໃຈ​ຂອງ​ເຈົ້າ​ແນວໃດ? ນີ້​ເປັນ​ຊື່​ເລື່ອງ​ໃນ​ບົດຄວາມ​ສຶກສາ​ຂອງ​ຫໍສັງເກດການ ເດືອນ​ມັງກອນ 2019 ໜ້າ 14-19.

ເບິ່ງ​ວິດີໂອ​ບົດຮຽນ​ຈາກ​ຫໍສັງເກດການ—ປົກປ້ອງ​ຫົວໃຈ​ຂອງ​ເຈົ້າ. ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ສິ່ງ​ໃດ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພີ່ນ້ອງ​ເຫຼົ່ານີ້​ອ່ອນ​ລົງ ແລະ​ບົດຄວາມ​ສຶກສາ​ນີ້​ຊ່ວຍ​ເຂົາເຈົ້າ​ໃຫ້​ປົກປ້ອງ​ຫົວໃຈ​ຂອງ​ຕົວເອງ​ແນວໃດ?

  • ເບຣນ ແລະ ລໍເຣັນ

  • ອຸມເຈ

  • ແຮັບປີ້ ລາຢູ

ບົດຄວາມ​ສຶກສາ​ນີ້​ຊ່ວຍ​ເຈົ້າ​ແນວໃດ?