ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

‘ເຮົາຈະເບິ່ງແຍງວິຫານນີ້ສະເໝີ’

‘ເຮົາຈະເບິ່ງແຍງວິຫານນີ້ສະເໝີ’

ພະເຢໂຫວາ​ເລືອກ​ວິຫານ​ສຳລັບ​ເພິ່ນ​ເອງ (2ຂຄ 7:11, 12)

ພະເຢໂຫວາ​ບອກ​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ວິຫານ​ນີ້​ສະເໝີ ສະແດງ​ວ່າ​ເພິ່ນ​ສົນໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ວິຫານ​ນີ້​ເພາະ​ມັນ​ກ່ຽວຂ້ອງ​ກັບ​ຊື່​ຂອງ​ເພິ່ນ (2ຂຄ 7:16; w02-SI 15/11 ໜ້າ 5 ຫຍໍ້​ໜ້າ 1)

ຖ້າ​ປະຊາຊົນ​ເຊົາ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຢໂຫວາ “ສຸດ​ຫົວໃຈ” ເພິ່ນ​ກໍ​ຈະ​ຍອມ​ໃຫ້​ວິຫານ​ຖືກ​ທຳລາຍ (2ຂຄ 6:14; 7:19-21; it-2-E ໜ້າ 1077-1078)

ຕອນ​ທີ່​ອຸທິດ​ວິຫານ ປະຊາຊົນ​ຄິດ​ວ່າ​ຈະ​ຕັ້ງໃຈ​ນະມັດສະການ​ພະເຢໂຫວາ​ສະເໝີ. ແຕ່​ໜ້າ​ເສຍດາຍ​ທີ່​ເຂົາເຈົ້າ​ຄ່ອຍໆ​ເຊົາ​ຫ້າວຫັນ​ໃນ​ການ​ນະມັດສະການ​ພະເຢໂຫວາ.

ຖາມ​ຕົວເອງ​ວ່າ: ‘ຂ້ອຍ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ຂ້ອຍ​ສົນໃຈ​ການ​ນະມັດສະການ​ພະເຢໂຫວາ?’