ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ພະເຢໂຫວາຊ່ວຍຄົນທີ່ທໍ້ໃຈແຮງ

ພະເຢໂຫວາຊ່ວຍຄົນທີ່ທໍ້ໃຈແຮງ

ເຮົາ​ທຸກ​ຄົນ​ຮູ້ສຶກ​ໂສກ​ເສົ້າ​ເປັນ​ບາງ​ເທື່ອ. ແຕ່​ການ​ທີ່​ເຮົາ​ຮູ້ສຶກ​ໂສກ​ເສົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນແອ. ແມ່ນ​ແຕ່​ພະ​ເຢໂຫວາ​ກໍ​ບອກ​ວ່າ​ບາງ​ເທື່ອ​ເພິ່ນ​ກໍ​ຮູ້ສຶກ​ເສຍໃຈ. (ປຖກ 6:5, 6) ແຕ່​ຖ້າ​ເຮົາ​ໂສກ​ເສົ້າ​ຢູ່​ເລື່ອຍ​ໆ​ຫຼື​ທໍ້ໃຈ​ບໍ່​ເຊົາ​ຈັກ​ເທື່ອ ເຮົາ​ຈະ​ເຮັດ​ແນວ​ໃດ?

ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ພະ​ເຢໂຫວາ​ສົນໃຈ​ແທ້​ໆ​ວ່າ​ເຮົາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ເພິ່ນ​ຮູ້​ວ່າ​ເຮົາ​ກຳລັງ​ມີ​ຄວາມ​ສຸກ​ຫຼື​ທໍ້ໃຈ​ແລະ​ຍັງ​ເຂົ້າ​ໃຈ​ນຳ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ. (ເພງ 7:9ຂ) ສຳຄັນ​ທີ່​ສຸດ​ຄື​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ​ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ຫຼື​ໂລກ​ຊຶມເສົ້າ​ໄດ້.—ເພງ 34:18

ເບິ່ງ​ແຍງ​ສຸຂະພາບ. ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ສາມາດ​ສົ່ງ​ຜົນ​ຕໍ່​ຄວາມ​ສຸກ​ແລະ​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ດັ່ງນັ້ນ ເຮົາ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ປົກປ້ອງ​ຫົວໃຈ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ.—ສຸພາ 4:23

ເບິ່ງ​ວິດີໂອ ພີ່​ນ້ອງ​ຂອງ​ເຮົາ​ມີ​ສັນຕິສຸກ​ເຖິງ​ວ່າ​ຈະ​ເປັນ​ໂລກ​ຊຶມເສົ້າ ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ນິກ​ກີ້​ເຮັດ​ຫຍັງ​ແດ່​ເພື່ອ​ຮັບ​ມື​ກັບ​ໂລກ​ຊຶມເສົ້າ?

  • ເປັນ​ຫຍັງ​ນິກ​ກີ້​ຮູ້ສຶກ​ວ່າ​ລາວ​ຕ້ອງ​ໄປ​ຫາ​ໝໍ?—ມທ 9:12

  • ນິກ​ກີ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ລາວ​ໝາຍ​ເພິ່ງ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ?